ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນບັນທຸກ ອີຣ່ານ ເຄື່ອນຍ້າຍໜີ ອອກຈາກທິດທາງ ໄປສູ່ເຢເມນ


ພະນັກງານຄົນນຶ່ງ ກຳລັງຫີ້ວຫີບອອກຈາກຕຶກເພພັງ ຈາກການຖີ້ມລະເບີດ.
ພະນັກງານຄົນນຶ່ງ ກຳລັງຫີ້ວຫີບອອກຈາກຕຶກເພພັງ ຈາກການຖີ້ມລະເບີດ.

ເຈົ້າ​ໜ້າ​ທີ່​ທະຫານ ສະຫະລັດ ຄົນ​ນຶ່ງກ່າວ​ໃນ​ວັນ​ພະຫັດ​ວານ​
ນີ້​ວ່າ ກຳ​ປັ່ນ​ບັນ ທຸກ​ຂອງອີຣ່ານທີ່​ອາດ​ນຳ​ເອົາ​ອາວຸດ​ໄປ​ໃຫ້​
ພວກ​ກະບົດ Houthi ​ຢູ່ໃນ​ປະ​ເທ​ດ Yemen ທີ່ພວມເກີດສົງ
ຄາມນັ້ນ ກຳລັງ​ເຄື່ອນ​ຍ້າຍ ​ໜີອອກ​ຈາກປະ​ເທ​ດດັ່ງ ກ່າວ.

​ເຈົ້າ​ໜ້າ​ທີ່ທີ່​ບໍ່​ປະສົງ​ອອກ​ຊື່ ກ່າວ​ວ່າ ນີ້ແມ່ນ “​ເປັນ​ຮ່ອງ​ຮອຍ
​ທີ່​ດີ."​

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ກ່າວ​ວ່າ ​ທຳນຽບຫ້າ​ແຈ ຈະ​ສືບຕໍ່​ຈັບ​ຕາ​
ເບິ່ງ​ກຳ​ປັ່ນ​ເຫຼົ່ານີ້ ​ຢ່າງ​ລະມັດລະວັງ.

ທຳນຽບຂາວກ່າວ​ວ່າ ​ຕົນໄດ້ເຫັນຫລັກ​ຖານ​ທີ່ວ່າ ອີຣ່ານ​ສົ່ງ​ອາ​ວຸດ​ໃຫ້​ແກ່ກະບົດ Houthi
ຂອງຊາວ Shi’ite ຢູ່​ໃນເຢ​ເມນ. ທຳນຽບຫ້າ​ແຈ ​ໄດ້​ສົ່ງ​ກຳ​ປັ່ນ​ລົບສະ ຫະລັດຫລາຍລຳ
​ໄປ​ຍັງນ່ານ​ນໍ້າເຢ​ເມນ ​ເພື່ອ​ຄໍ້າປະກັນ​ເສັ້ນທາງ​ເດີນເຮືອ ໃນ ເຂດປາກ​ອ່າວ​ທີ່​ສຳຄັນ​ນັ້ນ ​ຍັງ
ເປີດໃຊ້ຢູ່.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ ປະຕິ​ເສດ​ວ່າ ກອງທັບ​ເຮືອສະຫະລັດຢູ່​ທີ່​ນັ້ນ​ ແມ່ນ ເພື່ອສະກັດ
ກັ້ນກຳ​ປັ່ນອີຣ່ານ.

ຢູ່​ໃນ​ເຢ​ເມນ ເຮືອບິນລົບຂອງ​ກຳລັງ​ປະສົມ​ ພາຍໃຕ້ການນຳພາຂອງ ຊາ​ອຸ​ດີ ອາຣາ​ເບຍ
​ໄດ້​ທຳລາຍ​ເປົ້າໝາຍ​ພວກ​ກະບົດ​ ໃນ​ວັນ​ພະຫັດ​ວານ​ນີ້ ​ໃກ້​ກັບ​ທ່າ​ເຮືອເມືອງ Aden ໃນ
ພາກໃຕ້ຂອງປະເທດ.

ຊາ​ອຸ​ດີ ​ໄດ້​ປະກາດໃນ​ອາທິດ​ນີ້​ວ່າ ​ເຂົ້າ​ເຈົ້າ​ໄດ້​ເຊົາການໂຈມ​ທີ​ທາງ​ອາກາດຢ່າງ​ເປັນ​ທາງ​ການ ​ແຕ່​ວ່າ ຈະ​ເລີ້ມຖີ້ມລະ​ເບີດ​ຕື່ມ​ອີກ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ.

ການ​ໂຈມ​ຕີ​ທາງ​ອາກາດ​ເປັນ​ເວລາ​ນຶ່ງ​ເດຶຶອນ ​ໄດ້​ເຮັ​ດ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດ ຫລາຍ​ຮ້ອຍຄົນ ​ແລະ​ທຳລາຍ​ບ້ານ​ເຮືອນ ​ແຕ່ໂດຍ​ທົ່ວ​ໄປ​ແລ້ວ ບໍ່ສາມາດຕ້ານ ທານ​ການບຸກ
ຂອງພວກ​ກະບົດ Houthi ​ແລະ​ນຳ​ເອົາ ປະທານາທິບໍດີ Abd-Rabbu Mansour Hadi
ທີ່ໄດ້ຮັບການໜູນຫລັງຈາກປະເທດຕາເວັນຕົກນັ້ນ ກັບຄືນໄປສູ່​ເຢ​ເມນໄດ້.ປັດຈຸບັນ​ນີ້
ທ່າ​ນກຳລັງ​ລີ້​ໄພ​ ຢູ່ ຊາ​ອຸ​ດີ ອາຣາ​ເບຍ.

Yemen
please wait
Embed

No media source currently available

0:00 0:02:03 0:00

XS
SM
MD
LG