ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານຫີນສົມໃຈ ຜຸຍບັນດິດ ນັກວິສະວະກອນ ສ້າງເຄື່ອງ ສ່ອງໄຟຟ້າ


ທ່ານຫີນສົມໃຈ ແລະຍານາງວຽງ ຜຸຍບັນດິດ ທີ່ີເມືອງ Waukesha ລັດ Wisconsin ສະຫະລັດ ອາເມຣິກາ
ທ່ານຫີນສົມໃຈ ແລະຍານາງວຽງ ຜຸຍບັນດິດ ທີ່ີເມືອງ Waukesha ລັດ Wisconsin ສະຫະລັດ ອາເມຣິກາ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ລາວ ​ໃນ​ແລງ​ວັນ​ພະຫັດ​
ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ ທ່ານ​ຫີນ​ສົມໃຈ ຜຸ​ຍບັນ​ດິດ
ມາສະ​ເໜີ​ທ່ານ. ທ່ານ​ຫີນ​ສົມ​ໃຈ ​ແມ່ນ​ນັກວິ​ສະວະ​ກອນ​ ຫລື
Mechanical Engineer ປັດ​ຈຸ​ບັນ​ນີ້​ເຮັດ​ວຽກ​ໃຫ້​ແກ່ ບໍລິສັດ
General Electric ຫລື​ຮູ້​ກັນ​ອີກ​ວ່າ GE ຊຶ່ງ​ເປັນ​ບໍລິສັດ ຜະ
ລິດດອກ​ໄຟຟ້າ​ມາ​ຕັ້ງ​ແຕ່​ປີ 1892 ​ແລະໄດ້​ຂະຫຍາຍການ​ຜະ
ລິດ​ເຄື່ອງ​ໃຊ້​ຕ່າງໆອອກ​ມາ​ສູ່​ຕະຫລາດ​ໂລກຢ່າງ​ຫລວງ​ຫລາຍ.
ທ່ານ​ຫິນ​ສົມ​ໃຈ ​ແມ່ນນັກວິ​ຊະວະ​ກອນ ຄົນ​ນຶ່ງ​ທີ່ມີສ່ວນ​ປະກອບ
​ໃນ​ການອອກ​ແບບ ​ເຄື່ອງຈັກ​ສ່ອງ​ໄຟ​ຟ້າ.ຄວາມ​ເປັນ​ມາຂອງ ທ່ານ​ຫີນ​ສົມໃຈ ​ເປັນມາ​ຢ່າງ​
ໃດ​ນັ້ນ ກິ່ງ​ສະຫ​ວັນ ຈະ​ນຳ​ເລື້ອງ​ນີ້​ມາສະ​ເນີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ​ເຄົາ​ລົບ ພົບ​ກັນ​ອີກ​ຕາມ​ເຄີຍ​ກັບລາຍ​ການ ຊີ​ວິດ​ຊາວ​ລ​າວ ມື້​ນີ້​ຂ້າ
​ພະ​ເຈົ້າ​ຂໍ​ແນະ​ນຳ​ໃຫ້​ທ່ານ​ໄດ້​ຮູ້​ຈັກ​ກັບ​ ທ່ານຫີນ​ສົ​ມ​ໃຈ ຜຸ​ຍບັນ​ດິດ ນັກ​ວິສະ​ວະ​ກອນ ເຊື້ອ
ສາຍ​ລາວ ​ທີ່ໄດ້ມ​າ​ເຕີບ​ໃຫຍ່​ຢູ່​ໃນ ສະ​ຫະ​ລັດ ປັ​ດຈຸ​ບັນ​ນີ້ຕັ້ງ​ຖິ່ນ​ຖານ​ພ້ອມຄອບ​ຄົວ​ຢູ່
ເມືອງ Waukesha ລັດ Wisconsin ທາງ​ເໜືອ​ຕອນ​ກາງ​ ​ຂອງ ສະຫະລັດ. ລັດ Wis-
consin ​ເປັນລັດທີ 23 ແລະເປັນ​ລັດ​ທີ່​ມີ​ປະຊາກອນ​ຢູ່​ຫລາຍອັນ​ດັບ​ 20 ຂອງສະຫະລັດ.

ຊາຍ​ແດນ​ຂອງ ລັດ Wisconsin ຕິດກັບແມ່​ນໍ້າ​ ໃຫຍ່ຊື່ວ່າ Montreal River, Lake
Michigan ​ແລະ Lake Superior. ເມືອງ​ຫລວງ​ຂອງ​ລັດ Wisconsin ​ແມ່ນ​ນະຄອນ
Madison.

ລັດ Wisconsin ນີ້​ເປັນທີ່​ຮູ້​ກັນ​ດີ​ວ່າ ເປັນບ່ອນ “​ຜະລິດ​ນໍ້າ ນົມ​ຂອງ​ ສະຫະລັດ” ​ເພາະ
ວ່າ ​ເປັນ​ລັດ​ທີ່ນຳ​ພາອຸດສາຫະກຳລ້ຽງ​ງົວ ​ຜະລິດ​ເນີຍ ນໍ້າ ນົມ ​ເຄື່ອງ​ໃຊ້​ທີ່​ທຳ​ດ້ວຍ​ເຈັ້ຍ
​ເທັກ​ໂນ​ໂລ​ຈີ​ດ້ານຂ່າວສານ ​ຫລື Information Technology ແລະ​ການທ່ອງທ່ຽວ​ ທີ່ນຳ
​ລາຍ​ໄດ້​ເຂົ້າ​ສູ່​ເສດຖະກິດ​ຂອງ​ລັດ. ນອກຈາກ​ນັ້ນ​ອີກ​ແລ້ວ ຍັງ​ເປັນ​ລັດ​ທີ່​ສວຍ​ງາມ ​ໂດຍ
​ສະ​ເພາະ​ ລະດູ​ໃບ​ໄມ້ຫລົ່ນ ທີ່ມີ​ການ​ໂຮ່​ເນື້ອ ລ່າ​ກວງ​ກັນຢ່າງ​ຄຶກຄື້ນ. ​ເປັນ​ລັດ​ທີ່​ມີຊາວ​
ເຢຍລະ​ມັນ ​ມາ​ຕັ້ງ​ຊີວິດ​ຢູ່​ຫລາຍ​ໃນ​ເບື້ອງຕົ້ນ. ກ່ອນ​ຊາວ​ຢູ​ໂຣບພາ​ກັນຍັບ​ຍ້າຍມາ​ທາງ
​ທິດຕາ​ເວັນ​ຕົກ ​ແລະ​ບຸກ​ເບີກ​ພື້ນ​ທີ​ໃໝ່ນັ້ນ ລັດ Wisconsin ​ເປັນ​ຖິ່ນ​ເກົ່າ​ຊອງ​ຊາວ​ອິນ
​ເດຍ​ແດງ​ທີ່ເອີ້ນ​ວ່າ native Americans ຫລື​ຊາວ​ອາ​ເມຣິກັນ​ພື້ນ​ເມືອງ ​ເພາະສະ​ນັ້ນ
​ເມືອງ​ນີ້​ຈຶ່ງ​ມີ​ຊື່​ພາສາ​ອິນ​ເດ​ບ​ແດງວ່າ ເມືອງ Waukesha. ທ່ານຫີນ​ສົ​ມ​ໃຈ ຕັ້ງຄອບຄົວ
​ແລະ​ປະ​ກອບ​ອາຊີບ​ຢູ່​ທີ່​ນີ້ ພ້ອມດ້ວປະຊາກອນ​ລາວ-ອາ​ເມຣິກັນ​ ປະມານ 30 ຄອບຄົວ.
ໃນ​ເຂດ​ເມືອງ Waukesha ນີ້ ມີ​ວັດ​ພຸດທະສາສະໜາ​ແຫ່ງ​ນຶ່ງ​ຊື່ວ່າ ​ວັດພຸດທະ​ຮັກສາ ​

