ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ຣຸ່ງອາຣຸນ ໄພບູນ ຜູ້ພິທັກສັນຕິລາດ ເມືອງ Mason ລັດ IOWA


ທ່ານຣຸ່ງອາຣຸນ ໄພບູນ ຜູ້ພິທັກສັນຕິລາດ ເມືອງ Mason City ໃນລັດ IOWA.
ທ່ານຣຸ່ງອາຣຸນ ໄພບູນ ຜູ້ພິທັກສັນຕິລາດ ເມືອງ Mason City ໃນລັດ IOWA.

​ໃນລາຍການ​ຊີວິດ​ຊາວ​ລາວ ປະຈຳແລງ​ວັນ​ພະຫັດຂອງ​ວີ​ໂອ​ເອ
ມື​ນີ້ ​ເຮົ​າຈະ​ນຳພາ​ທ່ານ ​ໄປ​ຢ້ຽມຢາມ​ຖາມ​ຂ່າວ ທ່ານຂວັນ ​
ໄພ​ບູນ ຫົວໜ້າ​ຄອບ​ຄົວ ​ແລະ ລູກ​ຊາຍຂອງ​ເພິ່ນ ຄື ທ່ານຣຸ່ງອາ​
ຣຸນ ໄພ​ບຸນ ​ຜູ້​ພິທັກ​ສັນຕິ​ລາດ ເຊື້ອສາຍ​ລາວ-ອາ​ເມຣິກັນ ​ທີ່​ໄດ້​
ເຂົ້າ​ມາຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ Clear Lake ​ເມື່ອ 30 ກວ່່າ​ປີ​ກ່ອນ.
​ເມືອງ Clear Lake ​ເປັນ​ເມືອງນ້ອຍໆ ງຽບ​ສະຫງົບ​ດີ ຕັ້ງຢູ່ໃນ
ລັດ IOWA ​ພາກ​ກາງຂອງ ສະຫະລັດ ຊຶ່ງ ກິ່ງ​ສະ​ວັນ ຈະ​ນຳ​ເອົາ​ເລື້ອງ​ນີ້​ມາສະ​ເນີ​ທ່ານ.

ທີ່ຕັ້ງຂອງລັດ IOWA ໃນ ສະຫະລັດ ອາເມຣິກາ
ທີ່ຕັ້ງຂອງລັດ IOWA ໃນ ສະຫະລັດ ອາເມຣິກາ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ໃນລາຍ​ການ​ຊີ​ວິດ​ຊາວ​ລາວຂອງ​ເຮົາ​ມື້ນີ້
ເຮົາຈະ​ແນະ​ນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ ສະ​ມາ​ຊິກຄອບ​ຄົວ ໄພບູນ
ເຊຶ້ອ​ສາຍລາວ​ ທີ່ໄດ້ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ ສະ​ຫະ​ລັດ ​ກາຍ​
ມາ​ເປັນ​ພົນ​ລະ​ເມືອ​ທ້​ອງຖິ່ນ ປະ​ກອບ​ວິ​ຊາ​ອາ​ຊີບຢ່າງ​ສຳ​ເລັດ
ແລະ​ເປັນ​ພົນ​ລະ​ເມືອງ​ດີ​ຂອງປະ​ເທດ. ປັດ​ຈຸ​ບັນ​ນີ້ ຄອບ​ຄົວ​
ໄພ​ບູນ ຕັ້ງຖິ່ນ​ຖານ​ຢູ່ເມືອງ Clear Lake ​ຫ່າງຈາກ​ ນະ​ຄອນ​
ຫລວງ Des Moines ໄປ​ທາງ​ທິດ​ຕາ​ເວັນ​ຕົກປະ​ມານ 200
ໄມ​ລ. ເມືອງ Clear Lake ເປັນ​ເມືອງ​ນ້ອຍໆ ງຽບ​ສະ​ຫງົບ ມີ
​ທະ​ເລ​ສາບໃຫຍ່ອັນ​ດັບ​ສອງຢູ່ໃນ ສະ​ຫະ​ລັດ. ນອກ​ຈາກ​ນັ້ນ
​ແລ້ວ ລັດ​ IOWA ​ຍັງເປັນ​ທີ່ຮູ້ກັນ​ດີ ວ່າ​ເປັນ​ແຫ​ລ່ງ​ເຂົ້າ​ແຫລ່ງ​ນ້ຳ ມີ​ໂຮງ​ງານ ​ອຸ​ດ​ສາຫະ​ກຳ​ຕ່າງໆ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ແມ່ນເປັນ​ທົ່ງ​ປູກໝາກ​ສາ​ລີ ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດເພື່ອ​ນຳ​
ໄປ​ລ້ຽງ​ສັດ ແລະ​ເຮັດ​ພະ​ລິດ​ຕະ​ພັນ​ຕ່າງໆ. ເພາະ​ສະ​ນັ້ນຢູ່​ໃນ​ລັດ​ນີ້ ຈ່ຶງຈະ​ຫລຽວເຫັນ​ແຕ່
​ທົ່ງໝາ​ກ​ສາ​ລີ ອັນກວ້າງໃຫຍ່ສຸດ​ຊົ່ວ​ຫູ​ຊົ່ວ​ຕາ. ຖ້າຫາກທ່ານລຶ້ງ​ເຄີຍກັບ​ຊີ​ວິດ​ການ​ຫາຢູ່​ຫາກິນຢູ່ໃນ​ເມືອງ​ໃຫຍ່ ທ່ານ​ອາດ​ຈະ​ບໍ່​ມັກ​ກັບ​ການ​ໃຊ້​ຊີ​ວິດທຳ​ມະ​ຊາດ ຢູ່ແບບມິດໆ
ຊ້າໆ ບໍ່​ມີ​ຕຶກ​ສູງ ແລະ​ບໍ່ມີລົດ​ຕິດ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາ​ງຢ່າງ​ຄັບ​ຄັ່ງ.

