ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ທ່ານເທບ ຖາວອນສຸກ ຈິດຕະກອນ ລາວ - ການາດາ ລະດັບສາກົນ


ທ່ານເທບ ຖາວອນສຸກ ຈິດຕະກອນ ລາວ-ການາດາ ທີ່ເມືອງ
Calvary.
ທ່ານເທບ ຖາວອນສຸກ ຈິດຕະກອນ ລາວ-ການາດາ ທີ່ເມືອງ Calvary.

ໃນລາຍ​ການ​ຊີວິດ​ຊາວລາວ​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ
ກັບທ່ານ​ເທບ ຖາ​ວອນສຸກ ຈິດຕະກອນ ຫລື​ນັກ​ແຕ້ມ​ຮູບ ທີ​ມີ​
ຊື່​ສຽງ​ຢູ່ ໃນວົງ​ກາ​ນສາກົນຜູ້​ນຶ່ງ ມາສະ​ເໜີ​ທ່ານ. ທ່ານ​ເທບ ​ມີ​
ເຊື້ອ​ສາຍລາວ ທີ່​ໄດ້​ມາ​ໃຊ້ ຊີວິດຢູ່ ສະຫະລັດ ​ແລະ​ກາ​ນາ​ດາ
ຕັ້ງ​ແຕ່​ປີ 1966 ​ແລະ​ປັດຈຸບັນ​ນີ້ິຕັ້ງ​ຖິ່ນ​ຖານ​ຢູ່ ​ເມືອງ Calvary
​ທາງ​ຕາ​ເວັນ​ຕົກ​ຂອງ ປະ​ເທດ​ກາ​ນາ​ດາ ບ່ອນ​ທີ່​ທ່ານ ​ແຕ້ມ​ຮູບ
​ແລະ​ນຳ​ອອກສະ​ແດງ​ຂາຍ​ຢູ່​ທົ່ວ​ໂລກ. ​ເລື້ອງຊີວິດ​ຄວາມ​ເປັນ
​ມາ​ຂອງ​ຜູ້ກ່ຽວ​ເປັນ​ຢ່າງ​ໃດ​ ກິ່ງ​ສະຫວັນ ຈະ​ນຳມາສະ​ເໜີ​ທ່ານ
​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ ຈະຂໍ​ແນະນຳ​ໃຫ້​ທ່ານຮູ້ຈັກ​ກັບ ຈິດຕະ
ກອນ ຫລືນັກ​ແຕ້ມ​ຮູບ ​ເຊື້ອສາຍ​ລາວທີ່ມີ​ຊື່​ສຽງ​ຢູ່ໃນ​ວົງ​ການ​ສາກົນຜູ້​ນຶ່ງ. ທ່ານ​ຜູ້ນີ້ມີ
ຊື່ວ່າ ​ເທບ​ ຖາ​ວອນ​ສຸກ ​ເກີດ​ທີ່​ບ້ານນາ​ໄຊ ນະຄອນຫລວງ​ວຽງ​ຈັນ. ປັດ​ຈຸ​ບັນ ທ່ານ​ເທບ
ຕັ້ງຖິ່ນ​ຖານຢູ່ ເມືອງ Calvary ທາງ​ທິດ​ຕາ​ເວັນຕົກ​ຂອງປະ​ເທດກາ​ນາ​ດາ. ຊີວິດຄວາ​ມ
​ເປັນ​ມາ​ຂອງ​ທ່ານ​ເທບ ​ເປັນ​ທີ່​ໜ້າ​ສັນລະ​ເສີນ ​ເກີດ​ມາ​ພ້ອມກັບ ພອນ​ສະຫວັນ ອັນ​ປະເສີດ ທ່ານເປັນນັກ​ປັດ​ຊະຍາ ​ແລະ ​ເປັນ​ນັກ​ແຕ້ມຮູບ​ອາຊີບ ຢູ່​ໃນລະດັບ​ສາກົນ.

ທ່ານ​ເທບ ​ໄດ້​ເດີນທາງ​ອອກ​ຈາກ ປະ​ເທດ​ລາວມາ​ໃນ​ປີ 1966 ​ມາ​ສຶກສາ​ທີ່ ມະຫາວິທະ
ຍາ​ໄລ St Lawrence ທີ່​ເມືອງ Canton ລັດ New York ສຳ​ເລັດ​ການ​ສຶກສາ​ຝ່າຍ ປະ
ຊາສຳພັນຕ່າງປະ​ເທດ ​ແລະສາມາດ​ປາກ​ໄດ້​ຫົກ​ພາສາ​ຢ່າງ​ຄ່ອງ​ແຄ່ວ. ຫລັງ​ຈາກ​ນັ້ນ
ທ່ານ​ເທບ ​ໄດ້​ເຂົ້າໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ Calvary ຊຶ່ງເທົ້າ​ເຖິງ​ປັດຈຸບັນນັບເປັນ​ເວລາ​
ໄດ້ 43 ປີ.​ ທ່ານເທບ ​ໄດ້ເລົ່າ​ຊີ​ວິດ​ເບື້ອງ​ຕົ້ນ​ສູ່​ຟັງ​ດັ່ງ​ນີ້ :

