ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄຊສົງຄາມ ນັກສຶຶກສາ ສ້າງຮູບເງົາ ທຶນ Fulbright ຈາກ ສປປ ລາວ


ທ່ານໄຊສົງຄາມ ອິນດວງຈັນທີ ນັກ ປະລິນຍາໂທ ຝ່າຍ ສ້າງຮູບເງົາ ທີ່ New York College.
ທ່ານໄຊສົງຄາມ ອິນດວງຈັນທີ ນັກ ປະລິນຍາໂທ ຝ່າຍ ສ້າງຮູບເງົາ ທີ່ New York College.

ໃນລາຍການ​ຊີວິດ​ລາວ ​ແລງ​ວັນ​ພະຫັດ​ມື້​ນີ້​ ​ເຮົາ​ຈະ​ໃຫ້​ໄດ້​ທ່ານ
ຟັງບົດສໍ​າພາດກັບ ທ່ານ​ໄຊ​ສົງ​ຄາມ ອິນ​ດວງ​ຈັນ​ທີ ນັກ​ສຶກສາ​
ຈາກ ສປປ ລາວ ທີ່​ໄດ້​ຮັບ​ທຶນ Fulbright ຈາກ​ສະຫະລັດ ມາ​
ສຶກສາຕໍ່ເອົາ​ປະລິນຍາ​ໂທ​ເປັນ​ເວລາ​ສອງ​ປີ ກ່ຽວ​ກັບການສ້າງ
​ຮູບ​ເງົາ​ທີ່ City College of New York. ທ່ານ​ໄຊ​ສົງຄາມ ຈະ​
ຈົບ​ການ​ຮຽນ​ໃນ​ເດືອນ​ພຶດສະພາ ຈະ​ມາ​ເຖິງນີ້. ​ອັນດັບ​ຕໍ່ໄປຊຶ່ງ
ກິ່ງ​ສະຫວັນ ຈະຂໍນຳ​ເອົາເບື້ອງ​ຫຼັງ​ຄວາມ​ເປັນມາ​ເລັກໆ​ນ້ອຍໆ
ຂອງ ທ່ານ​ໄຊ​ສົງຄາມ ມາ​ເລົ່າ​ສູ່​ທ່ານຟັງ. ​

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ພົບ​ກັນ​ອີກ​ຕາມ​ເຄີຍ​ໃນ​ລາຍການ ຊີວິດ​ລາວປະຈຳ​ແລງ​ວັນພະຫັດ ​ໃນອາທິດ​ທີ​ສາມ​ຂອງ​ເດືອນ​ມັງ​ກອນ. ມື້​ນີ້ ຂ້າພະ​ເຈົ້າ ຈະຂໍ​ແນະນຳ​ໃຫ້​ທ່ານ
ຮູ້ຈັກ​ກັບ​ ທ່ານ​ໄຊ​ສົງຄາມ ອິນ​ດວງ​ຈັນ​ທີ ລູກບ້ານ​ຫລານ​ເມືອງ​ ສປປ ລາວ. ​ທ່ານໄຊ
​ສົງຄາມ ແມ່ນ​ຊາຍ​ໜຸ່​ມລາວ ທີ່​ໜ້າ​ສັນລະ​ເສີນ ມີ​ມານະ​ອົດທົນ ​ຝືກຝົນ​ຕົນ​ເອງ ແລະສົນ​
ໃຈດ້ານ​ການ​ສຶກສາ​ຊັ້ນ​ສູ​ງ. ທ່ານໄຊ​ສົງຄາມ ​ໄດ້​ຮັບ​ທຶນ​ Fulbright ​ແລະກຳລັງ​ສຶກສາ
​ວິຊາ​ສ້າ​ງຮູ​ບ​ເງົາ ຢູ່ New York Collge ທີ່​ນະຄອນ​ນິ​ວຢອກ ​ແລະ​ຈະ​ສຳ​ເຣັດ​ການ​ຮຽນ
ຂອງ​ຜູ້ກ່ຽວໃນ​ເດືອນ​ພຶດສະພາ​ຈະ​ມາ​ເຖິງ​ນີ້.

