ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຳ​ພາດ ນາງທອງວອນ ສໍສຳພັນ ທີ່ໄດ້ຮັບທຶນ ມາທັດສະນະສຶກສາ ຢູ່ ສະຫະລັດ


ນາງທອງວອນ ສໍສຳພັນ ກຳລັງຖືກແນະນຳ ຈາກ ປະທານາທິບໍດີ Barack Obama ທີ່ ທຳນຽບຂາວ.
ນາງທອງວອນ ສໍສຳພັນ ກຳລັງຖືກແນະນຳ ຈາກ ປະທານາທິບໍດີ Barack Obama ທີ່ ທຳນຽບຂາວ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວແລງ​ມື້​ນີ້ ​ເຮົາ​ຈະ​
ນຳ​ເອົາ​ການ​ສຳພາດນາງທອງ​ວອນ ສໍ​ສຳພັນ ນຶ່ງ​ໃນ​ຈຳນວນ
ຫ້າຄົນຈາກ ສປປ ລາວ ທີ່ໄດ້ຮັບທຶນ​ໂຄ​ງການລິ​ເລີ້ມຜູ້ນຳຊາວ
ໜຸ່ມ​ຈາກ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ຫລື Young South
east Asian Leadership Initiative Program ເພື່ອມາ ທັດ
ສະນະສຶກສາອົບຮົມ ຢູ່ສະຫະລັດ ເປັນເວລາຫ້າອາທິດ ແລະ
ໃນຕອນທ້າຍ ໝົດທັງຄະນະໄດ້ເຂົ້າພົບ ປະທານາທິບໍດີ Barack
Obama ຢູ່ທີ່ທຳນຽບຂາວ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້ ​ມາສະ​
ເໜີ​ທ່ານ.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ ມື້​ນີ້ ຂ້າພະ​ເຈົ້າ ຂໍ​ແນະນຳ​ໃຫ້
​ທ່ານ​ຮູ້ຈັກ​ກັບ ນາງ​ທອງ​ວອນ ສໍ​ສຳພັນ ນຶ່ງ​ໃນ​ຈຳນວນ​ນຜູ້ທີ່ໄດ້ຮັບທຶນ​ຫ້າ​ຄົນຈາກ ສປປ
ລາວ ຊຶ່ງມີຮວມທັງ ທ້າວບຸນມີ ສີບຸນເຮືອງ, ນາງສິລິໄພທູນ ໄຊຍະມຸງຄຸນ, ນາງມານິດຕາ ເຕົາສຸວັນ ແລະ ນາງຈິນຕະນາພອນ ແກ້ວວີຈິດ ອັນເປັນ​ສ່ວນ​ນຶ່ງ​ ຂອງ​ 75 ຄົນ ຈາກສິບ​
ປະ​ເທດສະມາຊິກຂອງ​ສະມາຄົມອາຊ່ຽນ ທີ່​ໄດ້​ຮັບທຶນ​ໂຄ​ງການຜູ້ນຳຊາວໜຸ່ມ​ຈາກ​ເຂດ
ເອເຊຍຕາ​ເວັນ​ອອກສຽງ​ໃຕ້​ ທີ່ເອີ້ນ ຫຍໍ້ວ່າ YSEALI ມາທັດສະນະ​ສຶກສາ ​ເປັນ​ເວລາ​ຫ້າ
​ອາທິດ ຢູ່ໃນ​ທົ່ວ​ສະຫະລັດອາ​ເມຣິກາ.

