ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ແລະກຸ່ມຮາມັສ ຍັງສືບຕໍ່ ເຈລະຈາກັນ ຫຼັງຈາກ ​ຕໍ່​ເວ​ລາ ການຢຸດຍິງ (ວີດີໂອ/ສະໄລດ໌)


ຊາວປາແລສໄຕນ໌ຄົນນຶ່ງ ກວດເບິ່ງຄວາມເສຍຫາຍ ບ້ານເຮືອນ ຂອງ ນາຍ Abu Aisheh ທີ່ ອີສຣາແອລ ເຫັນວ່າ ເປັນຜູ້ຕ້ອງ ສົງໄສ ຂ້າຊາຍໜຸ່ມ ອິສຣາແອລ ສາມຄົນ
ຊາວປາແລສໄຕນ໌ຄົນນຶ່ງ ກວດເບິ່ງຄວາມເສຍຫາຍ ບ້ານເຮືອນ ຂອງ ນາຍ Abu Aisheh ທີ່ ອີສຣາແອລ ເຫັນວ່າ ເປັນຜູ້ຕ້ອງ ສົງໄສ ຂ້າຊາຍໜຸ່ມ ອິສຣາແອລ ສາມຄົນ

ຝ່າຍ​ປາ​ແລ​ສ​ໄຕ​ນ໌ ​ເຕືອນ​ວ່າ ອາດຈະຄວາມຮຸນ​ແຮງ​ຄືນອີກ ຖ້າ
​ຫາກບັນດາ​ເຈົ້າໜ້າ​ທີ່ກຸ່ມ​ຮາ​ມັສ ​ແລະ​ອິສຣາ​ແອ​ລ ບໍ່​ສາມາດ​ຕົກ
ລົງ​ກັນ​ໄດ້ກ່ອນເສັ້ນ​ຕາຍ​ການ​ຢຸດ​ຍິງ​ໃນ​ຕອນ​ທ່ຽງ​ຄືນ​ວັນ​ອັງຄານ
​ມື້​ນີ້.

ທັງ​ສອງ​ຝ່າຍ ພາກັນ​ເຈລະຈາ​ໂດຍທາງອ້ອມ ​ຢ່າງ​ຂຸ້ນຂ້ຽວ​ ​ທີ່ນະ
ຄອນຫລວງ​ໄຄ​ໂຣ ຫລັງ​ຈາກໄດ້​ມີ​ການຕົກລົງໃນວັນຈັນວານນີ້
ເພື່ອຕໍ່ການຢຸດ​ຍິງ​ອອກໄປຕື່ມ ອີກເປັນ​ເວລາ 24 ຊົ່ວໂມງ ຊຶ່ງ​ເປັນ
ການຕໍ່ເວລາ​ເທື່ອທີ​ສາມ ໃນ​ການ​ຢຸດ​ຍິງ​ດັ່ງ ກ່າວ​ເປັນ​ເວລາ 10 ມື້.

ຫົວໜ້າ​ເຈລະຈາຂອງຝ່າຍປາ​ແລ​ສ​ໄຕ​ນ໌ທ່ານ Azzam al-Almad
ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ “ວົງຈອນ​ຂອງ​ຄວາ​ມຮຸນ​ແຮງ” ຈະ​ດຳເນີນ​ຕໍ່ໃນ​ເຂດ​ກາຊາ ​ຖ້າການ​ເ​ຈລະ​ຈາຫາກ​ບໍ່​ປະສົບ​ຜົນສຳ​ເລັດ.

ການ​ປະກາດ​ຕໍ່ເວລາໃນ​ການ​ຢຸດ​ຍິງ ​ໄດ້​ມີຂື້ນ​ໃນ​ວັນ​ຈັນວານນີ້ ບໍ່​ເທົ່າ​ໃດ​ນາ​ທີ​ກ່ອນ​ການ​
ຢຸດ​ຍິງ​ກຳນົດຈະ​ສີ້​ນສຸດ​ລົງ ​ໃນ​ຕອນ​ທ່ຽງຄືນ ​ຕາມ​ເວລາ​ທ້ອງ​ຖິ່ນ.

ບໍ່​ມີ​ຮອງ​ຮອຍໃດໆສະແດງໃຫ້ເຫັນວ່າ​ ຄະນະ​ເຈລະ​ຈາ​ໃກ້​ຈະ​ບັນລຸ​ການຕົກລົງກັນແລ້ວ
​ເພື່ອ​ຢຸດ​ເຊົາການສູ້ລົບມາ​ເປັນ​ເວລາ​ກວ່າ​ນຶ່ງ​ເດືອນ ລະຫວ່າງອິສຣາ​ແອ​ລ ​ແລະ​ກຸ່ມ​ຮາ​
ມັສ ທີ່ຄວບ​ຄຸມເຂດກາຊາ ຊຶ່ງຕັ້ງ​ເລາະ​ຕາມ​ຊາຍ​ຝັ່ງ​ທະ​ເລ ​ເມ​ດີ​ແຕເຣນຽນນັ້ນ.

ISRAEL PALESTINIANS CNPK
please wait

No media source currently available

0:00 0:01:07 0:00

XS
SM
MD
LG