ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ກ່າວວ່າ ກຸ່ມລັດອິສລາມ ສູນເສຍດິນແດນ ຫຼັງຈາກ ການໂຈມຕີທາງອາກາດ


US Officials: IS Militants Losing Territory After Strikes
please wait

No media source currently available

0:00 0:02:49 0:00

ເຈົ້າໜ້າທີ່ຂອງກອງທັບສະຫະລັດກ່າວວ່າ ພວກຫົວຮຸນແຮງຈາກ
ກຸ່ມລັດອິສລາມໄດ້ສູນເສຍຫຼາຍກວ່ານຶ່ງສ່ວນສີ່ ຂອງດິນແດນທີ່
ຕົນຍຶດມາໄດ້ໃນລະຫວ່າງການບຸກໂຈມຕີເພື່ອສ້າງຕັ້ງອານາຈັກ
ຂອງສາສະໜາອິສລາມຫລື Caliphate ຂຶ້ນມາ. ເຈົ້າໜ້າທີ່ປ້ອງ ກັນປະເທດຄົນນຶ່ງຂອງສະຫະລັດກ່າວວ່າ ນີ້ແມ່ນເປັນຜົນເນື່ອງ ມາຈາກການດຳເນີນຄວາມພະຍາຍາມຮ່ວມ ທັງການໂຈມຕີທາງ ອາກາດຂອງພວກແນວໂຮມແລະການບຸກໂຈມຕີທາງພາກພື້ນດິນ
ຂອງກຳລັງອີຣັກ. Zlatica Hoke ມີລາຍງານເພີ້ມຕື່ມ ກ່ຽວກັບ
ເລື້ອງນີ້ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.

ແຜນທີ່ໃໝ່ ທີ່ນຳອອກເຜີຍແຜ່ ໂດຍທຳນຽບຫ້າແຈ ສະແດງໃຫ້ເຫັນວ່າ ກຳລັງຂອງອີຣັກ ສາມາດຢຶດດິນແດນທີ່ສຳຄັນໆຄືນມາໄດ້ໃນພາກເໜືອຂອງປະເທດ ໃກ້ກັບເມືອງ Tikrit
ພູ Sinjar ແລະເຂື່ອນ Mosul.

ໂຄສົກ ຂອງທຳນຽບຫ້າແຈ ທ່ານ Steve Warren ກ່າວຕໍ່ໂທລະພາບ Alhurra ໃນວັນ ຈັນຜ່ານມານີ້ວ່າ ກຸ່ມລັດອິສລາມໄດ້ສູນເສຍການຄວບຄຸມດິນແດນຕ່າງໆ ທີ່ຕົນຢຶດໄດ້
ນັບແຕ່ເດືອນສິງຫາປີກາຍນີ້ເປັນຕົ້ນມາ ເກືອບ 15,000 ຕາລາງກິໂລແມັດ.

ທ່ານ Warren ກ່າວຕໍ່ໂທລະພາບ Alhurra ວ່າ “ທີ່ເມືອງ Tikrit ດັ່ງທີ່ ພວກທ່ານຮູ້ ພວກເຮົາໄດ້ສະຫຼຸບການປະຕິບັດງານ ທີ່ປະສົບຜົນສຳເລັດຫຼາຍ ເພື່ອປົດປ່ອຍ ເມືອງດັ່ງກ່າວຈາກກຸ່ມລັດອິສລາມ ແລະການປະຕິບັດງານນັ້ນ ສ່ວນໃຫຍ່ແລ້ວ ແມ່ນປະສົບ ກັບຄວາມສຳເລັດ. ມີບາງເຂດນ້ອຍໆ ຂອງເມືອງ Tikrit ຍັງເປັນ ເຂດທີ່ີມີການສູ້ລົບຍາດແຍ່ງກັນຢູ່ ຕົ້ນຕໍແລ້ວກໍຍ້ອນວ່າ ກຸ່ມລັດອິສລາມໄດ້ປະ ກັບດັກໄວ້ເປັນຈຳນວນຫຼວງຫຼາຍ ປະລະເບີດທີ່ເຮັດຂຶ້ນເອງໄວ້ຈຳນວນຫລວງ ຫຼາຍແລະບາງທີອາດຍັງມີພວກນັກລົບ ພວກມືປືນດັກຍິງຈຳນວນນຶ່ງຢູ່ໃນເຂດ ກ້ຳເໜືອຂອງເມືອງ Tikrit.”

