ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ຕ່າງປະເທດ ສຫລ ພົບປະກັບ​ ລມຕ​ ຕ່າງປະເທດ ອີຣ່ານ (ວີດີໂອ)


ລັດຖະມົນຕີ​ຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif (ຊ້າຍ) ພົບ​ປະກັບ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຂວາ) ໃນການເຈລະຈາລະຫວ່າງ 6 ລັດຖະມົນຕີຕ່າງປະເທດຈາກ ມະຫາອຳນາດ ກັບ Tehran ກ່ຽວກັບໂຄງການນິວເຄລຍ.
ລັດຖະມົນຕີ​ຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif (ຊ້າຍ) ພົບ​ປະກັບ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຂວາ) ໃນການເຈລະຈາລະຫວ່າງ 6 ລັດຖະມົນຕີຕ່າງປະເທດຈາກ ມະຫາອຳນາດ ກັບ Tehran ກ່ຽວກັບໂຄງການນິວເຄລຍ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້
​ຫາລື​ກັນ ເຊິ່ງໆ​ໜ້າ ​ໃນ​ການພົບ​ປະທີ່​ບໍ່​ສູ້​ມີ​ມາ​ກ່ອນ ກັບ​
ລັດຖະມົນຕີ​ຕ່າງປະເທດອີຣ່ານ ໃນ​ວັນ​ອາທິດວານນີ້ ​ແລະ​
ກ່າວ​ວ່າ ມີ​ໂອ​ກາດ​ສຳ​ຫລັບ​ ຄວາມ​ກ້າວ​ໜ້າ​ໃນ​ການ​ເຈລະຈາ
​ກ່ຽວ​ກັບ​ນິວ​ເຄລຍນັ້ນ.

ທ່ານ Kerry ​ໂອ້​ລົມ​ກັບ ທ່ານ Mohammad Javad Zarif
ຢູ່​ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ນະຄອນ​ນິວຢອກ ​ເປັນ​ເວລາດົນກວ່າ
ຊົ່ວ​ໂມງ​ນຶ່ງ.

ທັງ​ສອງ​ທ່ານ ​ແມ່ນ​ກຳລັງ​ຢູ່ໃນ​ລັດ​ນິວຢອກ ​ເພື່ອ​ເຂົ້າ​ຮ່ວມ
ກອງ​ປະ​ຊຸມ​ສະມັດຊາ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ອາທິດ​ນີ້. ​ເຈົ້າໜ້າ​ທີ່​
ສະຫະລັດ​ທ່ານ​ນຶ່ງ ກ່າວ​ວ່າ ທ່ານ Kerryຕັ້ງ​ໃຈ​ທີ່​ຈະຊຸກຍູ້​ໃຫ້​ການ​ເຈລະຈາ​ກ່ຽວ​ກັບ​
ນິວ​ເຄລຍນີ້ ກ້າວໜ້າ​ຕໍ່​ໄປ​ໃນ​ອາທິດ​ນີ້ ​ແລະ ຈະ​ພົບ​ປະ​ກັບ​ທ່ານ Zarif ອີກ ​ ຖ້າ​ຫາກ
​ມີ​ຄວາມ​ຕ້ອງການ.

ອີຣ່ານ ​ແລະ ກຸ່ມ 5 ປະ​ເທດ​ ບວກ 1 ຄື ອັງກິດ ຈີນ ຝຣັ່ງ ​ ຣັດ​ເຊຍ ​ແລະ ສະຫະລັດ ບວກ​ກັບ ເຢຍຣະມັນນັ້ນ ປະ​ເ​ຊີ​ນໜ້າ​ກັບກຳນົດ​ເສັ້ນຕາຍ​ໃນ​ເດືອນພະ​ຈິກ​ນີ້ ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ ໃຫ້​ອີຣ່ານຢຸດ​ເຊົາ ການ​ເພີ້​ມສະມັດຕະພາບຂອງ​ຢູ​ເຣນຽມ ເພື່ອແລກປ່ຽນກັບ​ການ​ຍົກ​ເລີກ​ການ​ລົງ​ໂທດຕ່າງໆ​ ຈາກບັນດາ​ປະ​ເທດ​ຕາ​ເວັນ​ຕົກນັ້ນ.

ສະຫະລັດ​ເ​ຊື່​ອ​ວ່າ ອີຣ່ານ ​ແມ່ນພະຍາຍາມ​ຈະສ້າງ​ລະ​ເບີດ​ນິວ​ເຄລຍ. ​ແຕ່ອີຣ່ານກ່າວ​ວ່າ ​ໂຄງການ​ນິວ​ເຄລຍຂອງ​ຕົນ​ນັ້ນແມ່ນເພື່ອເປົ້າໝາຍ ດ້ານ​ພົນລະ​ເຮືອນ​ທີ່​ສັນຕິ ພຽງຢ່າງດຽວ​ເທົ່າ​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ທ່ານ Kerry ​ແລະ ທ່ານ Zarif ຍັງໄດ້ສົນທະນາ​ກັນ​ກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານພວກຫົວ​ຮຸນ​ແຮງລັດ​ອິສລາມ ​ໃນ​ອີຣັກ ​ແລະ​ຊີ​ເຣຍ ນຳ. ທ່ານ Kerry ​ໄດ້​ກ່າວ​ວ່າ ​ຈະ​ບໍ່​ມີ​ການ​ຮ່ວມ​ມື​ທາງ​ດ້ານ​ທະຫານ​ກັບ​ອີຣ່ານ ​ແຕ່​ທ່ານ​ບໍ່​ໄດ້​ປະຕິ​ເສດຊ່ອງ​ທາງ​ທີ່​ອາດ​ຈະການ​ມີ​ສ່ວນ​ຮ່ວມ​ຢ່າງ​ໃດ​ຢ່າງ​ນຶ່ງ​ຂອງ​ອີຣ່ານນັ້ນ.

XS
SM
MD
LG