ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳລັງອີຣັກ ຍຶດໄດ້ຄືນ ໂຮງກັ່ນນ້ຳມັນໃຫຍ່ສຸດ ທີ່ເມືອງ Baiji


ໂຮງກັ່ນນ້ຳມັນ Baiji ຂອງອີຣັກ
ໂຮງກັ່ນນ້ຳມັນ Baiji ຂອງອີຣັກ

ກຳລັງ​ຂອງ​ອີຣັກໄດ້​ເຂົ້າ​ໄປ​ ແລະ​ຍຶດຄືນ​ໂຮງ​ກັ່ນ​ນ້ຳມັນ​ແຫ່ງ​
ໃຫຍ່​ທີ່ສຸດ​ຂອງ​ປະ​ເທດ ຈາກ​ກຸ່ມ​ລັດ​ອິສລາມ​ ​ໄດ້​ແລ້ວ.

​ໂຄສົກ​ປະຈຳ​ກຸ່ມ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ
ທີ່​ທຳ​ການ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ ກ່າວ​ວ່າ ພວກ​ທະຫານ​ໄດ້
​ຍຶດ​ເອົາ​ໂຮງ​ກັ່ນ​ນ້ຳມັນ Baiji​ ແລະເຂດ​ອ້ອມ​ແອ້ມທັງ​ໝົດ
ໃນເວລາ​ປະມານຕອນ​ທ່ຽງ​ວັນ​ເສົາ​ວານ​ນີ້. ​ແຕ່​ບັນດາ​ເຈົ້າ
​ໜ້າ​ທີ່​ໃນ​ແຂວງ Salahuddin ບ່ອນ​ທີ່​ໂຮງ​ກັ່ນ​ນ້ຳມັນ​ຕັ້ງ​ຢູ່
ນັ້ນ ກ່າວ​ວ່າ ການ​ສູ້​ລົບ​ຍັງດຳ​ເນີນ​ສືບ​ຕໍ່​ມາ​ຢູ່​ບາງ​ແຫ່ງ ​ອ້ອມ​
ແອ້ມ​ໂຮງ​ກັ່ນ​ນ້ຳມັນ​ນັ້ນ.

ພວກ​ກະບົດ​ໄດ້​ທຳ​ການໂຈມ​ຕີ​ໂຮງ​ກັ່ນ​ນ້ຳມັນ​ທີ່​ເມືອງ Baiji ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນ
ຫຼວງ​ແບກ​ແດັດ 250 ຫຼັກ​ກິ​ໂລ​ແມັດ​ໄປ​ທາງ​ທິດ​ເໜືອ ​ເປັນ​ເວລາ​ຫຼາຍ​ມື້​ເມື່ອໜຶ່ງ​ອາທິດ​ຜ່ານ​ມາ. ພວກ​ກະບົດໄດ້​ຍຶດ​ເອົາ​ສະຖານ​ທີ່​ຫຼາຍ​ແຫ່ງ ຮວມທັງ​ບ່ອນ​ເກັບ​ມ້ຽນ​ລົດ​ຖັງ​
ສະຖາ​ບັນ​ເຕັກນິກ ​ແລະ​ຈຸດແຈກ​ຈ່າຍ​ນ້ຳມັນແຫ່ງ​ໜຶ່ງ.

​ໂຮງ​ກັ່ນ​ນ້ຳມັນ Baiji ຜະລິດ​ນ້ຳມັນ​ໄດ້​ປະມານ 175 ພັນ​ຖັງ ​ຕໍ່​ມື້ ກ່ອນ​ຖືກ​ປິດ​ລົງ​ໃນ​ເດືອນ​ມິຖຸນາ​ປີ​ແລ້ວ​ນີ້ ​ເວລາ​ພວກ​ກຸ່ມ​ລັດອິສລາມ ​ເຂົ້າ​ຍຶດ​ເອົາ ​ໃນ​ເວລາ​ດຽວ​ກັນ​ກັບທີ່ຍຶດ​ເອົາ​ເມືອງ Mosul.

ກຳລັງ​ຂອງ​ອິຣັກ​ໄດ້​ບຸກ​ເຂົ້າ​ຍຶດ​ເອົາ​ຄືນ​ ​ໃນ​ເດືອນ​ພະຈິກ ​ແຕ່​ກໍ​ເສຍຄືນ​ໃຫ້​ ພວກ​ລັດ​ອິສ
ລາມອີກ.

ກຳລັງ​ຂອງ​ອີຣັກ ​ແລະ​ພວກ​ກຳລັງ​ປະກອບ​ອາວຸດ​ນິກາຍ Shi’ite w ​ໄດ້​ເຮັດ​ໃຫ້​ກະບົດ​ກຸ່ມ​ລັດ​ອິສລາມ​ໄດ້​ຮັບ​ການ​ປາ​ໄຊ​ ​ຢ່າງ​ໜັກ​ໃນ​ເດືອນ​ນີ້ ​ໂດຍ​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ເມືອງ Tikrit ​ໄປ.

ກຸ່ມ​ລັດ​ອິສລາມ​ໄດ້​ໂຈມ​ຕີ​ຄືນ​ອີກ​ທີ່​ເມືອງ Baiji ​ແລະ​ໃນ​ແຂວງ Anbar ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ເຮັດ​ໃຫ້ປະຊາຊົນ​ໃນ​ຂົງ​ເຂດ ​ຫຼາຍ​ພັນ​ຄອບຄົວ​ຕ້ອງ​ຫຼົບໜີ ​ແລະເວລາ​ນີ້ ກຳລັງ​ຂົ່ມຂູ່​ທີ່​ຈະ​ຍຶດ​ເອົາ​ ຣາມາ​ດີ ເມືອງຫຼວງ​ຂອງ​ແຂວງ​ດັ່ງກ່າວ.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ເຈົ້າ​ໜ້າ​ທີ່​ປະຈຳ​ແຂວງທ່ານ​ໜຶ່ງ ກ່າວ​ວ່າ ກຳລັງ​ກອງໜຸນຫຼັງ​ພວມ​ເດີນ
ທາງ​ມາ ​ແລະວ່າ ​ເມືອງ​ດັ່ງກ່າວ​ບໍ່​ໄດ້​ຢູ່ໃນ​ອັນຕະລາຍແຕ່​ຢ່າງ​ໃດ.

XS
SM
MD
LG