ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພົນເຮືອຕີ Samuel Perez Jr. ໃຫ້ສຳພາດ ກ່ຽວກັບ ການໄປຢ້ຽມຢາມ ລາວ


ພົນເຮືອຕີ Samuel Perez Jr. ຮອງລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງແຜນງານ ໂຄງການ ແລະການປະຕິບັດການ ປະຈຳ ຫ້ອງການ ກິດຈະການດ້ານການເມືອງ ຝ່າຍທະຫານ ໃຫ້​ສຳ​ພາດ ແກ່​ວີ​ໂອ​ເອ ພາກ​ພາ​ສາ​ລາວ.
ພົນເຮືອຕີ Samuel Perez Jr. ຮອງລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງແຜນງານ ໂຄງການ ແລະການປະຕິບັດການ ປະຈຳ ຫ້ອງການ ກິດຈະການດ້ານການເມືອງ ຝ່າຍທະຫານ ໃຫ້​ສຳ​ພາດ ແກ່​ວີ​ໂອ​ເອ ພາກ​ພາ​ສາ​ລາວ.

ເມື່ອໄວໆຜ່ານມານີ້ ພົນເຮືອຕີ Samuel Perez Jr. ຮອງລັດຖະ
ມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດ
ຊອບກ່ຽວກັບເລື້ອງແຜນງານ ໂຄງການ ແລະການປະຕິບັດການ
ປະຈຳຫ້ອງການ ກິດຈະການດ້ານການເມືອງ ຝ່າຍທະຫານ ໄດ້
ເດີນທາງໄປຢ້ຽມຢາມ ສປປ ລາວແລະລຸນຫຼັງກັບມາເຖິງ ສະຫະ
ລັດແລ້ວທ່ານໄດ້ໃຫ້ສຳພາດແກ່ວີໂອເອພາກພາສາລາວ ດັ່ງໄພ
ສານ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພົນເຮືອຕີ Samuel Perez Jr. ຮອງລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ ສະຫະລັດ ຮັບຜິດຊອບກ່ຽວກັບເລື້ອງແຜນງານ ໂຄງການແລະການປະຕິບັດການ ປະຈຳ ຫ້ອງການກິດຈະການດ້ານການເມືອງ ຝ່າຍທະຫານໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ເປັນເທື່ອທຳອິດ ຊຶ່ງທ່ານກ່າວກ່ຽວ ກັບການໄປຢ້ຽມຢາມໃນຄັ້ງນີ້ວ່າ:

“ນີ້​ແມ່ນ​ການຢ້ຽມ​ຢາມ​ລາວ​ເປັນ​ເທື່ອ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ ​ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​
ຮູ້​ສຶກ​ຕື່ນ​ເຕັ້ນ​ເປັນ​ທີ່​ສຸດ ທີ່​ໄດ້​ມີ​ໂອກາດ ບໍ່​ພຽງ​ແຕ່ໄປເຫັນ ​ປະ​ເທດລາວ​ເທົ່າ​ນັ້ນ
ແຕ່​ຍັງໄດ້ໄປເຫັນ ​ການ​ເປັນ​ພາ​ຄີ​ ຂອງ​ປະ​ເທດ​ເຮົາ​ທັງ​ສອງ ແລະ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​
ໄດ້​ເຫັນ ແມ່ນ​ຄວາມ​ໝາຍ​ໝັ້​ນ​ຂອງ​ລັດ​ຖະ​ບານ​ລາວ ແລະແນ່ນອນ​ ໂດຍເຫັນ​ໄດ້​
ແຈ້ງ​ຂອງສະ​ຫະ​ລັດ​ເຊັ່ນ​ດຽວ​ກັນ ​ແລະ ​ຂອງ​ບັນ​ດາກຸ່ມ​ອົງ​ການ​ຈັດ​ຕັ້ງທີ່​ບໍ່​ຂຶ້ນ​ກັບ​
ລັດ​ຖະ​ບານ ທີ່​ມີ​ຄວາມໝາຍ​ໝັ້ນ​ເພື່ອ​ເຮັດ​ໃຫ້ລາ​ວ ປອດ​ຈາກ​ຜົນ​ກະ​ທົບ​ຂອງ​ສິ່ງ​
ເສດ​ເຫຼືອຈາກ​ສົງ​ຄາມ. ຖ້າ​ພວກ​ທ່ານ​ຫາກ​ເບິ່ງຂໍ້​ມູນ​ແລ້ວແມ່ນ​ມີ​ລະ​ເບີດ​ເປັນ​ຈຳ​
ນວນ​ຫຼວງ​ຫລາຍຢ່າງ​ໜ້າ​ຕົກ​ໃຈ ທີ່​ໄດ້ຖືກຖິ້ມ​ລົງ​ໃສ່​ລາວ ແຕ່​ເຖິງ​ປານນັ້ນ ລັດ​ຖະ
ບານລາວກໍໄດ້​ຕັ້ງ​ເປົ້າ​ໝາຍອັນ​ວິ​ເສດ ຊຶ່ງ​ເປັນ​ເປົ້າ​ໝາຍ​ທີ່​ມີ​ຄວາມຫວັງ​ສູງ ​ເພື່ອ
ຈະ​ສ້າງ​ຄວາມ​ແຕກຕ່າງ ​ເຊັ່ນ​ຕົວ​ຢ່າງ ຂ້າ​ພະ​ເຈົ້າ​ຄິດ​ວ່າ ໃນ​ປີ​ກາຍນີ້ ​ພວກ​ເຂົາ
​ເຈົ້າ​ມີຜູ້​ເສຍ​ຊີ​ວິດ 41 ຄົນ ຄືຢູ່​ໃນ​ຈຳ​ນວນ​ປະ​ມານ 40 ຄົນເສຍ ​ຊີ​ວິດ​ຍ້ອນ​ລະ​
ເບີດທີ່​ບໍ່​ທັນ​ແຕກ. ​ແຕ່ 40 ກໍແມ່ນຍັງ​ສູງ​ເກີນ​ໄປ. ແມ່ນ​ແຕ່ຜູ້​ນຶ່ງ​ກໍ​ຍັງ​ສູງຫຼາຍ​ເກີນ
ໄປຢູ່​ ແຕ່​ຖ້າ​ຫາກ​ທ່ານ​ເບິ່ງ​ໄປ​ຍັງ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ທີ່​ຫລຸດ​ລົງ​ແລ້ວ ມັນ​ເປັນ​ຂໍ້​
ພິສູດ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ລາວ​ໄດ້​ໃຊ້​ການ​ຊ່ອຍ​ເຫລືອ​ຈາກ​ສະຫະ​
ລັດ​ແລະ​ປະ​ເທດ​ອື່ນໆ​ແບບ​ໃດ ເພື່ອ​ຫລຸດ​ຜ່ອນຜົນ​ກະ​ທົບ​ ຈາກ​ລະ​ເບີດ​ທີ່​ບໍ່ທັນ​
ແຕກ.”

rear-admiral-samuel-perez-jr
please wait

No media source currently available

0:00 0:01:17 0:00

ຕໍ່ຄຳຖາມທີ່ວ່າ ໃນແຕ່ລະປີສະຫະລັດໄດ້ໃຫ້ການຊ່ອຍເຫລືອແກ່ໂຄງການເກັບກູ້ລະເບີດ ທີ່ບໍ່ທັນແຕກຂອງລາວຫລາຍປານໃດ? ການຊ່ອຍເຫລືອເຫລົ່ານີ້ຮວມທັງເຈົ້າໜ້າທີ່ ແລະ ອຸບປະກອນບໍ? ແລະເງິນຊ່ອຍເຫລືອ ໄດ້ມີການແຈກຢາຍແບບໃດ? ພົນ​ເຮືອ​ຕີ Perez
ກ່າວ​ວ່າ:

“ພວກ​ເຮົາ​ໄດ້​ດຳ​ເນີນ​ງານ​ ຜ່າ​ນອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ​ກຸ່ມ​
ສັນ​ຍາ​ຈ້າງຕ່າງໆ ເຖິງ​ແມ່ນ​ພວກ​ເຮົາ​ເປັນ​ພາ​ຄີ​ກັບ​ລັດ​ຖະ​ບານ​ລາວກໍ​ຕາມ ​ແຕ່
ພວກ​ເຮົາ​ກໍໃຊ້​ກຸ່ມ​ສັນ​ຍາ​ຈ້າງ ​ແລະ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ
ຕ່າງໆ ເພື່ອ​ດຳ​ເນີນວຽກ​ງານແລະ​ພວກ​ເຮົາ​ພົບ​ວ່ານັ້ນ​ເປັນ​ວິ​ທີ​ທາງ​ທີ່​ມີ​ປະ​ສິ​ດທິ
ຜົນ​ຫຼາຍເພື່ອ​ໃຫ້ເປັນ​ທີ່​ແນ່​ໃຈ​ວ່າ ພວກ​ເຮົາ​ໄດ້​ຜູ້​ຄົນ​ທີ່​ຖືກ​ຕ້ອງ ມີ​ຄວາມ​ສາ​ມາດ
ພຽບ​ພ້ອມ ​ເໝາະ​ສົມກັບ​ວຽກ​ງານ ທີ່​ຕ້ອງ​ໄດ້ເຮັດ ແລະ​ກ່ຽວ​ກັບ​ວ່າ ມັນ​ເປັນ​ເງິນ​
ຫຼວງ​ຫຼາຍ​ປານໃດ​ນັ້ນ ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເລື້ອງນີ້​ຈາກມຸມມອງ​ຂອງ​ຂົງ​ເຂດ ແລະ​
ລັດ​ຖະ​ບານ​ຂອງ​ພວກ​ເຮົາ​ແມ່ນ​ມີ​ຄວາມ​ໝາຍ​ໝັ້ນ​ ຕໍ່​ການ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຄືນ​
ໃໝ່​ໄປ​ຍັງຂົງ​ເຂດ​ປາ​ຊີ​ຟິກ ຂົງ​ເຂດ​ເອ​ເຊຍ ຖ້າ​ທ່ານ​ຫາກ​ເບິ່ງ​ໄປ​ແລ້ວ ພວກ​ເຮົາ​
ໄດ້​ເພີ້ມ​ຂຶ້ນ​ຈາກ 20 ລ້ານ​ ເປັນ 30 ລ້ານ​ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່ານັ້ນ​ແມ່ນ​ໄດ້​ສະ​
ແດງໃຫ້​ເຫັນ​ຄວາມ​ໝາຍ​ໝັ້ນ​ທີ່​ລັດ​ຖ​ະ​ບານ​ພວກ​ເຮົາ​ມີບໍ່​ແມ່ນ​ພຽງ​ແຕ່​ຕໍ່​ລາວ ແຕ່​
ຕໍ່​ຂົງ​ເຂດ​ທັງ​ໝົດ ກ່ຽວ​ກັບ​ວ່າ​ ພວກ​ເຮົາ​ມີ​ຄວາມ​ຈິງ​ຈັງ​ຂະ​ໜາດ​ໃດ ໃນ​ການ​ຊ່ອຍ​
ເຫລືອເພື່ອກຳ​ຈັດ​ຜົນ​ກະ​ທົບຈາກເສດ​ເຫລືອ​ຂອງ​ສົງ​ຄາມ​ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ
ນັ້ນ​ແມ່ນຂໍ້​ພິ​ສູດ​ໃຫ້​ເຫັນການ​ອຸທິດ​ຕົນ​ຂອງບຸກ​ຄົນ​ຈຳ​ນວນ​ນຶ່ງ ​ທີ່ເຮັດ​ວຽກ​ຢ່າງ​ບໍ່​
ຮູ້​ອິດ​ເມື່ອຍ ຊຶ່ງ​ໄດ້​ດຳ​ເນີນ​ການ​ເພື່ອ​ເຮັດ​ໃຫ້​ລັດ​ຖະ​ສະ​ພາ​ຮູ້​ຈັກ​ກ່ຽວ​ກັບ​ເລື່ອງນີ້
ແລະ​ບັນ​ດາ​ສະ​ມາ​ຊິກ​ສະ​ພາທີ່​ຮັບ​ຮູ້ ພ້ອມ​ທັງພະ​ນັກ​ງານ ທີ່​ໄດ້ອອກ​ມາ​ກ່າວ​ວ່າ
ນີ້​ແມ່ນ​ສິ່ງ​ທີ່​ຖືກ​ຕ້ອງ​ ທີ່​ຈະ​ໄດ້​ດຳ​ເນີນ​ກັນ ດັ່ງ​ນັ້ນພວກ​ເຮົາຈະ​ສືບ​ຕໍ່​ຄວາມ​ໝາຍ​
ໝັ້ນ​ອັນ​ນັ້ນ ແລະຈະ​ດຳ​ເນີນ​ການ​ໃຫ້​ດີ​ທີ່​ສຸດ​ເທົ່າ ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້.”

