ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທອມ ແສງຄຳຍອງ ເຈົ້າຂອງຟາມລ້ຽງໄກ່ ທີ່ຄວບຄຸມ ໂດຍລະບົບຄອມພິວເຕີ


ທ່ານທອມ ແສງຄຳຍອງ ແລະຄອບຄົວ ເຈົ້າຂອງຟາມລ້ຽງໄກ່ ທີື່ ເມືອງ Booneville ລັດ Arkansas
ທ່ານທອມ ແສງຄຳຍອງ ແລະຄອບຄົວ ເຈົ້າຂອງຟາມລ້ຽງໄກ່ ທີື່ ເມືອງ Booneville ລັດ Arkansas

ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວແລງວັນພະຫັດ
ມື້ນີ້ ເຮົາຈະນຳພາທ່ານ ໄປຮູ້ຈັກກັບ ທ່ານທອມ ແສງຄຳຍອງ
ເຈົ້າຂອງຟາມລ້ຽງໄກ່ ຢູ່ທີ່ລັດ Arkansas ທີ່ໃຊ້​ເທັກ​ໂນ​ໂລ​ຈີ​
ສະ​ໄໝ​ໃໝ່ ໂດຍການ​ໃຊ້ ຄອມ​ພິວເຕີ ຊ່ວຍສັງ​ເກດ ​ທີ່ບໍ່ໃຊ້
ແຮງງານຄົນເປັນ​ຜູ້​ເກືອ​ໄກ່ ແລະ​ເອົາ​ນ້ຳ​ໃຫ້​ໄກ່ກິນ. ປັດຈຸບັນ
ນີ້ ທ່ານທອມ ກຳ​ລັງລ້ຽງໄກ່ຢູ່ ສອງຮ້ອຍກວ່າພັນໂຕ ​ໃຊ້​ເວລາ​
ລ້ຽງ​ພຽງ​ແຕ່​ສອງ​ເດືອນ​ເທົ່າ​ນັ້ນ ກ່ອນ​ນຳ​ສົ່ງໃຫ້​ແກ່ບໍ​ລິ​ສັດ​ຄົວ
​ໄກ່​ ເພື່ອນຳ​ອອກ​ຂາ​ຍຢູ່ຕະຫລາດຊຶ່ງ ກິ່ງສະຫວັນ ຈະນຳ
ເລື່ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດ Arkansas ຕັ້ງຢູ່ຈຸດສີແດງ
ລັດ Arkansas ຕັ້ງຢູ່ຈຸດສີແດງ

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນກາງເດືອນສິງຫາທີ່ຜ່ານມານີ້
ວີໂອເອ ໄດ້ສຳພາດຊາວລາວ-ອາເມຣິກັນຄົນນຶ່ງ ຢູ່ທີ່ລັດ Okla-
homa ກ່ຽວກັບການລ້ຽງໄກ່ ແລະລ້ຽງງົວ ທີ່​ມີຄົນ​ເຮັດວຽກດູ​ແລ
​ແບບ​ທຳ​ມະ​ດາ. ​ແຕ່​ວ່າມື້ນີ້ ຂ້າພະເຈົ້າ ຈະນຳພາທ່ານ ໄປຢ້ຽມ
ຢາມ​ ຊາວລາວ-ອາເມຣິກັນ ອີກຄົນນຶ່ງ ຊື່​ວ່າ ທ່ານທອມ ​ແສງຄຳ​
ຍອງ ເຈົ້າ​ຂອງ​ຟ​າມລ້ຽງໄກ່ ທີ່​ມີມູນ​ຄ່າກວ່ານຶ່ງ​ລ້ານ​ໂດລາ ຢູ່ທີ່
ເມືອງ Boonevile ລັດ Arkansas ຕັ້ງຢູ່ພາກກາງຕອນໃຕ້ຂອງ
ສະຫະລັດ. ສິ່ງ​ທີ່​ໜ້າ​ສົນ​ໃຈ ​ແລະ​ງຶດ​ງໍ້ກ່ຽວກັບຟາມ​ລ້ຽງ​ໄກ່​ບ່ອນ​
ດັ່ງ​ກ່າວ​ນີ້ຄື ການໃຊ້ເຄຶ່ອງຄອມພິວເຕີ້ ເປັນເຄື່ອງມື​ຊ່ວຍ​ໃນ​ການ
ຄວບຄຸມການ​ລ້ຽງ​ໄກ່ທັງ​ໝົດ ໂດຍທີ່ບໍ່​ໄດ້ໃຊ້ແຮງງານຄົນ​ເປັນ​ຜູ້​ເຮັດ​ວຽກ ແຕ່ມີ​ໄວ້ພຽງ
ຜູ້ນຶ່ງ ຫາສອງຄົນເທົ່າ​ນັ້ນເພື່ອ ເຝົ້າເບິ່ງໂດຍທົ່ວໆໄປ.

