ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຸກສັນວັນຄຣິສມັສ ຈາກລັດຮາວາຍ ແລະ ເຢຍຣະມັນ


ທ່ານ​ຜູ້ຟັງທີ່​ເຄົາ​ລົບ ​ແລງ​ວັນ​ພະຫັດ​ມື້​ນີ້ ​ແມ່ນບຸນຄຣິສມັສ ​
ຊຶ່ງເປັນ​ບຸນ​ໃຫຍ່ຂອງ​ຊາວ​ຄຣິສ ທີ່ກຳລັງພາກັນ​ສະຫລອງ
ຢູ່​ທົ່ວ​ໂລກ. ​ເພາະສະ​ນັ້ນ ລາຍການຊີວິດຊາວລາວ ຂໍຖື​ໂອ
ກາດ​ນີ້ພາ​ທ່ານ​ໄປ​ຢ້ຽມຢາມ​ຖາມ​ຂ່າວຄອບຄົວ ​ທ່ານ​ວິລັດ
ດວງ​ພູມີ ທີ່ ​ນະຄອນໂຮ​ໂນ​ລູລູ ລັດຮາ​ວາຍ​ ​ແລະ​ຄອບຄົວ
ທ່ານ​ນາງດອກ​ເຕີ ບຸນ​ທອນ ຈັນທະ​ລາ​ວົງ ວີ​ເຊີ ທີ​ປະ​ເທດ
ເຢຍຣະ​ມັນ. ການສ​ະຫລອງບຸນຄຣິສມັສ​ ​ຂອງ​ຊາວ​ລາວຢູ່
ໃນດິນ​ແດນ ​ແຕກ​ຕ່າງ​ກັນ​ສອງແຫ່ງນີ້ເປັນ​ຢ່າງ​ໃດ​ນັ້ນ
ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ແລງ​ວັນ​ພະຫັດມື້​ນີ້​ແມ່ນ ​ບຸນ​ເທດ​ສະ​ກາ​ນ​ຄ​ຣິ​ສ​ມັສ ແລະ
ນັ້ນ​ກໍແມ່ນ​ຕອນນຶ່​ງຂອງເພງ Silent Night ​ທີ່ນິຍົມ​ກັນຫລາຍທີ່​ສຸດໃນ ບັນດາ​ເພງຄ​ຣິ​ສ​ມັສ.

​ລາຍ​ການ​ຊີວິດ​ລາວ​ໃນ​ຕ່າງ​ແດນ ມື້​ນີ້​ກົງ​ກັບ​ວັນ​ຄຣິສມັສ ​ເພາະສະ​ນັ້ນ​ເຮົາ​ຈະ​ນຳພາ​ທ່ານ
​ໄປ​ຢ້ຽມຢາມ​ຖາມ​ຂ່າວ ​ເບິ່ງການ​ສະຫລອງ​ບຸນຄຣິສມັສ ຂອງຄອບຄົວ​ທ່ານວິລັດ ດວງ​ພູມີ
ທີ່ນະຄອນ​ໂຮ​ໂນ​ລູລູ ​ເມືອງ​ຫລວງຂອງ ​ລັດຮາ​ວາຍ ຕິດ​ຕາມມາ​ດ້ວຍ ຄອບຄົວ​ທ່ານ​ນາງ
ດອກ​ເຕີ ບຸນ​ທອນ ຈັນທະ​ລາ​ວົງ ວີ​ເຊີ ທີ່​ປະ​ເທດ​ເຢຍຣະ​ມັນ.