Fulbright ​ແມ່ນ​ຊື່​ທຶນ​ການ​ສຶກສາ​ຊັ້ນ​ສູງ ຂອງ​ ສະຫະລັດ ທີ່ ບັນດາ​ນັກ​ສຶກສາ​ທົ່ວ​ໂລກ
​ລວມທັງ​ພວກນັກ​ສຶກສາອາ​ເມຣິກັນ​ແລະ​ລາວໄດ້​ຮັບ​ແຕ່ລະ​ປີ ​ເພື່ອ​ສຶກສາ​ວິຊາດ້ານ
​ຕ່າງໆ ​ເພື່ອນຳ​ເອົາ​ໄປ​ໃຊ້​ໄປ​ປະຕິບັດ​ ​ໄປພັດທະນາຢູ່​ໃນປະ​ເທດ​ຂອງ​ຕົນ​ຫຼັງ​ຈາກ​ຮຽນ​
ຈົບ. ກອງ​ທຶນ Fulbright ດັ່ງກ່າວໄດ້​ຖືກ​ຈັດຕັ້ງຂື້ນ​ມາໃນ​ປີ 1945 ​ໂດຍ​ການສະ​ເໜີ​ຂອງ
ຜູ້​ແທນ​ສະພາ​ສູງ J William Fulbright ​ເພື່ອ​ນຳ​ເອົາ​ເງິນ​ທີ່​ເຫລືອ​ຈາກ​ການໃຊ້​ຈ່າຍ​ຂອງ
ສົງຄາມມາໃຊ້​ “ເພຶ່ອສົ່ງເສີມ​ການ​ສຶກສາ ​ໃຫ້​ເປັນ​ປະ​ໂຫຍ​ດ​ແກ່ວົງ​ການ​ນາໆ​ຊາດ ​ໂດຍ​
ຜ່ານ​ການແລກປ່ຽນ​ນັກສຶກສາ ​ໃນ​ຂະ​ແໜງ​ວັດທະນະ​ທຳ ​ແລະ​ວິທະຍາສາດ.”

​ເມື່ອ​ລຸນມາ​ ປະທານາທິບໍດີ Harry S. Truman ​ໄດ້​ເຊັນ​ຮັບຮອງ​ເອົາຮ່າງ​ສະ​ເໜີດັ່ງກ່າວ​ໃຫ້​ເປັນ​ກົດໝາຍ​ອອ​ກໃຊ້ໃນ​ວັນ​ທີ່ 1 ​ເດືອນ​ສິງຫາ ປີ 1946 ທີ່​ໄດ້​ກາຍ​ມາ​ເປັນ​ທຶນ​ສຶກສາ​ຂອງ ລັດຖະບານກາງ ສະຫະລັດ ມາ​ຈົນ​ເຖິງ​ເທົ້າ​ທຸກ​ວັນ​ນີ້. ​ເພາະສະ​ນັ້ນ ​ໃນ​ແຕ່ລະ​ປີ ຈຶ່ງ
ຈະ​ມີ​ບັນດາ​ນັກ​ສຶກສາ​ຈາກ​ທົ່ວໂ​ລກ ​ຜູ້ທີ່ໄດ້​ຮັບ​ທຶນ​ Fulbright ນີ້​ມາ​ສຶກສາໃນ​ຂະ​ແໜງ​
ຕ່າງໆ ຢູ່​ຕາມ ມະຫາວິທະຍາ​ໄລ​ ​ໃນ ສະຫະລັດ ​ຊຶ່ງ​ໃນ​ຂນະ​ດຽວ​ກັນ​ພວກນັກ​ສຶກສາອາ​
ເມຣິກັນຜູ້ທີ່​ໄດ້​ຮັບ​ທຶນ​ດຽວ​ກັນ​ນີ້ ກໍ​ຈະໄປ​ສຶກສາກ່ຽວ​ກັບ​ວັດທະນາ​ທຳ ຢູ່ປະ​ເທດ​ອື່ນໆ​
ໃນທົ່ວ​ໂລກ​ເຊັ່ນ​ກັນ​.​