ສະພາບການຢູ່ໃນຫລົກໄກ່
ສະພາບການຢູ່ໃນຫລົກໄກ່

ທ່ານ​ພໍ​ຈະ​ວາດ​ພາບ​ໄດ້​ບໍ່​ວ່າ ຖ້າ​ຫາກ​ທ່ານ​ມີ​ຟາມ​ລ້ຽງໄກ່ ​ແລະ
ລ້ຽງໄກ່່​ເຖິງ​ສອງແສນ​ກວ່າໂຕ ທ່ານ​ຈະໃຊ້ຄົນ​ຈັກ​ຄົນ​ເຮັດ​ວຽກ
​ເພື່ອເກືອໄກ່ ເບິ່ງ​ແຍງ​ໄກ່ ​ແລະຕັກ​ນຳ້ມາໃຫ້​ໄກ່ກິນ. ຢູ່​ໃນ ສະ
ຫະລັດອາເມຣິກາ ບັນ​ຫາ​ດັ່ງ​ກ່າວ​ນີ້ ບໍ່ມີ​ຄວາມ​ຍາກ​ຊາຫຍັງ​
ໝົດ. ປັດ​ຈຸ​ບັນ​ນີ້ທຸກ​ສິ່ງ​ທຸກ​ຢ່າງເຮັດ​ໃຫ້​ສະ​ດວກ​ສະ​ບາຍ ຄວບ
ຄຸມ​ໂດຍ​ເຄຶ່ອງ​ຄອມພິວ​ເຕີ ທີ່​ສັ່ງການ​ວ່າ​ເວ​ລາ​ໃດ​ຄວນເກືອ​ໄກ່
​ມີນ້ຳໄວ້ໃຫ້​ໄກ່​ກິນຢູ່​ຕະຫລອດ ​ແລະ ​ຄວບ​ຄຸມອຸນ​ຫະ​ພູມ​ໃນ​
ຫລົກ​ໄກ່ບໍ່ໃຫ້ຮ້ອນ ຫລື​ບໍ່​ໃຫ້ໜາ​ວ​ເກີນ​ໄປ ​ເພື່ອ​ໃຫ້​ໄກ່​ຢູ່​ໃນ​ບັນ​
ຍາ​ກາດອັນ​ເໝາະ​ສົມ. ເຄຶ່ອງ​ມື​ຄວບ​ຄຸມດັ່ງ​ກ່າວ​ນີ້ ນ້ອຍໆເທົ່າ​
ກັບ​ໂທ​ລະ​ສັບ​ມື​ຖືເທົ່າ​ນັ້ນ ຊຶ່ງ​ຜູ້​ເປັນ​ເຈົ້າ​ຂອງ​ຟາ​ມ​ໄກ່ຖືໄວ້​ໃນ​ກຳມື ທີ່ອາດ​ຈະ​ຢູ່​ຫ່າງ​ໄກ
​ຈາກຟາ​ມ ຫລືແຫ່ງ​ໃດແຫ່ງ​ນຶ່ງ ຫລາຍ​ກິ​ໂລ​ແມັດ. ຢູ່​ໃນ​ສະພາບ​ການ​ດັ່ງກ່າວ​ນີ້ ​ເຈົ້າ​ຂອງ
​ຟາ​ມ​ໄກ່ ສາມາດ​ສັງເກດ​ເບິ່ງ​ການ​ເຄຶ່ອນ​ໄຫວ​ຂອງຄວາມ​ປົກກະຕິ ແລະ​ບໍ່​ປົກກະຕິ ຢູ່​ໃນ
​ຫລົກ​ໄກ່. ​ຖ້າ​ຫາກວ່າ​ບໍ່​ປົກກະຕິ ເຊັ່ນ​ວ່າ ຮ້ອນເກີນ​ໄປ ຫລືບໍ່​ມີນຳ້ໃຫ້ໄກ່​ກິນ ​ຄອມ​ພິວ​ເຕີ
ຈະ​ບອກໂລດ​ວ່າ​ ມີ​ຫຍັງ​ເກີດ​ຂື້ນ ​ຫລັງ​ຈາກ​ນັ້ນ ຜູ້​ເປັນ​ເຈົ້າ​ຂອງ ຕ້ອງ​ໄປ​ແກ້​ໄຂ​ບັນຫາ
​ດັ່ງກ່າວ.

