ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກລັດອິສລາມ ທຳລາຍວັດຖຸໂບຮານ ອັນລ້ຳຄ່າ​ຕ່າງໆ ໃນເມືອງໂບຮານ Nimrud


ບັນດາພະນັກງານອີຣັກ ໄດ້ທຳຄວາມສະອາດ ຮູບ​ປັ້ນ
Iamassu ທີ່​ຕົນໂຕເປັນສິງ​ໂຕ ຫຼື ພວກງົວ​ກະທິງ ​ທີ່​ມີ​ປີກ​ ພ້ອມ​ກັບມີ​ຫົວ​ເປັນມະນຸດ ຢູ່ທີ່ສະຖານ ໂບຮານນະຄະດີ ໃນເມືອງ Nimrud. ລັດຖະບານອີຣັກກ່າວວ່າ ພວກຫົວຮຸນແຮງ ລັດອິສລາມ ໄດ້ດຸດ ແລະ ທຳລາຍ ວັດຖຸໂບຮານອັນລ້ຳຄ່າ​ຕ່າງໆ ໃນສະຖານທີ່ໂບຮານ, ວັນທີ 6 ມີ 2015.
ບັນດາພະນັກງານອີຣັກ ໄດ້ທຳຄວາມສະອາດ ຮູບ​ປັ້ນ Iamassu ທີ່​ຕົນໂຕເປັນສິງ​ໂຕ ຫຼື ພວກງົວ​ກະທິງ ​ທີ່​ມີ​ປີກ​ ພ້ອມ​ກັບມີ​ຫົວ​ເປັນມະນຸດ ຢູ່ທີ່ສະຖານ ໂບຮານນະຄະດີ ໃນເມືອງ Nimrud. ລັດຖະບານອີຣັກກ່າວວ່າ ພວກຫົວຮຸນແຮງ ລັດອິສລາມ ໄດ້ດຸດ ແລະ ທຳລາຍ ວັດຖຸໂບຮານອັນລ້ຳຄ່າ​ຕ່າງໆ ໃນສະຖານທີ່ໂບຮານ, ວັນທີ 6 ມີ 2015.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່​ພາກ​ເໜືອ​ຂອງ​ອີຣັກ ​ໄດ້​ເລີ້ມ
​ດຸດ​ເມືອງ​ໂບຮານ Nimrud ຂອງ​ຊົນ​ເຜົ່າ Assyria ​ໃນ​ວັນ​ພະຫັດ
​ວານ​ນີ້ ຊຶ່ງ ເປັນ​ເທື່ອ​ຫລ້າ​ສຸດ​ ໃນການ​ໂຈມ​ຕີ ທີ່ມີມາເປັນລຳດັບ
ເພື່ອ​ທຳລາຍ​ມູນ​ມໍລະດົກ ທາງ​ປະຫວັດສາດຂອງ​ອີຣັກ ໂດຍ
​ພວກກຸ່ມ​ກໍ່ການ​ຮ້າຍ​ຈຸນີ້.

ກະຊວງ​ທ່ອງ​ທ່ຽວ​ຂອງ​ອີຣັກ ກ່າວ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ວ່າ ພວກ​ຫົວ​ຮຸນ​ແຮງລັດ​
ອິສລາມ ຍັງສືບ​ຕໍ່ “ຝ່າ​ຝືນໃນຄວາມ​ປາຖະໜາ​ຂອງ​ໂລກ ​ແລະ ຄວາມ​ຮູ້ສຶກ​ຂອງ​
ມະນຸດຊາດ”
ດ້ວຍ​ການ​ໂຈມ​ຕີ ຕໍ່​ສະຖານ​ທີ່​ປະຫວັດສາດຕ່າງໆເຫຼົ່ານີ້.

ທ່ານ Abdulamir Hamdani ນັກໂ​ບຮານ​ຄະດີ​ອີຣັກ ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງ ວ່າ “ຂ້າພະ​ເຈົ້າ​ເສຍ​ໃຈ​ ທີ່​ຕ້ອງ​ກ່າວ​ວ່າ ໝົດ​ທຸກ​ຄົນ​ແມ່ນ​ໄດ້​ຄາດ​ກັນ​ໄວ້​ຢູ່ແລ້ວ​. ​ແຜນການ​ຂອງ​ພວກ​ເຂົາ ​ແມ່ນ​ທຳ​ລາຍ ​ມໍລະ​ດົກ​ຂອງ​ອີຣັກ ​ເທື່ອ​ລະບ່ອນ ລະບ່ອນໄປ​.”

