ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ພາກັນປ່ອນບັດ ໃນການເລືອກຕັ້ງ ກາງສະໄໝ ຢູ່ ສະຫະລັດ


Republicans Sweep US Midterm Elections
please wait

No media source currently available

0:00 0:03:02 0:00

ສະ​ບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ເນື່ອງ​ຈາກວ່າ ວັນ​ອັງ​ຄານ ທີ 4
ເດືອນພະຈິກ ທີ່​ຜ່ານ​ມາ​ຫວ່າງສອງ​ມື້​ມາ​ນີ້ ເປັນວັນ​ເລືອກ​ຕັ້ງ​
ເອົາ​ຜູ້​ແທນ​ສະ​ພາ​ຕ່ຳ ແລ​ະ​ຜູ້​ແທນ​ສະ​ພາ​ສູງກາງ​ສະ​ໄໝ. ​ເພາະ​
ສະ​ນັ້ນ ລາຍ​ການ​ຊີ​ວິດ​ລ​າວ ແລງວັນ​ພະ​ຫັດ​ມື້​ນີ້ ຈະ​ນຳ​ເອົາ​ລາຍ​
ງານ ​ແລະການ​ສຳ​ພາດ ບັນ​ດາ​ຊາວລາວ​-ອາ​ເມ​ຣິ​ກັນ ​ຢູ່​ທົ່ວ​ປະ
​ເທດ ຊຶ່ງ​ເປັນຜູ້​ມີ​ຊິດ​ປ່ອນ​ບັດ​ເລືອກ​ຕັ້ງ ມາ​ສະ​ເໜີ​ທ່ານ​ວ່າ ເຂົາ
​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ໃດ ​ໃນ​ນາມເປັນສັນ​ຊາດອາ​ເມ​ຣິ​ກັນ ທີ່​ມີ
ສິດ​ປ່ອນ​ບັດ​ ເຂົາ​ເຈົ້າ​ສັງ​ກັດ​ຢູ່​ພັກ​ໃດ ປ່ອນ​ບັດ​ເອົາ​ໃຜ ແລະ​
ດ້ວຍ​ເຫດ​ຜົນ​ອັນ​ໃດ ຊຶ່ງ ກິ່ງ​ສະ​ຫວັນ ຈະ​ນຳ​ເອົາ​ເລື້ອງ​ນີ້​ມາ ສະ​
ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ວັນ​ອັງ​ຄານ ທີ 4 ທີ່​ຜ່ານ​ມາ​ນີ້ ປະ​ຊາ​ກອນອ​າ​ເມ​ຣິ​ກັນ ຫລາຍ​ລ້ານ​ຄົນ ​ໄດ້ພາ​ກັນ​ໄປປ່ອນ​ບັດ​ລົງ​ຄະ​ແນນສຽງ ເລືອກ​ຕັ້ງ​ເອົາຜູ້​ແທນ​ສະ​ພາ​ຕ່ຳ ຜູ້​ແທນ​ສະ​ພາ​ສູງ ຂອງລັດ​ຖະ​ສະ​ພາ ສະ​ຫະ​ລັດ ລວມທັງ​ຜູ້​ປົກຄອງ​ລັດ​ບາງ​ລັດ​ນຳ ທີ່​ຮ້ອງວ່າ Mid Term Election ຫລື​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ກ່ອນ ປະ​ທາ​ນາ​ທິ​ບໍ​ດີ ຄົນ​ປັດ​ຈຸ​ບັນ​ຄື ທ່ານ Barack Obama ຈະ​ໝົດ​ໜ້າ​ທີ ໃນ​ທ້າຍ​ປີ 2015 ຈະ​ມາ​ເຖິງ​ນີ້ລົງ.

