ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ສະຫຼອງ​ບຸນປີ​ໃໝ່ ທີ່ສະ​ຖາ​ບັນ​ສອນ ພາ​ສາ​ຕ່າງ ປ​ະ​ເທດ ສ​ະ​ຫະ​ລັດ


ບັນດານັກການທູດສະຫະລັດ ທີ່ກຳລັງຮຽນພາສາລາວ ຢູ່
ໂຮງຮຽນ ສອນພາສາຕ່າງປະເທດ ຂອງ ກະຊວງການ ຕ່າງປະເທດ ສະຫະລັດ
ບັນດານັກການທູດສະຫະລັດ ທີ່ກຳລັງຮຽນພາສາລາວ ຢູ່ ໂຮງຮຽນ ສອນພາສາຕ່າງປະເທດ ຂອງ ກະຊວງການ ຕ່າງປະເທດ ສະຫະລັດ
ສະ​ບາຍ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ​ ເນຶ່ອງໃນວາລະໂອກາດບຸນ
ປີໃໝ່ລາວນີ້ ຂ້າພະເຈົ້າ ຂໍແນະນຳໃຫ້ທ່ານໄດ້ຮູ້ຈັກກັບ
ບັນດາ ນັກການທູດ ສະຫະລັດ ທີ່ໄດ້ມາຮຽນພາ​ສາລາວ
ຢູ່ ສະ​ຖາ​ບັນ ພາ​ສາ​ຕ່າງ​ປະ​ເທດ ຂອງ​ກະ​ຊວງ​ການຕ່າງ
​ປະ​ເທດ ສະ​ຫະ​ລັດ ຫລື Foreign Service Institute
(FSI) ບັນ​ດານັກການ​ທູດ ເຫລົ່ານີ້ ໄດ້ຮຳ່ຮຽນ​ພາສາ​ລາວ
ມາ​ໄດ້​ກວ່າ 30 ອາທິ​ດແລ້ວ ແລະອີກບໍ່ດົນ ກໍຈະ​ໄດ້​ເດີ​ນ
ທາງ​ໄປ​ປະ​ຈໍ​າໜ້າທີ່ ທີ່​ສະຖານທູດ ສະຫະລັດ ​ທີ່ ນະ​ຄອນ
​ຫລວງວຽງ​ຈັນ ​ໃນ ສ​ປ​ປ ລ​າວ. ​

ສະຖາບັນສອນພາສາຕ່າງປະເທດ ຫ​ລື Foreign Service
Institute (FSI) ໄດ້ຕັ້ງຂື້ນ ມາໃນປີ 1947 ຫລັງຈາກ ສົງຄາມ
ໂລກຄັ້ງທີ່ສອງພາຍໃຕ້ການປົກຄອງຂອງ ກະຊວງການຕ່າງ
ປະເທດ. ພາສາ​ລາວ ​ໄດ້ຖືກບັນຈຸເຂົ້າມາສິດ​ສອນໃນປີ 1964ຈົນຕົກມາເຖິງເທົ້າປັດ
ຈຸບັນຊຶ່ງ​ມີບັນດານັກການທູດສະຫະລັດ ສັບປ່ຽນກັນມາຮຽນ. ປັດ​ຈຸບັນນີ້​ມີຢູ່ 70 ກວ່າ
ພາ​ສາແລະມີ​ນັກການທູດກວ່າ 1000 ຄົນ​ທີ່​ກຳ​ລັງຮຽນພາສາຕ່າງໆເພື່ອຕຽມໄປປະ
ຈຳໜ້າທີ່ຢູ່ ສະຖານທູດຕ່າງໆທົ່ວໂລກ.

