ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ທ່ານນາງ ບັນລັງ ພົມມະສຸວັນ ເນື່ອງໃນ​ໂອກາດ ​ສະຫລອງ ວັນແມ່ຍິງສາກົນ


ທ່ານນາງບັນລັງ ຫລວງວິຊາ ພົມມະສຸວັນ (ກາງ) ແລະລູກສາວ ສຸກສະທິດ ລີລາ ແລະ ອາຣຸນທິດ.
ທ່ານນາງບັນລັງ ຫລວງວິຊາ ພົມມະສຸວັນ (ກາງ) ແລະລູກສາວ ສຸກສະທິດ ລີລາ ແລະ ອາຣຸນທິດ.

ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ວັນ​ອາ​ທິດ​ທີ່ 8 ເດືອນ​ມີ​ນາ ທີ
​ຜ່ານ​ມາ​ນີ້ ແມ່ນ​ວັນ​ແມ່​ຍິງ​ສາ​ກົນ ເພາະ​ສະ​ນັ້ນລາຍ​ການ​ຊີ​ວິ​ດ
ຊາວ​ລາວ​ມື້​ນີ້ ຈຶ່ງ​ຂໍ​ໃຫ້​ກຽດ ​ແມ່ຍິງ ​ໂດຍ​ການ​ນຳ​ສະ​ເໜີ ບົດ​ສຳ​
ພາ​ດ ສະ​ຕີ​ລາວ​-ອາ​ເມ​ຣິ​ກັ​ນ ທ່ານ​ນາງ​ບັນ​ລັ​ງ ຫລວງ​ວິຊາ ພົມ​
ມະ​ສຸ​ວັ​ນ ອາ​ຈານ​ສອນ​ມັດ​ທະ​ຍົມ​ປາຍ ທີ່ໂຮງ​ຮຽນ ມັດ​ທະ​ຍົມ
Roosevelt ລັດ Minnesota ພາກ​ກາງ​ເໜືອ​ຂອງ ສະ​ຫະ​ລັດ ມາສະ​ເໜີ​ທ່ານ. ທ່ານ​ນາງ​ບັນ​ລັງ ເປັນ​ສະ​ຕີລາວ-​ອາ​ເມ​ຣິ​ກັນ​ໂຕ​ຢ່າງ ທີ່​ຫ້າວ​ຫັນ​ໝັ່ນ​ພຽນ ເປັນ​ຜູ້​ນຳ​ສັງ​ຄົມ ເປັນ​ນັກ​ເຄື່ອນໄຫວ ແລະ​ເປັນ​ແມ່​ທີ່​ດີ​ຂອງ​ພວກ​ລູກໆ. ​ທ່ານ​ນາງ​ໄດ້​ວາງ​ບົດບາດ​ອັນ​ສຳ​ຄັນ​ຫລາຍໆ​ຢ່າງ​ໃຫ້​ແກ່​ປະຊາ​ຄົມ ຊຶ່ງ ກິ່ງ​ສະ​ຫວັນ ຈະ​ນຳ​ເລື້ອງ​ນີ່​ມາ​ສະ​ເນີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ບ​າຍ​ດີ ທ່​ານຜູ້​ຟັງ​ທີ່​ເຄົາ​ລົບ ວັນ​ອາ​ທິດ​ ທີ 8 ກຸມ​ພາ ​ທີ່ຜ່ານ​ມາ​ນີ້ແມ່ນ ວັນ​ແມ່​ຍິງ​ສາ​ກົນ
ທີ່ສະ​ຫລອງ​ກັນ​ຢູ່ຫລາຍໆ​ປະ​ເທດທົ່ວໂລກ ຖື​ສຳ​ຄັນ​ວ່າເປັ​ນ​ມື້ໃຫ້​ກຽດ​ແກ່​ຜູ້​ຍິງທັງ​ຫລາຍ
​ໃຫ້ການຮັບ​ຮູ້ເຖິງຄວາມ​ສຳ​ເລັດ ​ແລະ​ຜົນ​ງານ​ຂອງ​ເຂົາ​ເຈົ້າ ໂດຍ​ບໍ່​ກ່ຽວວ່າ​ເຂົາ​ເຈົ້າ ແມ່ນ
​ໃຜ ມ​າ​ຈາກ​ໃສ ຖື​ສາ​ສະ​ໜາ​ຫຍັງ ເຜົ່າ​ພັນ​ໃດ ຊົນ​ຊາດ​ຫຍັງ ເວົ້າ​ພາ​ສາ​ຫຍັ​ງ ພື້ນ​ຖານ
​ເສດຖະ​ກິດເປັນຢ່າງ​ໃດ ແລ​ະ​ສັງ​ກັດ​ພັກ​ການ​ເມືອງ​ໃດ. ວັນ​ແມ່​ຍິງ​ສາ​ກົນ ​ເປັນ​ໂອ​ກາດໃຫ້
​ເຮົາ​ເບິ່ງ​ຄືນ​ຫລັງເຖິງ​ຄວາມ​ອົດ​ທົນ ສູ້​ຊົນ​ສູ່ຜົນ​ສຳ​ເລັດ ແລະ​ສຳ​ຄັນ​ທີ່​ສຸດ​ນັ້ນ​ກໍ​ຄື ການ​ເບິ່ງ​
ໄປ​ໜ້າ​ເພື່ອຊອກ​ຫາ​ໂອ​ກາດ ໃຫ້​ແກ່ບັນ​ດາ​ຜູ້ຍິງ​ລຸ້ນ​ຕໍ່ໆ​ໄປ​ໃນ​ອາ​ນາ​ຄົດ​ຂ້າງ​ໜ້າ. ເພາະ​
ສະ​ນັ້ນ ຂ້າ​ພະ​ເຈົ້າ ຈະ​ນຳ​ເອົາ​ຄວາມ​ເປັນ​ມາຂອງ ທ່ານ​ນາງ​ບັນ​ລັງ ຫລວງ​ວິຊາ ພົມ​ມະ​ສຸ
​ວັນ ແມ່​ພິມ​ຂອງ​ຊາດ ສັດຕະວັດທີ່ 21 ​ຄົນ​ນຶ່ງ ປັດ​ຈຸ​ບັນ​ນີ້​ ເປັນ​ຄູ​ສອນ​ຢູ່​ໂຮງ​ຮຽນ​ມັດ​ທະ
​ຍົ​ມປາຍ Roosevelt High School ລັດ Minnesota ນອກຈາກມີ​ໜ້າ​ທີ່​ເປັນ​ນາຍຄູ
​ແລ້ວ ທ່ານ​ນາງ​ ຍັງ​ໄດ້​ວາງ​ບົດບາດ​ການ​ເປັນ​ຜູ້ນຳ​ສັງຄົມໃນ​ຫລາຍໆ​ດ້ານ.