ປັດ​ຈຸ​ບັນ​ນີ້ ສະ​ພາ​ສູ​ງ ຫລື senate ປະ​ກອບ​ດ້ວຍ​ 100 ບ່ອນ​ນັ່ງ ​ຊຶ່ງພັກ​ເດ​ໂມ​ແຄຣັດ ຫລື​ພັກ​ຫົວ​ເສ​ຣີ ຄວບ​ຄຸມ 53 ​ບ່ອນນັ່ງ​ ແລະໃນ​ນັ້ນ​ 21 ບ່ອນ​ນັ່ງ ມີ​ກຳ​ນົດ​ ​ໃຫ້ເ​ລືອກ​ເອົາ​ສະມາຊິກ​ຄົນໃໝ່ມາ​ແທນ. ສ່ວນພັກເຣ​ພັບ​ບ​ລິ​ກັນ ຫລື​ພັກການເມືອງນິຍົມແນວ ທາງເດີມ ຄວ​ບ​ຄຸມ 47 ບ່ອນ​ນັ່ງ. ໃນ​ນັ້ນ​ 15 ບ່ອນ​ນັ່ງ​ມີ​ກຳ​ນົດ​ໃຫ້​ເລືອກເອົາ​ສະມາຊິກ​ຄົນ​ໃໝ່​ເຂົ້າ​ມາ​ແທນ. ​ຜູ້​ແທນ​ສະ​ພາ​ຕ່ຳ ​ຫລື House of Representatives ມີ​ຢູ່​ທັງ​ໝົດ 435 ບ່ອນ​ນັ່ງ ​ຊຶ່ງ​ປັດ​ຈຸບັນ​ນີ້ ພັກ​ເຣ​ພັບ​ບ​ລິ​ກັນ​ເປັນ​ຜູ້ຄວບ​ຄຸມບ່ອນ​ນັ່ງ ແລະ​ທັງ​ໝົດແມ່ນຕ້ອງ​ໄດ້​ເລືອກ​ຕັ້ງ​ໃໝ່​ໃນ​ກາງສ​ະໄໝທີ່​ຫາ​ກໍ​ຜ່ານ​ພົ້ນ​ໄປ​ນີ້.

ຊາວອາເມຣິກັນ ກຳລັງພາກັນປ່ອນບັດ
ຊາວອາເມຣິກັນ ກຳລັງພາກັນປ່ອນບັດ

ໃນ​ວັນ​ອັງ​ຄານ​ທີ 4 ສອງ​ສາມ​ມື້​ຜ່ານ​ມາ​ນີ້ ບັນ​ດາ​ໂຮງ​ຮຽນ​ປະ​ຖົ​ມ
​ຢູ່​ທົ່ວ​ສະ​ຫະ​ລັດ ​ໄດ້ພາ​ກັນ​ປິດ ​ເພື່ອ​ໃຊ້​ສະ​ຖານ​ທີ່​ ເປັນ​ບ່ອນ​ປ່ອນ​
ບັດ​ເລືອກ​ຕັ້ງຈາກ 6 ໂມງ​ເຊົ້າ ຫາ 7 ໂມງ​ແລງ. ​ການ​ປ່​ອນ​ບັດ​ຢູ່​
ໃນ ສະ​ຫະ​ລັດ ສ່ວນ​ຫຼາຍຈະ​ບໍ່​ໃຊ້​ບັດ​ສຳ​ລັບ​ປ່ອນ ແຕ່​ຈະ​ເປັນ​ລະ​
ບົບ​ຄອມ​ພິວ​ເຕີ້ ຄືຜູ້​ປ່ອນ​ບັດ​ພຽງ​ແຕ່ອ່ານ ແລະໃຊ້​ປຸ່ມບີບຄຳ​
ຕອບເທົ່າ​ນັ້ນ​ເຊັ່ນ​ຖ້າທ່ານ​ມັກ​ຜູ້ໃດ ກໍ​ໃຫ້​ທ່ານບີບ​ເອົາ​ຊື່​ຜູ້​ນັ້ນ.
ນອກ​ນີ້​ແລ້ວ ຢູ່​ໃນ​ບັດລົງ​ຄະ​ແນນ​ສຽງ​ກໍ​ຈະ​ມີ ​ການ​ລົງ​ປະຊາ​ມະຕິ​ນຳ ​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນການ​ໃຊ້ແລະ​ຊື້​ຂາຍ​ກັ່ນ​ຊາ ​ເລື້ອງ​ການແທ້ງ​ລູກ ກົດໝາຍ​ຄົນ​ຕ່າງ​ດ້າວ ການ​ຄວບ​ຄຸມ​ຊື້​ຂາຍ​ອາ​ວຸດ​ປະຈຳໂຕ ການ​ພັດ​ທະ​ນາປັບປຸງຕ່່າງໆ ​ປະຈຳ​ທ້ອງ​ຖິ່ນແລະ​ອື່ນໆ. ​

