ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຳພາດ ທ່ານເກສອນ ສີທົນນະລາດ ພໍ່ຄົວອາຫານນາໆຊາດ


ເບິ່ງວີດີໂອ ກ່ຽວກັບຕະຫລາດຊາວນາ ແລະຮ້ານທ່ານເກສອນ ຢູ່ເມືອງເດມອຍ ລັດໄອໂອວາ.

ລາຍການ​ຊີວິດ​ຊາວ​ລາວ ​ແລງ​ວັນ​ພະຫັດມື້​ນີ້ ​ຈະພາ​ທ່ານໄປ
ພົບ​ກັບ ທ່ານ​ເກສອນ ສີ​ທົນ​ນະລາດ ອາຊີບ​ພໍ່ຄົວ ອາຫານ​ຍີ່
ປຸ່ນ ອາ​ເມຣິກັນ ​ແລະ​ລາວ. ທີ່ຕັ້ງ​ຖິ່ນ​ຖານ​ຢູ່​ ນະ​ຄອນ Des
Moines ລັດ I​owa ພາກ​ກາງ​ຂ້ອນທາ​ງ​ທິດ​ຕາ​ເວັນ​ຕົກຂອງ
ສະຫະລັດ. ໃນ​ເວ​ລາ​ທີ່ ທ່ານ​ເກສອນ ຍັງ​ເປັນ​ໂສດ ທ່ານໄດ້​
ຍົກ​ຍ້າຍ​ໄປ​ຢູ່​ຫລາຍ​ລັດ ​ເພື່ອ​ປະ​ກອບ​ອາຊີບ​ເປັນ​ພໍ່​ຄົວ ແຕ່
​ຫລັງ​ຈາກ​ໄດ້​ແຕ່ງ​ງານ​ມີ​ລູກແລ້ວ ທ່ານ​ໄດ້​ປ່ຽນ​ໃຈ ພາ​ຄອບ​
ຄົວ​ກັບ​ຄືນ​ມາຢູ່ ນະ​ຄອນ Des Moines ລັດ I​owa ອີກ
​ເປັນທີ່​ຖາ​ວອນ​. ຊີ​ວິດ​ຄວາມ​ເປັນ​ມາ​ຂອງ ທ່​ານ​ເກສອນເປັນ​
ມ​າ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເນີ​ທ່ານ​ໃນ​ອັນ​
ດັບ​ຕໍ່​ໄປ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງທີ່​ເຄົາ​ລົບ ​ລາຍການ​ຊີວິດ​ຊາວ​ລາວ​ ປະ​ຈຳແລງວັນ​ພະຫັດມື້ິນີ້ ຈະ
ພາ​ທ່ານ​ໄປ​ຢ້ຽມຢາມ​ຖາມ​ຂ່າວ ພີ່ນ້ອງ​ຊາວ​ລາວ-ອາ​ເມຣິກັນ ຄົນ​ນຶ່ງ​ຊື່ວ່າ ທ່ານເກສອນ
ສີ​ທົນ​ນະລາດ ອາຊີບ​ພໍ່ຄົວ​ ຕັ້ງ​ຖິ່ນ​ຖານ​ຢູ່​ທີ່ນະຄອນ Des Moines ​ເມືອງ​ຫລວງຂອງ
ລັດ Iowa ພາກ​ກາງທາງ​ທິດຕາ​ເວັນ​ຕົກ ຂອງສະຫະລັດ. ​ແຕ່​ກ່ອນ​ອື່ນ ​ເຮົາ​ມາຮຽນຮູ້
​ກ່ຽວກັບ​ພູມລຳເນົາ​ແຫ່ງ​ນີ້​ວ່າ ມີ​ຫຍັງ​ສຳຄັນ ​ແລະ​ເປັນ​ຫຍັງ​ຈຶ່ງ​ມີ ປະຊາ​ຄົມ​ລາວ-ອາ​ເມ
ຣິກັນ ​ພາກັນມາຕັ້ງ ຖິ່ນ​ຖານ​ຢູ່​ໃນ​ດິນ​ແດນແຫ່ງ​ນີ້​.