ແຕ່​ກ່ອນ​ອຶ່ນ ​ເຮົາ​ມາ​ທຳ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບການ​ສະ​ຫລອງ​ບຸນ ຄ​ຣິ​ສມັ​ສ ຫລື​ບຸນ​ວັນ
​ເກີດ​ພະ​ເຢຊູ. ​ຄຳ​ວ່າ “Christ” ຄ​ຣິ​ສ ຫລື​ໄຄຣສ ໝາຍ​ເຖິງ​ ພະ​ເຈົ້າ ຂອງ​ສາ​ສະ​ໜາຄ​ຣິ​ສ
ຄື ​ພະ​ເຍ​ຊູ​ ນັ້ນ​ເອງ ແລະ “Mass” ​ຫລືມແມັສໝ​າຍ​ເຖິງ​ການ​ເຕົ້າ​ໂຮມ​ສູດ​ມົນ. ສາ​ສະ​ໜາ
​ຄ​ຣິ​ສ​ຕຽນ ເປັນ​ສາ​ສະ​ໜາ​ທີ່​ມີ​ປະ​ຊາ​ກອນ​ໂລກ ​ພາ​ກັນນັ​ບ​ຖື​ຫລາຍ​ທີ່​ສຸດ ​ແລະລອງ​ລົງ​ມາຈຶ່ງແມ່ນສາສະ​ໜາອິ​ສ​ລາມ.

ການຕົກແຕ່ງຕົ້ນຄຣິສມັສ
ການຕົກແຕ່ງຕົ້ນຄຣິສມັສ

ຊາວ​ຄ​ຣິ​ສ​ຕຽນ ພາ​ກັນ​ສະ​ຫລອງ​ບຸນ​ຄ​ຣິ​ສ​ມັ​ສ ມ​າ​ເປັນ​ເປັນ
​ເວ​ລາສອງ​ພັນ​ປາຍປີແລ້ວ​ໂດຍ​ລິ​ເລີ້ມ​ດ້ວຍການ​ໃຕ້​ທຽນໄຂ
ໃຊ້​ໃບ​ໄມ້ ແລະ​ໝາກ​ໄມ້ຕົກ​ແຕ່ງບ້ານ​ເຮືອນ ​ແບບ​ທຳມະ
​ຊາດ ເພຶ່ອ​ໃຫ້​ບັນ​ຍາ​ກາດ ຂອງ​ລະ​ດູ​ໜາວ​ ທີ່ປົກ​ຄຸມ​ໄປ​ດ້ວຍ​
ຫິ​ມະ​ນັ້ນ ມີ​ຄວາມເບີກ​ບານມ່ວນຊຶ່ນ. ວິ​ວັດ​ທະ​ນາ​ການ​ສະ
​ຫລ​ອງ​ບຸນ​ຄ​ຣິ​ສ​ມັ​ສ ໄດ້ປ່ຽນໄປ​ຕາມຍຸກ​ສະ​ໄໝ ຈົນຕົກ​ທອດ​
ມາ​ຮອດ​ສະ​ໄໝເທັກໂນ​ໂລ​ຈີ ທີ່​ລ້າ​ສຸດ ຂອງ​ສັດ​ຕະ​ວັດ​ທີ່ 21.​
ປັດ​ຈຸ​ບັນ​ນີ້ ການສະ​ຫລອງ​ບຸ​ນ​ຄ​ຣິ​ສ​ມັ​ສ ໄດ້​ກາຍ​ມາ​ເປັນ​ການ​
ຊື້​ຂາຍປະ​ຈຳ​ທ້າຍ​ປີ​ໃຫ​ຍ່​ສຸດຂອງ​ໂລກ​.

