ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ຍານາງ April Hicklin ງາມສະນິດ ຮອງຜູ້ອຳນວຍການ ໂຮງຮຽນ ມັດທະຍົມ Bloomington


ຍານາງ April Hicklin ງາມສະນິດ ຮອງຜູ້ອຳນວຍການ ໂຮງຮຽນມັດທະຍົມ Bloomington, ເມືອງ Bloomington ລັດ Illinois.
ຍານາງ April Hicklin ງາມສະນິດ ຮອງຜູ້ອຳນວຍການ ໂຮງຮຽນມັດທະຍົມ Bloomington, ເມືອງ Bloomington ລັດ Illinois.

ລາຍ​ການ​ຊີວິດ​ຊາວລາວ ມື້​ນີ້ ​ວີ​ໂອ​ເອ ຈະ​ນຳ​ສະ​ເໜີ​ທ່ານ
ດ້ວຍ​ການ​ສຳພາດ ຍານາງ April ​Hicklin ງາມສະນິດ
ສະຕີລາວ-ອາ​ເມຣິກັນ ຮອງຜູ້ອຳນວຍການ​ໂຮງຮຽນ​ມັດທະ
ຍົມ Bloomington, ​ເມືອງ Bloomington ​ລັດ Illinois ຕັ້ງ​
ຢູ່​ພາກ​ກາງຂອງ ສະຫະລັດ​. April ມັກ​ຮຳ່ຮຽນ ​ແລະ ຮັກ​ເດັກ
ນ້ອຍ ​ເພາະສະ​ນັ້ນ ນາງຈຶ່ງ​ໄດ້​ຕິດຕາມຄວາມ​ໄຝ່​ຝັນ​ ​ກັບການ​
ສຶກສາສູງ ​ໂດຍ​ສະ​ເພາະ ຂະ​ແໜງປົກຄອງ ​ແລະການ​ສຶກສາ ​
ເພື່ອ​ມີ​ໂອ​ກາດໄດ້​ຊ່ວຍ​ບັນດາ​ເຍົາວະ​ຊົນ​ລູ້​ນນ້ອຍ. ຊີວິດ​ຂອງ
ຍານາງ April ​ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ​ຈະ​ນຳ​ເລື້ອງນີ້
​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

​ສະບາ​ຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ພົບ​ກັນອີກ​ຕາມເຄີ​ຍກັບ ລາຍການ​ຊີວິດ​ຊາວລາວ ມື້​ນີ້
ຂ້າພະ​ເຈົ້າ ​ຈະແນະນຳ​ໃຫ້​ທ່ານ​ຮູ້ກັບ ຍານາງ April Hicklin ງາມສະນິດ ​ຮອງຜູ້ອຳ
ນວຍການໂຮງຮຽນ​ມັດ​ທະ​ຍົມ Bloomington ທີ່​ລັດ Illinois ຕັ້ງ​ຢູ່​ພາກ​ກາງ​ຂອງ
ສະຫະລັດ. ຊື່ April ​ໝາຍຄວາມ​ວ່າ ​ເດືອນເມສາ ​ນາງເກີດເມື່ອ​ປີ 1972 ທີ່ ນະຄອນ
ຫລວງ​ວຽງຈັນ ປະ​ເທດ​ລາວ ພໍ່​ເປັນ​ຄົນ​ອາ​ເມຣິກັນ ​ແລະ​ແມ່​ເປັນ​ຄົນ​ລາວ. April ​ຍ້າຍ​
ມາ​ຢູ່ ສະຫະລັດ ກັບ​ຄອບຄົວ ​ໃນ​ປີ 1974 ເວລາ​ອາຍຸໄດ້ 2 ປີ ​ແລະ​ມາເຕີບໃຫຍ່​ຢູ່​
ພາກ​ເໜືອ​ຂອງລັດ Virginia ​ຂົງ​ເຂດ ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ. April ສາມາດ​
ປາກ​ພາສາ​ລາວ ​ໄດ້​ດີ​ສົມຄວນ ​ແລະ​ເປັນ​ສະຕີ​ລາວ-ອາເມຣິກັນ ທີ່​ຂະຫຍັນ​ຂັນ​ແຂງ
ແລະ​ຝຶກ​ຝົນ​ຕົນ​ເອງ​ ທາງ​ດ້ານ​ການສຶກມາ​ແຕ່​ນ້ອຍ ​ໂດຍ​ທີ່​ພໍ່​ແມ່​ບໍ່​ໄດ້ບອກສອນ
​ຫຍັງຫລາຍ.

