ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ເວົ້າວ່າ ການກ່າວຫາ ຂອງທ່ານ Netanyahu ບໍ່ມີມູນຄວາມຈິງ


Israel’s PM: ISIS, Hamas Branches of Same Tree
please wait

No media source currently available

0:00 0:02:01 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ອີຣ່ານກ່າວ​ວ່າ ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin
Netanyahu ໄດ້ກ່າວຫາ ແບບບໍ່ມີມູນຄວາມຈິງເລີຍທີ່ວ່າ ປະເທດ
ຕ່າງໆທີ່ນັບຖືສາສະໜາອິສລາມ​ໃນໂລກ ​ພົວພັນ​ກັບ​ພວກກຸ່ມຫົວ
ຮຸນແຮງ​ລັດ​ອິສລາມ ​ໃນ​ລະຫວ່າງ​ການ​ກ່າວຄຳປາໄສຂອງ​ທ່ານ
ຕໍ່​ກອງ​ປະ​ຊຸມ​ສະມັດຊາ​ໃຫຍ່ ອົງການ​ສະຫະ​ປະຊາຊາດ.

​ໃນການ​ຕອບ​ຕໍ່​ຄຳປາໄສຂອງ​ທ່ານ Netanyahu ​ໃນ​ວັນ​ຈັນ
​ວານ​ນີ້ ອີຣ່ານຍັງ​ເວົ້າວ່າ ທ່ານ Netanyahu ຍັງສືບ​ຕໍ່​ນະ​ໂຍບາຍ
​“​ບ່ອນ ທຳລາຍ​ ​ແລະ ລົບ​ກວນ” ການ​ເຈ​ລະ​ຈາ​ ຂອງ​ອີຣ່ານກັບ
​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ຕົນນັ້ນ.

ຜູ້ນຳ​ອິສຣາ​ແອ​ລ ກ່າວ​ຕໍ່​ອົງການ​ສະຫະ​ປະຊາ​ຊາດວ່າ ອີຣ່ານ ​ແມ່ນ​ພະຍາຍາມ​ຈະຫລອກ ​ລວງ​ໂລກ ​ເພື່ອໃຫ້​ຮັບເອົາ​ຂໍ້​ຕົກລົງ​ຍຸດຕິ​ການ​ລົງ​ໂທດ​ຕ່າງໆ​ໃນ​ຂະນະທີ່ອະນຸຍາດ​ໃຫ້ ​ອີຣ່ານ​ພັດທະນາ​ອາ​ວຸດນິວ​ເຄລຍໄດ້. ອີຣ່ານໄດ້​ປະກາດ​ ເປັນ​ເວລາ​ນານ​ມາ​ແລ້ວວ່າ​ ໂຄງການ​ນິວ​ເຄລຍ ຂອງຕົນ ແມ່ນມີຈຸດປະສົງ​ ໃນ​ທາງ​ສັນຕິ.

ທ່ານ Netanyahu ​ກ່າວ​ຕໍ່​ໄປ​ວ່າ ອີຣ່ານ​ແມ່ນ​ກຳລັງ​ປະຕິ​ບັດ​ການ ເພື່ອເຜີຍ​ແຜ່​ການ
ປະຕິວັດອິສລາມ​ໃນທົ່ວ​ໂລກ ​ແລະວ່າ ​ຖ້າອີຣ່ານຫາກ​ມີ​ອາວຸດ​ນິວ​ເຄລຍພ້ອມພຽງແລ້ວ
ນັ້ນ ຈະ​ເປັນ​ອັນຕະລາຍຫຼາຍ ກວ່າພວກ​ກຸ່ມລັດ​ອິສລາມອີກ.

ທ່ານ​ເວົ້າວ່າ ພວກ​ຫົວຮຸນ​ແຮງມຸສລິ​ມ​ທັງ​ໝົດ ລວມທັງ​ກຸ່ມ​ລັດ​ອິສລາມ ຮາ​ມັສ ​ອາລກາອີດາ ​ແລະ​ໂບ​ໂກ ຮາຣາມ ມີ​ແນວຄິດຫົວຮຸນແຮງຈັດ ແບບດຽວກັນ ​ແລະວ່າ​ອີຣ່ານສາມາດ​ ເປັນ​ຖານ​ທີ່​ໝັ້ນ ອັນ​ແຂງ​ແຮງໃຫ້​ພວກ​ເຂົາ​ໄດ້.

ສ່ວນອີຣ່ານ ​ໄດ້ຕອບຕໍ່ການ​ກ່າວ​ຫາ​ທ່ານ Netanyahu ວ່າ ​ເຜີຍ​ແຜ່ “ຄວາມ​ຢ້ານກົວ
ກ່ຽວກັບ​ອີຣ່ານ ​ແລະ​ຄວາມ​ຢ້ານ​ກົວກ່ຽວກັບສາສະໜາ​ອິສລາມ.”

UN ISREAL IRAN VOSOT
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG