ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮ້ານອາຫານລາວ "ຕິບເຂົ້າ" ແຫ່ງທຳອິດໃນ ນະຄອນຫຼວງ ວໍຊິງຕັນ ດີ.ຊີ


ພິທີເປີດຮ້ານ ຕິບເຂົ້າ ວັນເສົາ ທີ 13 ເດືອນທັນວາ ປີ 2014 ທີ່ຖະໜົນ 14 ນະຄອນຫລວງ ວໍຊິງຕັນ ດີ.ຊີ
ພິທີເປີດຮ້ານ ຕິບເຂົ້າ ວັນເສົາ ທີ 13 ເດືອນທັນວາ ປີ 2014 ທີ່ຖະໜົນ 14 ນະຄອນຫລວງ ວໍຊິງຕັນ ດີ.ຊີ

ໃນລາຍ​ການ​ຊີວິດ​ຊາວລາວ ມື້​ນີ້ ​ວີ​ໂອ​ເອ ຈະສະ​ເໜີການ​ສຳ
ພາດກັບ ທ່ານ​ບຸນ ​ຄຳມະນີວັນ ແລະ​ຍາ​ນາງ​ແສງ ຫລວງ​ລາດ
​ເຈົ້າ​ຂອງ​ຮ້ານ​ອາຫານສອງ​ຮ້ານ​ຄື ຮ້ານ Bangkok Golden
ຢູ່​ເມືອງ Falls Church ລັດ Virgina ແລະ ຮ້ານ “​ຕິບ​ເຂົ້າ”

ຊຶ່ງ​ເປັນ​ຮ້ານ​ອາຫານ ທີ່​ໃສ່​ຊື່​ອັນເປັນ​ເອກ​ກະ​ລັກ​ຂອງ​ລາວ
ຮ້ານ​ທຳ​ອິດ ທີ່​ອອກໜ້າ​ອອກ​ຕາ ໃນ ນະຄອນຫລວງ ວໍ​ຊິງ​ຕັນ
ດີ​.ຊີ. ເປີດ​ບໍລິການ​ມາ​ແຕ່​ເດືອນ​ທັນ​ວາ​ປີ 2014. ກິ່ງ​ສະຫວັນ
ຈະນຳ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາ​ຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ພົບ​ກັນອີກ​ຕາມ​ນັດ​ໝາຍໃນ ລາຍການ​ຊີວິດ​ຊາວລາວ​
ຂອງ ​ວີ​ໂອ​ເອ. ມື້​ນີ້ ຂ້າພະ​ເຈົ້າ ​ຈະ​ນຳພາ​ທ່ານ​ໄປເບິ່ງ​ທຸ​ລະ​ກິດ ການ​ຄ້າຂາຍອາ​ຫານ ຊຶ່ງ
​ເວົ້າສະ​ເພາະ​ກໍຈະ​ແມ່ນຮ້ານ “​ຕິບ​ເຂົ້າ” ​ຮ້ານອາ​ຫານ​ລາວ ອັນເປັນສັນ​ຍາ​ລັກສຳ​ຄັນ
​ຂອ​ງ​ລາວ ​ທີ່ຄົນ​ລາວ​ເປັນ​ເຈົ້າ​ຂອງ ທັງ​ເປັນ​ແມ່ຄົວນຳ ຢູ່ໃນ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ
ດີ.​ຊີ​ ທີ່​ຫາ​ກໍ່ເປີດ​ຂຶ້ນເມື່ອ​ເດືອນ​ທັນ​ວາ ປີ 2014 ທີ່​ຜ່ານ​ມາ​ນີ້​ເອງ. ​ຄວາມ​ຈິງ​ແລ້ວ​ຢູ່​ທົ່ວ
ສະ​ຫະລັດ ມີ​ຄົນ​ລາວ​ເປັນ​ເຈົ້າ​ຂອງ​ຮ້ານ​ອາ​ຫານ ​ຢ່າງ​ຫລວງ​ຫລາຍ ໄດ້​ຮັບ​ຜົນສຳ​ເລັດ​
ໄປ​ຕາມໆ​ກັນ ​ເຖິງ​ແມ່ນ​ຈະ​ມີພວກ​ລົ້ມ​ແຫລວ ແຕ່​ກໍ​ບໍ່ຫຼາຍ.

