ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິຣ່ານ​ ​ຮ້ອງ​ຂໍໃຫ້ ສປຊ ຈັດປະຊຸມ ເລື້ອງທີ່ ສຫລ ​ບໍ່​ຍອມ​ອອກວີ​ຊ່າ ໃຫ້ນັກການທູດຂອງຕົນ (ວີ​ດີ​ໂອ)


ທ່ານ Hamid Aboutalebi
ທ່ານ Hamid Aboutalebi
ອິຣ່ານ​ກຳລັງ​ຮ້ອງ​ຂໍ​ໃຫ້​ຄະນະ​ກຳມະການນຶ່ງ​ຂອງອົງການ
ສະຫະປະຊາ​ຊາດຈັດ​ການ​ປະຊຸມ​ພິ​ເສດຂຶ້ນ ເພື່ອພິຈາລະ
ນາການ​ປະຕິ​ເສດຂອງສະຫະລັດທີ່​ບໍ່​ຍອມ​ອອກວີ​ຊ່າ​ໃຫ້
​ຜູ້ທີ່​ອິຣ່ານ​ແຕ່ງ​ຕັ້ງ ​ໃຫ້​ມາ​ເປັນເອກ​ອັກຄະ​ລັດຖະທູດ​ຂອງ
​ຕົນ ປະ​ຈຳສະຫະປະຊາ​ຊາດນັ້ນ.

​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ຄັດຄ້ານ​ຕໍ່ ​ທ່ານ Hamid Abu-
talebi ​ເພາະວ່າ​ຜູ້ກ່ຽວ​ໄດ້​ມີ​ສ່ວນ​ກ່ຽວຂ້ອງກັບ​ການ​ເຂົ້າ​ຍຶດ​
ເອົາ​ສະຖານ​ສູດ​ສະຫະລັດ ​ໃນ​ນະ​ຄອນຫລວງ Tehran ​
ເມື່ອ​ປີ 1979 ນັ້ນ. ​ໂຄສົກ​ປະຈຳ​ທຳນຽບຂາວ ທ່ານ Jay
Carney ​ໄດ້​ກ່າວ​ໃນ​ອາທິດ​ແລ້ວນີ້​ວ່າ​ ​ຜູ້​ທີ່​ອິຣ່ານ​ເລືອກ​ເອົານັ້ນ ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້.

​ໃນ​ສານ​ທີ່​ສົ່ງ​ເຖິງ​ສະຫະ​ປະຊາ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້ ສະຖານທູດ​ອິຣ່ານປະຈຳ ສະຫະປະ ຊາ​ຊາດ ​ກ່າ​ວວ່າ ການ​ຕັດສິນໃຈ​ຂອງ​ສະຫະລັດ ​ແມ່ນ​ມີ​ຜົນ​ກະທົບ​ໃນ​ທາງ​ລົບ​ຕໍ່​ການ​ທູດ​ແລະ​ເ​ປັນ​ການ​ສ້າງ​ໂຕ​ຢ່າງ​ທີ່​ເປັນອັນຕະລາຍ ​ແລະ​ວ່າການປະຕິ​ເສດ​ບໍ່​ຍອມອອກ​ວີ​ຊາ​ໃຫ້ ປະ​ເທດສະມາຊິກ​ຂອງສະຫະປະຊາ​ຊາດນັ້ນ ​ແມ່ນ​ຂັດ​ກັນ​ກັບ​ ກົດ​ບັດ​ຂອງອົງການສະຫະປະຊາ​ຊາດ ​ແລະ​ກົດໝາຍ​ນາໆ​ຊາດ.

ອິຣ່ານຢາກ​ໃຫ້ ຄະນະ​ກຳມະການ ວ່າ​ດ້ວຍ​ສາຍ​ພົວພັນ​ກັບປະ​ເທດ​ເຈົ້າພາບ ຂອງ
ອົງການສະຫະປະຊາ​ຊາດ ນຳ​ເອົາ​ບັນ​ຫາ​ດັ່ງກ່າວ​ຂຶ້ນ​ມາ ​ໂອ້​ລົມ​ສົນທະນາ​ກັນ.

ປະ​ເທດ​ເກາະ Cypress ​ເປັນປະທານຄະນະ​ກຳມ​ະການດັ່ງ​ກ່າວ ​ແລະສຳນັກງານ​ຂ່າວ Reuters ອ້າງ​ເອົາ​ຄຳ​ເວົ້າຂອງເອກ​ອັກຄະ​ລັດຖະທູດ ​ໄຊ​ປຣັສ ປະ​ຈຳສະຫະປະຊາ​ຊາດ ທ່ານ Nicholas Emiliou ທີ່​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການປະຊຸມກັນກ່ຽວ​ກັບ​ເລື້ອງ​ນີ້​ຈະ​ມີ​ຂຶ້ນ​ໃນ​ອາທິດ​ໜ້າ​.
US Iran Envoy
please wait
Embed

No media source currently available

0:00 0:01:03 0:00
XS
SM
MD
LG