ສ່ວນນຶ່ງຂອງ ຄະນະກຳມະການ ທ້ອນໂຮມລາວອະວຸໂສ
ສ່ວນນຶ່ງຂອງ ຄະນະກຳມະການ ທ້ອນໂຮມລາວອະວຸໂສ

ແຕ່​ກ່ອນ​ອຶ່ນ​ເຮົາ​ມາ​ເຂົ້າ​ໃຈຄວາມເປັນ​ມາ​ຂອງ ວັນ​ແມ່​ຍິງ​ສາ​ກົນ
​ເສຍກ​ອ່ນ. ໃນ​ປີ 1975 ສະ​ຫະ​ປະ​ຊາ​ຊາດ ໄດ້ເລີ້ມ​ສະຫລອງ
ການ​ລົ​ງ​ມະຕິ​ເອົາວັນທີ່ 8 ເດືອນ​ມີ​ນາ ເປັນວັນແມ່​ຍິງ​ສາ​ກົນ. ສອງ​
ປີ​ຕໍ່​ມາ​ໃນ​ເດືອນ​ທັນ​ວາ​ ປີ 1977 ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ
ຫະ​ປະຊາ​ຊາດ ໄດ້​ຜ່ານມະ​ຕິ ​ປະ​ກາ​ດວັນສະ​ຫະ​ປະ​ຊາ​ຊາດ ​ໃຫ້​
ສິດ​ທິ​ຜູ້​ຍິງ ແລະ​ສັນ​ຕິ​ພາບ​ສາ​ກົນ ເພື່ອ​ສະ​ຫລອງ​ໃນ​ວັນ​ໃດ​ວັນ​
ນຶ່ງຂອງ​ປີ. ໃນ​ການ​ຮັບ​ຜ່ານ​ມະ​ຕິດັ່ງກ່າວ​ນັ້ນ ກອງ​ປະ​ຊຸມ​ສະ​ມັດ​
ຊາ​ໃຫຍ່ ໄດ້ຮັບ​ຮູ້​ບົດ​ບາດ​ຂອງຜູ້​ຍິງ ໃນ​ຄວາມ​ພະ​ຍາ​ຍາມ ສ້າງ​ສັນ​ຕິ​ພາບ ແລ​ະ​ພັດ​ທະ​ນາ ແລະ​ຮຽກ​ຮ້ອງ​ໃຫ້ສີ້ນ​ຍຸດຕິການ​ລຳ​ອຽງ ຈຳ​ແນ​ກກີດ​ກັ້ນ ​ແລະ​ເພີ້​ມ​ການ​ສະ​ໜັບ​ສະ​ໜູນ ແກ່​ຜູ້​ຍິງ​ຢ່າງ​ເຕັມ​ທີ່ ແລະ​ຢ່າງ​ສະ​ເໝີພາບ.

ທ່ານນາງບັນລັງ ຜູ້ຕາງໜ້າ ແມ່ຍິງຊຸມຊົນນ້ອຍ ພົບກັບ ທ່ານນາງ Hillary Clinton ໃນປີ 1995
ທ່ານນາງບັນລັງ ຜູ້ຕາງໜ້າ ແມ່ຍິງຊຸມຊົນນ້ອຍ ພົບກັບ ທ່ານນາງ Hillary Clinton ໃນປີ 1995

ສະ​ຫະ​ລັດ ອາ​ເມ​ຣິ​ກາ ວ່າ​ເປັນດິ​ນ​ແດນ​ແຫ່ງ​ຄວາມ​ສະ​ເໝີ​ພາບ ໄດ້​ພິ​ສູດ​ໃຫ້​ເຫັນ​ຢ່າງ​ແຈ້ງຂາວ ​ແກ່ບັນ​ດາ​ແມ່​ຍິງ​ເຊື້ອ​ຊາດລາວ​ທີ່​ນັບ​ບໍ່​ຖ້ວນ​ ຜູ້ມີ​ຄວາມ​ອົດ​ທົນ ​ເຊື່ອ​ໝັ້ນ​ດ້ານ​ການ​ສຶກ​ສາ​ສູງ ອັນ​ນຳ​ມາສູ່​ຜົນ​ສຳ​ເລັດຂອງການ​ເປັນ​ຜູ້​ນຳປະ​ຊາ​ຄົມ ແລະພົນລະ​ເມືອງ​ທີ່​ດີ​ຂອງ​ປະ​ເທດ. ທ່ານ​ນາງບັນ​ລັງ ພົມ​ມະ​ສຸ​ວັນ ​ອະ​ດີດນັກ​ສຶກ​ສາ ແລະ​ຄູ​ສອນ​ທີ່ ວິ​ທະ​ຍາ​ໄລ​ອົ​ບ​ຮົມຄູດົງ​ໂດກ ແຫ່ງ​ອະ​ດີດ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວ ແມ່ນ​ໂຕ​ຢ່າງສະ​ຕີ​ລາວ​ຜູ້​ນຶ່ງ ທີ່ມີ​ຄວາມ​ເຊື່ອ​ໝັ້ນໃນຄວາມ​ສ​ະ​ເໝີ​ພາບ.​ ທ່ານ​ນາງ​ໄດ້ປູ​ເສັ້ນ​ທາງອັນ​ຍາວ​ນານ ແລະ ວາງບົດ​ບາດ​ຈາກ​ລະດັບ​ທ້ອງ​ຖິ່ນ ​ແລະ​ລະ​ດັບຊາດ​ ໄວ້​ຢ່າງ​ໜ້າ​ສັນ​ລະ​ເສີນ ທ່ານ​ນາງ​ໄດ້ເລົ່າຊີວິດ​ເບື້ອງ​ຕົ້ນສູ່ ວີ​ໂອ​ເອ ດັ່ງ​ນີ້ :

ທ່ານນາງບັນລັງ ກຳລັງສອນນັກຮຽນ
ທ່ານນາງບັນລັງ ກຳລັງສອນນັກຮຽນ

ທ່ານ​ນາງ​ບັນລັງ ​ປຽບ​ສະເໜືອນແມ່​ຜູ້​ທີ່​ສອງ​ຂອງ​ບັນດາ​ນັກຮຽນ ທ່ານມັກ​ການ​ສອນ ຊ່ວຍ​ເຫລືອ​ນັກຮຽນ ​ແນະນຳ​ນັກຮຽນ ຢາກ​ເຫັນເຍົາວະ​ຊົນສຳ​ເລັດ​ການ​ສຶກສາ ​ໄປ​ສູ່​ອະນາ​ຄົດ​ອັນ​ແຈ່ມ​ໃສ. ​ທ່ານເປັນ​ຜູ້​ເຂົ້າ​ໃຈ​ເຖິງ​ວັດທະນາ​ທຳ​ລາວ​ດີ ໂດຍ​ສະ​ເພາະໃຫ້​ການ​ແນະນຳ​ຊ່ວຍ​ເຫລືອ​ບັນດາພໍ່​ແມ່​ຜູ້​ປົກຄອງ​ທີ່​ເປັນ​ຄົນ​ລາວ ​ເຂົ້າ​ໃຈ​ເຖິງ​ລະ​ບົບການ​ສຶກສາ​ຢູ່​ໃນ ສະຫະລັດ ຊຶ່ງ​ທ່ານ​ນາງ ​ໄດ້​ກ່າວ​ຕໍ່​ໄປ​ວ່າ :