ທ່ານ​ຫີນ​ສົມ​ໃຈ ​ເປັນ​ນັກ​ຊິ​ວະ​ກອນ ຫລື Mechanical Engineering ເຮັດ​ວຽກ​ໃຫ້​ແກ່
ບໍລິສັດ General Electric ຫລື​ຮູ້​ກັນ​ໃນ​ຊື່​ຫຍໍ້​ວ່າ GE. ​ແຕ່​ກ່ອນອື່ນ ​ເຮົາ​ມາ​ຮຽນ​ຮູ້ ​ແລະ
ທຳ​ຄວາມ​ເຂົ້າ​ໃຈ​ວ່າ ບໍລິສັດ GE ນີ້​ເຂົາ​ເຈົ້າ​ ຜະ​ລິດ​ຄິດ​ສ້າງ​ຫຍັງ​ກັນ​ ​ແລະ​ຕັ້ງ​ຂື້ນມາ​ດົນ​
ປານໃດ​ແລ້ວ​. ບໍ​ລິ​ສັດ General Electric ຮູ້​ກັນ​ອີກວ່າ GE ​ແມ່ນຮວມຢູ່​ໃນບໍ​ລິ​ສັດ
ໃຫຍ່ໆ ມີ​ຊື່​ສຽງ​ຂອງ ​ສະ​ຫະ​ລັດ ແລະມີ​ສາຂາ​ຢູ່ທົ່ວ​ໂລກ. ​ບໍ​ລິ​ສັດ GE ​ລິເລີ້ມ​ດ້ວຍ​ການ
​ພະ​ລິດດອກ​ໄຟ​ຟ້າ ຕັ້ງຂື້ນມາແຕ່​ປີ 1892. ໃນ​ລະ​ຍະ​ຮ້ອຍປາຍ​ປີ​ທີ່​ຜ່ານ​ມາ ບໍລິ​ສັດ GE
​ໄດ້​ຂະ​ຫຍາ​ຍ​ຈາກ​ການຜະ​ລິດດອກ​ໄຟ​ຟ້າ​ ​ໄປ​ສູ່​ການ​ຜະ​ລິດເຄື່ອງອຸບປະກອນເທັກ​ໂນ​ໂລ
​ຈີ​ຕ່າງໆຂອງ ສັດ​ຕະ​ວັດ​ທີ່ 21 ແລະ​ໄດ້ຂະ​ຫຍາຍ​ອອກ​ໄປ​ຢູ່ຫລາຍ​ຂະແໜງ ເຊັນ​ວ່າ​ຜະ
​ລິດ​ເຄື່ອງ​ໃຊ້ດ້ວຍ​ ​ພະ​ລັງ​ໄຟ​ຟ້າ​ພາຍໃນເຮືອນຊານ ໂຮງການບໍ​ລິ​ສັດ​ການ​ຄ້າອຸດ​ສາຫະ
​ກຳ ​ການນຳ​ໃຊ້ພະ​ລັງ​ງ​ານ ຈາກ​ນ້ຳ​ມັນ ແກັ​ສ ນ້ຳ ຊີ້ນ​ສ່ວນ​ຂອງອາ​ວຸດຍຸດ​ໂທ​ປະກອນ
ການ​ແພດ​ ແລະ​ອື່ນໆ​. ​ເພາະ​ສະ​ນັ້ນ ບໍ​ລິ​ສັດ GE ​ຈຶ່ງຢູ່​ໃນ​ບັນ​ດາບໍ​ລິ​ສັດອຸດ​ສາ​ຫະ​ກຳ​ຍັກ​
ໃຫຍ່ ຂອງ ສະ​ຫະ​ລັດ ທີມີ​ສິນ​ຄ້າ ​ສາ​ຂາຢູ່ ທົ່ວ​ປະ​ເທດ ແລະ​ທົ່ວ​ໂລກ ແລະ​ມີ​ຜົນ​ກຳ​ໄລ
​ໃນ​ປີ 2013 ຫລາຍກວ່າ 146 ພັນ​ລ້ານ​ໂດ​ລາ. ​ປັດ​ຈຸ​ບັນ​ນີ້ ບໍ​ລິ​ສັດ GE ມີ​ພະ​ນັກ​ງານ​ຢູ່
ສາມ​ແສນ​ກວ່າ ຄົນ ແລະ​ໃນ​ນັ້ນ​ມີ ຄົນລາວ​-ອາ​ເມ​ຣິ​ກັນ ຄົນ​ນຶ່ງ​ທີ່​ເຮັດ​ວຽກເປັນ​ນັກວິ​ຊະ
ວະ​ກອນ​ ຊຶ່ງ​ເປັນ​ຜູ້​ນຶ່ງໄດ້​ປະ​ກອບ​ພາກ​ສ່ວນ​ອອກ​ແບບ ຜະ​ລິດປັບ​ປຸງ​ເຄຶ່ອ​ງ​ສ່ອງ​ໄຟ​ຟ້າ
​ໃຊ້ປີ່ນ​ປົວ​ທາງ​ການ​ແພດ.