ຢູ່​ໃນ​ບັນ​ຍາ​ກາດ​ສະ​ຫລອງ​ບຸ​ນ​ຄ​ຣິ​ສມັສນີ້ ເຮືອນຊານ ຮ້ານຄ້າ ແລະຖະໜົນຫົນທາງ ຖືກ
ຕົກແຕ່ງເອ້ຍ້ອງດ້ວຍແສງ​ໄຟ ໂບສີແດງ ພວງ ​ມາໄລ ທີ່​ເຮັດ​ດ້ວຍ​ໃບ​ຕົ້ນ​ແປກ. ຢູ່ໃນ
ເຮືອນຊານມີຕົ້ນແປກ ປະ​ດັບ​ປະ​ດາດ້ວຍເຄຶ່ອງເອ້ຕ່າງໆ ພ້ອມດ້ວຍແສງສີອັນງົດງາມ
ແລະ​ຫໍ່ຂອງຂວັນ ໃຫ້ແກ່ເດັກນ້ອຍ ຜູ້​ໃຫ​ຍ່ ​ແລະ​ມີ​ການ ກິນລ້ຽງຊຸມແຊວກັນຢ່າງ ຄຶກຄື້ນ.
ສິ່ງ​ສຳ​ຄັນ​ອີກ​ຢ່າງ​ນຶ່ງນັ້ນ​ກໍ​ຄື ​ການອາ​ສາ​ສະ​ມັກ ​ແລະເຮັດບຸນ ສິນ​ກິນ​ທານໃຫ້​ແກ່ບັນດາ
​ຜູ້​ທຸກ​ຈົນ.

ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ​ດີ​.ຊີ ແຕ່​ລະ​ປີ​ກ່ອນ​ ບຸນ​ຄ​ຣິ​ສ​ມັ​ສ ມາ​ເຖິງ ຈະມີ​ພິ​ທີ່​ອັນ​ສຳ​ຄັນ
ຫລາຍ​ຢ່າງເຊັນ​ວ່າ ພິ​ທີແກ່ຕົ້ນ​ແປກ​ໃສ່​ລົດ​ມ້າ ມາ ສົ່ງຢູ່​ທີ່ ​ທຳ​ນຽບ​ຂາວ ມີພິ​ທີໃຕ້​ໄຟ​ຕົ້ນ
​ຄ​ຣິ​ສ​ມັ​ສແຫ່ງ​ຊາດ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ພິ​ທີ​ໃຕ້​ໄຟ​ຕົ້ນ​ຄ​ຮິ​ສ​ມັ​ສ ຢູ່​ໜ້າ​ຕຶກ​ລັດຖະ
ສະພາ.

ໃນວາ​ລະບຸນ​ຄ​ຣິ​ສ​ມັ​ສຫາ​ປີ​ໃໝ່ນີ້​ ໂຮງຮຽນ​ແມ່ນ​ປິດ​ເປັນ​ເວລາ 2 ອາທິດ ເປັນ​ລະ​ດູການທີ່
​ມີ​ຄົນເດີນ​ທາງ​ຫລາຍ​ທີ່​ສຸດ ​ເພື່ອກັບ​ບ້ານ​ຢ້ຽມ​ຢາມ​ຄອບ​ຄົວທີ່​ຢູ່​ໃກ້​ແລະ​ໄກ. ​ໃນວັນທີ 25
ເດືອນ​ທັນ​ວາ ມື້​ນີ້ ໂຮງການລັດຖະບານບໍລິສັດຮ້ານຄ້າ ຕະຫລາດປິດເກືອບໝົດ ​ຖ​ະໜົນ
ຫົນທາງ​ງຽບ​ສະ​ງັດ ປາ​ສ​ຈາກ​ລົດ​ແລ່ນ​ປານ​ເມືອງຮ້າງ. ສິ່ງ​ສໍ​າ​ຄັນ​ຂອງວັນ​ຄ​ຣິ​ສ​ມັສ ​ນັ້ນ​ກໍ
​ຄື ​ຢູ່​ທີ່ໂບດຂອ​ງ​ຊາວຄ​ຣິ​ສ​ຕຽນ ເຂົາ​ເຈົ້າພາກັນເຕົ້າ​ໂຮມກັນ​ສູດ​ມົນ​ພາ​ວັນ​ນາ​ ແລະ​ອວຍ
ພອນຊຶ່ງ​ກັນ​ແລະ​ກັນ.