​ຮ້ານ​ອາ​ຫານ​ດັ່ງກ່າວ​ ທີ່​ເຈົ້າ​ຂອງ​ແມ່ນ​ຄົນ​ລາວ ສ່ວນ​ໃຫຍ່ມັກ​ຈະໃສ່​ຊື່​ໄທ ​ແລະເສີບ​ອາ​
ຫານ​ໄທ​. ​ບັນ​ດາ​ນັກ​ທຸ​ລະ​ກິດ​ລາວ​-ອາ​ເມ​ຣິ​ກັນ ເຫລົ່າ​ນີ້​ໃຫ້​ເຫດຜົນ​ວ່າ ບໍ່ກ້າ​ໃສ່​ຊື່​ວ່າເປັນ
​ຮ້ານ​ອາ​ຫານ​ລາວ ຫລື​ບໍ​ລິ​ການ​ອາ​ຫານ​ລາວ​ລ້ວນໆ ເພາະວ່າ ບໍ່​ຢາກ​ສ່ຽງ ​ເນື່ອງ​ຈາກ​ວ່າ
​ລູກ​ຄ້າ​ສ່ວນ​ຫລາຍ ​ບໍ່ເຄີຍ​ກິນ​ອາ​ຫານ​ລາ​ວມາ​ກ່ອນ ແລະບໍ່​ຮູ້​ວ່າ ເມືອງ​ລ​າວ​ຢູ່​ໃສ.

​ຕົກ​ມາ​ດຽວນີ້ ທ່ານ​ບຸນ ​ແລະ​ຍານາງ​ແສງ ຫລວງ​ລາດ ເຈົ້າ​ຂອງຮ້ານ​ອາຫານ Bangkok
Golden ທີ່​ໄດ້ບໍລິການ​ອາຫານ ລາວ-​ໄທ ເປີດ​ມາເປັນ​ເວ​ລາສີ່​ປີ​ກວ່າແລ້ວ ໄດ້​ພິ​ສູດ​ໃຫ້​
ເຫັນ​ວ່າ ​ລູກ​ຄ້າ​ພາກັນ​ນິຍົມ​ຊົມ​ຊອບອາ​ຫານ​ລາວ​ເປັນ​ພິ​ເສດ ຈົນ​ໄດ້​ອອກ​ຂ່າວ​ຢູ່​ໃນໜັງ​
ສື​ພີມ The Washingtonian ​ແລະນິ​ຕິ​ຍະ​ສານ​ອາ​ຫານ​ຕ່າງໆເປັນ​ປະຈຳໃນ​ເຂດ ນະ​
ຄອນ​ຫລວງ ວໍຊິງ​ຕັນ​. ດ້ວຍ​ເຫດ​ນີ້​ເອງ ບັນ​ດາລູ​ກ​ຄ້າຈຶ່ງໄດ້ພາກັນ​ແນະນຳ ສະ​ໜັບ​ສະ
​ໜູນ ​ແລະ​ສົ່ງ​ເສີມ​ໃຫ້ ທ່ານ​ບຸນ ແລະ​ຍາ​ນາງ​ແສງ ເປີດ​ຮ້ານ​ອາ​ຫານ​ລາວຂຶ້ນ ແລະ​ໃຫ້ໃສ່
​ຊື່​ທີ່ມີ​ເອກ​ກະ​ລັກຂອງ​ລາວ ຊຶ່ງ​ໃນ​ທີ່​ສຸດ​ຜົວ​ເມຍ​ຄູ່​ນີ້​ ຈ່ຶງ​ໄດ້​ຕັດສິນ​ໃຈ​ເປີດ​ຮ້ານ​ອາຫານ​ໃໝ່ຂຶ້ນ​ອີກນຶ່ງແຫ່ງ​ ​ ໃນ​ນະຄອນຫຼວງ​ຂອງ​ ສະຫະຣັດ ອາ​ເມ​ລິ​ກາ ໃສ່​ຊື່ວ່າ “​ຕິບ​ເຂົ້າ” ຮ້ານ​ນີ້​ເສີບ​ອາ​ຫານ​ລາວ​ເປັນ​ສ່ວນ​ໃຫຍ່​ ເປີດບໍ​ລິ​ການ​ຢູ່​ຖະໜົນ 14 ​ນັບ​ຕັ້ງ​ແຕ່​ເດືອນ​ທັນວາ​ ​ປີ
2014 ​ເປັນ​ຕົ້ນມາ​.