ນຶ່ງໃນຈຳນວນຫລົກໄກ່ 10 ຫລັງຂອງ ທ່ານ ທອມ
ນຶ່ງໃນຈຳນວນຫລົກໄກ່ 10 ຫລັງຂອງ ທ່ານ ທອມ

ຟາ​ມລ້ຽງ​ໄກ່​ສະ​ໄໝ​ໃໝ່ ​ປຸກ​ເປັນ​ເຮືອນ​ສູ່​ດິນ​ຫລັງໃຫຍ່ ​ແຕ່​ລະ
​ຫລັງສາມາດ​ບັນ​ຈຸ​ໄກ່​ໄດ້​ເຖິງ ຊາວ​ພັນ​ກວ່າ​ໂຕ ມີ​ອາຫານ ນໍ້າ ​
ແລະ​ອຸນຫະພູມ​ສະ​ໜຳ່ສະ​ເໜີ ​ຕະຫລອດສີ່ລະດູ​ການ. ນອກ
ຈາກ​ການລ້ຽງໄກ່ແລ້ວ ຂີ້ໄກ່ຍັງມີລາຄາດີ ທີ່​ນຳໄປຂາຍເປັນ
ຝຸ່ນໃສ່ທົ່ງ ໃຫ້ຫຍ້າງອກ​ງາມເພື່ອ​ໃຫ້​ງົວ​ກິນ ເພາະ​ສະ​ນັ້ນ ບັນ
​ດາ​ເຈົ້າ​ຂອງ​ຟາມ​ໄກ່ທັງຫລາຍ ມັກ​ຈະມີ​ທົ່ງ​ຫຍ້າກວ້າງ ເພື່ອ​
ລ້ຽງ​ງົວ​ໄປ​ພ້ອ​ມໆ​ກັນ​ ໂດຍ​ອາ​ໄສ​ຂີ້​ໄກ່​ ເປັນ​ຝຸ່ນ​ເຮັດ​ໃຫ້​ຫຍ້າ​
ງອກ​ງາມດີ.

ທ່ານ ທອມ ແລະຝຸງງົວ
ທ່ານ ທອມ ແລະຝຸງງົວ

ທ່ານທອມ ມີງົວເຖິງຮ້ອຍໂຕ ປ່ອຍ​ໄວ້​ຕາມ​ທົງ​ຫຍ້າ​ເພື່ອ​ນຳ
ເອົາລູກງົວໄປຂາຍ ​ແລະມີ​ອຸບປ​ະກອນກະສິກໍ​າຄົບ​ສຸດ​ຊ່ວຍ
​ໃນ​ການປະຕິບັດ​ວຽກງານຢູ່ຟາ​ມ ເຊັນ​ວ່າ ລົດ​ກ່ຽວ​ຫຍ້າ​ ທີ່
​ເຮັດ​ເປັນ​ກໍ້​ວາງໄວ້​ໃຫ້​ງົວ​ກິນ​ໃນ​ລະ​ດູ​ໜາວ ​ແລະ​ເຄຶ່ອງມື
​ອຶ່ນໆ. ທ່ານທອມ ​ແສງຄຳຍົງ ແມ່ນຜູ້​ນຶ່ງໃນຈຳນວນ ບັນ
ດາ​ຊ​າວລາວ-ອາຣິກັນ ທີ່ເປັນເຈົ້າຂອງ​ທຸ​ລະ​ກິດ​ຟາມລ້ຽງ
ໄກ່ ​ເພື່ອຂາຍຍົກ​ໃຫ້​ບໍລິສັດ​ຄົວ​ໄກ່​ ທີ່ນຳ​ອອກ​ຂາຍຕາມ
​ທ້ອງ​ຕະຫລາດ ຢູ່ພາກກາງ ຂອງ ສະຫະລັດ ​ໂດຍ​ສະ​ເພາະ
​ຢູ່​ໃນລັດ Arkansas, Oklahoma ​ແລະ Kansas.