April ສຳ​ເລັດ ​ປະລິນຍາ​ຕີ ຝ່າ​ຍ Early Childhood Education ຫລື ການ​ສຶກສາ​ເດັກ
ນ້ອຍ​ຂັ້ນ​ຕົ້ນ ຈາກ Coastal Beach University ຢູ່​ທີ່​ລັດ South Carolina ຫລັງ​ຈາກ​
ນັ້ນໄດ້ເປັນ​ຄູສອນ​ຢູ່​ ໂຮງຮຽນ​ປະຖົມ ​ເປັນ​ເວລາ​ຫ້າ​ປີ. ​April ​ໄດ້​ສ້າງ​ຄອບຄົວກັບ​ ທ່ານ
Jeff Hicklin ອະດີດເພື່ອນ​ນັກຮຽນ​ມັດທະຍົມດ້ວຍ​ກັນ. ປັດ​ຈຸ​ບັນ​ນີ້ April ມີ​ລູກ​ຊາຍ
ສອງ​ຄົນ. ​ໃນຂະນະ​ທີ່ນາງ​ກຳລັງສ້າ​ງຄອບຄົວ ​ແລະ​ປະກອບວຽກ​ການ​ຢູ່​ນັ້ນ April ບໍ່​ໄດ້
​ລົດ​ລະນຳ​ການ​ສຶກສາຊັ້ນສູງ​ ​ແລະ​ໄດ້​ສືບ​ຕໍ່​ຮຳ່ຮຽນຈົນ​ສຳ​ເລັດ​ ປະລິນຍາໂທ ຝ່າ​ຍ
Educational Administration ​ຫລື​ການ​ບໍລິຫານ​ການສຶກສາ​ ຈາກ​ມະຫາວິທະຍາ​ໄລ
Eastern Illinois ​ໃນ​ປີ 2000.

ດ້ວຍ​ຄວາມ​ຂະຫຍັນ​ໝັ່ນ​ພຽນ ມານະ​ອົດທົນ ຜ່ານ​ຄວາມ​ຍາກ​ລຳ​ບາກ​ຫລາຍ​ຢ່າງທາງ​
ດ້ານ​ຊີວິດສ່ວນ​ໂຕ​ ​ມີ​ຄວາມ​ສົນ​ໃຈ​ທາງດ້ານ​ການ​ເຕີບ​ໃຫຍ່​ ພັດທະນາການຂອງ​ເດັກ​
ນ້ອຍ ​ແລະ​ການ​ສຶກສາ April ​ຈຶ່ງໄດ້ວາງ​ບົດບາດ​ການສອນ ​ແລະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນ
ລະ​ເສີນ​ ຢ່າງ​ໜ້າ​ພາກພູມ​ໃຈ​ມາ​ຕະຫລອດ. ​ຍ້ອນ​ຊື່ສຽງ​ທາງ​ດ້ານ​ການ​ສອນ ​ແລະ​ຊ່ວຍ
​ເຫລືອ​ພວກ​ນັກຮຽນທີ່​ມີ​ບັນຫາ April ​ໄດ້​ຖືກ​ ຂໍ​ຮ້ອງ​ໃຫ້​ມາ​ຊ່ວຍ​ນຳພາ​ບໍລິຫານໃນ​ຕຳ​
ແໜ່​ງເປັນ​ຮອງຜູ້ອຳນວຍການ ​ໂຮງຮຽນ​ມັດທະຍົມ Bloomington High School ຢູ່່​ທີ່​
ລັດ Illinois ​ຕັ້ງຢູ່​ຫ່າງ​ຈາກ​ນະຄອນ Chicago ​ປະມານ​ສອງ​ຊົ່ວ​ໂມງ​. ​ເມືອງ Bloo-
mington ​ນີ້ ເປັນ​ເມືອງ​ອຸດສາຫະກໍາ ມີ​ຊົນ​ຊັ້ນອອກ​ແຮງ​ງານຢູ່​ຫລາຍ ທີ່​ເປັນ​ຊາວ​ຜີວ
​ຂາວ ​ແລະຜີ​ວດຳ ບໍ່​ມີ​ຊາວ​ເອ​ເຊຍ​ປະ​ປົນເລີຍ.