ທ່ານ Warren ກ່າວວ່າ ການດຳເນີນຄວາມພະຍາຍາມເພື່ອຂັບໄລ່ກຸ່ມລັດອິສລາມໃນ ຊີເຣຍນັ້ນ ບໍ່ຄ່ອຍປະສົບຄວາມສຳເລັດພໍເທົ່າໃດ.

ທ່ານ Warren ກ່າວຕໍ່ໂທລະພາບ Alhurra ວ່າ “ໃນຊີເຣຍ ກຸ່ມລັດອິສລາມ ໄດ້ປະ ສົບຄວາມສຳເລັດທີ່ນ້ອຍໆຈຳນວນນຶ່ງ ຢູ່ນະຄອນດາມັສກັສ ແລະເຂດນ້ອຍໆ ຢູ່ທາງພາກໃຕ້ຂອງປະເທດແລະທີ່ເມືອງ Aleppo ແຕ່ກຸ່ມລັດອິສລາມກໍໄດ້ສູນ ເສຍພື້ນທີ່ໃນຊີເຣຍຄືກັນໂດຍສະເພາະແລ້ວໃນເຂດອ້ອມແອ້ມເມືອງ Kobani. ຂໍ້ແຕກຕ່າງກໍມີຢູ່ວ່າໃນອີຣັກກຳລັງທາງອາກາດຂອງແນວໂຮມແມ່ນໄດ້ຮັບການ ສະໜັບສະນຸນ ໂດຍພວກທະຫານ ຂອງກຳລັງຮັກສາຄວາມສະຫງົບອີຣັກ ທີ່ກ້າ ຫານທັງຫຼາຍ.”

ເຈົ້າໜ້າທີ່ທຳນຽບຫ້າແຈກ່າວວ່າ ຍຸດທະສາດຂອງພວກແນວໂຮມກໍຄືປ້ອງກັນບໍ່ໃຫ້ພວກ ຫົວຮຸນແຮງສາມາດສ້າງຕັ້ງບ່ອນຫລົບລີ້ໄດ້ ຢູ່ໃນຊີເຣຍ ຂະນະທີ່ຂັບໄລ່ພວກເຂົາອອກ ໄປຈາກອີຣັກ.

ພວກນັກວິເຄາະບາງຄົນ ກ່າວວ່າ ການທົດສອບທີ່ສຳຄັນ ໃນການສູ້ລົບກັບກຸ່ມລັດອິສ
ລາມນີ້ ກໍຈະແມ່ນຢູ່ທີ່ເມືອງ Mosul ແລະແຂວງ Anbar ຊຶ່ງປະຊາຊົນສ່ວນໃຫຍ່ນັບຖື ສາສະໜາອິສລາມນິກາຍຊຸນນີ່ນັ້ນ.

ທ່ານ Brian Katulis ຈາກສູນກາງ ເພື່ອຄວາມກ້າວໜ້າ ຂອງຊາວອາເມຣິກັນ ກ່າວວ່າ “ໃຜຮູ້ລະເວລາໃດເລື້ອງນັ້ນ ຈຶ່ງຈະເກີດຂຶ້ນອີຫລີ ຍ້ອນວ່າຖ້າອີຣັກຕ້ອງການຢາກເຮັດ ໃຫ້ເລື້ອງນີ້ຖືກຕ້ອງແລ້ວກໍບໍ່ຄວນຮ່ວມມືກັບກຳລັງທະຫານບ້ານຊີໄອທ໌. ພວກເຂົາບໍ່ສາ ມາດທີ່ຈະເຂົ້າໄປໃນເຂດຄຸ້ມຕ່າງໆ ທີ່ນັບຖືນິກາຍຊຸນນີ່ ແລະບໍ່ເອົາຫົວຊາວ່າ ມັນຈະມີ
ຜົນກະທົບແບບໃດຕໍ່ປະຊາຄົມເຫຼົ່ານີ້.

ທ່ານ Ban Ki-moon ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ສັນລະເສີນການ ປົດປ່ອຍເມືອງ Tikrit ແຕ່ຂະນະດຽວກັນ ກໍສະແດງຄວາມຕື່ນຕົກໃຈ ຕໍ່ລາຍງານຂ່າວ ການລະເມີດສິດທິມະນຸດແລະການທຳລາຍຊັບສິນ ໂດຍພວກທະຫານບ້ານທີ່ສູ້ລົບຄຽງ ບ່າຄຽງໄຫລ່ກອງກຳລັງອີຣັກ.

