ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໄທຄັດຄ້ານ ຕໍ່ການສ້າງ ໂຮງງານໄຟຟ້າຖ່ານຫິນ ຢູ່ພາກໃຕ້ຂອງປະເທດ


Are Energy Needs Putting Thailand's Natural Beauty at Risk?
please wait

No media source currently available

0:00 0:02:27 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຄວາມ​ຕ້ອງການພະລັງ​ງານ​ໄຟຟ້າເພີ້ມຕື່ມຂອງໄທ ​ໄດ້​ນຳ​
ໄປ​ສູ່​ການ​ສ້າງ​ເຂື່ອນ​ໃໝ່ຫຼາຍແຫ່ງ ຕາມ​ລຳ​ແມ່​ນຳ້ຂອງ ຢູ່
ທາງ​ພາກ​ເໜືອ ​ແລະທາງ​ພາກ​ໃຕ້ ກໍມີການສ້າງໂຮງໄຟຟ້າ
​ແຫ່ງ​ໃໝ່​ທີ່ແລ່ນດ້ວຍຖ່ານຫີນ ໃກ້​ກັບ​ຫາດ​ຊາຍ​ທີ່​ມີ​ຊື່​ສຽງ
ຂອງປະ​ເທດ. Steve Sanford ມີລາຍ​ງານການ​ຖົກຖຽງ
ກັນ ກ່ຽວກັບການສະເໜີສ້າງໂຮງໄຟຟ້າທີ່ແລ່ນດ້ວຍຖ່ານ
​ຫີນ ໃນອັນ​ທີ່​ຮ້ອງກັນ​ວ່າ ເປັນ “​ເຂດຄຸ້ມຄອງ​ ທຳ​ມະ​ຊາດ
ຫລື Green zone ຊຶ່ງ ກິ່ງສະຫວັນ ມີລາຍລະອຽດ ມາ
ສະເໜີທ່ານ.

ຢູ່​ນະຄອນຫລວງ​ບາງກອກ ຊຶ່ງ​ເປັນ​ເມືອງ​ເຂດ​ຮ້ອນນັ້ນພວກ​ສູນ​ການ​ຄ້າທີ່​ຫລູຫລາຕິດ​ແອ​ເຢັນ ​ແມ່ນດຶງດູດ​ເອົາຜູ້​ຄົນ​ໄປເລ​າະ​ໄປ​ຊົມ​ຢ່າງໜາ​ແໜ້ນ ​ເພື່ອ​ໜີ​ຄວາມ​ຮ້ອນ ແຕ່​ວ່າ
ຄວາມເຢັນ​ສະບາຍ​ນັ້ນ​ ໄດ້​ມາ ດ້ວຍ​ລາຄາ​ແພງ.

ການ​ສຶກສາ​ຄົ້ນຄວ້າຫວ່າງ​ມໍ່ໆ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຊົມ​ໃຊ້​ໄຟຟ້າ ຢູ່​ໃນບັນດາ
​ສູນ​ການ​ຄ້າທີ່ໃຫຍ່ສຸດ​ບາງ​ແຫ່ງ​ຂອງບາງກອກນັ້ນ ​ແມ່ນ​ຫລາຍ​ກ່ວາທີ່ໃຊ້​ກັນ ຢູ່​ໃນໝົດ
​ທັງຈັງ​ຫວັດ​ ​ຫລາຍໆ​ແຫ່ງຂອງ​ປະ​ເທດ.

ຂະນະ​ດຽວ​ກັນ ຢູ່​ໃນ​ດິນແດນ​ບ່ອນ​ຊຸ່ມ​ເຢັນ ​ທຳ​ມະ​ຊາດ​ຂຽວງາມ ທາງ​ພາກ​ໃຕ້​ຂອງ​ປະ
​ເທດ​ໄທນັ້ນ ​ໂຮງງານ​ໄຟຟ້າ​ທີ່ຜະລິດດ້ວຍ​ຖ່ານ​ຫີນແຫ່ງ​ນຶ່ງ ​ແມ່ນ​ກຽມ​ຈະເປີດ​ໃຊ້​ໃນ​ໄວໆ
​ນີ້ ​ເພື່ອ​ຕອບສະໜອງ ຄວາມຮຽກຮ້ອງ​ຕ້ອງການ ທີ່​ເພີ້​ມຂຶ້ນ​ນັບ​ມື້​ນັ້ນ ​ເຖິງ​ແມ່ນ​ບັນດາ​ຜູ້​
ຊ່ຽວຊານ​ກ່າວ​ວ່າ ລາຍ​ງານການຕີ​ລາຄາ​ຜົນ​ກະທົບ ບໍ່​ຄົບ​ຖ້​ວນສົມບູນ​ກໍ​ຕາມ.

