ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເຕົ້າໂຮມ ອະດີດ ສຳມະນາກອນ ລາວ-ອາເມຣິກັນ ທີ່ເມືອງ Rockford ລັດ Illinois


ການເຕົ້າໂຮມ ບັນດາອະດີດ ສຳມະນາກອນລາວ-ອາເມຣິກັນ ທີ່ເມືອງ Rockford ລັດ Illinois .
ການເຕົ້າໂຮມ ບັນດາອະດີດ ສຳມະນາກອນລາວ-ອາເມຣິກັນ ທີ່ເມືອງ Rockford ລັດ Illinois .

ລາຍການ​ຊີວິດ​ຊາວ​ລາວຂອງ​ວີ​ໂອ​ເອ ມື້​ນີ້ ຈະແມ່ນ​ການສຳ
ພາດກັບ ທ່ານ Aiddy ພົມວິ​ໄສ ຫົວໜ້າ​ໂຮງຮຽນ​ມັດທະຍົມ
​ແຫ່ງ​ໜຶ່ງ ​ໃນ​ ນະຄອນ Des Moines ລັດ IOWA ​ກັບ ທ່ານ​
ສົມ​ດີ ຣາສີ ຜູ້​ປະສານ​ງານ​ການ​ເຕົ້າ​ໂຮມ ບັນດາອ​ະດີດສຳ​
ມະ​ນາກ​ອນລາວ ​ໃນ ສະຫະລັດ ຄັ້ງ​ທຳ​ອິດ ຈັດ​ຂື້ນທີ່ ​ເມືອງ
Rockford ລັດ Illinois ​ໃນ​ເດືອນກໍລະກົດ ​ຜ່ານ​ມາ. ​ເພື່ອ​
ລາຍ​ລະອຽດ​ຂອງ​ເຣື່ອງນີ້ ​ເຊີນ​ທ່ານ​ພົບ​ກັບ ກິ່ງ​ສວັນ ​ໄດ້​ເລີຍ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ຫລັງ​ຈາກ​ຄວາມ​ພິນາດ​ຂອງ ສົງ​ຄາມ​ອິນດູ​ຈີນ ​ໃນ​ປີ 1975 ອັນເປັນ
ເວລາ 4 ທົດ​ສະ​ວັດຜ່ານ​ມາ​ແລ້ວ ທີ່ຊາວ​ອົບ​ພະຍົບ ໄດ້​ເດີນທາງ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ທົ່ວ​ທຸກ
​ມູມ​ໂລກ. ການ​ຍົກຍ້າຍ​ຜູ້​ຄົນຢ່າງ​ມະຫາສານ ຂ້າມມະຫາ​ສະມຸດ​ປາຊິຟິກ ທີ່ບໍ່​ໄດ້ມີ​ການ
​ຫ້າງ​ຫາ ​ແລະ ​ຄາດ​ຝັນໄວ້ກ່ອນ. ຢູ່​ໃນ​ຊ່​ວງ​ເວລາອັນ​ສັບສົນ​ນີ້ ຫລາຍໆ​ພັນ​ຄອບຄົວ​ໄດ້​
ພັດພາກຈາກ​ກັນ​ເປັນ​ເວລາ​ນານ ​ແຕ່​ແລ້ວ​ກໍ​ເປັນ​ຈັ່ງ​ໂຊກ ທີ່ຫລາຍໆຄອບ​ຄົວ​ໄດ້​ກັບ​ມາ
ເຕົ້າ​ໂຮມ​ກັນອີກ​ຄືນ​ໃໝ່ ​ສ່ວນ​ຜູ້​ເ​ຄາະຮ້າຍ ກໍ​ແມ່ນ​ໄດ້​ສູນ​ເສຍ​ສະມາຊິກຄອບຄົວໄປ​ໂດຍ
ບໍ່​ມີວັນ​ຈະກັບ​ຄືນກໍ​ມີ. ນັບ​ແຕ່​ນັ້ນ​ມາ ຊີວິດກໍ​ໄດ້​ຫັນ​ປ່ຽນ​ໄປກັບ​ສະພາບ​ການ ສິ່ງ​ແວດ
ລ້ອມສາລະພັດ​ຢ່າງ​ໃນ​ການ​ຕັ້ງ​ຊີ​ວີ​ດ​ໃໝ່.