ບັນດານັກຮຽນທີ່ມາຮຽນ ມີ​ຮວມ​ທັງ ເອກອັກຄະລັດຖະທູດ (Ambassador) ຮອງ
ເອກອັກຄະລັດຖະທູດ (Deputy Chief of Misson) ທູດ​ທະ​ຫານ (Military
Attache) ພ້​ອ​ມ​ດ້ວຍ​ບັນ​ດາເຈົ້າໜ້າທີ່ ພະແນກກົງສຸນ ການເມືອງ ເສດຖະກິດ ວັດທະ
ນາທຳ ສື່ສານ ແລະອຶ່ນໆ. ບັນ​ດາ​ນັກ​ການ​ທູດ​ເຫລົ່າ​ນີ້ ໄດ້ ໃຊ້​ເວ​ລາຮຽນມື້​ນຶ່ງ ຫ້າ​ຊົ່ວ​
ໂມງ ຫ້າມື້​ຕໍ່​ອາທິດ ເພື່ອ​ຮຽນປາກ​ເວົ້າ ອ່ານ ຂຽນ ແລະຮຽນຮູ້ ຂະ​ນົບ​ທຳ​ນຽມ ອາ​ຫານ​
ການ​ກິນດິນຟ້າ​ອາ​ກາດ ການ​ເມືອງ ແລະ​ສິ່ງ​ແວດ​ລ້ອມ​ຂອງ ​ບັນ​ດາ​ປະ​ເທດ ທີ່ເຂົາ​ເຈົ້າ
ຈະ​ໄປປະຈຳຢູ່​.

ເຂົາເຈົ້າແມ່ນ ລັດຖະກອນ ກະຊວງການຕ່າງປະເທດ ສະຫະລັດ ທີ່​ເຄີຍ​ໄດ້ໄປປະ​ຈຳ
ການ​ຢູ່​ຫລາຍ​ປະ​ເທດມາກ່ອນແລ້ວ ​ແລະ​ມີ​ພື້ນ​ຖານການ​ສຶກສາ​ສູງ ສາມາດ​ປາກ​ເວົ້າ​
ໄດ້​ຫລາຍ​ພາສາ ມີພອນສະຫວັນ ​ຮຽນໄດ້ຢ່າງວອງໄວ ໂອ້​ລົມ ອ່ານ ​ແລະ​ເຂົ້າ​ໃຈ​ພາ
ສາ​ລາວ ​ໄດ້ດີຢ່າງ​ໜ້າ​ສັນລະ​ເສີນ.

ເມື່ອວັນຈັນ ທີ່ 14 ເມສາທີ່​ຜ່ານ​ມາ​ນີ້ ເນຶ່ອງໃນໂອກາດ ສະຫລອງບຸນປີໃໝ່ ປີ ມະເມຍ
ພ.ສ 2557 ຂອງສາສະໜາພຸດ ນິກາຍຫິນະຍານ ຢູ່ທີ່ ສະຖານບັນ ສອນພາສາ ຕ່າງ
ປະເທດ ​ແຫ່ງ​ນີ້ໄດ້​ມີ​ການກິນ​ລ້ຽງ ​ແລະ​ສະ​ແດງ​ວັດທະນະທຳ​ໂດຍ ບັນດານັກຮຽນພາ
ສາ ​ໃນຂົງເຂດເອເຊຍປາຊິຟິກ ທີ່ນັບຖືສາສະໜາພຸດ ນິກາຍຫິ ນະຍານ ອັນມີ ລາວ
ໄທ ກຳປູເຈຍ ແລະມຽນມາ.

ບັນດານັກຮຽນ​ພາສາ​ລາວ ​ໄດ້​ສະ​ແດງ​ພາ​ສີ​ສູ່ຂວັນ ​ໂດຍ​ການ​ເປັນ ໝໍພອນ ຂອງ
ນັກ​ການ​ທູດ​ຂັ້ນ​ສູງຄົນ​ນຶ່ງ. ທ່ານ ​ໄດ້​ຮຽນ​ພາສາ​ລາວ​ມາ​ໄດ້ 33 ອາທິດ​ແລ້ວ ​ແລະ​ນີ້
​ຄືຜົນ ງານ ຄວາມ​ສາມ​າດ​ໃນ​ການປາກ​ພາສາລາວ ​ເຂົ້າ​ໃຈ​ວັດທະນາ​ທຳ​ລາວ ບັດ​ນີ້
ຂໍເຊີ​ນທ່ານ ​ຟັງ​ເບິ່ງ​ດຸວ່າ ທ່ານ​ຜູ້ນີ້ ມີ​ຄວາມ​ສາມາດ ປາກ​ພາສາ​ລາວ ​ໄດ້​ໜ້ອຍ​ຫລາຍ
​ແລະ​ຫລ່ຽນໄຫລ​ພຽງ​ໃດ?
ນັກການທູດ ສະຫະລັດ ຄົນນຶ່ງ ເປັນໝໍພອນ ໃນພິທີບາສີ ປີໃໝ່
ນັກການທູດ ສະຫະລັດ ຄົນນຶ່ງ ເປັນໝໍພອນ ໃນພິທີບາສີ ປີໃໝ່