ທ່ານນາງບັນລັງ ໄດ້ຮັບລາງວັນສັນລະເສີນ ຈາກຜູ້ປົກຄອງລັດ Minnesota ທ່ານ Rudy Pirch
ທ່ານນາງບັນລັງ ໄດ້ຮັບລາງວັນສັນລະເສີນ ຈາກຜູ້ປົກຄອງລັດ Minnesota ທ່ານ Rudy Pirch

ນອກຈາກເປັນ​ຄູ​ສອນແລ້ວ ທ່ານ​ນາງ​ບັນລັງ ຍັງເປັນກຳ​ມະ​ການບໍ​ລິ​ຫານ ທ້ອນ​ໂຮມອະ​ວຸ​ໂສລາວ​-ອາ​ເມ​ຣິ​ກັນ ​ແລະ​ກິດຈະການ​ອື່ນໆຢ່າງ​ບໍ່ອິດ​ເມື່ອຍ. ນອກຈາ​ກນັ້ນ ທ່ານນາງ​ຍັງ​ໄດ້​ກຳກັບນຳພາ ​ລູກ​ສາວ​ທີ່​ໜ້າ​ຮັກ​ສາມ​ຄົນ ​ຕິດ​ຕາມນຳຮອຍ​ແມ່ ສຳ​ເລັດ​ການ​ສຶກສາ ແລະ​ກາຍ​ມາເປັນ​ນັກວິຊາ​ການ​ຢ່າງ​ໜ້າ​ສັນລະ​ເສີນ ຊຶ່ງທ່ານ​ນາງ ​ໄດ້​ກ່າວ​ຕໍ່​ໄປ​ວ່າ :

ທ່ານນາງບັນລັງ ຖືກແຕ່ງຕັ້ງເຂົ້າຮວມກອງປະຊຸມ ກ່ຽວກັບແມ່ຍິງ ຄັ້ງທີ່ສີ່
ທ່ານນາງບັນລັງ ຖືກແຕ່ງຕັ້ງເຂົ້າຮວມກອງປະຊຸມ ກ່ຽວກັບແມ່ຍິງ ຄັ້ງທີ່ສີ່

ເນຶ່ອງ​ໃນ​ໂອກາດ ​ວັນ​ສະຫລອງ​ແມ່ຍິງ​ສາກົນ ວັນ​ອາທິດ ທີ່ 8 ​ເດືອນ​ມີນາ ທີ່ຜ່ານ​ມາ​ນີ້ ທ່າ​ນນາງ​ບັນລັງ ​ໄດ້​ຝາກຄວາ​ມຄິ​ດ​ເຫັນ​ໄວ້​ແກ່ ບັນດາ​ແມ່ຍິງ​ລາວ ນ້ອຍ​ແລະໃຫຍ່​ດັ່ງ​ນີ້ :

ທ່ານນາງບັບນລັງ ຫລວງວິຊາ ພົມມະສຸວັນ
ທ່ານນາງບັບນລັງ ຫລວງວິຊາ ພົມມະສຸວັນ

ນັ້ນ​ແມ່​ນ​ການ​ສຳ​ພາດ ທ່​ານ​ນາງ​ບັນ​ລັງ ຫລວງ​ວິຊາ ພົມ​ມະສຸ​ວັນ ສະ​ຕີ​ລາວ​-ອາ​ເມ​ຣິ​ກັນ
ຜູ້​ຫ້າວຫັນ ​ນັກ​ສັງຄົມ​ສົງ​ເຄາະ ນັກ​ເຄຶ່ອນ​ໄຫວ​ສັງຄົມ ແລະແມ່ພິມ​ຂອງ​ຊາດ ຢູ່ທີ່​ລັດ Minnesota ສະຫະລັດ ອາ​ເມຣິກາ.

XS
SM
MD
LG