ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລັດອິສລາມ ເຜີຍ​ແຜ່​ ລາຍຊື່ ທີ່ຢູ່ ກັບຮູບທະຫານ ສຫລ ແລະ ຮຽກຮ້ອງໃຫ້ຂ້າເຂົາເຈົ້າ


ພາບທີ່ຖ່າຍຈາກຈໍຄອມຜິວເຕີ ທີ່ມີແຈ້ງການຂອງ "ພະແນກລັກເຈາະຂໍ້ມູນລັດອິສລາມ" ທີ່ມີລາຍຊື່ ທີ່ຢູ່ ​ແລະ ຮູບ​ພາບ ຂອງທະຫານ ສຫລ.
ພາບທີ່ຖ່າຍຈາກຈໍຄອມຜິວເຕີ ທີ່ມີແຈ້ງການຂອງ "ພະແນກລັກເຈາະຂໍ້ມູນລັດອິສລາມ" ທີ່ມີລາຍຊື່ ທີ່ຢູ່ ​ແລະ ຮູບ​ພາບ ຂອງທະຫານ ສຫລ.

ພວກ​ລັດ​ອິສລາມ ​ໄດ້​ນຳເອົາ​ອັນ​ທີ່​ພວກເຂົາ​ກ່າວ​ວ່າ ​ເປັນ ລາຍຊື່
ທີ່ຢູ່ ​ແລະ ຮູບ​ພາບ ຂອງ​ພະນັກງານ​ທະຫານ​ສະຫະລັດ ຈຳນວນ
100 ຄົນ ​ລົງ​ເຜີຍ​ແຜ່​ ທາ​ງອິນ​ເຕີ​ເນັດ ​ແລະ ຊຸກຍູ້​ໃຫ້ຜູ້​ທີ່​ສະໜັບ
​ສະ​ໜູນ​ພວກ​ເຂົາ ​ຢູ່​ໃນ​ສະຫະ​ລັດ ທຳ​ການສັງຫານ​ເຂົາ​ເຈົ້າ.

ກຸ່ມ​ໜຶ່ງ​ທີ່​ເອີ້ນ​ຕົນ​ເອງ​ວ່າ ພະ​ແນ​ກ​ລັກເຈາະຂໍ້​ມູນ​ລັດ​ອິສລາມ ​ໄດ້​
ຂຽນຂໍ້ຄວາມ ລົງ​ໜ້າ​ເວັບ​ໄຊ້ ວ່າ “​ພວກ​ເຮົາ​ໄດ້ເຮັດ​ໃຫ້​ມັນງ່າຍ
ສຳ​ຫລັບ​ພວກເຈົ້າ​ແລ້ວ​ ໂດຍ​ເອົາ​ທີ່ຢູ່ ຂອງ​ຄົນ​ເຫລົ່າ​ນັ້ນ​ໃຫ້​.
ສິ່ງ​ທີ່​ເຈົ້າຕ້ອງ​ເຮັດ​ ກໍ​ແມ່ນ​ເອົາ​ບາດ​ກ້າວສຸດ​ທ້າ​ຍ​ເທົ່າ​ນັ້ນ
​ແຫລະ. ​ເຈົ້າລໍຖ້າ​ຫຍັງ​ຢູ່?”

ທຳນຽບຫ້າ​ແຈ​ກ່າວ​ວ່າ ຕົນ​ກຳລັງ​ສືບສວນ​ສອບ​ສວນ ກ່ຽວ​ກັບ​ເລື້ອງ​ນີ້ ​ແລະ ວ່າ ຕົນໄດ້​ຊຸກຍູ້​ບັນດາ​ທະຫານ ທັງ​ຊາຍແລະຍິງ ​ໃຫ້​ປະຕິບັດ​ຕາມ​ກົດ​ລະບຽບ​ປ້ອງກັນ​ໂຕ ທີ່​ເໝາະ​ສົມ ຢູ່ສະ​ເໝີ​ມາ.

​ເຈົ້າໜ້າ​ທີ່​ຄົນ​ນຶ່ງ ກ່າວ​ຕໍ່ ໜັງສືພິມ The New York Times ວ່າ ​ບໍ່​ປາກົດ​ວ່າ​ພວກ​ຫົວ​ຮຸນ​ແຮງ​ໄດ້​ລັກ​ເຈາະ​ຂໍ້​ມູນ ຈາກ​ເວັບ​ໄຊ້​ຂອງ​ລັດຖະບານ​ສະຫະລັດ ​ແລະ ວ່າ​ ໂດຍສ່ວນ​ໃຫຍ່ ຂໍ້​ມູນ​ເຫຼົ່ານັ້ນ ​ແມ່ນເປີດ​ເຜີຍ​ຕໍ່​ສາທາລະນະຢູ່​ແລ້ວ.

XS
SM
MD
LG