ທ່ານ ຂວັນ ໄພ​ບູນ ​ແລະ​ຍາ​ນາງ​ເຝືອງ ພ້ອ​ມ​ດ້ວຍ​ລູກ​ຫ້າ​ຄົນ ໄດ້​ເຂົ້າ​ມາ​ຕັ້​ງ​ຖິ່ນ​ຖານຢູ່ໃນ
​ດິນ​ແດນ​ອັນ​ກວ້າງໄກ​ແຫ່ງ​ນີ້ ​ໃນ​ປີ 1984. ​ບັດ​ນີ້​ບັນ​ດາ​ລູກ​ເຕົ້າທັງຫຼາຍ​ແມ່ນ​ໄດ້​ໃຫຍ່​ກ້າ
​ໜ້າ​ບານ ເປັນ​ຄອບ​ເປັນ​ຄົວ ແລະ​ເປັນ​ພົນ​ລະ​ເມືອງ​ດີ​ຂອງ​ປະ​ເທດຊາດ​ໄປ​ໝົດແລ້ວ. ​ທ່ານ​ຂວັນ ໄພ​ບູນ ໄດ້​ກ່າວ​ຄວາມ​ເປັນ​ມາ​ຂ​ອງ​ການ​ຕັ້ງ​ຊີ​ວິດ​ຄອບ​ຄົວໃນ​ເບື້ອງ​ຕົ້ນ​ສູ່
ວີ​ໂອ​ເອ ຟັງດັ່ງ​ນີ້ :

ທ່ານຂວັນ ແລະຍານາງເຝືອງ ໄພບູນ
ທ່ານຂວັນ ແລະຍານາງເຝືອງ ໄພບູນ

ລິງໂດຍກົງ

ກ່ຽ​ວ​ກັບ​ການ​ປະ​ກອບ​ວິ​ຊາ​ອາ​ຊີບ ທ່ານຂວັນ ໄດ້​ເລົ່າ​ຕໍ່​ໄປ​ວ່າ

ໜອງນຳ້ Clear Lake ເວລາຕາເວັນຕົກ
ໜອງນຳ້ Clear Lake ເວລາຕາເວັນຕົກ

ລິງໂດຍກົງ

ທ່ານ​ຂວັນ ໄດ້​ຕັ້ງ​ຊີ​ວິດຢູ່​ເມືອງ Clear Lake ມາ​ເປັນ​ເວ​ລ​າ 33 ປິ​ແລ້ວ. ທ່ານ​ມັກ​ໜ້າ​ທີ່​ວຽກ​ການ ບັນ​ຍາ​ກາດ​ແລະ​ສິ່ງ​ແວດ​ລ້ອມ ໂດຍ​ສະ​ເພາະ​ແມ່ນ​ການ​ຕຶກ​ເບັດ​ຫາ​ປາ ຊຶ່ງ​ທ່ານ​ໄດ້​ເລົ່າ​ມ້​ວນ​ທ້າຍ​ດັ່ງ​ນີ້ :