ທ່ານ​ຫີນ​ສົມ​ໃຈ ໄດ້ເຂົ້າ​ມາ​ສະຫະລັດ ​ໃນ​ປີ 1976 ​ເວລາ​ນັ້ນ​ມີ​ອາຍຸ 16 ປີ ​ແລ້ວ ​ສາມາດ
​ປາກ​ເວົ້າ​ພາສາ​ລາວ​ໄດ້​ຫລ່ຽນ​ໄຫລ. ທ່ານ​ຫີນ​ສົມໃຈ ​ໄດ້ເຮັດ​ວຽກ​ກັບ ​ບໍ​ລິ​ສັດ GE ​ມາ​ໄດ້
26 ປີ​ ​ແລະທ່ານ​ໄດ້​ ເ​ລົ່​າ​ຊີ​ວິດ​ຄວາມ​ເປັນ​ມາ​ ວີ​ໂອ​ເອ ຟັງວ່າເປັນ​ຫຍັງ​ທ່ານ​ຈຶ່ງໄດ້​ກາຍ
ມ​າ​ເປັນ ນັກ​ວິ​ຊະ​ວະ​ກອນ :

ທ່ານ ຫີນສົມໃຈ ຜຸຍບັດດິດ
ທ່ານ ຫີນສົມໃຈ ຜຸຍບັດດິດ

ທ່ານ​ຫີນ​ສົມໃຈ ​ໄດ້​ແຕ່ງງານ​ກັບ ຍາ​ນາງ​ວຽງ ຜຸ​ຍບັນດິດ ອາຊີບ​ນາງ​ໝໍ ມີ​ລູກ​ຊາຍ​ນຶ່ງ​ຄົນແລະ ລູກສາວ​ສອງຄົນ. ​ທ່ານ​ໄດ້ເລົ່າ​ມ້ວນທ້າ​ຍ ກ່ຽວ​ກັບ​ຊີວິດຄອບຄົວວ່າ :

ທ່ານ ຫີນສົມໃຈ ແລະ ຍານາງວຽງ ຜຸຍບັນດິິດ
ທ່ານ ຫີນສົມໃຈ ແລະ ຍານາງວຽງ ຜຸຍບັນດິິດ

ຄວບຄົວ​ທ່ານ​ຫີນ​ສົມ​ໃຈ ຜຸ​ຍບັນ​ດິດ ​ເປັນ​ຄອບຄົວ​ນຶ່ງທີ່ໜ້າ​ສັນລະ​ເສີນ ປະສົບ​ຜົນສຳ
​ເລັດ​ດ້ານ​ການ​ສຶກສາ ທັງ​ຄູ່​ຜົວ​ເມຍ ​ພ້ອມດ້ວຍ​ບັນດາ​ລູກ​ເຕົ້າ​ ທີ່​ກຳລັງ​ດຳ​ເນີນ​ຕາມ​ຮອຍ
​ຂອງ​ພໍ່​ແມ່ ໄປ​ສູ່​ອານາ​ຄົດ​ອັນ​ແຈ່​ມ​ໄສ.

ໃນ​ວັນ​ພະຫັດໜ້າ ຂ້າພະ​ເຈົ້າ ຈ​ະນຳ​ເອົາ​ຊີວິດ​ຊາວ​ລາວ ​ໃນ​ຫົວ​ຂໍ້ເລື້ອງ​ໃໝ່ມາສະ​ເໜີ​
ທ່ານ ​ໂປດ​ຕິດຕາມ​ຟັງ

XS
SM
MD
LG