ປ້າຍໂຄສະນາຫາສຽງຂອງ ຜູ້ສະມັກ
ປ້າຍໂຄສະນາຫາສຽງຂອງ ຜູ້ສະມັກ

​ຫວ່າງ​ສາມ​ສີ່​ທິດ​ທີ່​ຜ່ານ​ມາ​ນີ້ ໄດ້​ມີການ​ໂຄ​ສະ​ນາ​ຫາ​ສຽງ​ຢ່າງ
​ນອງ​ນັນ ຢູ່​ຕາມ​ຖ​ະ​ໜົນ​ຫົນ​ທາງ​ສາຍ​ສຳ​ຄັນ​ຕ່າງໆ ຊຶ່ງ​ຈະ​ເຫັນ
​ເຕັ​ມ​ໄປ​ດ້ວຍ​ປ້າຍ​ໂຄ​ສະ​ນາ​ ຈາ​ກ​ລັດ​ຖະ​ບາ​ນ​ທ້ອງ​ຖິ່ນ​ ຂຶ້ນ​ໄປ​
ເຖິງຂັ້ນ​ຜູ້ປົກຄອງ​ລັດ ​ລວມທັງຜູ້​ແທ​ນ​ລັດດ່ັງ​ທີ່​ກ່າວ​ມາ. ຢູ່​ໃນ
​ບັນຍາກາດ​ອັນ​ນອງ​ນັນ ​ແລະ​ກະວົນກະວາຍ​ນີ້ ​ສິ່ງ​ທີ່​ຫລີກ​ລ້ຽງ​
ບໍ່​ໄດ້​ນັ້ນ​ກໍ​ຄື ການ​ໂຄ​ສະ​ນາ​ຫາ​ສຽງ​ທາງໂທ​ລະ​ພາບ ​ໂຈ​ມ​ຕີ​ທັບ
ຖົມ​ກັນ ຈາກແຕ່ລະ​ຝ່າຍ. ​ຫລັງ​ຈາກ​ການ​ປ່ອນ​ບັດເຊັດສີ້ນ ແລະ
ໜ່ວຍ​ປ່ອນ​ບັດແຕ່ລະ​ໜ່ວຍ ໄດ້ເລີ້ມ​ປິດລົງ ປະ​ຊາ​ກອນ ສະ​ຫະ
ລັດ ກໍພາ​ກັນ​ຈ້ອງ​ຕາ​ເບິ່ງ​ໂທ​ລະ​ພາບ ຢູ່​ທີ່​ບ້ານ​ເຮືອນ​ເພື່ອຕິດ​
ຕາມ​ຟັງຜົນ​ຂອງ​ການ​ປ່ອນບັດ ​ເປັນໄລຍະ​ໄລ​ຍະ​ຢູ່ຕາມ​ລັດ​ຕ່າງໆທົ່ວ​ປະ​ເທດ. ອ້າງອີງ​ຕາມການ​ຢັ່ງ​ຄະແນນ​ສຽງ​ກ່ອນການ​ປ່ອນ​ບັດຄັ້ງ​ນີ້ ປະທານາທິບໍດີ Barack Obama ​
ໄດ້​ຖືກ​ຊັ່ງ​ຊາ​ເບິ່ງຜົນງານຂອງທ່ານ ທີ່​ໄດ້ນຳພາ​ປະ​ເທດຊາດມາ​ເຖິງກາງ​ສະ​ໄໝ​ທີ່​ສອງ
ດັ່ງ​ນີ້ຄື ທ່ານ​ໄດ້​ຮັບ 54% ທີ່ບໍ່​ເຫັນ​ດີກັບ​ການ​ນຳພາຂອງ​ທ່ານ ​ແລະ ​ໄດ້​ຮັບ 44% ​ເຫັນ
ດີ.​ ເພາະສະນັ້ນ​ໂຕ​ເລັກ​ດັ່ງກ່າວ ​ຈຶ່ງໄດ້ສະ​ແດງ​ໃຫ້​ເຫັນເຖິງຜົນ​ສະທ້ອນ​ຕໍ່​ພັກ​ເດ​ໂມ​
ແຄຣັດ ແລະປະທານາທິບໍດີ Barack Obama ​ໃນການ​ນຳພາ​ປະ​ເທດ​ມາ​ໄດ້​ເກືອບ
ແປດ​ປີໃນສ​ະ​ໄໝ​ສຸດ​ທ້າຍ​ຂອງ​ທ່ານ.