Rear Admiral Perez3.mov
please wait

No media source currently available

0:00 0:01:18 0:00

ມີແຂວງໃດແດ່ຂອງລາວໄດ້ຮັບການຊ່ອຍເຫລືອຈາກກສະຫະລັດໃນເວລານີ້ ແລະແມ່ນ ຫຍັງຄືບູລິມະສິດຂອງສະຫະລັດ? ພົນເຮືອຕີ Perez ກ່າວວ່າ:

“ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດບອກ​ໄດ້​ວ່າມີ​ຈັກ​ແຂວງແທ້ ແຕ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ໄດ້​
ວ່າ ໃນ​ລະ​ຫວ່າງ​ການ​ເດີ​ນ​ທາງ​ ຂອງ​ຂ້າ​ພະ​ເຈົ້າ​ນັ້ນ ພວກ​ເຮົາ​ໄດ້​ເດີນທາງ​ ແຕ່​
ພາກ​ໃຕ້ໄປຫາ​ພາກ​ເໜືອ​ຂອງ​ປະ​ເທດ ໄປ​ຫາແຂວງ​ຊຽງ​ຂວາງ ຊຶ່ງຂ້າ​ພະ​ເຈົ້າ​ບໍ່​
ໄດ້ກຽມ​ຕົວ​ໄປເລີຍ ວ່າ​ຊຽງ​ຂວາງຈະ​ໜາວ​ຂະ​ໜາດ​ໃດໃນ​ເວ​ລານັ້ນ ຂ້າ​ພະ​ເຈົ້າ​
ແມ່ນ​ໜາວ​ຫຼາຍ​ຕະ​ຫລອດ​ເວ​ລາການ​ຢ້ຽມ​ຢາມ​ ຂ້າ​ພະ​ເຈົ້າໄດ້ຄ​າດວ່າ ​ອາ​ກາດ​
ຢູ່​ທີ່ນັ້ນ​ຈະ​ອຸ່ນກວ່ານີ້ຫຼາຍກ ​ແຕ່​ມັນ​ແມ່ນ​ຄວາມ​ໝາຍໝັ້ນ​ຂອງລັດ​ຖະ​ບານລາວ​
ໂດຍ​ທັງ​ໝົດ ບໍ່​ແມ່ນ​ພຽງ​ແຕ່ກັບ​ແຂວງ​ຕ່າງໆ​ ດັ່ງ​ນັ້ນ ພວກ​ເຮົາ​ໄດ້​ດຳ​ເນີນ​ງານ​
ຢ່າງ​ໃກ້​ຊິດ​ກັບ​ລັດ​ຖະ​ບານ​ລາວ ໃນ​ຂະ​ນະ​ທີ່​ພວກ​ເຮົາ ລະ​ບຸ​ເຂດ​ຕ່າງໆທີ່​ຕ້ອງ​
ເຮັດ​ໃຫ້​ມີ​ຄວາມ​ປອດ​ໄພ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ລະ​ບຸ​ເຂດ​ຕ່າງໆທີ່​ຕ້ອງ​ໄດ້​ເກັບ​
ກູ້ແລະ​ສຳ​ຫລັບ​ລັດ​ຖະ​ບານ​ລາວນັ້ນ ພວກ​ເຮົາ​ຂໍຊຸກ​ຍູ້​ໃຫ້​ເຂົາ​ເຈົ້າສ້າງ​ຕັ້ງ​ຂໍ້​ມູນ​
ແຫ່ງ​ຊາດ ​ເພື່ອ​ວ່າ​ພວກ​ເຮົາ​ຈະ​ໄດ້​ກຳ​ນົດ​ບູ​ລິ​ມະ​ສິດ ​ໃນການ​ດຳ​ເນີນ​ຄວາມ​ພະ​
ຍາ​ຍາມ​ຂອງ​ພວກ​ເຮົາ.”