ທີ່ຕັ້ງຂອງ ລັດ Iowa
ທີ່ຕັ້ງຂອງ ລັດ Iowa

ຊາວ​ອາ​ເມຣິກັນ ຮ້ອງລັດ Iowa ນີ້​ວ່າ ​ເປັນໝາກຫົວ​ໃຈ​ຂອງ​ດິນ​
ແດນ ອາ​ເມຣິກາ ຫລື American Heartland ​ເພາະວ່າ ລັດ​ນີ້
​ຕັ້ງ​ຢູ່​ໃຈກາງຂອງ​ປະ​ເທດ. ລັດ I​owa ແມ່ນ​ຊື່​ຂອງ​ຊາ​ວອິນ​ເດຍ​
ແດງ ມີ​ຄວາມ​ໝາຍວ່າ ​“ແຜ່ນດິນ​ທີ່​ງົດ​ງາມ” ແລະ​ມີ​ຊື່​ນ້ອຍ​ວ່າ
Hawkeye State ຫລື​ “ລັດຕາ​ແຫລວ” ມີ​ຊາຍ​ແດນ​ຕິດ​ກັບ​ແມ່​
ນຳ້ Mississippi ທາງ​ທິດ​ຕາ​ເວັນ​ອອກ ​ແລະແມ່​ນຳ້ Missouri
​ແລະ​ແມ່​ນຳ້ Big Sioux River ຢູ່​ທາງ​ທິດຕາ​ເວັນ​ຕົກ. ລັດ Iowa
ເປັນ​ລັດ​ດຽວໃນ ສະຫະລັດ ທີ່​ຊາຍ​ແດນອ້ອມ ໄປ​ດ້ວຍ​ແມ່ນໍ້າ​
ທາງ​ທິດຕາ​ເວັນອອກ ​ແລະ​ຕາ​ເວັນ​ຕົກ. ນອກຈາກ​ນັ້ນ​ແລ້ວ ຊາຍ​ແດນ​ທິດຕາ​ເວັນ​ອອກ​ຕິດ​ກັບ ລັດ Wisconsin ​ແລະ​ລັດ Illinois, ທິດ​ໃຕ້​ຕິດ​ກັບລັດ Missouri, ທິດຕາ​ເວັນ​ຕົກ​ຕິດ​ກັບລັດ Nebraska ລັດ ​ South Dakota ແລະ​ທິດ​ເໜືອ​ຕິດ​ກັບລັດ Minnesota. .