ທອງ​ວອນ ​ໄດ້ມາສຶຶກສາ​ສັງ​ເກດການ ເບິ່ງການບໍລິ​ຫານລັດຖະບານ​ທ້ອງ​ຖິ່ນ ສະ​ມາ​ຄົມ
​ຕ່າງໆ ອົງການ​ຈັດ​ຕັ້ງ​ທີ່​ບໍ່ຫວັງຜົນ​ກຳ​ໄລ ​ແລະ​ໃຊ້​ເວ​ລາ​ໃນ​ວັນ​ທ້າຍ​ສັບ​ປະ​ດາຢູ່ກັບ​ຄອບ
ຄົວ​ຊາວອາ​ເມ​ຣິ​ກັນ ທີ່​ໃຫ້​ຄວາ​ມ​ອຸບ​ປະ​ຖຳ​ຢູ່ເມືອງ Decatur ລັດ Georgia ທາງ​ພາກ
​ໃຕ້ຂອງສະຫະລັດ. ​

ນາງທອງວອນ ສໍສຳພັນ
ນາງທອງວອນ ສໍສຳພັນ

ທອງ​ວອນ ເປັນຍິງສາວທີ່ວ່ອງ​ໄວ ​ແລະ​ສະຫລາດ​ຫລັກ​ແຫລມ
​ສຳ​ເລັດປະລິນຍາ​ຕີ ຈາກມະຫາວິທະຍາ​ໄລ​ແຫ່ງ​ຊາດ ໃນ​ປີ
2005 ຝ່າຍສັງຄົມ​ວິທະຍາ ​ແລະ​ພັດທະນາ​ສັງຄົມ. ທອງ​ວອນ
ໄດ້​ເລີ້ມ​ເຮັດວຽກກັບ ອົງການ​ສະຫະ​ປະຊາ​ຊາດ ຝ່າຍອາຫານ
ແລະ​ກາ​ນກະ​ເສດ ຕໍ່​ມາ​ໄດ້​ເຮັດ​ວຽກ​ໃຫ້​ອົງການ​ເກັບ​ກູ້​ລະ​ເບີດ
ທີ່​ຍັງ​ບໍ່​ທັນ​ແຕກ ເລີ້ມແຕ່​ປີ 2011 ​ຈົນເທົ່າເຖິງປັດ​ຈຸ​ບັນ. ພື້ນ
ຖານການ​ສຶກສາ​ ໄດ້​ກາຍ​ມາ​ເປັນ​ຈຸດ​ນຳພາ ​ໃຫ້ທອງ​ວອນ
ສ​ະ​ແຫວ​ງຫາ​ຄວາມ​ຮູ້​ດ້ານ ການ​ບໍລິຫານ​ສັງຄົມ ທີ່ໄດ້ນຳພາ​
ທອງ​ວອນ​ ມາສູ່ການ​ອົບຮົມທີ່ ສະຫະລັດ ​ແລະ​ຢ້ຽມຢາມທຳ
ນຽບຂາວ ທີ່​ນະຄອນຫລວງວໍ​ຊິງ​ຕັນ ດີ.ຊີ.

​ໂຄງການ​ລິ​ເລີ້ມ​ຜູ້​ນຳຊາວໜຸ່ມ ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແມ່ນ​ໂຄ​ງການ​ທີ່​ໄດ້​ເລີ້ມມາ​
ແຕ່​ປີ 2013 ​ໂດຍ​ການ​ກໍ່​ຕັ້ງ ຂອງປະທາ​ນາ​ທິບໍດີ ສະຫະລັດອາ​ເມຣິກາ ທ່ານ Barack
Obama ​ເພື່ອ​ຊຸກຍູ້​ໃຫ້​ບັນດາ​ຊາວ​ໜຸ່ມ​ອາຍຸ​ແຕ່​ 18 ຫາ 25 ປີ ​ແລະຜູ້​ບໍລິຫານ​ລະດັບ
​ກາງ ອາຍຸ​ບໍ່​ກາຍ 35 ປີ ທີ່​ກຳລັງ​ປະ​ຕິ​ບັດ​ງານ​ ເພີ້​ມພູນ​ພັດທະນາ​ເສດຖະກິດ ປ້ອງ​ກັນ
​ສິ່ງ​ແວດ​ລ້ອມ ການ​ສຶກສາ ແລະ​ພົວພັນ​ກັບພົນລະ​ເມື​ອງ​ ໃນ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້.
​ບັນດາ​ຊາວ​ໜຸ່ມ​ເຫລົ່າ​ນີ້​ມາ​ຈາກ ສິບ​ປະ​ເທດສະມາຊິກ ຂອງ​ສະມາຄົມ ASEAN. ​ໂຄງ​
ການລິ​ເລີ້ມ​ ຜູ້​ນຳ ຊາວໜຸ່ມ​ ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແມ່ນ​ບັນດາ​ນັກສຶກສາ ​ທີ່ຫາ​ກໍ​
ສຳ​ເລັດ​ການ​ສຶກສາ ​ແລະໄດ້​ຮັບ​ທຶນມາ​ທັດ​ສະ​ນະ​ສຶກສາ ​ຢູ່ທົ່ວສະຫະລັດ ​ເປັນ​ເວລາ​ຫ້າ​
ອາທິດ.

