ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງສະໜັບສະໜູນ ລັດຖະບານອີຣັກ ສືບຕໍ່​​ບຸກ​ໂຈມຕີ​ ຢູ່​​ແຂວງ Anbar.


ພວກທະຫານບ້ານ Shi'ite ອີຣັກກຳລັງນັ່ງຢູ່ໃນລົດ ທີ່ເມືອງ Nibai.
ພວກທະຫານບ້ານ Shi'ite ອີຣັກກຳລັງນັ່ງຢູ່ໃນລົດ ທີ່ເມືອງ Nibai.

ກຳລັງ​ສະໜັບສະໜູນ​ລັດຖະບານຢູ່​ໃນ​ອີຣັກ ຍັງສືບຕໍ່​ໃນ​ວັນ​ພຸດ
​ມື້​ນີ້​ການ​ເລີ້ມ​ບຸກ​ໂຈມຕີ​ຄັ້ງ​ໃໝ່​ເພື່ອ​ລົບ​ກວນກຸ່ມ​ລັດ​ອິສລາມ​ຢູ່ໃນ​
ແຂວງ Anbar.

ທະຫານ ​ແລະ​ພວກທະຫານ​ບ້ານ ກຳ​ລັງ​ເນັ້ນ​ໜັກ​ໃສ່​ເຂດ​ຕ່າງໆ​
ຢູ່​ນອກເມືອງ​ Ramadi ຊຶ່ງເປັນເມືອງຫຼວງຂອງແຂວງ ​ໃນ​ຄວາມ​
ພະຍາ​ຍາມ​ຕັດ​ເສັ້ນທາງ​ຂົນ​ສົ່ງ ກ່ອນ​ບຸກ​ເຂົ້າ​ໄປ​ໃນ​ໂຕ​ເມືອງ.

ການ​ປະຕິບັດ​ງານ​ໄດ້​ເລີ້​ມຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດ​ຍການ​
ສະໜັບສະ​ໜູນເທື່ອໃໝ່​ຈາກສະຫະລັດ ໃນ​ຂະນະ​ທີ​ທຳນຽບ
ຂາວ​ ໃຫ້​ຢືນ​ຢັນໃນຄວາມໝັ້ນໝາຍ ຕໍ່​ກຳລັງ​ອີຣັກຫລັງຈາກ
ການໃຫ້ຄວາມເຫັນຂອງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Ash Carter ທີ່ໄດ້ຕັ້ງຄຳຖາມ ກ່ຽວກັບ​ຄວາ​ມ​ເດັດດ່ຽວ ໃນການ​ສູ້​ລົບ ຂອງ​ທະຫານອີຣັກ.

Islamic State
please wait
Embed

No media source currently available

0:00 0:00:47 0:00

​ໂຄສົກ​ທຳ​ນຽບ​ຂາ​ວ ທ່ານ Josh Earnest ກ່າວ​ວ່າ ສະຫະລັດ ຈະ​ເຮັດ​ໃຫ້​ເປັນ​ທີ່​ແນ
ນ​ອນວ່າ ທະຫານ​ອີຣັກມີ​ອຸບປະກອນ​ທີ່ເຂົາ​ເຈົ້າ​ຕ້ອງການ ຮວມທັງ​ອາວຸດ​ຕ້ານ​ລົດ​ຖັງ​
ທີ່​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ສູງ ​ໃນ​ການ​ທຳລາຍ​ລະ​ເບີດ​ລົດນັ້ນ.

ທ່ານ Earnest ຍັງກ່າວ​ວ່າ ສະຫະລັດ ​ເຊື່ອ​ວ່າການສູ້​ລົບ​ຢູ່​ໃນເມືອງ Ramadi ຈະຕ້ອງ
ການກຳລັງ​ທີ່ປະກອບດ້ວຍຫລາຍສາສະໜາເພື່ອ​ຈະ​ເປັນ​ຜົນສຳ​ເລັດ​ໄດ້.