ປາ ທີ່ຕຶກໄດ້ຈາກ Clear Lake
ປາ ທີ່ຕຶກໄດ້ຈາກ Clear Lake

ລິງໂດຍກົງ

ສ່ວນນຶ່ງ ຂອງບັນດາ ຜູ້ພິທັກສັນຕິລາດ ເມືອງ Mason ລັດ IOWA
ສ່ວນນຶ່ງ ຂອງບັນດາ ຜູ້ພິທັກສັນຕິລາດ ເມືອງ Mason ລັດ IOWA

ທ່ານຣຸ່ງ​ອາ​ຣຸ່ນ ໄພ​ບູນ ລູກ​ຊາຍຜູ້​ທີ​ສອງ ຂອງທ່ານຂວັນ
ແລະຍານາງເຝືອງ ສຳ​ເລັດການ​ສຶກສາຝ່າຍ Law Enfor-
cement ຫລື​ ຜູ້​ພິທັກ​ສັນ​ຕິ​ລາດ ປັດ​ຈຸບັນ​ເປັນ ເຈົ້າ​ໜ້າ​ທີ່
ຕຳຫລວດ ລາດ​ຕະ​ເວນເມືອງ Mason. ຣຸ່ງອາຣຸນ ໄດ້ຕິດ​
ຕາມ​ຄອບ​ຄົວມາ​ ສະ​ຫະ​ລັດ ເວ​ລາ​ອາ​ຍຸ​ 12 ປີ ເຕີບ​ໃຫຍ່
ຢູ່​ໃນເມືອງ Clear Lake ​ລັດ IOWA. ທ່ານ​ໄດ້ເລົ່າ​ຊີ​ວິດ
ຄວາມ​ເປັນ​ມາ ​ແລະ​ປະສົບ​ການ​ຂອງຊີວິດ ຢູ່​ໃນ​ເມືອງ
Clear Lake ສູ່ ວີ​ໂອ​ເອ ຟັງ ວ່າ :

ທ່ານຣຸ່ງອາຣຸນ ໄພບູນ ພ້ອມດ້ວຍ ພັນລະຍາ ແລະລູກຊາຍສອງຄົນ
ທ່ານຣຸ່ງອາຣຸນ ໄພບູນ ພ້ອມດ້ວຍ ພັນລະຍາ ແລະລູກຊາຍສອງຄົນ

ທົ່ງໝາກສາລີ ໃນລັດ IOWA.
ທົ່ງໝາກສາລີ ໃນລັດ IOWA.

ສະບາຍດີ ຂ້ານ້ອຍ​ຊື່ ຣຸ່ງອາຣຸນ ​ໄພ​ບູນ ມາສະ​ຫະລັດ ອ​າ​ເມຣິກາ ​ໃນປີ 1984 ກັບ​ຄອບ ຄົວ ມີ​ອ້າຍ​ສອງ​ຄົນ ​ແລະ​ນ້ອງ​ສາວ​ສອງ​ຄົນ ຂ້າພະ​ເຈົ້າ ຢູ່​ເມືອງ Clear Lake ຮຽນ​ຈົບ​ຈາກ ມັດທະຍົມ New Man Catholic School ຫລັງຈາກ​ຈົບແລ້ວ ຂ້າະພະ​ເຈົ້າ​ກໍ​ໄປ ຮຽນ​ຕໍ່​ທີ່ ມະຫາວິທະຍາ​ໄລ​ອີກ​ສອງ​ປີ ​ແລະ​ໄດ້​ເຂົ້າ​ຮັບໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ເມືອງ​ທີ່​ຂ້າ​ພະ​ເຂົ້າ​ໃຊ້​ຊິວິດ​ຢູ່ປັດຈຸບັນ ​ເປັນ​ເມືອງ​ນ້ອຍໆ ປະຊາກອນ​ປະມານ 3,500 ຄົນ ຮ່າງ​ຈາກ​ເມືອງ Mason 10 ​ໄມ​ລ ບ່ອນ​ທີ່​ຂ້າ​ພະ​ເຂົ້າ​ເຮັດ​ວຽກ ​ເປັນ​ເຂດ​ບ້ານນອກ ​ແລະ​ເຕັມ​ໄປ​ດ້ວຍ​ທົງ​ໝາກສາລີ. ຂ້າ​ນ້ອຍ ​ແຕ່ງງານ​ແລ້ວ ມີ​ລູກ​ຊາຍ​ສອງ​ຄົນ ອາຍຸ 19 ​ແລະ 15 ປີ ​ແລະ ພັນ​ລະ​ຍາ​ຂອງ ​ຂ້ານ້ອຍ ​ເປັນ​ນາງ​ພະຍາ​ບານ​ຢູ່​ຫ້ອງ​ສຸກ​ເສີນ.