​ໂຄງ​ການລິ​ເລີ້ມຜູ້ນຳຊາວໜຸ່ມ​ ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແມ່ນ​ການ​ສຶກສາລະດັບ​ບໍລິ
ຫານ ​ເລັ່ງລັດ​ໃນ​ລະຍະ​ສັ້ນໆ ມີ​ຈຸດປ​ະສົງ​ໃຫ້ບັນດາ​ຜູ້ນຳຊາວ​ໜຸ່ມ​ເຫລົ່າ​ນີ້​ ມີ​ຄວາມ​ເຂົ້າ
​ໃຈ​ຢ່າງ​ເລິກ​ເຊິ່​ງ ກ່ຽວ​ກັບສະຫະລັດ ​ແລະໃນຫົວ​ເລື້ອງ​ໂດຍ​ສະ​ເພາະກັບ​ການ​ຍົກ​ລະດັບ
ຄວາມ​ຊ່ຽວຊານ​ດ້ານ​ການ​ເປັນ​ຜູ້ນຳ​ຂອງ​ເຂົາ​ເຈົ້າ. ບັນດາ​ຜູ້​ໄດ້​ຮັບ​ທຶນ​ ​ໄດ້​ເນັ້ນ​ໜັກ​ໃສ່​ຫົວ
​ຂໍ້ໃຫຍ່​ສຳຄັນຄື ການສຶກສາສ່ວນຮວມປະຊາຄົມ ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ ຜູ້​ບໍລິຫານ
​ປະຊາ​ຄົມ ​ແລະ​ການ​ພັດທະນາເສດຖະກິດ.

