ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ອີຣັກ ຍັງບໍ່ສາມາດ ຢຶດເອົາ ເມືອງ Tikrit ຄືນມາ ຈາກ ພວກກະບົດ (ສະໄລດ໌/ວີດີໂອ)


Ukrainians wearing traditional costumes sing Kolyadky or Ukrainian Christmas Carols, as a part of Orthodox Christmas in Kyiv.
Ukrainians wearing traditional costumes sing Kolyadky or Ukrainian Christmas Carols, as a part of Orthodox Christmas in Kyiv.

ກອງທັບ​ອີຣັກ ກ່າວ​ວ່າ ຕົນ​ໄດ້​ເລີ້ມ​ປະຕິບັດ​ການບັ້ນ​ນຶ່ງ ​ເພື່ອ
ບີບ​ບັງ ຄັບ​ໃຫ້ ພວກ​ນັກ​ລົບ​ຈາກ​ກຸ່ມລັດ​ອິສລາມ ​ຖອຍອອກ​
ໄປ​ຈາກ​ເມືອງ Tikrit ຢູ່​ພາກ​ເໜືອ​ຂອງ​ອີຣັກ.

​ບັນດາເຈົ້າໜ້າ​ທີ່ ກ່າວ​ວ່າ​ ການບຸກ​ໂຈມ​ຕີ ​ໄດ້​ເລີ້ມ​ຂຶ້ນ​ໃນ​ຕອນ
​ເຊົ້າວັນ​ອັງຄານ​ມື້​ນີ້ ​ເພື່ອ​ຢຶດ​ເອົາ​ເມືອງ​ Tikrit ຄືນ ຊຶ່ງ​ເປັນ​ບ້ານ
ເກີດ​ເມືອງ​ນອນ ຂອງ Saddam Hussein ​ມື້​ລາງ​ປະທານາທິ
ບໍດີ​ອີຣັກນັ້ນ.

ຂ່າວ​ດັ່ງ​ກ່າວ​ນີ້ ​ມີຂຶ້ນນຶ່ງມື້ ຫຼັງຈາກ​ກອງທັບ​ສະຫະລັດໄດ້​ຊ່ວຍ
​ເຫຼືອ ກຳລັງ​ອີຣັກ​ແລະ​ກຳລັງຊາວເຄີ​ດ ຢຶດເອົາ​ເຂື່ອນ​ຍຸດ​ທະ​ສາດ​ທີ່​ສຳຄັນ ແຫ່ງນຶ່ງຢູ່ພາກ ​ເໜືອຂອງປະເທດ ຄືນມາຈາກ​ພວກ​ຫົວ​ຮຸນ​ແຮງຊຸນ​ນີ່.

ປະທານາທິບໍດີບາຣັກ ໂອ​ບາ​ມາ ກ່າວ​ວ່າ ​ຖ້າ​ພວກ​ຫົວ​ຮຸນ​ແຮງຫາກ ທຳການລະເບີດ
ເຂື່ອນ Mosul ມັນ​ກໍຈະພາ​ໃຫ້​ເກີດ​ນ້ຳ​ຖ້ວມ ທີ່​ສ້າງ “ຄວາມ​ຫາ​ຍະ​ນະ” ​ໃຫ້​ແກ່​ພາກ​
ເໜືອ​ຂອງ​ອີຣັກ ຊຶ່ງ​ຈະ​ສັງຫານຫຼາຍພັນ​ຄົນ.

ແຜນທີ່ ເມືອງ Mosul ໃນປະເທດອີຣັກ
ແຜນທີ່ ເມືອງ Mosul ໃນປະເທດອີຣັກ

ຢູ່ ​ໃນ​ຄຳ​ຖະ​ແຫລ​ງອັນ​ສັ້ນໆທີ່ທຳນຽບຂາວນັ້ນ ທ່ານ​ໂອ​ບາ​ມາ
ກ່າວວ່າ ສະຫະລັດ ພວມມອງ ເຫັນ​ຄວາມ​ກ້າວໜ້າ​ທີ່ສຳຄັນ​ໃນ​
ອີຣັກ ຈາ​ກການຊ່ວຍ​ກົດ​ດັນ ​ພວກ​ກໍ່​ການ​ຮ້າຍ​ໃຫ້ ຖອຍ​ອອກ​
ໄປ ແລະສະໜອງອາວຸດ ​ແລະ​ການຊ່ວຍ​ເຫຼືອຕ່າງໆ ແກ່ກຳລັງ​
ຂອງຊາວເຄີ​ດ ​ແລະ​ອີຣັກ.

ທີ່​ນະຄອນ​ເຈ​ນີວາ ອົງການ​ຊ່ວຍ​ເຫລືອ​ອົບ​ພະຍົບຂອງ​ສະຫະ​
ປະຊາ​ຊາດ ກ່າວ​ວ່າ ຕົນ​ກຳລັງ ​ກະກຽມ ສຳ​ຫລັບ​ການ​ປະຕິບັດ
​ການ​ຂະໜາດ​ໃຫຍ່ ​ເພື່ອ​ສະໜອງ​ການ​ຊ່ວຍ​ເຫລືອ ​ໃຫ້​ແກ່​ປະຊາ
ຊົນ 5 ​ແສນ​ຄົນ​ທີ່ ຕ້ອງ​ໄດ້​ຫຼົບໜີ​ຈາກ​ບ່ອນຢູ່​ອາ​ໄສ​ຂອງ​ເຂົາ​ເຈົ້າ ​ໃນ​ພາກ​ເໜືອ​ຂອງ​ອີຣັກນັ້ນ​.

ທຳນຽບຫ້າ​ແຈກ່າວ​ວ່າ ຕົນ​ໄດ້​ທຳການ​ໂຈມ​ຕີ​ທາງ​ອາກາດ 15 ຄັ້ງ​ໃນ​ວັນ​ຈັນ​ວານ​ນີ້ ​ຕໍ່ພວກ ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່​ໃກ້ໆ​ກັບ​ເຂື່ອນ ​ແລະ ໄດ້ທຳລາຍ​ທີ່ໝັ້ນຕ່າງໆ ພ້ອມ​ດ້ວຍ​ອາວຸດ​ຍຸດ​ໂທ​ຕ່າງໆ​ຂອງ​ພວກ​ເຂົາ​ ນຳດ້ວຍ.

IRAQ VOSOT
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG