ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນເສັ້ນຕາຍ ກ່ຽວກັບ ການບັນລຸ ຂໍ້ຕົກລົງ ດ້ານນີວເຄລຍ ກັບອີຣ່ານ ຫຍັບໃກ້ ເຂົ້າມາເລື້ອຍໆ


ທ່ານ John Kerry (ຊ້າຍ)ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ Catherine Ashton(ກາງ)ທູດພິເສດສະຫະພາບຢູໂຣບ
ທ່ານ Javad Zarif (ຂວາ)ລັດຖະມົນຕີຕ່າງປະເທດອິຣ່ານ.
ວັນທີ 22 ພະຈິກ 2014
ທ່ານ John Kerry (ຊ້າຍ)ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ Catherine Ashton(ກາງ)ທູດພິເສດສະຫະພາບຢູໂຣບ ທ່ານ Javad Zarif (ຂວາ)ລັດຖະມົນຕີຕ່າງປະເທດອິຣ່ານ. ວັນທີ 22 ພະຈິກ 2014

ກຳນົດ​ເວລາ​ເສັ້ນ​ຕາຍ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ສຳລັບ​ໃຫ້​ມີ​ການ​ບັນລຸ​
ຂໍ້​ຕົກລົງ ກັນ​ຢ່າງຮອບດ້ານ​ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອິ
ຣານນັ້ນ ​ປາກົດ​ວ່າ​ຈະບໍ່​ບັນລຸ​ກັນ.

ອົງການ​ຂ່າວ​ນັກ​ສຶກສາ​ອິຣ່ານ ອ້າງ​ຄຳ​ເວົ້າ​ຂອງ​ສະມາຊິກ​ຄົນ​ນຶ່ງ
​ທີ່​ບໍ່ບອກ​ຊື່​ໃຫ້​ຮູ້ ຂອງ​ທີ​ມເຈລະຈາ​ອິຣ່ານ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ນະ
ຄອນ​ວຽນ​ນາວ່າ ສົນທິສັນຍາ​ສະ​ບັບ​ໃໝ່ຈະ​ເປັນ​ໄປ​ບໍ່​ໄດ້ ​ໃນ​ເວ
ລາ​ທີ່​ຍັງ​ເຫຼືອຢູ່ສັ້ນໆ ກ່ອນຈະຮອດ​ເສັ້ນ​ຕາຍ ​ແລະບັນຫາຕ່າງໆ​
ຈຳນວນນຶ່ງຍັງບໍ່ທັນ ໄດ້ຮັບ​ການ​ແກ້​ໄຂ​ກັນເທື່ອ.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວໃນ​ວັນ​ເສົາ​ວານ​ນີ້​ວ່າ “ຍັງ​ມີ​ຊ່ອງ​ຫວ່າງ​ທີ່​ສຳຄັນ​ໆ”​ ໃນ​ການ​ເຈລະຈາ​ກັນ​ນັ້ນ.

ທ່ານ Frank-Walter Steinmer ລັດຖະມົນຕີ​ຕ່າງປະ​ເທດ​ເຢຍຣະມັນ ກ່າວ​ວ່າ ບັນຫາ​ສຳຄັນ ກໍ​ແມ່ນ​ວ່າ ຖ້າ​ອິຣ່ານຕຽມ​ພ້ອມ​ທີ່​ຈະ​ຢຸດ​ການ​ຄົ້ນຄວ້າ​ຂອງ​ຕົນ​ ເພື່ອ​ຢາກ​ມີ​ອາວຸດ​ນີວ​ເຄລຍນັ້ນ.

ທ່ານ Kerry ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ພົບ​ປະຕິດ​ຕໍ່ກັນ​ມາ​ຫຼາຍ​ຄັ້ງ ກັບ​ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ​ເພື່ອ​ພະຍາຍາມ​ລົດ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ລົງ ​ໃນ​ການ​ເຈລະຈາ​ກັນ​ນັ້ນ.

ນັກ​ການ​ທູດ​ລະດັບ​ສູງ​ສຸດ​ອາ​ເມຣິກັນ ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ກ່າວ​ວ່າ ສະຫະລັດ​ແລະ​ກຸ່ມ​ພັນທະ​ມິດ P5 ບວກ​ນຶ່ງ ອັນ​ມີ​ອັງກິດ ຈີນ ຝຣັ່ງ ​ເຢຍຣະມັນ ​ແລະຣັດ​ເຊຍ ບໍ່​ໄດ້​ພິຈາ
ລະນາ​ເຖິງ​ການ​ຕໍ່​ເວລາເສັ້ນຕາຍ​ອອກ​ໄປ​ອີກ ກາຍ​ວັນ​ຈັນ​ນີ້.

IRAN NUCLEAR SOTVO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG