ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຕາລີ ຊ່ອຍເຫຼືອຊາວອົບພະຍົບ ຫຼາຍກວ່າ 1 ພັນຄົນ ຈາກທະເລ ແຕ່ມີ 10 ຄົນຈົມນ້ຳຕາຍ


ພວກອົບພະຍົບ ທີ່ຖືກຊ່ອຍເຫຼືອອອກມາໄດ້ ກຳລັງລົງຈາກ ເຮືອ​ຂອງ​ໜ່ວຍ​ຍາມ​ຝັ່ງອີຕາລີ ຢູ່ທີ່ທ່າເຮືອ Augusta ຂອງນະຄອນ Sicily ທາງພາກໃຕ້ຂອງອີຕາລີ, ວັນທີ 4 ມີນາ 2015.
ພວກອົບພະຍົບ ທີ່ຖືກຊ່ອຍເຫຼືອອອກມາໄດ້ ກຳລັງລົງຈາກ ເຮືອ​ຂອງ​ໜ່ວຍ​ຍາມ​ຝັ່ງອີຕາລີ ຢູ່ທີ່ທ່າເຮືອ Augusta ຂອງນະຄອນ Sicily ທາງພາກໃຕ້ຂອງອີຕາລີ, ວັນທີ 4 ມີນາ 2015.

ເຈົ້າ​ໜ້າ​ທີ່​ອີ​ຕາ​ລີ​ກ່າວ​ວ່າ ເຮືອ​ຂອງ​ໜ່ວຍ​ຍາມ​ຝັ່ງ ຂອງ​ກອງທັບ​
ເຮືອ ​ແລະ​ກຳ​ປັ່ນ​ຂົນ​ສົ່ງສິນຄ້າ​ຫລາຍໆ​ລຳ ​ໄດ້​ຊ່ວຍ​ກູ້​ເອົາ​ພວກ
​ທີ່​ອົບ​ພະ​ຍົບ ມາ​ຈາກ​ອາ​ຟຣິກາ​ເໜືອແລະ​ພາກ​ຕາ​ເວັນ​ອອກ​ກາງ
ຂຶ້ນ​ມາ​ຈາກ​ທະ​ເລເມ​ດິເທີ​ເຣນຽນ ນຶ່ງ​ພັນກວ່າຄົນ ​ໃນ​ໄລຍະ​ສອງ​
ມື້​ຜ່ານ​ມາ​ນີ້.

​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພຸດ​ວານ​ນີ້ ວ່າ​ເຮືອ​ຢາງ​ລຳ​ນຶ່ງ ​ທີ່​ພວກ​ອົບ
​ພະຍົບຂີ່​ມາ ​ໄດ້​ປີ້ນ​ຂວ້ຳ ​ເຮັດໃຫ້ 10 ຄົນ​ເສຍ​ຊີວິດໃນມື້​ວັນ​ອັງ
ຄານ​ນັ້ນ ​ແຕ່​ມີ​ຫລາຍ​ກວ່ານຶ່ງ​ພັນ​ຄົນ ​ໄດ້​ຮັບ​ການ​ຊ່ວຍ​ຊີ​ວິດ​ໄວ້
ຈາກ​ເຮືອ​ນ້ອຍໆ ອີກ 7 ລຳ ​ແລະ​ໄດ້​ຖືກ​ພາ​ໄປ​ຍັງ​ທ່າ​ເຮືອ​ແຫ່ງ​
ຕ່າງໆ​ຂອງ​ອີ​ຕາ​ລີ.

ພວກ​ຜູ້​ຊາຍ ​ແມ່ຍິງ​ ​ແລະ​ເດັກນ້ອຍ​ທີ່​ຖືກ​ຊ່ວຍ​ຊີວິດ​ໄວ້​ນັ້ນ ອ້າງ​ວ່າ ພວກ​ຕົນ​ມາ​ຈາກ
ຊີ​ເຣຍ ລີ​ເບຍ ຕູ​ນີ​ເຊຍ ​ດິນ​ແດນ​ປາ​ແລ​ສ​ໄຕ​ນ໌ ແລະ​ເຂດ​ພາກ​ໃຕ້​ທະ​ເລ​ຊາຍ​ ຊາ​ແຮຣາ
ຂອງ​ອາ​ຟຣິກາ ​ ​ຫລົບໜີ ຄວາມ​ຮຸນ​ແຮງ ​ແລະຄວາມທຸກ​ຍາກ ເພື່ອ​ໄປ​ສະແຫວງຫາ​ຊີວິດ
​ທີ່​ດີຂຶ້ນ ຢູ່​ໃນ​ສະຫະພາບ​ຢູ​ໂຣບ.

ມີ​ພວກ​ອົບ​ພະຍົບທຳ​ນອງ​ນີ້ ​ເກືອບ 8 ພັນ​ຄົນ ​ເດີນທາງ​ໄປ​ຮອດ​ຝັ່ງ ທະ​ເລ​ຂອງ​ອີ​ຕາ​ລີ ​
ໃນ​ໄລຍະ​ສອງ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ຊຶ່ງ​ແມ່ນລື່ນ​ ຈຳນວນ​ຂອງ​ສອງ​ເດືອນ​ດຽວ​ກັນ​ເມື່ອ
​ປີ​ກາຍ​ນີ້ ຢ່າງ​ຫລວງຫລາຍ​.

ລັດຖະບານ​ອິຕາ​ລີ ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເພີ້​ມຕຶ່ມ ຈາກ​ສະຫະພາບ​ຢູໂຣບ ​ເປັນ​
ປະຈຳ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ນີ້.

Italy migrants rescued video
please wait

No media source currently available

0:00 0:00:53 0:00

XS
SM
MD
LG