ປະ​ກອບ​ພາກ​ສ່ວ​ນ ການ​ປ່ອນ​ບັດກາງ​ສະ​ໄໝ ອັນ​ສຳຄັນ​ຄັ້ງ​ນີ້ ​ວີ​ໂອ​ເອ ໄດ້​ສຳ​ພາດ ປະ​ຊາ​ກອນ​ລາວ-​ອາ​ເມ​ຣິ​ກັນ ຜູ້​ເປັນ​ສັນ​ຊາດ ​ມີ​ສິດ​ປ່ອນ​ບັດ ແລະ​ໃຊ້​ສິດ​ທິພົນ​ລ​ະ​ເມືອງ ຂອງ​ເຂົາ​ເຈົ້າມາ​ສະ​ເໜີ​ທ່ານ​ວ່າ ເຂົາ​ເຈົ້າ​ມີ​ຄວາມ​ນຶກ​ຄິດ​ຢ່າງ​ໃດ ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

ທ່ານ​ຄຳ​ແທນ ຈີນ​ຍາ​ວົງ ສະມາຊິກ​ອາວຸ​ໂສ ​ໃນສັງຄົມ​ລາວ-​ອາ​ເມຣິກັນ ສັງກັດ​ພັກ ຣີພັບ​ບລິ​ກັນ ທີ່​ເຂດ​ນະຄອນຫລວງ ວໍ​ຊິງ​ຕັນ ດີ.ຊີ ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ຂອງ​ທ່ານຕໍ່ ວີ​ໂອເອ ວ່າ

ປ້າຍໂຄສະນາຫາສຽງ
ປ້າຍໂຄສະນາຫາສຽງ

ລິງໂດຍກົງ

ສຸພາບ​ສະຕີ ລາວ-ອາ​ເມຣິກັນ ທ່ານ​ນາງ​ແກ້ວມະນີ​ວັນ ສີ​ຫາລາດ ສັນຊາດອາ​ເມຣິກັນ ທີມີ​ສິດ​ປ່ອນ​ບັດ ຕັ້ງ​ຖິ່ນ​ຖານ​ຢູ່​ພາກ​ເໜືອ​ຂອງ ລັດ​ເວີ​ຈີ​ເນຍ ສັງກັດ​ພັກ​ເດ​ໂມ​ແຄຣັດ ​ໄດ້​ໃຫ້​ຄວາມ​ຄິດ​ເຫັນຂອງ ທ່ານ​ນາງ​ວ່າ :

ທ່ານ​ສົມ​ນຶກ ພົງ​ສຸວັນ ກໍ​ແມ່ນ​ອີກ​ຜູ້​ນຶ່ງ​ທີ່ສັງກັດ​ພັກຣີພັບ​ບລິ​ກັນ ຕັ້ງ​ຖິ່ນ​ຖານຢູ່​ທີ່ເມືອງ Sacramento ລັດ California ຢູ່​ພາກ​ຕາ​ເວັນ​ຕົກ​ສຸດ​ຂອງ ສະຫະລັດ ທ່ານ​ໄດ້​ສະ​ແດງ​ຄວາມ​ຄິ​ດເຫັນ​ໃນ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ຄັ້ງ​ນີ້ວ່າ :