ສ່ວນນຶ່ງຂອງ ເກາະໂຮໂນລູລູ ລັດຮາວາຍ
ສ່ວນນຶ່ງຂອງ ເກາະໂຮໂນລູລູ ລັດຮາວາຍ

ໃນ​ວາ​ລະ​ໂອ​ກາ​ດສະຫລອງ​ບຸນ​ຄຣີສມັນນີ້ ວີ​ໂອ​ເອ ໄດ້​ສຳ​ພາດ
ທ່ານ​ວິລັດ ດວງ​ພູມີ ຊຶ່ງປັດຈຸ​ບັນ​ນີ້​ກິນ​ເບ້ຍ​ບຳນານ​ແລ້ວ ​ແລະ
​ໄດ້​ຕັ້ງ​ຖິ່ນ​ຖານ​ຄອບຄົວ​ຢູ່​ ນະຄອນ​ໂຮ​ໂນ​ລູລູ ລັດ​ຮາ​ວາຍ ຊຶ່ງ
ປະກອບ​ດ້ວຍກັນ 8 ​ເກາະ ​ແລະນະຄອນໂຮ​ໂນ​ລູລູ ​ແມ່ນ​ເກາະ
​ໃຫຍ່ ​ແລະເປັນ​ເມືອງ​ເອກ. ​ເກາະຮາ​ວາຍ ໄດ້​ເຂົ້າ​ມາ​ເປັນ​ລັດ​
ທີ 50 ຂອງ​ສະຫະລັດ​ໃນ​ປີ 1959 ປັດຈຸ​ບັນ​ນີ້ມີ​ປະຊາກ​ອນອາ
​ໄສຢູ່​ປະມານ 1 ລ້ານ 4 ​ແສນກວ່າ​ຄົນ ຮວມຢູ່​ໃນ​ນີ້ມີ ປະ​ຊາ
ກ​ອນ ລາວ-ອາ​ເມຣິກັນ ກວ່າ 3000 ຄົນ. ​ລັດ​ຮາ​ວາຍ ​ເປັນ​ລັດ​
ດຽວ​ຂອງ​ ສະຫະລັດ ທີ່​ຢູ່​ຫ່າງໄກຈາກ​ແຜ່ນດິນ​ໃຫຍ່​ ຕັ້ງຢູ່​ກາງ
​ມະຫາ​ສະມຸດ​ປາຊິ​ຟິກ ບ່ອນ​ທີ່​ມີ​ດິນ​ຟ້າ​ອາກາດ​ອົບ​ອຸ່ນ ​ມີດ​ອກໄມ້​ບານ​ຢູ່​ຕະຫລອດ​ປີ
ປາສຈາກ​ຫິມະ​ຕົກ ​ແລະເປັນເກາະ​ທີ່ສວຍ​ສົດ​ງົດ​ງາມ ທີ່​ທຸກ​ຄົນ​ໄຝ່ຝັນ​ຢາກໄປ​ຢ້ຽມຢາມ.

ທ່ານ​ວິລັດ​ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ບັນຍາ​ກາດການ​ສະຫລອງ​ບຸນຄຣິສມັສວ່າ :

ທ່ານວິລັດ ແລະຍ່ານາງຕຸ່ນ ດວງພູມີ ທີ່ເກາະຮາວາຍ
ທ່ານວິລັດ ແລະຍ່ານາງຕຸ່ນ ດວງພູມີ ທີ່ເກາະຮາວາຍ

ລິງໂດຍກົງ

ບັດ​ນີ້ເຮົາ​ຈະ​ນຳພາ​ທ່ານ​ໄປ​ຢ້ຽມຢາມ ທ່ານ​ນາງ ດອກ​ເຕີ ບຸນ​ທອນ ​ຈັນທະ​ລາ​ວົງ ​ວີ​ເຊີ
ທີ່​ປະ​ເທດ​ເຢຍຣະມັນ ຂົງ​ເຂດ​ຢູ​ໂຣບ ບ່ອນ​ທີ່​ມີ​ຫິມະ​ຕົກ ​ແລະອາ​ກາດ​ໜາວ. ທ່ານ​ນາງ
ດ​ອກ​ເຕີ​ບຸນ​ທອນ ​ໄດ້​ເລົ່າ​ເຖິງ​ ຈຸດ​ສຳຄັນ​ຂອງ ຮີ​ດຄອງ​ປະ​ເພີ​ນີ ຊາວ​ເຢຍຣະ​ມັນ ສູ່​ຟັງ
​ວ່າ ​ເຂົາ​ເຈົ້າ​ສະຫລອງ​ບຸນ ຄຣິສມັນ​ກັນ​ຢ່າງ​ໃດ :

