ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Kerry ກົດດັນ ໃຫ້ຢຸດຍິງ ໃນເຂດກາຊາ ຂະນະທີ່ ການສູ້ລົບ ຍັງດຳເນີນ ຕໍ່ມາ (ສະໄລດ໌/ວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ກ່າວ​ວ່າ
ບັນດາ​ເຈົ້າໜ້າ​ທີ່ກ່ຽວຂ້ອງ ທີ່ກຳລັງ​ດຳ​ເນີນການ​ ເພື່ອ​ໃຫ້​ມີການ
ຢຸດ​ຍິງ ລະຫວ່າງອິສຣາ​ແອ​ລ ກັບ​ກຸ່ມ​ຮາ​ມັສນັ້ນ ​ແມ່ນ “​ໄດ້​ມີ​
ຄວາມ​ກ້າວ ໜ້າ​ໃນ​ບາງ​ສ່ວນ”
ໄປສູ່ການຍຸດຕິ​ບັນຫາຂັດ
ແຍ້​ງ ຊຶ່ງເຮັດ​ໃຫ້​ມີຫຼາຍຮ້ອຍ​ຄົນ​ເສຍ​ຊີວິດ​ໄປ​ແລ້ວ.

ທ່ານ Kerry ​ຖະ​ແຫລ​ງໃນ​ວັນ​ພຸດ​ມື້​ນີ້ ຫຼັງຈາກ​ທີ່ໄດ້ເດີນ​ທາງ
​ໄປ​ຮອດ ​ອິສຣາ​ແອ​ລ ເພື່ອ​ເຈລະຈາ​ຫາລື ກ່ຽວກັບວ່າ ຈະ​ຍຸດ
ຕິ​ຄວາມຮຸນ​ແຮງໄດ້ ແນວໃດ.​ ທ່ານ​ Kerry ພົບ​ປະກັບ​ເລຂາ​
ທິການ​ໃຫຍ່​ຂອງ​ສະຫະ​ປະ​ຊາ​ຊາດ ທ່ານ Ban Ki-moon ​
ພ້ອມ​ກັນ​ກັບ ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin
Nethanyahu. ນອກນັ້ນ ​ທ່ານ​ຍັງ​ຈະທຳ​ການ​ເຈລະຈາ​ຫາ​ລືກັບ​ປະທານາທິບໍດີ​ປາ​ແລ​ສ ​
ໄຕ​ນ໌ ທ່ານ Mahmoud Abbas ຢູ່​ເມືອງ Ramallah ອີກ​ດ້ວຍ.

Kerry: 'Hamas Has a Fundamental Choice'
please wait

No media source currently available

0:00 0:02:34 0:00

ທ່ານ Ban ​ໄດ້​ເຈລະຈາ​ຫາ​ລືກັບ​ປະທານາທິບໍດີ​ອິສຣາ​ແອ​ລ ທ່ານ Shimon Peres ​ແລະ ກ່າວວ່າ “ບໍ່​ມີ​ເວລາ​ທີ່ຈະໃຫ້​ສູນ​ເສຍ” ​ ໃນ​ການ​ຊອກ​ຫາ​ຊ່ອງທາງ​ຢຸດ​ຍິງ ໃນຂະນະທີ່ ຈຳນວນ​ຄົນ​ຕາຍ “ເພີ້​ມ ຂຶ້ນນຳ​ທຸກໆ​ຊົ່ວ​ໂມງ.”

ທ່ານ​ Ban Ki-moon ​ເວົ້າວ່າ “​ໃນ​ນາມ​ ເລຂາທິການ​ໃຫຍ່ ​ຂອງ​ສະຫະ​ປະ​ຊາ​ຊາດ​ ຂ້າພະ​ເຈົ້າບໍ່​ສາມາດແລະ​ຈະ​ບໍ່​ມິດງຽບ​ຕໍ່ໜ້າ​ສະພາບໂສກ​ນາດ​ຕາ​ກຳອັນ​ນີ້. ຂ້າ ພະ​ເຈົ້າ​ໄວ້​ທຸກ​ນຳ​ຊີວິດຂອງຜູ້​ບໍລິສຸດ​ ຈຳນວນ​ຫລວງຫຼາຍທີ່​ໄດ້​ສູນເສຍ​ໄປຢູ່​ໃນ​ເຂ​ດ Gaza ​ແລະ ຂ້າພະ​ເຈົ້າມີ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ພ້ອມ​ກັນ​ກັບ​ພວກຄອບ​ຄົວ​ທີ່​ໄດ້​ຮັບ​ເຄາະ​ຮ້າຍນີ້. ຄວາມຮຸນແຮງຕ້ອງຍຸດຕິດຽວນີ້ໃນຂະນະ​ທີ່​ຂ້າພະ​ເຈົ້າ ກ່າ​ວວ່າ ຕ້ອງເລີ້ມ​ການ​ເຈລະຈາ​ກັນ. ນັ້ນ​ແມ່ນ​ສິ່ງ​ທີ່​ຂ້າພະ​ເຈົ້າກຳລັງ​ເຮັດ​ຢູ່​ດຽວ​ນີ້ ​ເພື່ອ​ສະ​ຫນັບ​ສະ​ໜຸນ ​ໃຫ້​ມີ​ການ​ເຈລະຈາ​ກັນ​ລະຫວ່າງພັກຝ່າຍທີ່​ກ່ຽວຂ້ອງ.”

ກອງທັບ​ອິສຣາ​ແອ​ລຍັງ​ສື​ບຕໍ່ ​ໂຈມ​ຕີ​ເຂດ Gaza ​ທາງ​ອາກາດຫຼາຍໆ​ຄັ້ງ ​ໃນ​ວັນ​ພຸດ​ມື້​ນີ້ ​
ແລະມີ​ຜູ້​ເສຍ​ຊີວິດ​ອີກຢ່າງໜ້ອຍ 3 ຄົນ. ຊາວ​ປາ​ແລ​ສ​ໄຕ​ນ໌ ຫຼາຍກວ່າ 630 ຄົນ ​ໄດ້​ເສຍ​
ຊີວິດ​ໄປ​ແລ້ວ ນັບຕັ້ງ​ແຕ່​ອິສ ຣາ​ແອ​ລ ​ໄດ້​ເລີ້ມ​ປະຕິບັດ​ການ ເພື່ອຍຸດຕິການ​ຍິງ​ຈະ​ຫຼວດ
ຂອງກຸ່ມ​ຮາ​ມັສ ມາ​ຈາກເຂດ Gaza.

Gaza Victims of Israeli Offensive
please wait

No media source currently available

0:00 0:03:17 0:00

XS
SM
MD
LG