ທ່ານທອມ ​ແສງຄຳຍອງ ເກີດທີ່ແຂວງຊຽງຂວາງ ເວລາ ທ່ານ​ຍັງ​ເປັນ​ເດັກນ້ອຍ ທ່ານ​ໄດ້​ຕິດຕາມຄອບຄົວຍົກ​ຍ້າຍຈາກ ​ເຂດສົງ​ຄາມມາຢູ່ ນະຄອນຫລວງວຽງຈັນ ແລະຕໍ່​ມາໄດ້
ອົບພະຍົບເຂົ້າມາ ສະຫະລັດ ໃນປີ 1979 ທ່ານໄດ້ເລົ່າ ​ຊີ​ວິດ​ເບື້ອງ​ຕົ້ນ​ຄວາມ​ເປັນ​ມາ​ສູ່
ວີ​ໂອ​ເອ ຟັງ​ວ່າ :

ເຄຶ່ອງຄວບຄຸມອຸນຫະພູມ ທີ່ສົ່ງເຂົົ້າ ຄອມພິວເຕີ ແລະ ມືຖື
ເຄຶ່ອງຄວບຄຸມອຸນຫະພູມ ທີ່ສົ່ງເຂົົ້າ ຄອມພິວເຕີ ແລະ ມືຖື

ລິງໂດຍກົງ

ວິວັດທະນາ​ການ​ຂອງ​ສັດຕະວັດ ທີ່ 21 ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ສະດວກ​ສະບາຍ​ຫລາຍໆ​ຢ່າງ ທ່ານ​ຜູ້ຟັງ​ເຄີ​ຍຄິດຝັນ​ບໍ່​ວ່າ ຈະ​ມີ​ການລ້ຽງ​ໄກ່​ໂດຍໃຊ້ເຄຶ່ອງຄອມ​ພິມ​ເຕີ ​ເພື່ອຊ່ວຍ​ຕິດຕາມ​ເບິ່ງ​ການເຄື່ອນ​ໄຫວທຸກໆ​ຢ່າງ​ຢູ່​ໃນ​ຫລົກໄກ່. ​ເຄື່ອງມື​ອັນ​ທັນ​ສະ​ໄໝ​ດັ່ງກ່າວ​ນີ້ ​ໄດ້​ຖືກ​ນຳ​ໃຊ້​ກັນ​ມາ​ຫລາຍ​ປີ​ແ​ລ້ວ​ ທ່ານທອມ ​ໄດ້​ອະທິບາຍ​ກ່ຽວ​ກັບ​ເລື້ອງ​ນີ້ວ່າ :

ລະບົບສົ່ງສັນຍານ ບອກໃນເວລາມີບັນຫາ
ລະບົບສົ່ງສັນຍານ ບອກໃນເວລາມີບັນຫາ

ລິງໂດຍກົງ

​ເພື່ອ​ໃຫ້​ໄກ່​ໃຫຍ່ໄວ​ທັນ​ກັບເວລາ​ ​ແລະ​ຖືກຕ້ອງ​ຕາມ​ຫລັກ​ອາ​ນະ​ໄມ ອາຫານ​ລ້ຽງ​ໄກ່ ມີຢູ່​
ສີ່ລະດັບ ທີ່​ໄກ່​ຈະ​ຕ້ອງ​ກິນ​ໃຫ້​ຖືກຕ້ອງ ນັບ​ຕັ້ງ​ແຕ່​ໄກ່​ຫາ​ກໍ​ເກີດ​ມາ​ໃໝ່ໆ ຈົນ​ເຖິງ​ໄກ່​ໃຫຍ່
ສົມບູນ. ​ນອກ​ນັ້ນ​ຕ້ອງ​ຮູ້ຈັກວິ​ທີປ້ອງ​ກັນ​ພະຍາດທີ່​ຈະ​ມາ​ລົບ​ກວນ​ໄກ່ ຊຶ່ງທ່ານທອມ ​ໄດ້
ເລົ່າ​ສູ່​ຟັງ​ດັ່ງ​ນີ້ :