ລິງໂດຍກົງ

ທ່ານບຸນຜົງ ພົມທະວົງ ສັງກັດພັກເດໂມແຄຣັດ ຢູ່ທີ່ລັດ Massachusetts ທາງພາກຕາເວັນອອກຂອງ ສະຫະລັດ ໄດ້ໃຫ້ຄວາມຄິດເຫັນຂອງທ່ານ ຕໍ່ ວີໂອເອ ວ່າ :

ຜູ້ປ່ອນບັດ ລໍຖ້າການປ່ອນບັດ
ຜູ້ປ່ອນບັດ ລໍຖ້າການປ່ອນບັດ

ລິງໂດຍກົງ

ທ່ານນະລົງ ຄຳແພງຈັນ ສັນຊາດອາເມຣິກັນ ປັດຈຸບັນ ທ່ານໄດ້ອອກກິນເບ້ຍບຳນານ ແລ້ວ ຢູ່ເມືອງ Vienna ລັດເວີຈີເນຍ ທ່ານໄດ້ກ່າວຕໍ່ ວີໂອເອ ວ່າ :

ລິງໂດຍກົງ

ຜົນ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ໄດ້​ອອກ​ມາ​ເກີນຄວາມ​ຄາດ​ຄະ​ເນ​ ຂອງ​ບັນດາ​ນັກວິ​ເຄາະ​ການ​ເມືອງທີ່​ວ່າ ພັກ​ຣີພັບ​ບລິ​ກັນ ​ຕ້ອງການ​ແຕ່ພຽງ​ຫົກ​ບ່ອນ​ນັ່ງຢູ່​ໃນ ສະພາ​ສູງ ​ເພື່ອ​ເອົາ​ຊະນະ​ພັກ​ເດ​ໂມ​ແຄຣັດ ​ແຕ່ແລ້ວ​ແມ່ນໄດ້​ເຖິງ​ເຈັດ​ບ່ອນ​ນັ່ງ​. ນອກ​ນັ້ນ ພັກຣີພັບ​ບລິ​ກັນ ຍັງ​ໄດ້​ສືບ​ຕໍ່ກາ​ນນຳ​ພາ​ຂອງ​ຕົນໂດຍ​ເປັນ​ຜູ້ນຳ​ສຽງ​ສ່ວນ​ຫລາຍຢູ່​ໃນ ສະພາ​ຕໍ່າ​ ອີກ​ໂດຍ​ອຳນວຍ ​ໃຫ້​ເຂົາ​ເຈົ້າ ​ໄດ້​ເຂົ້າຄວບ​ຄຸມ​ລັດ​ຖະສະພາ​ໂດຍ​ເຕັມ​ໃນ​ລະຍະສ​ອງປີ​ສຸດ​ທ້າຍ​ຂອງ ການ​ດຳລົງ​ຕຳ​ແໜ່​ງ ຂອງປະ​ທາ​ນາ​ທິບໍດີ Barack Obama​. ການກວດ​ລ້າງ​ເອົາ​ບ່ອນ​ນັ່ງສຽງ​ສ່ວນ​ຫລາຍ ຢູ່​ໃນ​ສະພາ​ຄອງ​ແຄຣດ ຂອງ​ພັກ​ຣີພັບ​ບລິ​ກັນ ຈະ​ເປັນ​ການ​ທ້າ​ທາຍ​ຢ່າງໃຫຍ່​ຫລວງ ຕໍ່​ການ​ສະມັກ​ເປັນ ປະທານາທິບໍດີ​ ສະຫະລັດ ຄົນ​ໃໝ່ຂອງພັກ​ເດ​ໂມ​ແຄຣັດ ທີ່​ຈະ​ເລີ້ມ​ຂື້ນ​ໃນ​ໄວໆ​ນີ້.

XS
SM
MD
LG