ທ່ານ Earnest ກ່າວວ່າ “​ແລະເຫດຜົນ​ກໍ​ຄື​ວ່າ ອີຣັກ​ເປັນ​ປະ​ເທດ​ທີ່​ມີ​ຫລາກ ຫຼາຍສາ
ສະໜາ ແລະ​ເຂົ້າ​ເຈົ້າ​ຈະ​ຕ້ອງ​ການ​ທຸກໆ​ພາກສ່ວນ​ທີ່ແຕກ​ຕ່າງກັນນັ້ນ ​ເພື່ອ​ປະ​ເຊີນ​ໜ້າ
​ກັບ​ການ​ຂົ່ມຂູ່​ໂດຍ​ສະ​ເພາະ​ເຈາະ​ຈົງ ​ແລະ​ມັນ​ຈະ​ຕ້ອງການ​ກຳລັງຮັກສາ​ຄວາມ​ປອດ​ໄພ​
ທີ່ປະກອບດ້ວຍຫຼາຍສາສະໜາ​ ໃນ​ການຕໍ່​ສູ້​ກັບກຸ່ມລັດ​ອິສລາມ ຫຼື ISIL ​ແລະບໍ່​ພຽງ​ແຕ່
ຂັບ​ໄລ່ກຸ່ມ ISIL ອອກ​ໄປ​ຈາກ​ປະ​ເທດ​ເທົ່າ​ນັ້ນ ​ແ​ຕ່ຍັງປ້ອງ​ກັນພື້ນທີ່ໆຍຶດມາໄດ້
ນຳດ້ວຍ.”

ທ່ານ Ernest ກ່າວ​ວ່າ ຍຸດ​ທະ​ສາດ​ນີ້ໄດ້ຜົນດີ ​ເວລາກຳລັງທະຫານ​ອີຣັກຍຶດ ເອົາ​ເມື​ອງ Tikrit ທີ່​ສຳຄັນ ​ຄືນ​ມາຈາກກຸ່ມລັດ​ອິສລາມ ກໍາລັງທີ່ປະກອບດ້ວຍ ຫຼາຍສາສະໜາ ພາຍ
​ໃຕ້​ການບັນຊາ​ການຂອງສູນກາງອີຣັກ ທີ່​ສະໜັບສະໜຸນ​ໂດຍການໂຈມ​ຕີ​ທາງ​ອາກາດ
ຂອງແນວໂຮມພາຍໃຕ້ການນຳພາຂອງສະຫະລັດ.

ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ​ໄດ້​ກ່າວ​ວ່າ ​ເມືອງ Ramadi ຈະ​ຖືກ​
ຍຶດເອົາ​ຄືນ​ມາ​ໃນ​ອີກ​ບໍ່​ເທົ່າໃດ​ມື້ ​ແລະ​ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ສາມາດທະຫານ
ຂອງ​ທ່ານ.

​ເ​ແຂວງ Anbar ​ເປັນເຂດທະ​ເລ​ຊາຍ​ທີ່​ກວ້າງ​ໃຫຍ່ ຍາ​ວຢຽດຈາກພາກຕາ​ເວັນ​ຕົກ​ຂອງ​
ນະຄອນ Bagdad ​ໄປ​ຫາຊາຍ​ແດນ​ຂອງ​ອີຣັກ ຕິດກັບຈໍ​ແດນ ຊິີເຣຍ ​ແລະ​ຊາ​ອຸ​ດີ ອາ
ຣາ​ເບຍ. ລັດ​ອິສລາມ ​ໄດ້​ຄວບ​ຄຸມ​ເອົາ​ສ່ວ​ນ​ໃຫຍ່​ຂອງ​ເແຂວງ Anbar ນັບ​ຕັ້ງ​ແຕ່​ປີ​ກາຍ
​ນີ້ ຮວມທັງ​ເມືອງ Fallujah. ​

US, NATO Voice Support For Iraqi Fight Against IS
please wait

No media source currently available

0:00 0:01:55 0:00

Pro-government forces in Iraq continued Wednesday in their newly launched campaign to disrupt the Islamic State group in Anbar province.

The military and militias are focusing on areas outside of the provincial capital of Ramadi in an attempt to cut the militants' supply lines before moving in on the city itself.

The operation began Tuesday with fresh support from the United States as White House officials sought to reaffirm their commitment to Iraqi forces following comments from Defense Secretary Ash Carter questioning the military's will to fight.

White House spokesman Josh Earnest said the U.S. will make sure the Iraqi military has the equipment it needs, including an anti-tank weapon that is highly successful at destroying car bombs.

Earnest also said the U.S. believes the fight in Ramadi will require a multi-sectarian force to succeed.

"And the reason for that is Iraq is a very diverse country and they're going to need every element of their diversity to counter this specific threat...and it's going to require a multi-sectarian security force to take the fight to ISIL [ Islamic State ] and to not just drive ISIL out of the country, but also to hold the ground."

Earnest said this strategy worked when Iraqi forces retook the important city of Tikrit from Islamic State -- a multi-sectarian force under central Iraqi command, backed by U.S.-led coalition airstrikes.

Iraqi Prime Minister Haider al-Abadi has said Ramadi would be retaken in a matter of days, and that he has confidence in the ability of his troops.

Anbar is a vast desert area stretching from just west of Baghdad to the Iraqi borders with Jordan, Syria and Saudi Arabia. Islamic State has controlled most of Anbar since last year, including the city of Fallujah.

XS
SM
MD
LG