ປັດ​ຈຸ​ບັນ​ນີ້ ຂ້ານ້ອຍ ​ມີ​ອາຍຸ 41 ປີ ​ແລະ​ໄດ້​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ຕຳຫລວດ ລາດຕະ​ເວນ​ເມືອງ​ໄດ້ 12 ປີ​ແລ້ວ. ​ເມືອງ​ທີ່​ ຂ້ານ້ອຍ ເຮັດ​ວຽກ​ຢູ່​ນີ້ ​ເປັນ​ເມືອງ​ສະຫງົບ ​ແຕ່​ຫລາຍໆ​ຄັ້ງ​ມີ​ເລື້ອງ​ຜິດ​ຖຽງ​ກັນ​ທຳ​ມະ​ດາ ​ແລະ​ຕີ​ກັນ​ຢູ່​ບາ​ກິນ​ເຫລົ້າ ​ແລະ​ບາງ​ມື້ ກໍ​ມິດ​ງຽບ​ດີ. ​ເມືອງນີ້ ມີ​ກຳລັງເຈົ້າ​ໜ້າທີ່​ຕຳຫລວດ​ທັງ​ໝົດ 30 ຄົນ​ເທົ່າ​ນັ້ນ ​ແລະ ຂ້າ​ນ້ອຍ ​ເປັນ​ຄົນ​ເອ​ເຊຍ​ຄົນ​ດຽວ.

ຢູ່ໃນເມືອງ​ນັ້ນ​ມີ ຄົນ​ເອ​ເຊຍ ມີ​ບັນຫາ​ກັບ​ດ້ານ​ກົດໝາຍ​ບໍ່? ບໍ່ ​ເທົ່າ​ທີ່​ຜ່ານ​ມາ ຂ້າ​ນ້ອຍ ບໍ່​ເຫັນ​ມີ​ຄົນ​ເອ​ເຊຍ​ ມີ​ເລື້ອງ​ພົວພັນ​ກັບ​ບັນຫາ​ໃດໆ.

