ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳສູງສຸດ ຂອງ ອີຣ່ານ ເກືອດຫ້າມ ການເຈລະຈາໂດຍກົງ ກັບ ສະຫະລັດ


ຜູ້ນຳສູງສຸດຂອງ ອິຣ່ານ Ayatollah Ali Khamenei ຖະແຫຼງ
ໃນກອງປະຊຸມ ທີ່ນະຄອນ Tehran, ວັນທີ 17 ສິງຫາ, 2015.
ຜູ້ນຳສູງສຸດຂອງ ອິຣ່ານ Ayatollah Ali Khamenei ຖະແຫຼງ ໃນກອງປະຊຸມ ທີ່ນະຄອນ Tehran, ວັນທີ 17 ສິງຫາ, 2015.

ຜູ້ນຳສູງສຸດຂອງອິຣ່ານ Ayatollah Ali Khamenei ໄດ້ເກືອດ
ຫ້າມການເຈລະຈາໂດຍກົງກັບສະຫະລັດ ເພາະວ່າ ມັນເປັນ
“ຄວາມເສຍຫາຍທີ່ນັບບໍ່ໄດ້” ຕໍ່ຜົນປະໂຫຍດຂອງ ອິຣ່ານ.

ໃນການຖະແຫຼງຕໍ່ ຄະນະຜູ້ບັນຊາການໜ່ວຍພິທັກປະຕິວັດ
ໃນນະຄອນ Tehran ໃນວັນພຸດວານນີ້ວ່າ ການເຈລະຈາ
ໂດຍກົງກັບວໍຊີງຕັນ ເປີດໂອກາດໃຫ້ສະຫະລັດ “ແຊກຊຶມເຂົ້າ
ໃນ”
ສາທາລະລັດອິສລາມ.

ເຖິງແມ່ນວ່າ ທ່ານໄດ້ສະໜັບສະໜຸນການເຈລະຈາກັນ ໃນຮອບ 18 ເດືອນຜ່ານມາກໍຈິງ
ທ່ານ Khamenei ຍັງບໍ່ທັນໄດ້ໃຫ້ການສະໜັບສະໜຸນຢ່າງເປັນການເປີດເຜີຍຕໍ່ຂໍ້ຕົກລົງ ນິວເຄລຍ ທີ່ມີຄວາມສຳຄັນຄັ້ງປະຫວັດສາດຂອງ Tehran ກັບສະຫະລັດ ເຢຍຣະມັນ ຝຣັ່ງ ອັງກິດ ຈີນ ແລະຣັດເຊຍ ທີ່ໄດ້ແກ້ໄຂ ບັນຫາການປະເຊີນໜ້າກັນ ມາໄດ້ຫຼາຍກວ່າ ນຶ່ງທົດ
ສະວັດນັ້ນ.

ພວກຫົວແຂງກະດ້າງ ໄດ້ກ່າວຫາລັດຖະບານຂອງປະທານາທິບໍດີອິຣ່ານ ທ່ານ Hassan Rouhani ວ່າ ຊອກຫາຊ່ອງທາງເພື່ອຮື້ຟື້ນຄວາມສຳພັນກັບວໍຊີງຕັນ.

ນອກນັ້ນສະມາຊິກສະພາຫົວແຂງກະດ້າງ ຍັງໄດ້ຂົ່ມຂູ່ ທີ່ຈະທຳການຟ້ອງຮ້ອງລັດຖະມົນຕີ
ການຕ່າງປະເທດ ທ່ານ Mohammad Javad Zarif ທີ່ໄດ້ຈັບມືປະທານາທິບໍດີ Barrack Obama ໃນນະຄອນນິວຢ໊ອກ ເມື່ອເດືອນແລ້ວນີ້.

XS
SM
MD
LG