ກໍ້ຫຍ້າແຫ້ງ ທີ່ໃຊ້ເຄຶ່ອງຈັກ ຕັດກອງໄວ້ເພື້ອໃຫ້ງົວກິນ ໃນຍາມໜາວ
ກໍ້ຫຍ້າແຫ້ງ ທີ່ໃຊ້ເຄຶ່ອງຈັກ ຕັດກອງໄວ້ເພື້ອໃຫ້ງົວກິນ ໃນຍາມໜາວ

ລິງໂດຍກົງ

ທ່ານທອມ ​ເ​ແມ່ນກະ​ເສດ​ຕະກອນ​ລ້ຽງ​ໄກ່ ສະ​ໄໝ​ໃໝ່ ທີ່ປະສົບ​ຜົນສຳ​ເລັດ ​ໂດຍ​ການ​ໃຊ້​ເຄຶ່ອງຄອ​ມພິວ​ເຕີ ອັນ​ເປັນ ເທັກ​ໂນ​ໂລ​ຈີ ທີ່​ຫລ້າ​ສຸດ. ທ່ານທອມ ​ໄດ້​ກ່າວມ້ວນ​ທ້າຍ​ຂອງ​
ການ​ສຳພາດ​ນີີ້​ວ່າ :

ເລົ້າເຂົ້າອາຫານ ສຳລັບເກືອໄກ່
ເລົ້າເຂົ້າອາຫານ ສຳລັບເກືອໄກ່

ລິງໂດຍກົງ

ປັດ​ຈຸ​ບັນ​ນີ້ ທ່ານທອມ ​ແສງ​ຄຳ​ຍອງ ​ໃຊ້​ຊີວິດ​ຢູ່​ຢ່າງ​ງຽບໆສະບາຍ​ໆ​ກັບ ພັນ​ລະ​ຍາ ​ແລະ​
ລູກ​ສາວທີ່​ໜ້າ​ຮັກສາ​ມຄົນ ​ໂດຍບໍ່​ຈຳ​ເປັນ​ຕ້ອງ​ໄດ້​ໄປ​ເຮັດ​ວຽກຢູ່​ຟາ​ມ​ໄກ່ທຸກໆ​ມື້ ຫລື​ໄປ​
ເຮັດ​ການ​ເໝືອນ​ຄົນ​ທົ່ວໆໄປ ​ແລະພຽງແຕ່​ສັງ​ເກດ​ຕິດ​ຕາມເບິ່ງ​ຈາກ ​ເຄຶ່ອງຄອມ​ພິວ​ເຕີ
​ເທົ່າ​ນັ້ນ. ​ເພາະສະ​ນັ້ນ ​ແຕ່ລະ​ວັນ ທ່ານທອມ ຈຶ່ງ​ມີ​ເວລາ​ຢູ່​ກັບ​ລູກ ​ເບິ່ງ​ແຍງ​ເຮືອນ​ຊານ
​ແລະ​ມ່ວນ​ຊຶ່ນ​ກັບ​ຊີວິດ.

ວັນ​ພະຫັດ​ໜ້າ ​ເຮົາ​ຈະ​ນຳ​ເອົາ ຊີວິດ​ການ​ເປັນ​ຢູ່ຂອງ ຊາວ​ລາວ-ອາ​ເມຣິກັນ ​ທີ່​ໜ້າ​ສົນ​
ໃຈ​ມາສະ​ເນີ​ທ່ານ ​ໂ​ປດຕິດ​ຕາມ​ຮັບ​ຟັງ

XS
SM
MD
LG