ບັນ​ດາ​ນັກທຸ​ລະ​ກິດ​ຮ້ານ​ອາ​ຫານ ຕ່າງກໍຮູ້ກັນ​ວ່າ ອາຊີບ​ນີ້ ​ເປັນ​ວຽກ​ໜັກ ມີ​ຄວາມຮັບ​ຜິດ​
ຊອບ​ສູງ ແລະ​ຕ້ອງ​ໄດ້​ກຳກັບນຳຢ່​າງ​ໃກ້​ຊິດ​ທີີ່ສຸດ ເພາະ​ສະ​ນັ້ນ ​ເຮົາ​ຈະ​ສັງ​ເກດ​ເຫັນ​ໄດ້​
ວ່າ ພວກ​ເຈົ້າ​ຂອງ​ຮ້ານທັງຫຼາຍ ຈະ​ບໍ່​ຄ່ອຍ​ໄດ້ມີ​ເວ​ລາໄປເຮ​ຮາ​ມ່ວນຊື່ນລຶ້ນ​ເລິງ​ຢູ່ໃນ​ວົງ
ການ​ສັງ​ຄົມທົ່ວ​ໄປ.

ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ ​ເມືອງຫຼວງຂອງ ສະຫະລັດ ​ໄດ້​ເລີ້ມ​ເປັນ​ບ່ອນກໍ່ຕັ້​ງສັງຄົມ
​ລາວ​ມາ​ຕັ້ງ​ແຕ່ ​ປີ 195​3 ​ໃນ​ຊ່ວງ​ເວລາທີ່ເມືອງ​ລາວ​ໄດ້​ຮັບ​ເອກ ກະລາດ​ຈາກຝຣັ່ງ ​ໄດ້
ເລີ້ມຜູກສຳ​ພັນ​ທາງກາ​ນ​ທູດ​ກັບ ສະ​ຫະ​ລັດ ​ແຕ່​ນັ້ນ​ມາ ​ຈົນ​ຕົກ​ມາ​ເຖິງປັດ​ຈຸ​ບັນ ​ຮ​ວມເວ​ລາໄດ້ 62 ປີ (1953-2015) ຊຶ່ງໃນ​ທີ່​ສຸດ​ຈຶ່ງ​ໄດ້ເກີດມີ​ຮ້ານ​ອາຫານ​ລາວຂື້ນ​ມາ​ຢູ່​ໃນ​ ນະ
ຄອນຫຼວງ​ແຫ່ງ​ນີ້. ບັດ​ນີ້ ແນວ​ຄິດທີ່​ຢ້ານ​ວ່າ ຄົນ​ບໍ່​ຮູ້​ອາຫານ​ລາວ ບໍ່​ຮູ້​ວ່າເມືອງ​ລາວຢູ່​ໃສ
ນັ້ນ ແມ່ນ​ໄດ້​ເຫືອດ​ຫາຍ​ໄປ ​ບໍ່​ໄດ້​ເປັນ​ອຸບປະສັກ​ກີດຂວາງ​ແຕ່ຢ່າງ​ໃດ​ອີກ​ແລ້ວ. ດ້ວຍ​
ເຫດ​ນີ້ຮ້ານ​ອາຫານ ຕິບ​ເຂົ້າ ຈຶ່ງ​ໄດ້​ກາຍ​ມາ​ເປັນ​ສ່ວນ​ປະກອບອັນ​ສຳຄັນ​ໃນ​ການ​ສ້າງ
ບັນຍາກາດ​ ​ໃຫ້ນະຄອນຫລວງ ວໍ​ຊິງ​ຕັນ ​ທີ່​ເປັນ​ບ່ອນ​ຕັ້ງຫ້ອງການ​ປົກຄອງລັດຖະບານ
​ກາງ ​ເຕັມ​ໄປ​ດ້ວຍນັກ​ການ​ທູດ ນັກກາ​ນ​ເມືອງ ນັກ​ທຸລະ​ກິດ ນັກ​ທ່ອງ​ທ່ຽວ ໃຫ້ກາຍ​ເປັນ
ປະຊາຄົມນາ​ໆ​ຊາດທີ່​ມີ​ສີສັນຫຼາຍ​ຂຶ້ນ ພາ​ໃຫ້​ແຂກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ​ຢາກເຂົ້າ ຢາກ​
ເຂົ້າ​ເບິ່ງ​ເຂົ້າ​ຊົມ​ ແລະທົດ​ລອງອາຫານ​ຢູ່​ໃນ​ຮ້ານ​ດັ່ງກ່າວ.