ປະສົບ​ການ​ດັ່ງກ່າວ​ນີ້ ຍັງ​ຝັງ​ໄວ້​ຢູ່​ໃນ​ສ່ວນ​ເລິກ​ຂອງຫົວ​ໃຈ ຂອງຊາວ​ລາວ​ທຸກໆ​ຄົນທີ່ຢູ່​
ໃນ ​ແລະ​ນອກ​ປະ​ເທ​ດ ​ໂດຍ​ສະ​ເພາະ​ ພວກ​ອະດີດສຳ​ມະ​ນາກ​ອນ ທີ່ໄດ້ລອດ​ພົ້ນ​ຈາກ
ຄວາມທຸກ​ທໍລະມານມາ ແມ່ນຍັງ​ມີ​ຄວາມ​ຊົງ​ຈຳ ​ຖືກ​ບັນທຶກ​ໄວ້ ແລະ​ບອກ​ເລົ່າ​ປາກ​ເປົ່າ
ສູ່​ລູກ​ຫລານຜູ້​ເກີດ​ໃໝ່​ໃຫຍ່​ລຸ່ນ ໃຫ້ໄດ້​ຍິນ​ ໄດ້​ຟັງ ແລະເຂົ້າ​ໃຈເຖິງປະຫວັດສາດບັ້ນ​ດັ່ງ
ກ່າວ.​ ​ເພາະສະ​ນັ້ນ ໃນ​ເດືອນ​ກໍລະກົດ​ ທີ່ຜ່າ​ນ​ມາ​ນີ້ ຢູ່ເມືອງ Rockford ລັດ Illinois ຈຶ່ງ
ໄດ້ມີ​ການ​ຈັດໃຫ້​ມີ​ການ​ເຕົ້າ​ໂຮມ​ບັນດາ ອະດີດສຳ​ມະ​ນາກ​ອນຂຶ້ນ ຊຶ່ງ​ມີ​ຈຸດປະສົງ​ວ່າ​
ເພື່ອ​ບອກ​ເລົ່າໃຫ້ພວກ​ລູກ​ຫລານເຊື້ອສາຍລາວ ເຂົ້າ​ໃຈໃນ​ຄຳວ່າ​ “ສຳ​ມະ​ນາ” ​ແລະ
ປະສົບ​ການ​ຂອງບັນດາ​ອະດີດ​ສຳ​ມະ​ນາກ​ອນ​.

ທີ່ຕັ້ງ ລັດ Illinois ໃນ ສະຫະລັດ ອາເມຣິກາ
ທີ່ຕັ້ງ ລັດ Illinois ໃນ ສະຫະລັດ ອາເມຣິກາ

ຮ່ວມນຳພາຢູ່​ໃນ​ການຊຸມ​ນຸມ​ດັ່ງກ່າວ​ນີ້ ມີ​ລູກ​ຫລານລາວທີ່​ໜ້າ
​ສັນລະ​ເສີນ​ຄົນ​ນຶ່ງ ​ມີ​ຊື່ວ່າ Aiddy ພົມວິ​ໄສ ​ເກີດ​ຢູ່​ປະ​ເທດ​ລາວ
​ແຕ່ໄດ້ມາ​ເຕີບ​ໃຫຍ່​ຢູ່​ໃນ ສະຫະລັດ. ​ທ່ານ Aiddy ພົ​ມວິ​ໄສ ປັດ
ຈຸບັນ ​ອາຍຸ 40 ປີ​ ເປັນ​ຜູ້ອຳນວຍ​ການ ໂຮງຮຽນ​ປະຊາບານ
Central Campus ​ໃນ​ເມືອງ Des Moines ລັດ IOWA. ​ໃນ​
ຕອນ​ຜູ້ກ່ຽວ​ເປັນ ຜູ້ອຳນວຍ​ການ ໂຮງຮຽນ​ມັດທະຍົມ Marshall
Town ​ໃນລັດ​ດຽວ​ກັນ​ນີ້​ຢູ່​ນັ້ນ ​ທ່ານ​ໄດ້​ຖືກຍົກຍ້ອງ​ວ່າ ເປັນຜູ້
ອຳນວຍ​ການ​ໂຮງຮຽນຕົວ​ເດັ່ນ​ປະຈຳ​ປີ ເຄີຍເປັນ​ຄູ​ສອນ ປະ
ຫວັດ​ສາດ ສະຫະລັດ ​ແລະ​ພາສາ​ອັງກິດ ​ໃຫ້​ແກ່​ນັກຮຽນ​ມັດ
ທະຍົມ​ພາກ​ປາຍ.