​ການ​ສ້າງ​ຮູບ​ເງົາ ​ເປັນ​ວິຊາ​ເທັກ​ນິກ ທີ່​ຕ້ອງ​ໄດ້ມີ​ການ​ປະດິດ​ຄິດ​ສ້າງ ມີ​ວິວັດທະນາການ
ໃໝ່ໆ ​ໃຫ້ກ້າວໄປ​ໜ້າ​ເລື້ອຍໆ ​ແລະເປັນ​ວິຊາ​ທີ່ມີ​ການໃຊ້ຈ່າຍ​ແພງໃນ​ການ​ຮຽນ ​ໂດຍ​ສະ
​ເພາະການ​ສ້າງ​ຮູບເງົາ ​ແຕ່ລະ​ເລື້ອງ. ​ສະຫະລັດ ເປັນ​ປະ​ເທດ​ດຽວ​ຢູ່​ຕະຫລອດ​ມາ​ ທີ່ນຳ​
ໜ້າອຸດສາ​ຫະກຳ​ດ້ານ​ນີ້ ​ຢ່າງ​ເສຣີ ແລະ​ນຳ​ອອກ​ສາຍໃຫ້​ຊາວ​ໂລກໄດ້​ເບິ່ງໄດ້​ຊົມຢ່າງ​ເພີ່ງ​
ພໍ​ໃຈ.

ທ່ານ​ໄຊ​ສົງຄາມ ສຳ​ເລັດ​ປະລິນຍາ​ຕີ ຝ່າຍ​ສື່ສານມວນ​ຊົນຈາກ ​ປະ​ເທດ​ສິງກະ​ໂປ ທ່ານ​ເປັນຄົນ​ມັກ​ຂຽນ ມັກ​ອ່ານ ​ແລະ​ໄດ້​ສັງ​ເກດ​ເຫັນ​ວ່າ ​ຢູ່​ໃນເມືອ​ງລາວ​ຍັງ​ບໍ່​ມີ​ຄົນ​ລາວ ສາ
ມາດສ້າງ​ຮູບ​ເງົາ​ອອກມາສະ​ເໜີແກ່ສາຍຕາ​ໃຫ້​ຄົນ​ລາວ ​ແລະ​ຊາວ​ໂລກ​ໄດ້​ຮູ້​ໄດ້​ເຫັນ​ກ່ຽວ
ກັບ​ຊີວິດ​ຂອງເຂົາ​ເຈົ້າ ມີ​ແຕ່​ຊາວ​ຕ່າງ​ດ້າວ ເປັນຜູ້​ສ້າງ​ຮູບ​ເງົາ ໃຫ້​ຄົນ​ລາວໄດ້​ເບິ່ງ​ກ່ຽວ​ກັບ
​ເລື້ອງຊີວິດຂອງເຂົາ​ເຈົ້າ. ​ດ້ວຍ​ເຫດ​ນີ້​ ທ່ານ ຈຶ່ງບໍ່ໄດ້ລົດ​ລະຕິດ​ຕາມ ​ສຶກສາ​ການສ້າງຮູບ​
ເງົາ ຂຽນ​ບົດ ​ແລະ ຖ່າຍ​ທຳ ​ໂດ​ຍ​ຄົນ​ລາວຢ່າງແທ້​ຈິງ. ທ່ານ​ໄຊ​ສົງຄາມ ​ໄດ້​ເຫລົ່າ​ຊີວິດ
ເບື້ອງ​ຕົ້ນ​ ສູ່ ວິ​ໂອ​ເອ ຟັງ​ວ່າ :

ພວກນັກສຶກສາ ກຳລັງເຝິກຫັດການຖ່າຍທຳຮູບເງົາ
ພວກນັກສຶກສາ ກຳລັງເຝິກຫັດການຖ່າຍທຳຮູບເງົາ