ຍານາ​ງ​ແສງ ​ເຈົ້າ​ຂອງ​ຮ້ານ ທັງ​ເປັນແມ່ຄົວ​ຊັ້ນ​ຍອດ​ ຜູ້ມີພອນ​ສະຫວັນ​ໃນ​ການ​ຄົວກິນ
ອາຫານ​ພື້ນ​ເມືອງ​ລາວ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ຍານາງແສງ ຫລວງລາດ
ຍານາງແສງ ຫລວງລາດ

ລິງໂດຍກົງ

ທ່ານ​ບຸນ​ ສາມີຂອງ​ຍານາງ​ແສງ ​ໄດ້​ໃຫ້​ຂໍ້ສັງ​ເກດເພີ້​ມ​ເຕີມ​ກ່ຽວ​ກັບ ຮ້ານ​ອາຫານ​ຕິບ​ເຂົ້າ ​ວ່າ :

ທ່ານບຸນ ຄຳມະນີີວັນ ແລະຍານາງແສງ ຫລວງລາດ
ທ່ານບຸນ ຄຳມະນີີວັນ ແລະຍານາງແສງ ຫລວງລາດ

ເພື່ອ​ເປັນ​ສິຣິມົງຄຸນ ພະ​ອາຈານ ດ໊ອກ​ເຕີ້ ຈັນ​ດາ​ພອນ ມິ່ງ​ສີ​ສຸພັນ ພ້ອມ​ດ້ວຍເຈົ້າ​ອາວາດ​
ວັດ​ລາວພຸດ​ທະ​ວົງ ພະ​ອາຈານ​ບຸນ​ມີ ​ກິດ​ຕິ​ທຳ​ມະ​ວັນ​ໂນ ພ້ອມ​ດ້ວຍພະ​ພິຂຸ​ສົງອື່ນໆ​ອີກ
ຮວມ​ເປັນ​ເກົ້າ​ອົງ ​ໄດ້ຮັບນິມົນໄປສັນ​ເພນ ແລະ​ໃຫ້ສິນ​ໃຫ້​ພອນສູດໄຊ​ຍັນ​ໂຕໃນການ
​ເປີດ​ຮ້າ​ນ​ ຕິບ​ເຂົ້າ ໃໝ່. ພະ​ອາຈານ ດ໊ອກ​ເຕີ້​ ຈັນ​ດາ​ພອນ ​ໄດ້​ກ່າວຕໍ່ ວີ​ໂອ​ເອ ວ່າ :

ພະມະຫາ ດ໊ອກເຕີ ້ຈັນດາພອນ ມິ່ງສີສຸພັນ
ພະມະຫາ ດ໊ອກເຕີ ້ຈັນດາພອນ ມິ່ງສີສຸພັນ

ທີ່​ເຮົາ​ໄດ້​ສ​ເນີ​ຜ່ານ​ໄປ ແມ່ນ​ການ​ສຳພາດ ກັບຍາ​ນາງແສງ ​ແລະ​ທ່ານ​ບຸນ ຫລວງ​ລາດ ​ເຈົ້າ​ຂອງ​ຮ້ານ​ອາຫານ Bangkok Golden ​ແລະ ​ຮ້ານ​ອາຫານ​ ຕິບ​ເຂົ້າ ທີ່​ເຂດ​ນະຄອນ​ຫລວງ ວໍຊິ​ງຕັນ ດີ.ຊີ. ​ທ່ານ​ຜູ້​ໃດ ຢູ່່​ແຫ່​ງຫົນໃດ​ກໍ​ຕາມ ຖ້າ​ຫາກ​ທ່ານ​ມີ​ຂ່່າວ ຫລື​ບົດບາດ​ຂອງ​ສະມາຊິກ​ສັງຄົມ​ລາວ ທີ່​ໜ້າ​ສົນ​ໃຈ ກະລຸນາ ແນະນຳ​ມາ​ຫາ ຫ້ອງການ ວີ​ໂອ​ເອ ດ້ວຍ ເພື່ອເຮົາ​ຈະ​ໄດ້​ນຳເອົາເລື້ອງລາວ​ອັນ​ໜ້າ​ສັນລະ​ເສີນຂອງເຂົາ​ເຈົ້າ​ມາ​ ເຜີຍ​ແຜ່​ໃຫ້ ພີ່ນ້ອງ​ເຊື້ອສາຍ​ລາວ ທີ່ຢູ່​ໃກ້ ​ແລະ​ໄກ ​ໄດ້​ ອອນຊອນ​ນຳ. ຂໍຂອບໃຈ.

XS
SM
MD
LG