ທ່ານ Aiddy ໄດ້​ວາງ​ບົດບາດ​ອັນ​ສຳຄັນ​ຫລາຍໆ​ຢ່າງ​ ຢູ່​ໃນ​ວົງ​ການໆ​ສຶກສາ. ທ່ານ ສຳ
​ເລັດ​ປະ​ລິນ​ຍາ​ຕີ ຝ່າຍ​ວິທະຍາສາດ ຈາກ IOWA State University ບ່ອນ​ທີ່​ທ່ານ​ໄດ້​
ສຳ​ເລັດ ປະ​ລິນຍາ​ໂທ​ ຝ່າ​ຍຫລັກສູດ​ການ​ສຶກສາ ​ແລະ​ສຳ​ເລັດ​ການ​ສຶກສາ​ຊັ້ນ​ສູງ​ຝ່າຍ​
ປົກ ຄອງ​ຈາກ Georgetown University. ປັດ​ຈຸ​ບັນ​ນີ້ ທ່ານ Aiddy ກຳລັງ​ສື​ກສາ​ຕຽມ
​ເອົາ ປະ​ລິນ​ຍາ​ເອກ ຝ່າຍ​ປົກຄອງ​ ແລະ​ນະ​ໂຍບາຍການ​ສຶກສາ ທີ່ IOWA State University ໃນ​ຂນະ​ທີ່​ຕັ້ງ​ຄອບຄົວ​ຖິ່ນ​ຖານ​ຢູ່​ ເມືອງ Storm Lake ​ເວລາ​ນີ້ ທ່ານ ​ໄດ້​ຖືກ​
ເຊີນ​ມາ​ກ່າວຄຳ​ປາ​ໄສ ຢູ່ໃນ​ພິທີເຕົ້າ​ໂຮມອະດີດ​ສຳ​ມະກອນ​ ແລະ​ໄດ້​ໃຫ້​ທັດສະນະຕໍ່
ວີ​ໂອ​ເອ ດັ່ງ​ນີ້ :

ທ່ານ Aiddy ພົມວິໄສ ພ້ອມດ້ວຍຄອບຄົວ
ທ່ານ Aiddy ພົມວິໄສ ພ້ອມດ້ວຍຄອບຄົວ

ລິງໂດຍກົງ

ທ່ານ Aiddy ກ່າວ​ວ່າ "ຂ້າພະ​ເຈົ້າ ​ໄດ້​ຖືກ​ເຊິ​ນມາ​ກ່າວ​ຢູ່​ກອງປະຊຸມ ​ໃນ​ນາມ​ນັກວິ
ຊາການ ເພື່ອເປັນ​ປາກ​ກະບອກ​ສຽງ​ໃຫ້​ແກ່​ຊາວ​ໜຸ່ມ ​ເຊື້ອສາຍລາວ​ລຸ້ນ​ໃໝ່ ​ທີ່​ມີ​
ອາຍຸ 20 ຫາ 30 ຫລື 40 ປີ ຄືດັ່ງ​ກັບຂ້າພະ​ເຈົ້າ ທີ່​ໄດ້​ເຂົ້າ​ມາ ສະຫະລັດ ໃນ​ນາມ​
ເປັນ​ອົບພະຍົບ ​ໃນ​ສະ​ໄໝທີ່​ຍັງ​ເປັນ​ເດັກນ້ອຍເພື່ອໃຫ້​ເຂົາ​ເຈົ້າ​ຮູ້. ​ຫລາຍ​ຄົນ
ຍັງ​
ບໍ່​ເຂົ້າໃຈດີ​ວ່າ ພວກ​ເຮົາ
ໄດ້​ເສຍ​ແຜ່ນ​ດິນ ​ເງິນ​ຄຳ ພາສາ ​ແລະ​ວັດທະນາ​ທຳ. ປັດ
ຈຸ​ບັນ​ນີ້ ພໍ່​ຂອງ​ພວກ​ເຮົາ​ພາກັນ​ເຖົ້າ​ແກ່​ແລ້ວ ​ເຮົາ​ບໍ່​ຢາກໃຫ້​ຄວາມ​ຊົງຈຳນັ້ນຫາຍ

