ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປາໂລມາ ໜີຈາກສູນ ສຳມະນາ ເມືອງວຽງໄຊ ມາເປັນ ນັກບໍລິຫານ ຢູ່ໃນ ສະຫະລັດ


ຍານາງປາໂລມາ ວົງພະຈັນ
ຍານາງປາໂລມາ ວົງພະຈັນ

​ໃນລາຍການ​ຊີວິດ​ຊາວ​ລາວຂອງ​ວີ​ໂອ​ເອ​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​
ການ​ສຳພາດ ກັບຍານາງ ປາ​ໂລມາ ວົງ​ພະຈັນ ຜູ້​ບໍລິຫານ​
ວຽກ​ງານ​ຢູ່ບໍລິສັດ WIKA (ວີກາ) ຂອງ​ເຢຍຣະ​ມັນ ທີ່ນ​ະຄອນ
Atlanta ລັດ Georgia. ​ປາ​ໂລມາ ແມ່ນ​ລູກ​ສາວອະດີດສຳມະ
​ນາກ​ອນ ເຄີຍໄດ້ໄປ​ໃຊ້ຊີວິດ​ຢູ່​ ສູນ​ຫ້າ ທີ່​ເມືອງ​ວຽງ​ໄຊ​ ກັບ​ພໍ່ ​
ເປັນ​ເວລາ​ຫ້າ​ປີ. ​ໃນ​ປີ 1982 ປາ​ໂລມາ ​ພ້ອມ​ດ້ວຍ​ແມ່ ​ແລະ​
ນ້ອງ​ສີ່​ຄົນ ​ໄດ້ໂຕນ​ໜີ​ອອກ​ຈາກ​ປະ​ເທດ​ລາວ ມາ ສະຫະລັດ.
​ເພື່ອ​ຮຽນ​ຮູ້​ເຖິງຜົນສຳ​ເລັດ ຜ່ານຄວາມທຸກ​ຍາກ​ລຳບາກຕ່າງໆ​
ຂອງ ປາ​ໂລມາ ເຮົາ​ຂໍ​ເຊີນ​ທ່ານ​ພົບ​ກັບ ກິ່ງ​ສະຫວັນ​ ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງທີ​ເຄົາລົບ ​ໃນລາຍ​ການ​ຊີວິດ​ຊາວ​ລາວຂອງ​ວີ​ໂອ​ເອ​ມື້​ນີ້ ​ເຮົາ​ຈະ​ນຳ​
ເອົາເລື້ອງ​ກ່ຽວ​ກັບຊີວິດ ຂອງຍານາງປາ​ໂລມາ ວົງ​ພະ​ຈັນ ​ລູກ​ສາວ​ອະ​ດີດ ສຳ​ມະ​ນາກອນ
ທີ່​ເມືອງ​ວຽງ​ໄຊ ບ່ອນທີ່ ປາ​ໂລມາ ພ້ອມຄອບຄົວໄດ້​ໄປ​ຢູ່​ກັບ​ພໍ່. ​ປັດ​ຈຸ​ບັນ​ນີ້ ປາ​ໂລມາ
​ເປັນນຶ່ງ​ໃນ​ຈຳນວນຜູ້​ບໍ​ລິ​ຫານວຽກ​ງານ​ຢູ່​ໃນ​ ບໍລິ​ສັດ WIKA ຊຶ່ງ​ເປັນບໍລິສັດອຸດສາຫະກຳ
​ເຢຍຣະມັນ ທີ່​ມີ​ພະນັກງານ​ຢູ່​ໃນ​ທົວ​ໂລກ 7,900 ຄົນ. ບໍລິສັດ WIKA ​ຕັ້ງ​ຂຶ້ນ​ມາໃນ​ປີ
1946 ນຳ​ໜ້າໂລກ ​ທາງ ດ້ານເ​ທັກ​ໂນ​ໂລ​ຈີ ຊ່ຽວຊານ ດ້ານພະລິດເຄຶ່ອງກົດ​ດັນ​ ​ແລະ​ວັດ
​ແທກອາ​ກາດ ທີ່​ນຳ​ໃຊ້​ຢູ່​ຕາມບໍລິສັດ​ອຸດສາຫະກຳ​ໃຫຍ່ໆຕ່າງໆ​ຢູ່​ທົ່ວໂລ​ກ.