ນອກ​ນັ້ນ ​ບັນດາ​ນັກ​ສຶກສາ​ຍັງ​ໄດ້ຮຽນຮູ້​ວ່າ ປະຊາຊົນ​ໄດ້​ຫລໍ່​ຫລອມ ປະຫວັດສາດ ສະຫະລັດ ລັດຖະບານ ​ແລະ​ສັງຄົມ ສ່ວນ​ບຸກຄົນ ​ແລະ​ກຸ່ມ​ຕ່າງໆ​ຢ່າງ​ໃດ. ​ເຂົາ​ເຈົ້າ​ຍັງໄດ້
ຮຽນ​ຮູ້​ ຕີ​ຄວາມ​ໝາຍ ການ​ພົວ​ພົວພັນຂອງ​ພົນລະ​ເຮືອນ ສຶຶກສາ​ການ​ພັດທະນາ ​ຢູ່​ໃນສະ
ຫະລັດ ​ແລະ​ຄົ້ນຄວ້າ​ໃນ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ​ວ່າ ການ​ເປັນ​ພົນລ​ະ​ເມືອງ ການ​ສ້າງສາ​ສັງຄົມ
ພັດທະນາ​ເສດຖະກິດ ຮາກ​ເຫງົ້າ ການ​ເຄື່ອນ​ໄຫວ ຜູ້ນຳ​ການ​ເມືອງ ​ແລະ​ການ​ອາສາ​ສະ
ມັກ. ບັນດາ​ນັກ​ສຶກສາ​ເຫລົ່າ​ນີ້ ຍັງ​ມີ​ໂອກາດໄປ​ພົບ​ປະ​ກັບ ບັນດາ​ຜູ້ນຳ​ສັງຄົມ ​ນັກທຸລະ
​ກິດ ​ແລະ​ຜູ້ຕາງໜ້າ​ອົງການ​ຈັດຕັ້ງ​ທີ່​ບໍ່​ຫວັງຜົນ​ກຳ​ໄລ. ​ນອກຈາກ​ນັ້ນຍັງໄດ້ຖືກ​ນຳ​ທ່ຽວ
​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ພົບ​ກັບ​ຄົນ​ທ້ອງ​ຖິ່ນ ລັດຖະບານ ​ເອກ​ກະ​ຊົນ ​ແລະ​ອົງການ​ຈັດ​ຕັ້ງບໍ່
​ຫວັງຜົນ​ກຳ​ໄລ ທີ່ກຳລັງ​ປະຕິບັດ​ງານ​. ​ໃນທີ່​ສຸດ ບັນດາ​ນັກ​ສຶກສາ ​ໄດ້​ມາສະຫລຸບ​ການ
ຢ້ຽມຢາມ ຢູ່​ທີ່ທຳນຽບຂາວ ນະຄອນຫລວງວໍ​ຊິງ​ຕັນ ດີ.ຊີ.

​ພາຍ​ໃຕ້​ໂຄງກາ​ນດັ່ງກ່າວ​ນີ້ ​ຜູ້ໄດ້ທຶນຈາກລາວທັງໝົດຫ້າ​ຄົນ​ເຂົ້າ​ຮ່ວມ. ເຂົ​າ​ເຈົ້າໄດ້​ອອກ​ເດີນທາງ ຈາກ ສປປ ລາວ ​ໃນ​ວັນ​ທີ 29 ​ເມສາ ​ແລະໄດ້ກັບ​ຄືນສູ່​ບ້ານ​ເຮືອນໃນ​ວັນ​ທີ 6 ​ເດືອນ​ມິຖຸນາ ທີ່​ຜ່ານ​ມາ​ນີ້. ເພື່ອ​ຕິດ​ຕາມ​ກ່ຽວ​ກັບ​ໂຄງອົບຮົມ​ດັ່ງກ່າວ ​ວີ​ໂອ​ເອ ​ໄດ້​ສຳພາດ ນາງ​ທອງ​ວອນ ສໍສຳພັນ ນຶ່ງ​ໃນ​ຈຳນວນ​ຜູ້ໄດ້ຮັບທຶນຈາກ ສປປ ລາວ ຫ້າ​ຄົນ ຊຶ່ງ​ນາງ​ໄດ້​ກ່າວ​ເຖິງ​ຊີວິດຄວາມ​ເປັນມາ ເບື້ອງ​ຕົ້ນຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ນາງທອງວອນ ສໍສຳພັນ ທີ່ ສປປ ລາວ
ນາງທອງວອນ ສໍສຳພັນ ທີ່ ສປປ ລາວ

ລິງໂດຍກົງ

ກ່ຽວ​ກັບ​ການ​ສອບ​ເ​ສັ​ງ​ເອົາ​ທຶນ Young Southeast Asian Leadership Initiative ທີ່ກຳກັບ​ໂດຍ ສະຖານທູດ ສະຫະລັດ ​ປະຈຳ​ນະຄອນຫລວງວຽງ​ຈັນ ທອງ​ວອນ ​ໄດ້ກ່າວ​ເຖິງຂັ້ນ​ຕອນ​ດັ່ງ​ນີ້:

ນາງທອງວອນ ສໍສຳພັນ ທີ່ ສປປ ລາວ
ນາງທອງວອນ ສໍສຳພັນ ທີ່ ສປປ ລາວ

ລິງໂດຍກົງ

ບັນດາ​ນັກ​ສຶກສາຈາກສິບ​ປະ​ເທດ ສະມາຊິກຂອງ​ສະມາຄົມ​ບັນດາ​ປະ​ຊາ​ຊາດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ໄດ້​ແຈກ​ຢາຍ​ກັນ​ອອກໄປ​ສຶກສາ​ຢູ່​ທົ່ວ ສະຫະລັດ ​ເປັນ​ເວລາ​ຫ້າ​ອາທິດ ​ຊຶ່ງ​ແລ້ວ​ແຕ່​ຂະ​ແໜງ​ການ​ອົບຮົມ ທີ່​ເຂົາເຈົ້າເລືອກ​ເອົາ. ສ່ວນນາງ​ທອງ​ວອນ ​ໄດ້​ເລືອກເອົາ​ການ​ບໍລິຫານ​ແລະ​ຄຸ້ມ​ຄອງ ວຽກ​ງານ ທີ່ໄດ້​ເຮັດ​ໃຫ້​ນາງ​ມາ​ຕົກ​ຢູ່​ເມືອງ Decatur ລັດ Georgia ​ທາງພາກ​ໃຕ້​ຂອງສະຫະລັດ. ນາງທອງ​ວອນ​ ​ໄດ້​ເລົ່າ​ປະສົບ​ການສູ່​ຟັງ​ດັ່ງ​ນີ້:

ບັນດານັກສຶກສາ ຍົກມືຊັກຖາມ ປະທານາທິບໍດີ Barack Obama
ບັນດານັກສຶກສາ ຍົກມືຊັກຖາມ ປະທານາທິບໍດີ Barack Obama

ລິງໂດຍກົງ

ໃນ​ຕອນ​ທ້າຍ​ສຸດ​ ​ເຂົາ​ເຈົ້າ​ໄດ້ເດີນທາງ​ມາ​ເຕົ້າ​ໂຮມພົບພໍ້ສະຫລຸບ​ຜົນງານ​ ຢູ່​ທີ່​ນະຄອນຫລວງວໍ​ຊິງ​ຕັນ ຊຶ່ງ​ທອງ​ວອນ ໄດ້​ເລົ່າ​ສູ່​ຟັງ​ດັ່ງນີ້​:

ບັນດານັກສຶກສາ ອ້ອມລ້ອມ ທັກທາຍ ປະທານາທິບໍດີ Barack Obama
ບັນດານັກສຶກສາ ອ້ອມລ້ອມ ທັກທາຍ ປະທານາທິບໍດີ Barack Obama

ລິງໂດຍກົງ

ສິ່ງ​ສຳຄັນ​ທີ່​ສຸດ​ຂອງ​ການ​ມາຢ້ຽມຢາມນະຄອນຫລວງວໍ​ຊິງ​ຕັນ ຂອງ​ບັນດາ​ນັກ​ສຶກສາ​ທັງ​ໝົດ​ນີ້ ​ກໍ​ເພື່ອພົບ​ປະ​ກັບປະ​ທາ​ນາ​ທິບໍດີ Barack Obama ຜູ້​ກໍ່​ຕັ້ງ​ໂຄງການ Young Southeast Asian Leaders Initiative Program. ທອງ​ວອນ ​ໄດ້​ກ່າວ​ເຖິງ​ຄວາມ​ຕື່ນ​ເຕັ້ນ ​ແລະ​ກຽດ​ຕິຍົດ​ຕອນ​ນີ້​ວ່າ :

ນາງທອງວອນ ແລະຫົວໜ້າເຈົ້າໜ້າທີ່ດັບເພີງ ທີ່ເມືອງ Decatur, Georgia.
ນາງທອງວອນ ແລະຫົວໜ້າເຈົ້າໜ້າທີ່ດັບເພີງ ທີ່ເມືອງ Decatur, Georgia.

