ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້​ວາງ​ລະ​ເບີດ ​ດ້ວຍລົດ​ສະຫຼະຊີບ ສັງຫານ ຜູ້ບັນຊາການ ທະຫານ ອີຣັກ 2 ທ່ານ


ແຜນທີ່ ຂອງແຂວງ ອານບາ ປະເທດ ອີຣັກ
ແຜນທີ່ ຂອງແຂວງ ອານບາ ປະເທດ ອີຣັກ

ຜູ້​ວາງ​ລະ​ເບີດ​ດ້ວຍລົດ​ສະຫຼະຊີບ ຂອງລັດ​ອິສລາມ ຄົນ​ໜຶ່ງ ​ໄດ້​
ຂັບ​ລົດ ​ເຂົ້າ​ໃສ່​ຂະ​ບວນລົດ ​ຂອງ​ພວກ​ທະຫານ​ອີຣັກ ໂດຍ​ໄດ້​
ສັງຫານ ຜູ້​ບັນຊາ​ການ​ທະຫານ ​ອາວຸ​ໂສ ສອງ​ທ່ານ ອີງ​ຕາມ​
ບັນດາ​ເຈົ້າໜ້າ​ທີ່​ຂອງ​ອີຣັກ.

​ບັນດາເຈົ້າໜ້າ​ທີ່​ ກ່າວວ່າ ການ​ໂຈມ​ຕີເກີດ​ຂຶ້ນ​ໃນ​ວັນ​ພະຫັດມື້​ນີ້
ຢູ່​ທາງເໜືອ ​ຂອງເມືອງຣາມາ​ດີ ໃນ​ແຂວງ ອານ​ບາ ທີ່​ພວກ​ລັດ​
ອິສລາມ​ໄດ້​ຄວບຄຸມ​ຢູ່​ນັ້ນ ບ່ອນ​ທີ່​ກອງ​ກຳລັງ​ ທີ່​ສະໜັບສະ​ໜູນ
​ແບກ​ແດດ ​ໄດ້​ສູ້ລົບ​ກັບພວກ​ຫົວ​ຮຸນ​ແຮງ​ຈັດ ເປັນ​ເວລາຫລາຍ
​ເດືອນ​ແລ້ວນັ້ນ.

ພົນ​ຕີ Abdul-Rahman Abu-Regheef ຮອງ​ຜູ້​ບັນຊາ​ການ ຝ່າຍ​ປະຕິ​ບັດ​ການ ໃນແຂວງ
ອານ​ບາ ​ແລະພົນ​ຈັດຕະວາ Sefeen Abdul Maguid ຜູ້ບັນຊາການກອງພົນທີ 10 ​ແມ່ນ​
ລວມຢູ່​ໃນ​ບັນດາຜູ້​ທີ່​ເສຍ​ຊີວິດ ອີງ​ຕາມ​ຖະ​ແຫລ​ງການ​ສະບັບໜຶ່ງ​ ຂອງ​ກອງທັບ.

ນອກນັ້ນ ຍັງມີລາຍ​ງານ​ວ່າ ມີຜູ້ຄົນອີີກຈຳນວນນຶ່ງ​ ໄດ້​ຖືກ​ສັງຫານ ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ.

​ກອງ​ກຳລັງ​ລັດຖະບານ​ອີຣັກ ທີ່ໜູນຫຼັງ​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ ມາເປັນ​ເວລາດົນເຖິງ
​ປີໜຶ່ງ ພາຍໃຕ້ການ​ນຳພາ​ໂດຍສະຫະລັດນັ້ນກຳລັງ ສູ້ຊົນ​ເພື່ອໃຫ້​ບັນລຸ​ຜົນ​ທີ່ສຳຄັນ ໃນການ ຂັບໄລ່ ​ພວກ​ນັກ​ຕໍ່ສູ້​ລັດ​ອິສລາມ ​ທີ່​ໄດ້ເຂົ້າຄວບ​ຄຸມ​ ພື້ນ​ທີ່​ອັນ​ກວ້າງ​ຂວາງ ຂອງ​ອີຣັກ ​ແລະ ຊີ​ເຣຍ.

​ໃນ​ວັນ​ພະຫັດ​ມື້​ນີ້ ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ນິກາຍຊູນີ ​ໄດ້​ຍຶດ​ເອົາຫຼາຍ ກວ່າ 5 ບ້ານ ຈາກ​
ພວກຕໍ່ຕ້ານ​ລັດຖະບານກຸ່ມ​ອື່ນໆ ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ອີງ​ຕາມ​ອົງການ​ທີ່​ຕິດຕາມ​
ການສູ້ລົບໃນຊີເຣຍ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ ​ໃນ​ຊີ​ເຣຍ ກ່າວ​ວ່າ ໝູ່ບ້ານ​ທີ່​ຖືກ​ຍຶດດັ່ງກ່າວ​ ​ແມ່ນ​ຢູ່​ໃນແຂວງ
ອາ​ເລັບ​ໂປ ​ແລະ ຢ່າງ​ນ້ອຍ​ບາງ​ເຂດ ​ແມ່ນ​ຢູ່​ໃນ​ຂົງ​ເຂດ ທີ່​ສະຫະລັດ ​ແລະ​ເທີ​ກີ ມີ​ແຜນ​ທີ່
​ຈະ​ເຮັດ​ໃຫ້​ເປັນ​ເຂດ​ປອດ​ພວກ ລັດ​ອິສລາມ.

XS
SM
MD
LG