ແຜນທີ່ເມືອງ Mosul ແລະ ເມືອງ Nimrud
ແຜນທີ່ເມືອງ Mosul ແລະ ເມືອງ Nimrud

ລັດຖະບານ​ອີຣັກ ກ່າວ​ວ່າ ຂອບເຂດໃນການມ້າງທຳລາຍເທື່ອ​
ຫລ້າ​ສຸດ ຢູ່​ທີ່ເມືອງ Nimrud ນັ້ນ ​ແມ່ນ​ຍັງ​ບໍ່​ສາມາດ​ຮູ້​ໄດ້​ຢ່າງ​
ຄົບ​ຖ້ວນ​ເທື່ອ.

ລວມຢູ່​ໃນ​ຊັບ ​ສົມບັດ​ຕ່າງໆ​ຂອງເມືອງ Nimrud ກໍ​ມີຮູບ​ປັ້ນ
Iamassu ທີ່​ຕົນໂຕເປັນສິງ​ໂຕຫຼືພວກງົວ​ກະທິງ​ທີ່​ມີ​ປີກ​ພ້ອມ​
ກັບມີ​ຫົວ​ເປັນມະນຸດ.

ທ່ານ Ihsan Fethi ສະມາຊິກ​ຂອງສະມາຄົມ​ສະຖາ​ປະ​ນິກອີຣັກ
ກ່າວ​ຕໍ່​ໜັງສືພິມ​ The New York Times ວ່າ “ຂ້າພະ​ເຈົ້າບໍ່​ສາມາດ​ບັນ​ລະ​ຍາຍ
ຄວາມ​ໃຫຍ່​ໂຕ​ ຂອງການ​ສູນ​ເສຍ​ ໃນ​ຄັ້ງນີ້.”
ທ່ານເວົ້າອີກ​ວ່າ “ສະຖານ​ທີ່​ແຫ່ງນີ້ ​
ເປັນ​ສະຖານ​ທີ່ ທີ່ມີຊື່ສຽງໂດ່ງດັງ​ທີ່​ສຸດ ​ແລະ ອາດ​ເປັນ​ໄປ​ໄດ້​ວ່າ ​ເປັນ​ນຶ່ງໃນ
ສະຖານ​ທີ່​ໆ ສຳຄັນ​ທີ່​ສຸດ​ໃນ​ໂລກ.”

​ເມືອງ Nimrud ​ເປັນນຶ່ງ ໃນຄວາມສີວິໄລ ທີ່​ມີ​ຄຸນຄ່າ​ຂອງ​ຍຸກ​ສະ​ໄໝ​ Assyria ທີ່​ໄດ້​ມີ
ການສ້າງຕັ້ງຂຶ້ນຫຼາຍກວ່າ 3,000 ປີ​ມາແລ້ວ ​ແລະ ຕັ້ງຢູ່​ແຄມ​ແມ່ນ້ຳ Tigris ຫ່າງ​ອອກ​
ໄປປະມານ 30 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເມືອງ Mosul ບ່ອນ​ທີ່
​ພວກ​ກໍ່​ການ​ຮ້າຍ​ລັດ​ອິສລາມ ​ໄດ້ທຳ​ລາຍວັດຖຸໂບຮານ ອັນລ້ຳຄ່າ​ຕ່າງໆ ຢູ່​ໃນ​ຫໍພິພິດ
ທະພັນແຫ່ງນຶ່ງ ​ເມື່ອ​ບໍ່​ນານ​ມາ​ນີ້.

Iraq historic site video
please wait

No media source currently available

0:00 0:00:32 0:00

Islamic State militants in northern Iraq began bulldozing the ancient Assyrian city of Nimrud Thursday, the latest in a series of assaults on Iraq's historical heritage by the terrorist group.

Iraq's Ministry of Tourism said in a statement the IS militants continue to "defy the will of the world and the feelings of humanity" with their attacks on historic sites.

Abdulamir Hamdani, an Iraqi archaeologist, told the French News Agency, "I'm sorry to say everybody was expecting this.Their plan is to destroy Iraqi heritage, one site at a time."

The extent of the the latest attack in Nimrud is not fully known, the government says.

Among Nimrud's treasures are the huge "lamassu" statues that depict lions or winged bulls with human heads.

Ihsan Fethi, a member of the Iraqi Architects Society, told The New York Times "I cannot even describe the immensity of this loss."He said "This is one of the most famous and probably one of the most important sites in the world."

Nimrud, one of the jewels of the Assyrian era, was founded more than 3,000 years ago and is located on the Tigris River, about 30 kilometers southeast of Mosul where IS terrorists recently destroyed priceless artifacts in a museum.

XS
SM
MD
LG