ລິງໂດຍກົງ

ທອງ​ວອນ​ ໄດ້​ເດີນ​ທາງ​ມາ​ເຫັນ ສະຫະລັດ ອາ​ເມຣິກາ ​ເປັນ​ເທື່ອ​ທຳ​ອິດ ​ໄດ້​ໄປ​ສັງ​ເກດ​
ການອົບຮົມຢູ່ເມືອງ Decatur ລັດ Georgia ພາກໃຕ້​ຂອງ ສະຫະລັດ ​ໄດ້​ຖືກ​ຮັບ​ຕ້ອນ​
ຈາກ​ລັດຖະບານທ້ອງ​ຖິ່ນ ​ສັງ​ເກດ​ການ​ຈັດ​ຕັ້ງ​ຂອງ ເມືອງ ​ໃຊ້​ເວລາ​ຢູ່​ກິນ​ກັບນຳ​ປະຊາ
ຊົນ ທອງ​ວອນ ​ໄດ້​ໄປ​ຢ້ຽມຢາມອະນຸສາວະລີ ທ່ານ Martin Luther King Jr. ນັກ​
ເຄື່ອນໄຫວ​ຮຽກຮ້ອງ​ເອົາ​ສິດ ທິພົນລະເມືອງ ​ແລະ​ໃນ​ທີ່​ສຸດ​ກໍ​ໄດ້​ເດີນທາງ​ມາ​ພົບພໍ້
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຢູ່ທີ່ທຳນຽບຂາວ ຊຶ່ງທ່ານໄດ້ກ່າວ ກ່ຽວກັບປະສົບການຂອງທອງວອນ ໃນຕອນນຶ່ງວ່າ:

“ທອງ​ວອນ ສໍ​ສຳພັນ ​ໄດ້​ມາ​ຢູ່​ທີ່​ນີ້​ຈາກລາວ ຢູ່ໃສ ເຊີນລຸກຂຶ້ນ ນາງມານີ້ຈາກ ລາວ. ​ທີ່
ນະຄອນ Atlanta ນາງ​ໄດ້​ໄປ​ຢ້ຽມຢາມ​ອະນຸ​ສາ​ວະລີແລະສູນກາງ ທີ່​ສ້າງຂຶ້ນເພື່ອໄວ້ອາ
​ໄລ​ ແກ່ມື້​ລາງອາຈານ ດຣ. Matin Luther King Jr. ນາງ​ໄດ້ປະທັບໃຈ​ ໃນຄຳ​ເວົ້າ​ອັນ
ນຶ່ງຂອງ Dr. King ທີ່​ກ່າວ​ວ່າ ຄຳ​ຖາມທີ່ມີຢູ່ ເລື້ອຍໆແລະ​ຮີບ​ດ່ວນທີ່​ສຸດກໍຄື ທ່ານ​ໄດ້​ເຮັດ
​ຫຍັງແດ່ໃຫ້​ແກ່​ຄົນ​ອື່ນໆ ​ແລະ​ນັ້ນ​ໄດ້​ເຮັດ​ ​ໃຫ້​ນາງຄິດ​ເຖິງ​ຄວາມ​ຈິງ​ຂອງຄວາມໝາຍການ
​ເປັນ​ຜູ້ນຳ​ພາ ​ແລະ​ນາງ​ໄດ້​ຂຽນໄວ້​ຢ່າງ​ງົດ​ງາມ ​ແລະ​ຂ້າ​ພ​ະ​ເຈົ້າ​ຢາກ​ໃຫ້​ທຸກ​ຄົນ​ໄດ້​ຟັງ.
“ການ​ນຳພາມີຢູ່​ໃນ​ໂຕ​ຂອງ​ທ່ານ​ເອງ ທຸກ​ຄົນ​ສາມາດ​ເປັນ​ຜູ້ນຳ​ໄດ້ ​ເພາະ​ວ່າ​ ທຸກ​ຄົນ​ສາ
ມາດ​ໃຫ້ ການ​ຮັບ​ໃຊ້​ໄດ້ ທ່ານ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ມີ​ປະລິນຍາ​ ຈາກ​ມະຫາວິທະຍາ​ໄລ​ ໃນ​
ການ​ນຳພາ ທ່ານ​ບໍ່​ຈຳ​ເປັນ​ທີ່​ຈະ​ຮູ້​ຫລາຍ​ກວ່າ​ຄົນ​ອື່ນ ສິ່ງ​ທີ່​ທ່ານ​ຕ້ອງການ​ກໍ​ຄື ຄຸນຄວາມ​
ດີທີ່ເຕັມອົກເຕັມໃຈ ແລະຈິດວິນຍານ ​ທີ່ເກີດຈາກຄວາມ​ຮັກ" ດີ​ຫລາຍ.