ກ່ຽວ​ກັບ​ທຶນສຶກສາ Fulbright ທີ​ມີໄວ້ໃຫ້​ແຕ່ລະ​ປີ ​ໂດຍ​ຜ່ານ​ການສ​ອບ​ເສ​ງ ​ແລະ​ກວດກາ
​ຈາກ ສະຖານ​ທູດ ສະຫະລັດ ປະຈຳ​ ສປປ ລາວ ທ່ານ​ໄຊ​ສົງຄາມ ​ໄດ້​ໃຫ້​ຂໍ້​ຄິດ​ເຫັນເຖິງ​
ຂັ້ນ​ຕອນທີ່ວ່າ​ມີ​ຄວາມຍາກງ່າຍ​ຊຳ​ໃດ ​ກ່ອນຈະ​ໄດ້​ຮັບ​ທຶນ​ນີ້ມາ​ສຶກສາ​ກ່ຽວ​ກັບ​ການ​ສ້າງ​
ຮູບ​ເງົາຢູ່​ໃນ ສະຫະລັດ ວ່າ:

ບັນດານັກສຶກສາຮູບເງົາ ຢູ່ໃນຫ້ອງ Studio
ບັນດານັກສຶກສາຮູບເງົາ ຢູ່ໃນຫ້ອງ Studio

ທ້າຍ​ສຸດ​ນີ້ ທ່ານ​ໄຊ​ສົງຄາມ ​ໄດ້​ເລົ່າ​ຊີວິດ​ການ​ເປັນຢູ່​ໃນ ນະຄອນ​ນິວຢອກ ການ​ທີ່​ຈະ​ນຳ
​ເອົາ​ຄວາມ​ຮູ້ຄວາມ​ຫຼັກ​ ທາງ​ດ້ານ​ສ້າງ​ຮູບ​ເງົາກັບ​ຄືນໄປ​ເຜີຍ​ແຜ່​ຢູ່​ໃນ ສປປ ລາວ ດັ່ງ​ນີ້ :

ທ່ານໄຊສົງຄາມ ອິນດວງຈັນທີ
ທ່ານໄຊສົງຄາມ ອິນດວງຈັນທີ

ນັ້ນ​ແມ່ນ​ການ​ສຳພາດ ກັບທ່ານ​ໄຊ​ສົງຄາມ ອິນ​ດວງ​ຈັນ​ທີ ນັກ​ສຶກສາ ຈາກ ສປປ ລາວ ທີ່​ໄດ້​ຮັບ​ທຶນ Fulbright ຈາກ ລັດຖະບານ ສະຫະລັດ ອາ​ເມຣິກາ ​ຊຶ່ງ​ກຳລັງມຸ້ງໝາ​ຍ ​ໄປ​ສູ່​ຜົນ​ສຳ​ເລັດ​ໃນເດືອນພຶດສະພາຈະ​ມາ​ເຖິງ​ນີ້​ໂດຍ​ຈະ​ຄວ້າ​ເອົາ ​ປະລິນຍາ​ໂທມາ​ໃສ່​ກຳມື ລຸນ​ຫຼັງ​ການ​ບາກ​ບັ່ນ​ມາ​ເປັນ​ເວລາສອງ​ປີ. ໃນ​ໂອກາດ​ອັນ​ສະງ່າ​ງາມ​ນີ້ ທາງ ວີ​ໂອ​ເອ ຈຶ່ງຂໍ​ສະ​ແດງ​ຄວາມ​ຍີ​ນດີ ນຳ​ຜູ້ກ່ຽວ​ທັງຫວັງຢ່າງ​ຍິ່ງວ່າ ​ຈະ​ໄດ້​ເຫັນ​ໄດ້​ຊົມຮູບ​ເງົາ​ເລື້ອງ​ມ່ວນ​ຊື່ນ​ສະໜຸກ​ສະໜາ​ນຂອງຜູ້ກ່ຽວ ທີ່​ຈະສະ​ແດງ​ເຖິງ ​ແລະນຳ​ເອົາຊີວິດ​ອັນ​ແທ້​ຈິງ ຂອງ​ສັງຄົມ​ລາວອອກມາສູ່​ສາຍຕາຂອງ​ຊາວ​ໂລກ​.

XS
SM
MD
LG