June Rain
June Rain

ລິງໂດຍກົງ

ຢູ່​ໃນ​ສະໄໝ ການ​ປົກຄອງ​ຂອງ ພະ​ລາຊາ​ອານາຈັກ​ລາວ ເມື່ອ 40 ກວ່າປີ​ກ່ອນ ​ໃນ​ເວລາທີ່ ​ທ່ານ​ເທບ ຍັງ​ເປັນ​ນັກຮຽນ​ຢູ່ ມັດທະຍົມ Lycee de Vientiane ທ່ານ​ໄດ້​ເລົ່າ​ຊີວິດ ກ່ຽວ​ກັບ​ການ​ສຶກສາ ​ແລະໄດ້ເລີ້ມ​ແຕ້ມຮູບ​ມາ​ດັ່ງນີ້​ :

solitude
solitude

ລິງໂດຍກົງ

ສິ່ງ​ທີ່ຝັງ​ໄວ້ຢູ່​ໃນສ່ວນ​ເລິກຫົວ​ໃຈຂອງ ສຸພາບບູຣຸດຄົນນີ້ ແມ່ນເຕັ​ມ​ໄປ​ດ້ວຍມະ​ໂນ​ພາບ​ແຫ່ງ​ຄວາມ​ສະຫງົບ ​ຄວາມ​ອ່ອນ​ນ້ອມຂອງວັດ​ທະ​ນາ​ທຳລາວ ​ແລະທຳ​ມະ​ຊາດອັນ​ງົດ​ງາມ ອັນ​ເປັນ​ບ້ານ​ເກີດ​ເມືອ​ງນອນ ທີ່ປະກອບ​ດ້ວຍ​ສີສັນ​ອັນ​ຊຸ່ມ​ເຢັນຂອງປະ​ເທດ​ຮ້ອນ. ທ່ານເທບ ​ໄດ້​ຖ່າຍທອດພາບ​ເຫລົ່າ​ນີ້​ອອກ​ມາ ​ໂດຍ ຜ່ານ​ທາງຈິດ​ໃຈ ມາສູ່​ນີ້ວມືຢ່າງ​ຮິ່ນຕອງ ໝັ່ນ​ພຽນ​ ​ແລະ​ຢູ່​ໃນສະມາທິ​ ອັນ​ເປັນ ເທັກນິກທີ່ໜ້າ​ງຶດ​ງໍ້. ທ່ານ​ໄດ້​ກ່າວ​ເຖິງ​ວິ​ທີການໃຊ້ວັດ​ຖຸ ທີ່​ແຕ້ມ​ອອກ​ມາ​ໃສ່​ແຜ່ນ​ເຈ້ຍ ​ແລະ​ຜ້າ​ສຳລັບ​ແຕ້ມ​ຮູບ​ດັ່ງ​ນີ້ :