ທ່ານນາງເຈນ​ຈິຣາ ​ເສນພົງ ນັກ​ເຄື່ອນ​ໄຫວກຸ່ມ​ພິທັກ​ສິ່ງ​ແວດ​ລ້ອມ Greenpeace ກ່າວ
ວ່າ ​ພາກສ່ວນພະລັງງານຂອງ​ໄທ ​ແມ່​ນເຕັມ​ໄປ​ດ້ວຍ​ໂຄງການໃຕ້​ໄຟ ​ເຜົາ​ຜານ​ທຳ​ມະ
​ຊາດ​ຂະໜາດໃຫຍ່​ ​ໂດຍ​ບໍ່​ຄຳນຶງ​ເຖິງ ຫລື​ບໍ່​ເອົາ​ຫົວຊາ​ຕໍ່ ສິ່ງ​ແວດ​ລ້ອມ ຫລື ສຸຂະພາບ ຂອງປະຊາຊົນ.

ທ່ານນາງ ​ເຈນ​ຈີຣາ ​ເສນພົງ ກ່າວວ່າ “ມັນ​ສະ​ແດງ​ໃຫ້​ເຫັນ​​ເຖິງ ຄວາມ​ລົ້ມ​ແຫລວ​
ຢ່າງ​ໃຫຍ່ ຂອງ
ຂັ້ນຕອນທັງ​ໝົດ ຂອງ​ການ​ເຮັດລາຍ​ງານຜົນ​ກະທົບ​ຕໍ່ສິ່ງ​ແວດ​
ລ້ອມ
. ​ເກາະ​ກຣະບີ ​ແມ່ນ​ເປັນ​ໂຕ​ຢ່າງ​ອັນ​ສຳຄັນໃນທັງ​ໝົດປະ​ເທດ​. ສອງລາຍ​
ງານ
ທີ່​ເຮັດ​ຂຶ້ນ​ນັ້ນ​ ແມ່ນມີ​ຫລາຍກວ່າ 1000 ໜ້າ ​ແຕ່​ກໍ​ບໍ່​ໄດ້​ສະໜອງວີ​ທີ​ແກ້​
ໄຂ​ໃດໆ​
ຕໍ່ບັນຫາຜົນ ກະທົບ​ຕໍ່ສຸຂະພາບ​ແລະສິ່ງ​ແວດ​ລ້ອມ ທີ່​ຊາວ​ກຣະບີ
ອາດ​ຈະ​ປະ​ເຊີນ.”

​ຢູ່ເກາະລັນ​ຕາ ​ໃກ້ໆ​ກັນ​ນັ້ນ ພວກ​ຊາວ​ເກາະມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ​ການ​ສັນຈອນ
ທີ່​ຄາດ​ວ່າ ຈະ​ມີ​ເພີ້​ມຂຶ້ນ​ຂອງ​ພວກເຮືອ​ຂົນ​ສົ່ງຖ່ານ​ຫີນ ຈາກອິນ​ໂດ​ເນ​ເຊຍ.

ທ້າວປະວາ ຊຳ​ຫລາຍ ຊາວ​ປະມົງ​ເກົ່າ​ແກ່ ກ່າວ​ວ່າ ປະຊາ​ຄົມ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​
ກັບຄວາມ​ເສຍ​ຫາຍ​ທີ່​ອາດ​ສາມາດ​ເກີດ​ຂຶ້ນ​ໄດ້ ຈາກ​ມົນ​ລະ​ພິດ​ ແລະ​ເຮືອ​ຫລົ້​ມ ​ແຕ່​ວ່່າ
ບັນດາ​ເຈົ້າ​ໜ້າ​ທີ່​ໄດ້ໄປຢ້ຽມ ຢາມ​ເກາະ ພຽງ​ແຕ່​ເທື່ອ​ດຽວ ແລະ​ກໍ​ບໍ່​ໄດ້ໃຫ້ການ​ຄຳ້ປະ​
ກັນຫຍັງ​ຫລາຍ.