ທ່ານ​ເຮັດ​ວຽກ​ມື້​ເວັນ ຫລື​ມື້​ຄືນ? ຂ້ານ້ອຍ ​ເຮັດ​ວຽກ​ຍາມ​ມື້​ຄືນ​ມາ​ໄດ້ 10 ປີ ​ແລ້​ວ ຈາກ 11 ​ໂມງ​ກາງຄືນ ຫາ 7 ​ໂມງ​ເຊົ້າ. ຖ້າ​ເປັນ​ດັ່ງ​ນັ້ນ ທ່ານ​ຕ້ອງ​ນອນ​ກາງ​ເວັນ​ໝົດ​ມື້​ແມ່ນ​ບໍ່?ແມ່ນ​ແລ້ວ ​ເພາະສະ​ນັ້ນ​ແຫລະ ຂ້ານ້ອຍ ຈຶ່ງ​ບໍ່​ຮັບ​ໂທລະສັບ ​ໃນ​ຕອນ​ກາງ​ເວັນ ​ເວລາ​ຂ້ານ້ອຍ ນອນ ​ແລະ ປະຕິ​ເສດ​ບໍ່​ຮັບ​ໂລະ​ສັບ. ທ່ານ​ມັກ​ວຽກ​ຂອງ​ທ່ານ​ບໍ່? ຂ້ານ້ອຍ ມັກ​ອີ່ຫລີ.ເປັນ​ຫຍັງ​ທ່ານ​ຈຶ່ງ​ມັກ​ເຮັດ​ວຽກ​ຕອນ​ກາງຄືນ? ຂ້າ​ນ້ອຍ ບໍ່​ມັກ​ເຮັດ​ວຽກ​ຕອນ​ກາງຄືນ ​ແຕ່ໄດ້​ຖືກ​ມອບ​ໝາຍ​ໃຫ້ ຂ້ານ້ອຍ ຢາກ​ເຮັດ​ວຽກ​ຍາມ​ມື້​ເວັນ ​ແຕ່​ຍັງ​ບໍ່​ມີ​ສິດ​ທີ່​ຈະ​ເລື​ອກ​ເອົາ​ຍາມ​ມື້​ເວັນ​ໄດ້. ການປະ​ຕິ​ບັດ​ໜ້າ​ທີ່​ແບ່ງ​ອອກ​ເປັນ​ສາມ​ພາກ​ຄື ຕອນ​ກາງ​ເວັນ ຕອນ​ແລງ ​ແລະ​ຕອນ​ເດີກ​. ໜ້າ​ທີ່​ຂອງ​ ຂ້ານ້ອຍ ກໍ​ຄື​ຂັບ​ລົດ​ຕຳຫລວດ​ລາດຕະ​ເວນ ​ໄປ​ຕາມ​ເຂດ​ບ້ານ​ເຮືອນ​ຕ່າງໆ ສັງ​ເກ​ດ​ເບິ່ງ​ບ່ອນ​ທີ່​ອາດ​ຈະ​ມີ​ບັນ​ຫາ ​ໂດຍ​ສະ​ເພາະ ຢູ່​ຕາມ​ບາ​ກິນເຫລົ້າ ບ່ອນ​ທີ່​ມັກ​ມີ​ການ​ຜິດ​ຖຽງ​ຕີ​ກັນ ກ່ອນ​ບາ​ປີດສອງ​ໂມງ​ເຊົ້າ. ຖ້າ​ເວົ້າ​ດັ່ງ​ນັ້ນ ​ແລງ​ວັນ​ສຸກ​ເສົາ ມັກ​ຈະ​ມີ​ບັນ​ຫາ​ແມ່ນ​ບໍ່?ຖືກຕ້ອງ. ​ແຕ່ລະ​ຄືນ​ມີ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ຫ້າ​ຄົນ​ເຮັດ​ວຽກ​ນຳ​ກັນ ​ກັບ​ຫົວໜ້າ​ຄົນ​ນຶ່ງ. ຂ້າ​ນ້ອຍ ​ເປັນ​ຄົນເອ​ເຊຍ​ພຽງ​ຄົນ​ດຽວ​ເຮັດ​ວຽກ​ຢູ່​ທີ່​ນີ້ ​ແລະ​ກໍ​ໄດ້​ຮັບ​ການ​ດູ​ແລ​ດີ. ຂ້ານ້ອຍ ຈະ​ເຮັ​ດວຽກ​ອີກ 15 ປີ​ກ່ອນ​ຈະ​ອອກ​ກິນ​ເບ້ຍ​ບຳນານ. ມື້ໃດ​ເປັນ​ມື້​ພັກ​ການ? ບໍ່​ມີ​ມື້​ພັກ​ເປັນ​ປົກກະຕິ ຂ້ານ້ອຍ ​ເຮັດ​ວຽກ​ສັບ​ປ່ຽນ​ກັນ​ແຕ່​ລະອາ​ທິດ ທ່ານ​ເຮັດ​ຫຍັງ​ໃນ​ວັນພັກ? ສິ່ງ​ໃດ​ທີ່ ຂ້ານ້ອຍ ເບິ່ງ​ແຍງນຳ​ຄອບຄົວ​ໄດ້ ຂ້ານ້ອຍ ​ກໍ​ເຮັດ ​ເຊັ່ນບົວລະບັດ​ອ້ອມ​ແອ້ມ​ເຮືອນ​ຊານ ​ໄປ​ພັກຜ່ອນ​ແລະ​ອື່ນໆ. ທ່ານ​ມັກໄປຕຶກ​ເບັດ ຫລື​ໂຮ່​ເນື້ອບໍ່? ຂ້ານ້ອຍ ບໍ່​ມັກ​ໂຮ່​ເນື້ອ ​ແຕ່​ມັກ​ໄປ​ຕຶກ​ເບັດ​ເລື້ອຍໆ ມີ​ປາ​ໃຫ້​ຕຶກ​ຫລາຍ ​ຂ້າ​ນ້ອຍ ຕຶກ​ບໍ່​ໄດ້​ຫລາຍ ​ແຕ່​ພໍ​ໄດ້ກິນ.

ນັ້ນ​ແມ່ນ​ການ​ສຳພາດ ສະມາຊິກ​ຄອບຄົວ ​ໄພ​ບຸນ ທີ່​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ຢູ່​ໃນ ສະຫະ ລັດ​ ​ເມື່ອ 30 ກວ່າ​ປີ​ກ່ອນ ທີ່ໄດ້​ສ້າງ​ຜົນງານ​ ປະ​ກອບ​ວິຊາ​ອາຊີບ ​ແລະ​ເປັນ​ພົນລະ​ເມືອງ​ດີ ຂອງ​ປະ​ເທດ ​ທີ່​ເມືອງ Clear Lake ລັດ IOWA.

XS
SM
MD
LG