ທ່ານນາງ ດອກເຕິ ບຸນທອນ ຈັນທະລາວົງ ວີເຊີ ແລະສາມີ
ທ່ານນາງ ດອກເຕິ ບຸນທອນ ຈັນທະລາວົງ ວີເຊີ ແລະສາມີ

ລູກສາວທີ່ໜ້າຮັກ ຂອງດອກເຕີ ບຸນທອນ ຈັນທະລາວົງ ວີເຊີ
ລູກສາວທີ່ໜ້າຮັກ ຂອງດອກເຕີ ບຸນທອນ ຈັນທະລາວົງ ວີເຊີ

ນັບ​ຕັ້ງ​ແຕ່​ປະ​ຊາ​ກອນ​ເຊື້ອ​ສາຍ​ລາວ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ
ສະ​ຫະ​ລັດກໍ​ຄື ຢູ​ໂຣບ ອອ​ສ​ເຕ​ຣເລຍ ແລະ​ປະ​ເທດ​ທີ່​ສາມ​ຕ່າງໆ
ເປັນ​ເວ​ລາກວ່າ ສາມ​ທົດ​ສະ​ວັດ​ທີ່​ຜ່ານມ​າ ຫລາຍໆ​ຄົນ​ໄດ້​ພາກັນ
ຫັນ​ປ່ຽນໄປ​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ ແລະ​ອຶ່ນໆ. ​ສ່ວນ​ທີ່ຍັງ​ດໍ​າ​ເນີນ
ນັບ​ຖື​ສາ​ສະ​ໝາ​ພຸດ​ຢູ່ນັ້ນ ຕ່າງກໍພາກັນ​ກ່າວ​ວ່າ ດຽວ​ນີ້ ລູກ​ເຕົ້າ​
ພາ​ກັນ​ໃຫ​ຍ່​ໝົດ​ແລ້ວ ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງພາ
​ລູກ​ເຕົ້າສະ​ຫລອງ​ແບບ​ເປັນພິ​ຖິພິ​ຖັນ ເໝືອນດັ່ງ​ເວ​ລາທີ່ລູກ​ເຕົ້າ
​ຍັງ​ເປັນ​ເດັກ​ນ້ອຍ​. ແຕ່​ໄດ້ຖື​ໂອ​ກາດ​ອັນ​ສຳ​ຄັນ ແລະ​ສັກ​ສິດ​ດັ່ງ
​ກ່າວ​ນີ້​ເຕົ້າ​ໂຮມຍາດຕິ​ພີ່ນ້ອງ ​ແລະຊຸມແຊວກັນ.

ກ່ອນຈາກັນໄປ ໃນວາລະໂອກາດບຸນຄຣິສມັສ ອັນສະງ່າງາມ ແລະສັກສິດນີ້ ຄະນະຈັດ
ທຳລາຍການພາກພາສາລາວ ປະຈຳ ວິທະຍຸ ວິໂອເອ ຂໍມອບເພງຄຣິສມັສ ແລະ ອວຍ
ພອນໃຫ້ແກ່ທຸກໆທ່ານ ຈົ່ງຢູ່ດີມີສຸກ ອາຍຸໝັ້ນຂວັນຍືນ ແລະປະສົບຜົນສຳເລັດ ທຸກ
ປະການດວ້ຍເຖີດ.

ລິງໂດຍກົງ

XS
SM
MD
LG