ທ້າວປະວາ ຊຳ​ຫລາຍ ຊາວ​ປະມົງ​ ທ້ອງຖິ່ນກ່າວວ່າ : “ຖ້າ​ຫາກ​ພະລັງງານ​ຖ່ານ​ຫີນ​
ເກີດ​ຂື້ນ​ມາ ​ແລະ​ບັນດາເຮືອ​ຂົນ​ສົ່ງຜ່ານ​ໄປມານຳ​ເອົາ​ຖ່ານ​ຫີນ ​ມັນ​ຈະ​ທຳ​ລາຍ
ຫ້າງ​ຈັບປາ ທີ່​ພວກ​ເຮົາ​ວາງ​ໄວ້​ຢູຕາມ​ສາຍ​ທາງ. ຖ້າ​ຫາກເກີ​ດມີ​ບໍ່ຖ່ານ​ຫີນ ມັນ​
ຈະສ້າງ​ຄວາມ​ເສຍ​ຫາຍ​ທີ່​ສຳຄັນຕໍ່​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ ​ເພາະວ່າ​ມັນ​ເປັນ​
ວຽກ​ການ​ອັນ​ດຽວ​ທີ່​ພວກ​ເຮົາ​ມີ.”

​ຍ້ອນວ່າ​ ກົດໝາຍ​ຫ້າມ​ການ​ປະ​ທ້ວງຂະໜາດ​ໃຫຍ່​ ​ຢູ່​ໃນ​ປະ​ເທດ ທີ່ນຳພາໂດຍ​ທະ
ຫານນັ້ນ ຈຶ່ງ​ໄດ້​ມີ​ການ​ຊອກ​ຫາວິ​ທີ​ທາງ​ແບບ​ມີ​ຫົວຄິດປະດິດ​ສ້າງ ​ເພື່ອ​ອອກສຽງ​ສະ​
ແດງ​ການ​ຄັດຄ້ານ ​ເຊັ່ນ​ຈັດ​ງານ​ສະ​ແດງ​ດົນຕີ​ຂຶ້ນ.

​ຢູ່​ໃນ​ການ​ເຕົ້າໂຮມ​ກັນ​ຫວ່າງ​ມໍ່ໆ​ມາ​ນີ້ ບັນດາ​ນັກ​ເຄື່ອນ​ໄຫວ​ທ້ອງ​ຖິ່ນ ພ້ອມດ້ວຍ​ບັນດາ​
ນັກ​ທ່ອງ​ທ່ຽວ ​ແລະ​ຜູ້​ທີ່​ຢູ່​ນອກ​ປະ​ເທດ ຮວມທັງ​ນັກ​ສິນລະປິນ​ແຫ່ງ​ຊາດ ທ່ານແສງ ທຳ
​ມະ​ດາ. ບັນດາ​ນັກ​ເຄື່ອນ​ໄຫວ​ທ້ອງ​ຖິ່ນ ພ້ອມທັງ​ນັກ​ທ່ອງ​ທ່ຽວ ​ແລະ​ຊາວ​ຕ່າງປະ​ເທດ​ທີ່​
ອາ​ໄສ​ຢູ່​ໃນເກາະ ຮວມທັງ​ນັກ​ສິນລະປິນ​ແຫ່ງ​ຊາດ ທ່ານແສງ ທຳ​ມະ​ດາ ​ໄດ້​ມາ​ຮ່ວມ​ແຮງ
​ຮ່ວມ​ໃຈ​ກັນ​ສະ​ແດງ​ການ​ຄັດຄ້ານ ​ໃນ​ງານ​ນຶ່ງ​ທີ່​ຈັດ​ຂຶ້ນ​ເມື່ອ​ໄວໆ​ມາ​ນີ້.