ວິທີນຶ່ງທີ່ສາມາດປ້ອງກັນບໍ່ໃຫ້ມີການກໍ່ຄວາມຮຸນແຮງຂຶ້ນຢູ່ໃນເຂດຕ່າງໆທີ່ຖືກປົດປ່ອຍ ຈາກກຸ່ມລັດອິສລາມ ກໍຄືສ້າງຕັ້ງກຳລັງທະຫານ ໃນເຂດທ້ອງຖິ່ນຂຶ້ນ ເພື່ອປົກປ້ອງພວກ ຊົນກຸ່ມນ້ອຍຫຼືປະຊາຄົມສາສະໜາຂອງພວກເຂົາເຈົ້າ.

ທ່ານ Michael O’Hanlon ຈາກສະຖາບັນ Brookings ກ່າວວ່າ “ທີ່ຈິງແລ້ວ ອີຣັກບໍ່
ມີສິ່ງນັ້ນເລີຍໃນເວລານີ້ ແລະວິທີທາງໃນປັດຈຸບັນ ກໍເບິ່ງຄືວ່າ ແມ່ນພວມພະຍາ ຍາມ ແລະຫາທາງສ້າງຕັ້ງກອງກຳລັງ ທີ່ປະກອບດ້ວຍຫຼາຍສາສະໜາ ຫຼາຍຊົນ ຊາດຊົນເຜົ່າ ທີ່ເປັນກອງທັບແຫ່ງຊາດອັນແທ້ຈິງແລະຈະສົ່ງໄປປະຈຳການ ແຕ່ ບ່ອນໃດ ຫາບ່ອນໃດກໍໄດ້ ຢູ່ພາຍໃນອີຣັກ.”

ພວກຫົວຮຸນແຮງ ຍັງສືບຕໍ່ຄວບຄຸມຫຼາຍເຂດໃຫຍ່ໆ ຢູ່ໃນພາກເໜືອຂອງອີຣັກຮວມທັງ ໂຮງກັ່ນນ້ຳມັນຫຼາຍໆແຫ່ງ ທີ່ຊ່ອຍສະໜັບສະໜຸນ ທາງດ້ານການເງິນ ຕໍ່ການປະຕິບັດ ງານຂອງພວກເຂົາຢູ່ໃນເວລານີ້.

Iraqi PM Seeks More US Help in Islamic State Fight
please wait

No media source currently available

0:00 0:02:35 0:00

U.S. military officials say Islamic State militants have lost more than one-quarter of the territory they had gained in their campaign to create an Islamic caliphate.A U.S. defense official Monday said this is the result of a combined effort of coalition air strikes and a ground operation by Iraqi armed forces.Zlatica Hoke has more.

A new map released by the Pentagon shows that Iraqi forces regained key territories in the north, near Tikrit, Sinjar Mountain and the Mosul Dam.

Pentagon spokesman Steve Warren told Alhurra television Monday that Islamic State lost control of nearly 15,000 square kilometers of the territory it had captured since last August.

"In Tikrit, as you know, we are concluding a very successful operation to liberate that city from the clutches of Daesh ((Islamic State)), and that operation has been largely successful.There are small parts of Tikrit which remain somewhat contested, primarily because Daesh left so many booby traps, so many IEDs ((improvised explosive device)) and perhaps a few fighters, snipers and such that remain really only in the northern portion of Tikrit."

Efforts to push back Islamic State in Syria have been less successful, Warren said.

"In Syria, ISIL has had some small gains in the city of Damascus and a little bit in the south, also a little bit in Aleppo, but ISIL has also lost some ground in Syria as well, particularly around Kobani. The difference is that in Iraq, the coalition air power is being supported by the brave soldiers of the Iraqi security forces."

The Pentagon official said the coalition strategy is to prevent the militants from creating a safe heaven in Syria while pushing them out of Iraq.

Some analysts say the real test in this battle against Islamic State will be in predominantly Sunni areas of Mosul and Anbar province.

"Who knows when that will actually happen because if Iraq wants to do this right, it can't do it with Shia militias. It can't go into neighborhoods that are predominantly Sunni (Muslim) and run roughshod over these communities."

United Nations chief Ban Ki-moon welcomed the liberation of Tikrit, but expressed alarm at the reports of human rights violations and destruction of property perpetrated by militias fighting alongside Iraqi forces.

One way to prevent ethnic violence in areas freed from Islamic State is to form local army units to defend their own ethnic or religious communities.

Iraq doesn't really have that now.And the current approach seems to be to try and create this ecumenical, multi-ethnic army that is a truly national force and will deploy from anywhere to anywhere within Iraq."

The militants still control large swaths of northern Iraq, including many oil refineries that help finance their campaign.

XS
SM
MD
LG