saffron Robes
saffron Robes

ລິງໂດຍກົງ

ສິນລະປະການ​ແຕ້ມຮູບ ໄດ້​ເກີດ​ມີ​ມາ​ພ້ອມ​ກັບ​ມະນຸດຊາດ ຕັ້ງຫລາຍໆ​ພັນ​ປີ. ​ບັນທຶກ​ຮູບ​ພາບຄວາມ​ສີວິ​ໄລ​ຂອງ​ມະນຸດ ​ແຕ່​ລະສະ​ໄໝໄດ້​ຄົ້ນ​ພົບເຫັນຢູ່ຝາຖຳ້ ​ເພດານ​ໂບດ ​ແລະ
ວິຫານ​ ອັນ​ເປັນ​ວັດ​ຖຸ​ໂບຮານ ເກົ່າ​ແກ່​ຂອງ​ມະນຸດ. ການ​ແຕ້ມຮູບ ​ແມ່ນຈິນ​ຕະນາການ
ຂອງ​ມະນຸດ ທີ່ໄດ້​ຖືກພັດທະນາມາຈາກບັນດາປະ​ເທດອຸດສາຫະກຳທີ່ຮັ່ງມີ ​ແລະ​ມີ​ລັກ​ສູດ​ການ​ຮຽນ ຢູ່​ສະ​ຖາ​ບັນ​ຊັ້ນ​ສູງ. ​ຜົນງານ​ຂອງ ບັນດາ​ນັກສິນລະປິນ ​ທີ່​ມີ​ຊື່​ສຽງໄດ້ຖືກຊື້​ດ້ວຍ​ລາຄາ​ແພງ ຖືກຮັກສາສະ​ສົມ​ໄວ້​ຢູ່​ຕາມ​ບ້ານ​ເຮືອນ​ຂອງ​ຜູ້​ຮັ່ງມີ ​ແລະວາງສະ​ແດງຢູ່​ຕາມ​ຫໍ​ພິພິດ​ທະພັນ ທີ່​ມີ​ຊື່​ສຽງ​ຢູ່ທົ່ວ​ໂລກ. ທ່ານ​ເທບ ​ໄດ້​ນຳຜົນງາ​ນຂອງ​ທ່ານ​ໄປສະ​ແດງ​ຢູ່​ໃນ​ຫ້າ​ທະວີບ​ຂອງ​ໂລກ ໄດ້​ຖືກ​ຊື້​ຮັກສາ​ໄວ້​ຈາກ ບັນດາບໍລິສັດ​ໃຫຍ່ໆ​ຢູ່ທົ່ວ​ໂລກ ​ແລະ​ບັນດາ​ສ່ວນ​ບຸກຄົນນຳ. ລາ​ຄາ​ຮູບ​ແຕ້ມ​ຂອງ​ທ່ານ​ເທບເລີ້​ມ ຈາກ 2,500 ​ໂດ​ລາ​ ຫາ 48,000 ​ໂດ​ລາ. ບັນດາ​ຮູບ​ເຫລົ່າ​ນີ້ ​ແຕ້ມ ດ້ວຍ​ສີ​ນຳ້ນຳ້ເມິ​ກ ​ແລະ pastel ​ໃສ່​ເຈັ້ຍ​ເຂົ້າ. ສ່ວນ​ສີ​ນຳ້ມັນ ນັ້ນ ທ່ານ​ໄດ້​ໃຊ້ເວລາ 2 ​ເດືອນ ຫາ 2 ປີ ​ຫລື​ດົນ​ກວ່າ​ນັ້ນຊ້ຳ. ທ່ານ​ເທບ ​ໄດ້​ເລົ່າ​ກ່ຽວ​ກັບ
ການ​ຂາຍ​ຮູບ​ແຕ້ມ​ຂອງ​ທ່ານ​ວ່າ :

Norturne
Norturne

ລິງໂດຍກົງ

​ເຖິງ​ແມ່ນ​ວ່າ ທ່ານເທບ ​ໄດ້​ມາ​ໃຊ້​ຊີວິດ​ຢູ່​ຕ່າງປະ​ເທດ​ຫລາຍ ດົນກວ່າຢູ່​ບ້ານ​ເກີດ​ເມືອງ​ນອນຂອງ​ຕົນ​ກໍ​ຕາ​ມ ​ແຕ່ສິ່ງ​ທີ່​ຍັງ​ຝັງ​ໄວ້ຢູ່​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ຂອງ​ຜູ້ກ່ຽວ​ແລ້ວ ກໍ​ແມ່ນ​ວ່າ ທ່ານ​ຍັງ​ເປັນ​ຄົນ​ລາວ ຢູ່​ສະ​ເໝີ ສິ່ງ​ທີ່​ພິສູດ​ໃຫ້​ເຫັນຄວາມ​ຈິງ​ນີ້ໄດ້ນັ້ນ​ກໍ​ຄື ການ​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ທ່ານ ອອກ​ມາຜ່ານຮູບ​ແຕ້ມ ຊຶ່ງ​ທ່ານ​ເທບ​ ​ໄດ້​ເລົ່າ​ເຖິງ​ມະ​ໂນ​ພາບ​ສູ່​ຟັງ​ດັ່ງ​ນີ້ :

Saffron Robes
Saffron Robes

ລິງໂດຍກົງ

ທ່ານ​ເທບ ມີ​ຄວາມ​ມ່ວນ​ຊື່ນ​ກັບ​ການ​ໃຊ້ຊີວິດ ຫົກ​ເດືອນ​ຢູ່ ​ເມືອງ Calvary ​ແລະ​ອີກ​ຫົກ​ເດືອນ​ຢູ່ ນະຄອນຫລວງ​ພະ​ບາງ ບ່ອນ​ທີ່​ທ່ານ​ມີ​ຮ້ານ Art Gallery ວາງ​ສະ​ແດງ ​ແລະ ຂາຍ. ຖ້າ​ຫາກ​ທ່ານ ​ໄດ້​ມີ​ໂອກາດ​ໄປ​ຢ້ຽ​ມຢາມ ນະຄອນ ຫລວງ​ພະ​ບາງ ຢ່າ​ລືມ​ແ​ວ່ຊົມ​ຜົນງານ​ຂອງ ທ່ານເທບ ຖາວອນ​ສຸກ ​ໄດ້ທີ່ ສາຍຝົນ ກາເລີຣີ.

XS
SM
MD
LG