ພື້ນຖານເສດຖະກິດ​ຂອງ​ລັດ Iowa ຄື​ກະ​ເສດ​ຕະກຳ ແຕ່ກໍມີອຸດສາຫະກຳທີ່​ກ້າວໜ້າ ເທັກ​ໂນ​ໂລ​ຈີ "​ດ້ານຂ່າວສານ ​ຫລື Information Technology ​ເທັກ​ໂນ​ໂລ​ຈີຊີວະ​ນາໆ​ພັນ ​ແລະ​ຜະ​ລິດ​ຕະພັນ​ທີ່​ທຳ​ດ້ວຍ​ພືດ. ລັດ I​owa ແມ່ນ​ລັດ​ທີ່ມີ​ເນື້ອ​ທີ່​ກວ້າ​ງ​ໃຫຍ່​ອັນ​ດັບ 26 ແຕ່ເປັນລັດ​ທີ່ 30 ທີ່​ມີ​ປະຊາກອນ​ຢູ່ຫລາຍ ​ແລະ​ຖື​ວ່າເປັນ​ລັດ​ທີ່​ມີ​ຄວາມ​ປອດ​ໄພ ແລະມີ ຄວາມສະ​ຫງົບ​ທີ່​ສຸດ​ ໃນສະຫະລັດ.​ ຢູ່​ໃນ​ດິນ​ແດນແຫ່ງ​ນີ້ ຈະເຫັນ​ທ້ອງຟ້າ​ອັນ​ກວ້ງ​ໃຫຍ່ ສຸດ​ຊົ່ວ​ຫູ​ຊົ່ວ​ຕາ ​ຈົນ​ເຫັນ​ຂອບ​ຟ້າ ແລະ​ເຕັມ​ໄປ​ດ້ວຍ​ທົ່ງ​ໝາກສາລີ. ​ເຖິງ​ແມ່ນ​ວ່າ ລັດ Iowa ຈະ​ຢູ່​ຫ່າ​ງ​ໄກ​ຈາກ ນະຄອນ​ຫລວງ ວໍ​ຊິງ​ຕັນ ດີ.ຊີ ​ເມືອງ​ເອກ​ຂອງສະຫະລັດ ກໍ​ຕາມ ​ແຕ່​ວ່າລັດ Iowa ​ເປັນ​ລັດ​ທີ່
ລິ​ເລີ້ມ​ການໂຄສະນາ​ຫາ​ສຽງ ບ່ອນຢັ່ງ​ສຽງຂອງ​ພວກ​ສະມັກ​ເລືອກຕັ້ງ​ເປັນ​ປະທານາທິບໍດີ ​ຢູ່​ໃນອັນ​ທີ່​ເອີ້ນ​ວ່າ Iowa Caucuses ຊຶ່ງປະຊາຊົນລັດ Iowa ເປັນ​ຜູ້​ລິ​ເລີ້ມເລືອກເອົາ​ ຜູ້ສະມັກ​ເປັນ ປະທານາທິບໍດີ ສະ​ຫະ​ລັດ ກ່ອນ​ລັດ​ອຶ່ນໆ ເຫດຜົນ​ ກໍ​ເນື່ອງ​ຈາກວ່າ ລັດນີ້​ເປັນ​ບ່ອນ​ປູກ​ຝັງ ​ແລະ​ຖື​ວ່າ ບໍ່ຖືກ​ແຊກ​ແຊງ​ຈາກການ​ເມືອງໃດໆ​ໃນ​ແຕ່​ລະ​ວັນ ເພາະ​ສະ​ນັ້ນ​ຈຶ່ງ​ໄດ້​ມີ​ການ
ເລື​ອກ​ເອົາລັດ Iowa ນີ້​ເປັນ​ບ່ອນ​ລິ​ເລີ້ມ​ຫາ​ສຽງ ແລະ​ ຢັ່ງ​ສຽງຂອງ ບັນ​ດາ​ຜູ້ ສະ​ມັກ​ເປັນ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ.​

ກອງເຟືອງ ຫລັງລະດູເກັບກ່ຽວ ທີ່ລັດ Iowa
ກອງເຟືອງ ຫລັງລະດູເກັບກ່ຽວ ທີ່ລັດ Iowa

Iowa ​ເປັນ​ນຶ່ງ​ໃນ​ບັນດາ​ລັດ ​ໃນ​ໃຈກາງ​ຂອງ​ປະ​ເທດ ທີ່​ຖື​ວ່າ​
ເປັນ​ອູ່​ເຂົ້າ​ອູ່​ນໍ້າ ຂອງ​ປະ​ເທດ ​ແລະ​ເປັນ​ລັດ​ທີ່​ມີການ​ປູກ​ໝາກ
ສາລີ ​ເຂົ້າ Wheat ​ແລະ​ຖົ່ວ​ເຫລືອງ​ຫລາຍ​ທີ່​ສຸດ ນອກ​ນັ້ນ
I​owa ຍັງ​ມີ​ຟາ​ມລ້ຽງ​ງົວ ​ແລະ​ໂຮງງານ​ປາດ​ຊີ້ນ ສະໜອງ​ຕະ
ຫລາດ​ໃນ​ທົ່ວ ສະຫະລັດ.

