ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເບິ່ງຄືວ່າ ວັນເສັ້ນຕາຍ ສຳລັບການເຈລະຈາ ເລື້ອງນີວເຄລຍ ຂອງອີຣ່ານ ຈະຕໍ່ອອກໄປອີກ


ຈາກຊ້າຍ ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius, ທ່ານ John Kerry ລມຕ ສະຫະລັດ, ທ່ານນາງ Catherine Ashton ຫົວໜ້າວາງນະໂຍບາຍ ສະຫະພາບຢູໂຣບ , ລມຕ Philip Hammondແຫ່ງອັງກິດ ແລະທ່ານ Frank-Walter Steinmeier ລມຕ ເຢຍຣະມັນ ຖ່າຍຮູບຮ່ວມກັນ ຢູ່ບ້ານພັກຂອງເອກອັກຄະລັດຖະທູດອັງກິດ ທີ່ວຽນນາ ວັນທີ 23 ພະຈິກ 2014
ຈາກຊ້າຍ ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius, ທ່ານ John Kerry ລມຕ ສະຫະລັດ, ທ່ານນາງ Catherine Ashton ຫົວໜ້າວາງນະໂຍບາຍ ສະຫະພາບຢູໂຣບ , ລມຕ Philip Hammondແຫ່ງອັງກິດ ແລະທ່ານ Frank-Walter Steinmeier ລມຕ ເຢຍຣະມັນ ຖ່າຍຮູບຮ່ວມກັນ ຢູ່ບ້ານພັກຂອງເອກອັກຄະລັດຖະທູດອັງກິດ ທີ່ວຽນນາ ວັນທີ 23 ພະຈິກ 2014

ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ອີຣ່ານ ​ແລະ​ຂອງ 6 ປະ​ເທດ
​ມະຫາ​ອຳນາດ ​ໄດ້​ບັນລຸ​ຂໍ້​ຕົກລົງກັນໃນ​ມື້​ສຸດ​ທ້າຍ​ໃນ​ການ​ບັງຄັບ
​ຕົນ​ເອງ​ໃນ​ການ​ໂອ້​ລົມ​ກັນ​ມາ​ເປັນ​ເວລາ​ນຶ່ງ​ປີ ກ່ຽວ​ກັບ​ຂໍ້​ຕົກລົງ​
ກັນ​ຢ່າງຮອບດ້ານ ​ເພື່ອ​ຮັບປະກັ​ນວ່າ ​ໂຄງການ​ນີວ​ເຄລຍຂອງ​
ອີຣ່ານມີ​ວັດຖຸ​ປະສົງ​ໃນ​ທາງສັນຕິ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ທັງ​ສອງ​ຝ່າຍກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ
ພວກເຂົາ​ເຈົ້າ​ກຳລັງ​ພິຈາລະນາ​ແນວ​ຄິດ​ທີ່​ຈະ​ຕໍ່​ການ​ພົບ​ປະ​ເຈ
ລະຈາ​ທີ່​ນະຄອນ​ວຽນ​ນາ​ອອກ​ໄປ​ກາຍ​ວັນ​ຈັນ​ມື້​ນີ້ ​ເຊັ່ນ​ດຽວ​ກັນ​
ກັບທີ່​ພວກ​ເຂົາ​ເຈົ້າ​ໄດ້ເຮັດ​ມາ​ໃນ​ເດືອນ​ກໍລະກົດ​ແລ້ວ​ນີ້ ​ເວລາ
ວັນ​ກຳ​ນົດ​ເສັ້ນ​ຕາຍຂອງ​ການພົບ​ປະ​ເຈລະຈາ​ກັນ​ຊ່ວງ​ທຳ​ອິດ​
ເປັນ​ເວລາ 6 ​ເດືອນ​ໄດ້​ຜ່ານ​ໄປ ​ໂດຍປາດ​ສະ​ຈາກ​ຂໍ້​ຕົກ​ລົງ​ກັນ​ນັ້ນ.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ຕອນ​ເຊົ້າວັນ​ຈັນ
​ມື້​ນີ້​ວ່າ ທ່ານ​ຈະ​ພົບ​ປະກັນ​ກັບ​ທ່ານ Wang Yi ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ສະພາບ​ການ​ຂອງ​ການ​ເຈລະຈາ​ກັນ​ນີ້ ​ແລະ​ຈະ​ປະຊຸມ​ກັນ​ອີກ​ໃນ​ຂັ້ນ​
ຕໍ່​ໄປ.

ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ຈາກ​ອັນ​ທີ່​ເອີ້ນ​ວ່າ ກຸ່ມ P5 ບວກ1 ຈາກ​ອັງກິດ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ກໍ​ໄດ້​ໄປ​ມີໜ້າ​ຢູ່​ນະຄອນ​ວຽນນາ​ເຊັ່ນ​ກັນ ພ້ອມ​ກັບ​ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ. ບັນດາ​ນັກ​ການ​ທູດ​ເຫຼົ່າ​ນີ້ ​ໄດ້​ຈັດການ​ພົບ​ປະຫາ
ລືກັນ​ຢູ່​ຂ້າງ​ນອກຕ່າງໆ ​ເພື່ອ​ພະຍາຍາມ​ໃຫ້​ບັນລຸເປົ້າ​ໝາຍ​ທີ່​ໄດ້​ດຳ​ເນີນ​ການມາ​ເປັນ
​ເວລາ​ດົນ​ນານ ​ໃນ​ການ​ຮັບປະກັນ​ວ່າ ອີຣ່ານຈະ​ບໍ່​ພັດທະນາອາວຸດ​ນີວ​ເຄລຍ ​ເພື່ອ​ແລກ
ປ່ຽນ​ກັບ​ຍົກ​ເລີ​ກການ​ລົງ​ໂທດ ທີ່​ໄດ້​ທຳ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສດຖະກິດ​ຂອງ​ປະ​ເທດ​ດ່ັງກ່າວ.

irannuclear24november14
please wait

No media source currently available

0:00 0:01:32 0:00

XS
SM
MD
LG