ສ່ວນວ່າທອງ​ວອນ ມີ​ຄວາມ​ຮູ້ສຶກ​ຢ່າງ​ໃດ ທີ່​ຈະ​ນຳ​ເອົາການ​ຮຽນ​ຮູ້ ​ແລະ​ປະສົບ​ການທັງ​ໝົດ​ນີ້ ​ໄປ​ເຜີຍ​ແຜ່​ຢູ່ ສປປ ລາວ​ ນັ້ນ ນາງກ່າວວ່າ:

ນາງທອງວອນ ທີ່ ສປປ ລາວ
ນາງທອງວອນ ທີ່ ສປປ ລາວ

ລິງໂດຍກົງ

ນັ້ນ​ແມ່ນ​ການ​ສຳພາດ ນາງ​ທອງ​ວອນ ຜູ້ໄດ້ຮັບ​ຈາກ ສປປ ລາວ ຖ້າ​ຫາກ​ທ່ານມີ​ຄວາມ​ໄຝ່ຝັນ ຢາກ​ໃຫ້ມີການ​ປ່ຽນ​ແປງ​ໃນ​ສິ່ງ​ແວດ​ລ້ອມ ​ແລະ​ປະຊາຄົມຢູ່ອ້ອມ​ແອ້ມ​ທ່ານນັ້ນ
ແລະ​ຖ້າ​ຫາກທ່ານ​ເປັນຄົນ​ສັນຊາດບຣູ​ໄນ ກຳປູ​ເຈຍ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ມຽນມາ
ຟິລິບ​ປີນ ລາວ ສິງກະ​ໂປ ​ໄທ ​ແລະ​ຫວຽດນາມທີ່ອາຍຸ 18 ຫາ 35 ປີ ທີ່​ຢາກ​ເປັນ​ຜູ້ນຳ
ຊາວໜຸ່ມເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກະລຸນາ​ຕິດ​ຕໍ່​ເປັນ​ສະມາຊິກ​ໄດ້​ທີ່

https://youngsoutheastasianleaders.state.gov ​ ​ໂປດ​ຢ່າ​ລືມ​ຕິ​ດ ຕາມ​ອ່ານ ຟັງ​ລາຍ​ງານ​ເພີ້​ມ​ເຕີມ ​ແລະ​ເບິ່ງ​ຮູບ​ພາບ ກ່ຽວ​ກັບ​ເລື້ອງ​ນີ້​ໄດ້ ທີ່​ໜ້າ​ແວັບ​ໄຊ​ທ໌ ຂອງ
ວີ​ໂອ​ເອ.

http://icma.org/en/icma/knowledge_network/blogs/blogpost/3487/My_day_at_Martin_Luther_King_Jr_a_national_historic_site

http://www.shallownation.com/2015/06/01/video-president-obama-speech-at-the-white-house-young-southeast-asian-leaders-initiative-yseali-fellows-program-event-june-1-2015/

XS
SM
MD
LG