Iowa ​ເປັນ​ລັດ​ທຳ​ອິດ​ທີ່​ຮັບ​ເອົາ ອົບ​ພະຍົບມາ​ຈາກ​ປະ​ເທດ​
ລາວ ຫລັງ​ຈາກ​ສົ​ງ​ຄາມ​ອິນ​ດູ​ຈີນ​ໄດ້​ສີ້​ນສຸດ​ລົງ ນັບ​ແຕ່​ທ້າຍ​ປີ
1975 ຫາ 1980 ​ໄດ້​ເລີ້ມມີ​ອົບ​ພະ​ຍົກມາ​ຈາກ​ ເອ​ເຊຍ​ເຂົ້າ​ໄປ
ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ລັດນີ້ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ພີ່ນ້ອງເຜົ່າ​ໄຕ​ດຳ ​ຕິດ​ຕາມ​ມາ​ດ້ວຍປະຊາ​
ກອນ​ລາວເຜົ່າ​ອຶ່ນໆ. ໂດ​ຍ​ສະ​ເພາະ​ຢ່າງ​ຍິ່ງ ​ມີ​ມູນ​ມໍລະ​ດົກອັນລຳ້ຄ່າຂອງລາວ ທີ່​ໄດ້​ຕົກ
​ທອດ​ມາຢູ່​ໃນ​ດິນ​ແດນ​ແຫ່ງ​ນີ້​. ນັ້ນ​ຄື ອະ​ດີດ​ຄູ​ອາ​ຈານ ແລະ​ນັກ​ຮຽນ​ຈາກ ໂຮງ​ຮຽນດຸລິ​ຍາງ​
ນາດຕະສິນແຫ່ງ​ອະດີດ ພະ​ລາ​ຊະ​ອາ​ນາ​ຈັກ​ລາວ. ສົ​ມບັດ​ດັ່ງກ່າວ​ນີ້ ​ໄດ້​ຖືກ​ຮັບຮູ້ ​ແລະໄດ້
ຮັບ​ກຽດ​ອັນສູງ​ຈາກ ປະຊາ​ຄົມ​ອາ​ເມຣິກັນ ຈົນ​ເຖິງ​ໄດ້​ມີ​ໂອກາດ​ໄດ້​ມາ​ສ​ະ​ແດງຢູ່​ເວທີອັນ​
ມີ​ກຽດທີ່ ໂຮງລະຄອນ​ແຫ່ງ​ຊາດ “The Kennedy Center for Performing Arts” ທີ່​
ນະຄອນຫລວງ ວໍ​ຊິງ​ຕັນ ມາ​ເຖິງສ​ອງຄັ້ງ​ແລ້ວ. ປັດ​ຈຸ​ບັນ​ນີ້ ຢູ່​ໃນ​ລັດ Iowa ມີ​ປະ​ຊາກອນ
ລາວ-ອາ​ເມ​ຣິ​ກັນ ​ຢູ່​ປະ​ມານ 5000 ຄົນ ​ແລະມີວັດ​ພຸດ​ທະ​ສາ​ສະ​ໜາຂອງ​ປະຊາ​ຄົມ​ລາວ
ຢູ່ສອງວັດ.