Rear Admiral Perez4.mov
please wait

No media source currently available

0:00 0:00:55 0:00

ຍັງມີຄົນລາວຈຳນວນນຶ່ງ ທີ່ຍັງມີຄວາມຮູ້ສຶກທີ່ບໍ່ດີ ຕໍ່ສະຫະລັດ ຍ້ອນບັນຫາລະເບີດທີ່ບໍ່ ທັນແຕກ ​ແລະພວກເຂົາເຈົ້າກ່າວວ່າ ການຊ່ອຍເຫລືອທີ່ສະຫະລັດໃຫ້ແກ່ລາວນັ້ນແມ່ນ ຍັງໜ້ອຍຢູ່ ຖ້າສົມທຽບໃສ່ ລະເບີດທີ່ບໍ່ທັນແຕກ ຊຶ່ງຈະບໍ່ມີມື້ກຳຈັດໃຫ້ໝົດໄປ ຈາກດິນ ລາວໄດ້. ກ່ຽວກັບເລື່ອງນີ້ພົນ​ເຮືອ​ຕີ Perez ກ່າວ​ວ່າ

“ບາດ​ແຜ​ສົງ​ຄາມ​ແມ່ນ​ເລິກ​ຫຼາຍແລະ​ມັນ​ເປັນ​ການຍາກ ໂດຍ​ສະ​ເພາະສຳ​ຫລັບ​
ຜູ້​ທີ່​ສູ​ນ​ເສຍ​ລູກ​ເຕົ້າ ຫຼື​ພໍ່​ແມ່ ຫຼື​ຜູ້​ໃດ​ກໍ​ຕາມ ໃນ​ສົງ​ຄາມ​ເຫຼົ່ານັ້ນ ທີ່​ຈະ​ລຶບ​ລ້າງ​ສິ່ງ
ນັ້ນ​ໄປຈາກ​ຈິດ​ໃຈ ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ດີ ທີ່​ວ່າ​ມີ​ຍັງຫລາຍໆ​ຄົນ​ ​ຍັງ​ມີ​ຄວາມ​ໂກດ​
ແຄ້ນ​ຢູ່ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ທ່ານ​ເບິ່ງ​ຢູ່ ໃນ​ສະ​ຫະ​ລັດນີ້ ກໍ​ຍັງ​ມີ​ຫຼາຍໆ​ຄົນ
ທີ່ຍັງ​ມີ​ຄວາມ​ໂກດ​ແຄ້ນ​ກ່ຽວ​ກັບ​ສົງ​ຄາມນັ້ນ ຄື​ກັນ ແຕ່ນັ້ນບໍ່​ແມ່ນ​ສິ່ງ​ທີ່​ພວກ​ເຮົາ
ຢາກ​ເພັ່ງ​ເລັງ​ໃສ່. ​ສິ່ງ​ທີ່​ພວກ​ເຮົາຢາກ​ເພັ່ງ​ເລັງ​ກໍ​ຄືຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ລາວ​ເວ​ລາ
ນີ້ ຊ່ວຍ​ເຫລືອ​ເຂົາ​ເຈົ້າ ​ແລະເຮັດ​ໃຫ້​ປ​ະ​ເທດ​ຂອງ​ເຂົາ​ເຈົ້າ ປອດ​ຈາກ​ຜົນ​ກະ​ທົບ​
ຂອງ​ສົງ​ຄາມໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້ແລະ​ພວກ​ເຮົາມີຄວາ​ມ​ໝັ້ນ​ໝາຍ​ໃນ​ການ​
ດຳ​ເນີນ​ງານ​ດັ່ງ​ກ່າວ ໂດຍ​ການ​ເປັນ​ພາ​ຄີ​ກັບ​ລັດ​ຖະ​ບານແລະ​ບັນ​ດາ​ອົງ​ການ​ຈັດ​
ຕັ້ງ​ທີ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຈົນ​ກວ່າ​ວຽກ​ນີ້​ຈະ​ສຳ​ເລັດ​ເສັດ​ສິ້ນ​ລົງແລະ​ບໍ່​ເປັນ​ຫຍັງ
ຖ້າ​ພວກ​ເຂົາ​ເຈົ້າ​ ຍັງ​ບໍ່​ມັກ​ເຮົາ ​ເຖິງ​ຢ່າງ​ໃດ ພວກ​ເຮົາກໍ​ຈະ​ເປັນ​ພາ​ຄີ ກັບ​ລັດ​ຖະ​
ບານ​ເຂົາ​ເຈົ້າ ພວກ​ເຮົາ​ຈະ​ເຮັດໃນ​ສິ່ງ​ທີ່​ຖືກ​ຕ້ອງ.”

Rear Admiral Perez6.mov
please wait

No media source currently available

0:00 0:01:00 0:00

XS
SM
MD
LG