ດອກກ້ວຍໄມ້
ດອກກ້ວຍໄມ້

ກ່ອນ​ ຍານາງປາ​ໂລ​ມາ ຈະ​ໄດ້ກ້າວ​ຂຶ້ນ​ມາເປັນນຶ່ງ​ໃນ​ບັນດາຜູ້
​ບໍລິຫານທີ່​ສຳຄັນ​ໃນ​ບໍລິສັດ​ WIKA ຊິວິດເບື້ອງ​ຕົ້ນຂອງ
ປາ​ໂລມາ ເມື່ອ​ສີ່​ສິບ​ກວ່າ​ປີ​ກ່ອນ ໄດ້​ຜ່ານ​ກັບ​ຄວາມ​ຍາກ​ລຳ
ບາກ ​ແລະ​ລອດ​ພົ້ນ​ມາຫລາຍຢ່າ​ງ. ​ໃນ​ປີ 1975 ​ໃນ​ຂະນະ​ທີ່​ມີ​
ການ​ຫັນປ່ຽນ​ ລະບອບ​ການ​ປົກຄອງ​ຢູ່​ໃນ ປະ​ເທດ​ລາວ ຄອບ
ຄົວ​ຂອງ ປາ​ໂລມາ​ ​ແມ່ນນຶ່ງ​ໃນ​ຈຳນວນ ຫລາຍໆ​ຄອບຄົວ ທີ່
ໄດ້ຖືກ​ສົ່ງໄປ​ຢູ່​ໃນ​ ສູ​ນສຳ​ມະ​ນາ ກັບ​ພໍ່ ທີ່​ ເມືອງ​ວຽງ​ໄຊ ​ພາກ
​ເໜືອ​ຂອງ ປະ​ເທດ​ລາວ.

ຍານາງປາ​ໂລມາ ວົງ​ພະຈັນ ແມ່ນລູກ​ສາວ​ ອະ​ດີ​ດ​ນາຍ​ທະຫານ ກອງທັບ​ແຫ່ງ​ພະ​ລາຊະ​ອານາຈັກ​ລາວ. ປາ​ໂລມາ ​ແມ່ນ​ຊື່​ມາຈາກ​ພາສາສະ​ເປ​ນ ໝາ​ຍຄວາມ​ວ່າ ນົກກາງ​ແກ ຫລື​ນົກ​ສັນຕິພາບ. ​ໃນ​ປີ 1975 ພໍ່​ຂອງ ປາ​ໂລມາ​ ​ແມ່ນຢູ່ໃນ​ຈຳນວນ​ບັນດານາຍ​ທະຫານ ຕຳ​ຫລວດ ລັດຖະກອນ ພ້ອມ​ດ້ວຍ ພະ​ເຈົ້າ​ມະຫາ​ຊີວິດ​ ທີ່ໄດ້​ຖືກ​ສົ່ງ​ໄປ​ ສູນ​ສຳ​ມະ​ນາ​ ເມືອງ​ວຽງ​ໄຊ. ໃນ​ປີ 1978 ລັດຖະບານ ສປປ ລາວ ​ໄດ້ມີ​ນະ​ໂຍບາຍ​ສົ່ງ​ບັນດາ​ລູກ​ເມຍ​ ​ໄປ​ສົມທົບ​ຢູ່ກິນ​ກັບ ພວກສຳ​ມະ​ນາກ​ອນ​. ​ເວລາ​ນັ້ນ ປາ​ໂລມາ ມີ​ອາຍຸ ​ໄດ້ 10 ປີ ໄດ້ຕິດຕາມ​ແມ່ ​ແລະ ນ້ອງ​ສີ່ຄົນໄປ​ຢູ່ກັບ​ພໍ່​ທີ່ ເມືອງວຽງ​ໄຊ ​ແຂວງ​ຊຳ​ເໜືອ. ປາ​ໂລມາ ​ໄດ້​ເລົ່າ​ຊີວິດເບື້ອງ​ຕົ້ນ​ສູ່ ວີ​ໂ​ອ​ເອຟັງ​ວ່າ:

ຍານາງປາໂລມາ ວົງພະຈັນ
ຍານາງປາໂລມາ ວົງພະຈັນ

ລິງໂດຍກົງ

ຫລາຍໆ​ທ່ານ ອາດ​ຍັງ​ມີ​ຄວາມ​ຊົງ​ຈຳ​ ກ່ຽວ​ກັບປະສົບ​ການ ຄວາມ​ຍາກ​ລຳບາກ ຂອງຊີວິດໃນ​ລະຍະ​ການ​ປ່ຽນ​ແປງ ລະບອບ​ການ​ປົກຄອງ​ຢູ່​ໃນປະ​ເທດ​ລາ​ວ. ສຳລັບ ປາ​ໂລມາແລ້ວ ນາງ​ຍັງ​ຈື່​ໄດ້​ດີທຸກບັ້ນ​ຕອນ ​ແລະ​ໄດ້​ເລົ່າ​ຊີວິດ​ຢູ່ໃນ​ສູນ​ສຳ​ມະ​ນາ ສູ່​ຟັງດັ່ງ​ນີ້ :

ຈຳປາແດງເມືອງລາວ
ຈຳປາແດງເມືອງລາວ

ລິງໂດຍກົງ

​ຫລັງ​ຈາກ​ໄດ້​ໃຊ້​ຊີວິດ​ຢູ່ໃນສູນ​ສຳ​ມະ​ນາ​ກັບ​ພໍ່​ເປັນ​ເວລາ ສີ່-ຫ້າ​ປີ​ແລ້ວ ​ແມ່ຂອງ ປາ​ໂລມາ ​ກໍເກີດ​ເຈັບ​ປ່ວຍ ​ແລະບໍ່​ມີ​ຢາປິ່ນ​ປົວ. ຕົກ​ມາ​ເຖິງ​ປີ 1982 ທາງ​ການ​ໄດ້ອະນຸຍາດ​ໃຫ້ ​ແມ່ ​ພ້ອມ​ດ້ວຍ ປາ​ໂລມາ ​ແລະ​ພວກ​ນ້ອງໆ ອອກ​ຈາກ ສູນ​ສຳ​ມະ​ນາ​ ​ເມືອງ​ວຽງ​ໄຊ ກັບ​ຄື​ນ​ມາປິ່ນປົວຢູ່ ນະຄອນຫລວງວຽງ​ຈັນ. ​ເວລາ​ນັ້ນ ສະ​ພາບ​ການປົກຄອງ​ຢູ່ໃນ​ເມືອງ​ລາວ ​ຍັງ​ຢູ່​ໃນ​ຄວາມ​ມືດ​ມົວ ​ແລະ​ລຳບາກ. ​ເພາະສະ​ນັ້ນ ​ແມ່​ຂອງ ປາ​ໂລມາ ​ຈຶ່ງໄດ້​ຕັດສິນ​ໃຈ​ພາ​ລູກ​ເຕົ້າໂຕນ​ໜີ​ຂ້າມມາ​ຢູ່ສູນ​ອົບພະ​ຍົບນາໂພ ​ເພື່ອ​ຈະ​ເດີນທາງ​ມາ​ປະ​ເທດ​ທີສາມ ຊຶ່ງ ປາ​ໂລມາ ​ໄດ້​ກ່າວ​ເຖິງຊີວິດ​ຕອນ​ນີ້ສູ່​ຟັງ​ວ່າ :