ທ່ານ​ເກສອນ ສີ​ທົນ​ນະລາດ ​ແມ່ນ​ສະ​ມາ​ຊິກ​ປະຊາ​ຄົມ​ລາວ​-ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ທີ່​ໄດ້​ຕິດ
​ຕາມ​ຄອບ​ຄົວ​ມາຕັ້ງ​ຖິ່ນ​ຖານ ແລະ​ເຕີບໃຫຍ່ ຢູ່​ໃນ​ ນະຄອນ Des Moines. ທ່ານ​ໄດ້​ເລົ່າ
​ຊີວິດ​ຄວາມ​ເປັນ​ມາສູ່ ວີ​ໂອ​ເອ ຟັງ​ວ່າ ​ເປັນ​ດ້ວຍ​ເຫດ​ໃດ ທ່ານ​ຈຶ່ງ​ໄດ້​ປະກອບ​ວິຊາ​ອາຊີບ
​ເປັນ​ພໍ່ຄົວ ​ໄດ້​ໄປ​ເຮັດ​ວຽກ​ຢູ່​ຫລາຍ​ລັດ ຢູ່​ນອກ​ປະ​ເທດ ​ແລະ​ໃນ​ທີ່​ສຸດໄດ້ຕັດ​ສິນ​ໃຈພາ
​ຄອບຄົວ​ກັບ​ຄືນມາຕັ້ງຊີວິດ​ຢູ່​ນະຄອນ Des Moines ລັດ IOWA ຈົນ​ເຖິງ​ເທົ້າ​ປັດຈຸບັນນີ້.

ແຕ່ລະ​ປີເລີ້ມ​ຈາກທ້າຍລະດູ​ໄບໄມ້​ປົ່ງ​ໃນ ​ເດືອນ​ເມສາ ຫາ​ລະດູ​ໃບ​ໄມ້​ຫລົ່ນ​ເດືອນ​ກັນຍາ
ບັນດາກະ​ເສດ​ຕະກອນ​ ​ເລີ້ມພາກັນນຳ​ເອົາ​ເຄຶ່ອງປູກ​ຂອງຝັງ​ເຂົາ​ເຈົ້າ​ມາ​ວາງ​ຂາຍ​ຢູ່​ຕາມ
ຕະຫລາດ​ກາງ​ແຈ້ງ​ທີ່​ຮ້ອງ​ວ່າ Farmers' Market​ ຫລື​ຕະຫລາດ​ຊາວນາ ທີ່ມີຜົນ​ລະປູກ​
ສົດໆມາ​ວາງ​ຂາຍ ໃນ​ວັນ​ເສົ​າ ​ແລະວັນ​ອາທິດ. ຕະຫລາດ Farmers' Maket ນີ້​ເປັນ​ທີ່
​ນິຍົມ​ທີ່​ສຸດ​ຢູ່​ໃນທົ່ວ ສະຫະລັດ ​ເພື່ອ​ໃຫ້​ຊາວບ້ານ ​ໄດ້​ມີ​ໂອກາດ​ກິນເຄື່ອງ​ປູກ​ຂອງ​ຝັງສົດໆ
​ເຊັ່ນ​ວ່າ ໝາກ​ໄມ້​ສົດ ຜັກ​ສົດ ດອກ​ໄມ້ ​ຊີ້ນ ປາ ​ແລະ​ອຶ່ນໆ ທີ່​ບໍ່ໃຊ້​ສານ​ເຄມີ ​ເໝືອນດັ່ງ
​ຢູ່​ໃນ​ຕະຫລາດ​ໃຫຍ່ທົ່ວໆ​ໄປ ​ແລະ​ນອກ​ຈາກນັ້ນ ​ກໍ​ເປັນ​ການ​ສະໜັບສະໜຸນ ​ຊຸ​ກຍູ້​ສົ່ງ
​ເສີມ​ບັນດາກະ​ເສດ​ຕະກອນ.​ ຕະຫລາດ​ຊາວນາ ຢູ່​ໃນ​ສະຫະລັດ ບໍ່​ແມ່ນ​ແຕ່​ພຽງ​ຕະຫລາດ
​ຂາຍ​ຜົນລະປູກ ສັດ​ນາ​ຊະນິດ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ສິນຄ້າ​ນາໆ​ຊະນິດອີກ ເປັນ​ຕົ້ນ​ວ່າ ​ເຄຶ່ອງ
ຫັດຖະກຳພື້ນ​ເມືອງ ນ​ອກນັ້ນ​ແລ້ວ​ຍັງ​ມີ​ການສະ​ແດງ​ດົນຕີ ສ້າງ​ຄວາມ​ມ່ວນ​ຊຶ່ນ​ໃຫ້​ແກ່​ບັນດາ​ຜູ້​ມ​ເລາະ​ຊື້​ເຄຶ່ອງຂອງ​ນຳ​ດ້ວຍ.