ທ່ານ​ແສງ ທຳມະ​ດາ ກ່າວ​ວ່າ “ພວກ​ບໍລິສັດໄຟຟ້າ​ທັງຫລາຍ ​ໄດ້ທຳລາຍ​ສິ່ງ
ແວດ​ລ້ອມ​ໃນ​ຫລາຍໆ​ດ້ານ ເພື່ອ​ຫາ​ເງິ​ນ ​ແລະ​ເພື່ອ​ໃຫ້​ມີ​ອຳນາດຫລາຍ​ຂຶ້ນ.
ຂ້າພະ​
ເຈົ້າ​ເປັນພຽງແຕ່ ນັກ​ດົນຕີນ້ອຍໆ ​ຄົນ​ນຶ່ງ. ຂ້າພະ​ເຈົ້າ ບໍ່​ມີ​ອຳນາດ
ຄືກັນ​ກັບເຂົາ​ເຈົ້າ ​ແຕ່​ວ່າ​ສິ່ງທີ່​ຂ້າພະ​ເຈົ້າ​ສາມາດເຮັດ​ໄດ້ນັ້ນ​ ກໍ​ຄື​ຂຽນ​ເພງ
ເພື່ອ​ສ້າງ​ຄວາມ​ຕື່ນ​ຕົວ ​ໃຫ້​ແກ່​ຄົນ
ລຸ້ນຕໍ່​ໄປ."​

​ໃນ​ຂະນະ​ທີ່ຄວາມ​ຮຽກຮ້ອງ​ຕ້ອງການ​ໄຟຟ້າ​ຂອງ ປະ​ເທດ​ໄທ​ ເພີ້​ມທະວີ​ຂຶ້ນ​ນັ້ນ ກໍຄົງ
​ຈະຕ້ອງ​ໄດ້​ລໍຖ້າ​ເບິ່ງ​ກັນ​ວ່າ ຄວາມ​ເສຍ​ຫາຍທີ່​ແທ້​ຈິງ ຕໍ່​ຜືນ​ແຜ່ນດິນ​ແລະ​ປະຊາຊົນ​ໄທ
​ນັ້ນ ຈະເປັນ​ແນວ​ໃດ ກັນ​ແທ້?

ເບິ່ງວີດີໂອພາສາລາວ ກ່ຽວກັບແຜນການເປີດ ໂຮງງານໄຟຟ້າຖ່ານຫິນ ຄືນໃໝ່:

(( TITLE: Thailand Energy Environment (TV)
HEAD: Is Thailand Risking Its Natural Beauty to Meet Its Soaring Energy Needs?

[[Thailand's appetite for more electricity has led to the construction of new dams along the Mekong river to the north and in the south, new coal plants near the country's famous beaches. Steve Sandford reports on the debate over a proposed coal plant in a so-called "green zone."]]

Here in tropical Bangkok, the city's extravagant, air-conditioned malls attract big crowds. But they come at a cost.

Recent studies show that electrical consumption from some of the Thai capital's biggest malls exceeds entire provinces in the country.

Meanwhile, in the pristine wetlands of South Thailand, a coal - fired plant is set to re-open to meet rising demand despite experts saying the impact assessment reports are incomplete.

Greenpeace environmentalist Chenjira Senphong says Thailand's energy sector is green-lighting massive projects without regard for the environment or health of the people.

((CHENJIRA SENPHONG, GREENPEACE ACTIVIST (in Thai) ))
"It shows a major failure of the whole process of completing environmental impact reports. Krabi is prime example within the whole country. There are over 1000 pages of the two reports that do little to provide any solutions to the health and environmental impacts the Krabi people could face."

On the nearby island of Koh Lanta, residents are worried about the expected increased coal barge traffic from Indonesia.

Longtime fisherman Pawa Sumlai says the community is concerned about the potential damage from pollution and shipwrecks -- but officials have only visited the island once and provided few reassurances.

((PAWA SUMLAI, LOCAL FISHERMAN (in Thai) ))
"If the coal power plant comes and the barges pass by in and out carrying coal it will damage the fishing traps that we lay down along the route. If the coal comes, it will have major damage for our living because it is the only work we have."

Because of laws forbidding large demonstrations in the military-led country, more creative methods are sought out to voice opposition.

At a recent gathering, local activists joined alongside tourists and expats, including national artist Saeng Thammada.

SAENG THAMMADA, POPULAR THAI MUSICIAN (in Thai) ))
"The power companies destroy the environment in many ways to make money and gain more power. I am just a small musician. I don't have power like them but what I can do is write the music to raise awareness for the next generation."

As Thailand's demand for electricity increases, it remains to be seen what the true cost will be for the land - and the people.

((STEVE SANDFORD REPORTING FOR VOA FROM KHO LANTA, THAILAND))

XS
SM
MD
LG