ທ່ານ​ນາງ Duffy ກໍແມ່ນ​ນັກການ​ທູດອີກຄົນ​ນຶ່ງ ທີ່​ໄດ້ມາຮຽນ​ພາ​ສາ​ລາວ​ຢ່າງຕັ້ງ​ອົກ​ຕັ້ງ​ໃຈ​ ທ່ານ​ນາງ​ໄດ້​ ໂອ້​ລົມກັບ ວີ​ໂອ​ເອ ​ວ່າ :
ຟັງການສຳພາດ ທ່ານນາງ Duffy Winters ນັກການທູດ ສະຫະລັດ
ຟັງການສຳພາດ ທ່ານນາງ Duffy Winters ນັກການທູດ ສະຫະລັດ





ທ່ານ Matthew ກໍ​ແມ່ນ​ນັກ​ການ​ທູດ ສະ​ຫະ​ລັດ ອີກ​ຄົນ​ນຶ່ງ ທີ່​ຈະ​ໄປ​ປະ​ຈຳ​ໜ້າ​ທີ​່ຢູ່​ພ​ະ​
ແນກປະ​ຊາ​ສຳ​ພັນ ​ແລະ​ເກັບ​ກຳ​ຂໍ້​ມູນ ອັນ​ເປັນ​ພະ​ແນກ​ທີ່​ຈະ​ຕ້ອງ​ໄດ້​ມີ​ການ​ໃຊ້​ພາ​ສາ
ລາວ​ຫລາຍ​ທີ່​ສຸດ ໃນ​ການ​ສື່​ສານ​ກັບປະ​ຊ​າ​ຄົມ​ລ​າວ ທ່ານ Matthew ໄດ້​ໃຫ້​ການ​ສຳ​
ພາດ​ກັບ ວີ​ໂອ​ເອ ວ່າ :
ຟັງການສຳພາດ ທ່ານ Mathew Ference ນັກການທູດ ສະຫະລັດ
ຟັງການສຳພາດ ທ່ານ Mathew Ference ນັກການທູດ ສະຫະລັດ




ປັດຈຸບັນນີ້ມີ ບັນດາອາຈານສອນພາສາລາວຢູ່ດ້ວຍກັນ ສີ່ຄົນ ທີ່ ສະຖາບັນ ພາສາ
ຕ່າງປະເທດ ຂອງກະຊວງການຕ່າງປະເທດ ສະຫະລັດ ເຊັນວ່າ ອາຈານດວງແກ້ວ
ໄຊຍະສິດເສນາ ອາຈານສຸຣະສີ ຄຳວົງສາ ອາຈານບຸນຜົງ ພົມທະວົງ ແລະ ຂ້າພະເຈົ້າ
ກິ່ງ​ສະ​ຫ​ວັນ ປະ​ຖັມ​ມະ​ວົງ.

ພາສາ​ລາວ ໄດ້​ຖືກຈັດ​ຢູ່​ໃນ​ກຸ່ມ ​ພາສາທີ່ຮຽນ​ງ່າຍ ​ເປັນ​ພາສາ​ທີ່ເວົ້າ​ນົວຫົວມ່ວນ​ໃຊ້​ໃນ​
ການ​ປາກ​ເວົ້າ ຢູ່​ໃນ​ຫລາຍ​ໆລະດັບ ​ເພາະສະ​ນັ້ນ ຜູ້​ທີ່​ເກີດ​ໃຫຍ່​ຢູ່​ໃນ​ເມືອງ​ລາວ ຫລື
​ຢູ່ນອກ​ປ​ະ​ເທດ ​ມີ​ເຊື້ອສາຍ​ເປັນຄົນລາວ ສົມຄວນ​ທີ່​ຈະ​ຮັກຫອມ ​ເຫັນ​ຄວາມ​ສຳຄັນ
​ແລະ​ຮັກສາ​ ພາສາ​ລາວເຮົານີ້ເອົາໄວ້ ​ແລະວັນ​ນຶ່ງ​ຂ້າງ​ໜ້າ ທ່ານ ຈະ​ເຫັນ​ຄວາມ​ສຳຄັນ​
ຂອງ ການ​ປາກ​ເວົ້າ​ໄດ້​ຫລາຍ​ພາສາ.
XS
SM
MD
LG