ທ່ານ​ເກສອນ ນອກຈາກເປັນ​ພໍ່ຄົວເຮັດ​ວຽກ​ເຕັມ​ເວລາ​ແລ້ວ ທ່ານ​ຍັງ​ໄດ້​ນຳພາ​ຄອບຄົວ
ນຳເອົາ​ອາຫານ​ລາວ ​ແລະ​ອາຫານເອ​ເຊຍອຶ່ນໆ​ມາວາງ​ຂາຍ​ຢູ່​ຕະຫລາດແຫ່ງ​ນີ້ມາ​ເປັນ
​ເວລາ 18 ປີ​ແລ້ວ ທ່ານ​ໄດ້​ເລົ່າ​ຕໍ່ ວີ​ໂອ​ເອ ອີກ​ວ່າ :

ເມື່ອ​ເວລາທ່ານ​ເກສອນ ຍັງເປັນ​ຊາຍ​ໂສດ​ຢູ່​ນັ້ນ ທ່ານໄດ້ພະ​ຈົນ​ໄພ​ໄປປະກອບ​ອາຊີບ​ຢູ່
​ຫລາຍໆ​ແຫ່ງໃນ ​ສະຫະລັດ ​ແລະຢູ່​ນອກ​ ສະຫະລັດ. ທ່ານ​ໄດ້​ເຫັນ​ຄວາມ​ແຕກ​ຕ່າງ​ດ້ານ​
ສັງຄົມ ແລະສິ່ງ​ແວດລ້ອມ. ​ຫລັງ​ຈາກ​ທ່ານ​ໄດ້​ແຕ່​ງງານ ມີ​ລູກ​ເຕົ້າ​ແລ້ວ ທ່ານໄດ້​ຕັດສິນ
​ໃຈ​ນຳພາ​ຄອບຄົວກັບ​ຄືນ​ມາ​ຢູ່ ລັດ Iowa ທີ່​ຕັ້ງ​ຢູ່​ໃຈກາງ ສະຫະລັດ ບ່ອນ​ທີ່​ມີ​ຄວາ​ມ
​ສະຫງົບ ​ຊີວິດບໍ່​ຮີບ​ຮ້ອນ ບໍ່​ມີ​ການສັນຈອນຫລາຍ ​ຢູ່​ກັບ​ທຳ​ມະ​ຊາດອັນ​ງົດງາມ ​ແລະມີ
​ບ່ອນ​ຫາ​ປູ​ຫາ​ປາ ອັນ​ເປັນ​ຊີວິດຈິດ​ໃຈຂອງ​ຊາວ​ລາວ.

ນອກຈາກນັ້ນຮ້ານຂອງ ທ່ານເກສອນ ແລ້ວກໍຍັງມີຮ້ານອາຫານຂອງ ທ່ານ ລີຈ້າວ ພີ່ນ້ອງ
ຊາວມົ້ງ ຈາເມືອງ Des Moines ເຊັນກັນ ແລະກໍໄດ້ຮັບຄວາມນິຍົມຊົມຊອບ ຮ້ານນີ້ມີຊື່
ວ່າ Hmong Egg Rolls. ທ່ານໄດ້ຂາຍມາໄດ້ຫລາຍສິບປີແລ້ວ. ການຂາຍອາຫານ ໃນ
ວັນເສົາ ແລະອາທິດດັ່ງກ່າວນີ້ ໄດ້ນຳລາຍໄດ້ເຂົ້າມາສູ່ຄອບຄົວເປັນຢ່າງດີ.

ເບິ່ງວີດີໂອ ກ່ຽວກັບຮ້ານຂອງທ່ານ ລີຈ້າວ:


XS
SM
MD
LG