ມັດທະຍົມ Bloomington
ມັດທະຍົມ Bloomington

ບັນຍາກາດ​ສິ່ງ​ແວດ​ລ້ອມ ​ຢູ່​ຂົງ​ເຂດ​ແຫ່ງ​ນີ້ ເຮັດ​ໃຫ້ພວກ
ຊາວ​ໜຸ່ມ ຍິງ ​ແລະ​ຊາຍ ​ມີບັນຫາດ້ານສັງຄົມຫລາຍ​ຢ່າງ
ເຊັນ​ວ່າ ​ມີ​ຄົນຫວ່າງ​ງານຫລາຍ ​ເດັກ​ນ້ອຍດື້​ດ້ານຫົວ
​ແຂງ. ຊາວ​ໜຸ່ມຜູ້ຍິງ​ມີ​ລູກ​ແຕ່​ອາຍຸ​ຍັງ​ນ້ອຍ ຜູ້​ຊາຍ​ເຂົ້າ​
ແກ້ງ​ນັກ​ເລງ ເປັນພວກ​ນັກຮຽນຫົວ​ແຂງ ໃຊ້​ຄວາມ​ຮຸນແຮງ
​ໃຊ້​ປືນ​ຍິງ​ກັນອັນ​ເປັນ​ຜົນ​ສະທ້ອນຕໍ່​ການ​ສຶກສາ. ​ບໍ່​ຮອດ
70 ເປີ​ເຊັນ​ ສາມາດຮຽນ​ຈົບຈາກ​ຂັ້ນ​ມັດທະຍົມ ​ແລະ​ອີກ
30 ​ເປີ​ເຊັນນັ້ນບໍ່​ຮຽນຕໍ່ ​ແລະ​ອອກ​ໂຮງຮຽນ​ກ່ອນ. ຜູ້ອຳ​
ນວຍ​ການມັດທະຍົ​ມ​ແຫ່ງ​ນີ້ໄດ້ເຫັນ​ຄວາມ​ສາມາດ ແລະ​
ຄວາມໜຸ່ມແໜ້ນຂອງ April ຈຶ່ງ​ໄດ້​ຂໍໃຫ້ເຂົ້າ​ມາ​ຊ່ວຍດັດແປງແກ້ໄຂ. April ​ໄດ້​ເລົ່າ​
ຊີວິດ​ເບື້ອງ​ຕົ້ນ ກ່ອນ​ທີ່​ຈະ​ໄດ້​ມາ​ເປັນ​ຮອງ​ຫົວໜ້າ​ມັດທະຍົມ Bloomington ສູ່
ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ຍານາງ April ແລະນັກຮຽນ
ຍານາງ April ແລະນັກຮຽນ

ລິງໂດຍກົງ


ລະບົບການ​ສຶກສາຢູ່​ໃນ ສະຫະລັດ ແລະລະບຽບວິ​ໄນ​ ​ໃນ​ການສິດສອນ​ນັກຮຽນ ​ແລະ​ການ​ລົງ​ໂທດ​ນັກຮຽນ​ ມີ​ຄວາມ​ແຕກ​ຕ່າງຈາກ ຫລາຍໆປະ​ເທດຢູ່​ໃນ​ໂລກ. ຍານາງ April ໄດ້​ເລົ່າ​ຄວາມຍາກ ​ຄວາມ​ເຂົ້າ​ໃຈໃນ​ການ​ເປັນຜູ້​ປົກຄອງ ແນະນຳດ້ານ​ການ​ສຶກສາ​ຕໍ່​ໄປອີກວ່າ :​ ​ ​

ັຍານາງ April ແລະນັກຮຽນ
ັຍານາງ April ແລະນັກຮຽນ

ລິງໂດຍກົງ


ທ້າຍ​ສຸດ​ນີ້ ຍານາງ April ​ໄດ້​ຝາກ​ຄຳ​ແນະນຳ ​ແລະ​ຂໍ້ຄິດ​ເຫັນ​ໄວ້ແກ່​ ບັນດາ​ພໍ່​ແມ່​ຜູ້​ປົກຄອງ ແລະ​ນັກຮຽນ​ທັງຫລາຍວ່າ :

ຍານາງ April ອ້ອມກອດນັກຮຽນ
ຍານາງ April ອ້ອມກອດນັກຮຽນ

ລິງໂດຍກົງ

ນັ້ນ​ແມ່ນ​ການ​ສຳພາດ ຍານາງ April Hicklin ງາມສະນິດ ສະຕີ​ລາວ-ອາ​ເມຣິກັນ ທີ່​ມີ
ໜ້າ​ທີ່​ຮັບຜິດຊອບ ​ນັກຮຽນ​ຫລາຍຮ້ອຍ​ຄົນ​ໃນຖານະເປັນ ຮອງ​ຜູ້ອຳນວຍການມັດທະ
ຍົມ ​ໂຮ​ງຮຽນ Bloomington ທີ່​ລັດ Ilinois. ​ເພື່ອ​ເປັນ​ກຽດ​ແກ່ຍານາງ April ຂ້າພະ​ເຈົ້າ
ຂໍ​ມອບ​ເພງ​ທີ່ມີ​ຊື່ວ່າ Teach Your Children ​ທີ່​ມີຄວາ​ມໝາຍດີ ​ແລະ ພົວພັນ​ກ່ຽວກັບ​
ລາຍ​ງານ​ເລື້ອງ​ນີ້ ແລະ​ຂໍ​ອຳ​ລາ​ທ່ານ​ໄປ​ພ້ອມ​ນີ້​ເລີຍ.

XS
SM
MD
LG