ປາໂລມາ (ເສື້ອຂາວ) ແລະຍາດຕິພີ່ນ້ອງ
ປາໂລມາ (ເສື້ອຂາວ) ແລະຍາດຕິພີ່ນ້ອງ

ລິງໂດຍກົງ

ການເດີນທາງ​ມາ​ເຖິງ​ແຜ່ນດິນ​ໃໝ່​ທີ່​ກວ້າງ​ໄກ ຂອງ​ຄອບຄົວ ປາ​ໂລມາ ​ແມ່ນບໍ່​ມີ​ຫຍັງຫຼາຍ​ ແຕກ​ຕ່າງ​ໄປ​ຈາ​ກ ພວກ​ອົບ​ພະຍົບລາວທົ່ວ​ໄປ​ ​ຕ້ອງ​ໄດ້​ຜ່ານພ່າ​ການປັບຕົວ​ໃຫ້​ເຂົ້າ​ກັບ​ຊີວິດ​ການ​ເປັນ​ຢູ່​ໃໝ່ ​ເປັນ​ຕົ້ນ​ດ້ານ ພາສາ ​ແລະ​ວັດທະນາ​ທຳ. ​ເວລານັ້ນ ປາ​ໂລມາ ມີ​ອາຍຸ​ໄດ້ 15 ປີ ຄອບຄົວມາ​ຕົກ​ຢູ່​ລັດ North Carolina ພາກ​ໃຕ້​ຂອງ ສະຫະລັດ. ປາ​ໂລມາ ​ໄ​ດ້​ເລີ້​ມ​ເຂົ້າ​ໂຮງຮຽນ​ມັດທະຍົມ​ພາກ​ຕົ້ນ Renold High School ​ຫລັງ​ຈາກ​ນັ້ນ​ກໍໄດ້​ຮຽນ​ຕໍ່​ທີ່ Giwneet Community College ສຳ​ເລັດ​ອະນຸ​ປລິນຍາ. ໃນ​ປີ 1997 ປາ​ໂລມາ ​ໄດ້​ເລີ້ມ​ເຮັດ​ວຽກ​ໃຫ້​ແກ່​ບໍລິສັດ WIKA ຊຶ່ງ ປາ​ໂລມາ ​ໄດ້​ເລົ່າ​ຄວາມ​ເປັນ​ມາ​ຕອນ​ນີ້​ວ່າ :

ທີ່ພັກຜ່ອນ ຢູ່ສວນຫລັງບ້ານ
ທີ່ພັກຜ່ອນ ຢູ່ສວນຫລັງບ້ານ

ລິງໂດຍກົງ

ການ​ຕັ້ງ​ຊີວິດໃໝ່​ຂອງ ​ປາ​ໂລ​ມາ ເປັນ​ທີ່​ໜ້າ​ສັນລະ​ເສີນ ​ໄດ້​ຮັບການ​ສຶກສາ ສ້າງຄອບຄົວ ມີ​ລູກ​ສອງ​ຄົນ ສຳ​ເລັດວຽກ​ງານ ການ​ຢູ່​ກິນ ຕັ້ງ​ຖິ່ນ​ຖານ​ຢູ່​ຊານເມືອງ Atlanta ລັດ
Georgia ພາກ​ໃຕ້​ຂອງ ສະຫະລັດ. ປາ​ໂລມາ ມີ ບ້ານ​ເຮືອນທີ່​ສວຍ​ງາມ ເດີ່ນ​ບ້ານ ແລະ
ນອກ​ບ້ານ ປຽ​ບ​ກັບ​ສວນ​ອຸ​ທະຍານ ທີ່ ເຕັມ​ໄປ​ດ້ວຍ​ດອກກ້ວຍ​ໄມ້ ​ແລະ​ຕົ້ນ​ດອກໄມ້​ເມືອງ​ຮ້ອນ ຊ່ຶງ​ເປັນບ່ອນ​ທີ່ ປາ​ໂລມາ ມັກນັ່ງ​ຊົມ ​ແລະ​ຮັບ​ຕ້ອນ​ພີ່​ໆ​ນ້ອງໆ ​ແລະ​ເພື່ອນ​ຝູງ​ເວລາ​ມີ​ແຂກ​ຄົນ​ມາ​ຢ້ຽມຢາມ.

XS
SM
MD
LG