ສາບ​ສູນ​ໄປ​. ພວກ​ເຮົາ​ໄດ້​ຖາມໄດ້​ຮຽນ​ຮູ້ ​ແລະ​ຊ່ວຍ​ເຫລືອ​ພໍ່​ແມ່​ມາ​ໄດ້ 20 ປີ​ແລ້ວ
ແລະຮັບ​ຮູ້​ເຖິງການ​ດິ້ນລົນ ​ແລະປະຫວັດສາດລາວ. ຂ້າ​ພະ​ເຈົ້າ​ເປັນ ຄູ​ສອນ​ປະ
ຫວັດສາດ ສະຫະລັດ ຢູ່​ໃນ​ປື້​ມປະ​ຫວັດ​ສາດ ​ເຂົາ​ເຈົ້າ​ບໍ່​ໄດ້​ກ່າວ​ເຖິງ CIA ສົງຄາມ
​ລັບ​ຢູ່​ໃນ​ລາວ ​ແລະ​ຄວາມດິ້ນລົນ​
ຂອງ​ຊາວ​ລາວ​ຢູ່​ໃນ ສະຫະລັດ ​ເພື່ອ​ເສລີພາບ
​ແລະ​ປະຊາທິປະ​ໄຕຢູ່​ໃນ​ລາວ.

ຂ້າ​ພະ​ເຈົ້າ ຈະ​ໃຫ້​ໂຕ​ຢ່າງແກ່ທ່ານ ​ແມ່ນ​ແຕ່​ຊາວ​ໜຸ່ມ​ຜູ້​ມີ​ການ​ສຶກສາສູງ ຖ້າ​ຫາກ​
ເຂົາ​ເຈົ້າ ບໍ່​ມີ​ພໍ່​ແມ່​ບອກສອນກ່ຽວກັບ​ພື້ນຖານ​ປະຫວັດ​ສາດ ​ແລະ​ປະ​ເພນີ ​ເຂົາ​ເຈົ້າ
​ກໍ​ຈະບໍ່​ຮູ້​ເລີຍ​ວ່າ ທຸງເສລີພາບນັ້ນເບິ່ງ ເປັນ​ຢ່າງໃດ ທີ່​ເປັນຊ້າ​ງສາມ​ຫົວ ​ຢືນ​ຢູ່​ເຈັດ
​ແທ່ນ ກັບ​ພື້ນ​ສີ​ແດງ. ພວກ​ຊາວ​ໜຸ່ມ​ອາ​ເມຣິກັນ-ລາວ ຫລາຍໆ​ຄົນ​ບໍ່​ເຂົ້າ​ໃຈ​ເລີຍ
ວ່າ ທຸງນັ້ນ​ມີ​ຄວາມ​ໝາຍ​ຢ່າງ​ໃດ. ດ້ວຍ​ເຫ​ດນີ້​ເອງ​ເຂົາ​ເຈົ້າ​ຈ່ຶງພາກັນ​ຮັບ​ຮູ້​ເອົາ ​ອັນ
​ທີ່​ເຂົາ​ເຈົ້າ​ເຫັນຢູ່​ໃນ​ປັດ​ຈຸ​ບັນ​ນີ້. ຫລາຍໆ​ຄົນ​ຍັງ​ບໍ່​ຮູ້​ວ່າ ບັນດາ​ພວກ​ນັກ​ລົບ​ເກົ່າ​
ລາວ ​ໄດ້​ຖືກ ສະຫະລັດ ນຳເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ ສະຫະລັດ ​ໄດ້​ຖືກ​ເຝິກ​ແອບ
​ຈາກ ທະຫານສະຫະລັດ ຫລາຍ​ຄົນ​ຖືກ​ຕິດ​ຄຸກ ຫລາຍ​ຄົນ​ຖືກ​ຂ້າ​ຕາຍ ​ແລະ​ຫລາຍ​
ຄົນ​ພາກັນ​ຫລົບໜີ. ຄວາ​ມດິ້ນລົນ​ເພື່ອ​ເສລີພາບ​ຢູ່​ໃນ​ລາວ​ຍັງ​ມີ​ຢູ່​ເທົ້າ​ທຸກ​ວັນ​ນີ້
​ແລະພວກ​ເຮົາ​ຕ້ອງ​ໃຫ້​ກຽດ​ກ່ຽວ​ກັບ​ເລື້ອງ​ນີ້ ​ແລະ​ ສະຫະລັດ ກໍ​ໄດ້​ໃຫ້​ກຽດ​ແກ່​ນັກ​
ລົບ​ເກົ່າ​ລາວຄື​ກັນ."

ໃນ​ປີ 2014 ປີ ກາຍ​ນີ້ ຂ້າ​ພ​ະ​ເຈົ້າ ​ໄດ້​ຮັບ​ກຽດ​ອັນ​ສູງ​ທີ່​ໄດ້​ຮັບຮູ້​ວ່າ ເປັນ​ຜູ້ອຳນວຍ
ການເດັ່ນປະຈຳ​ປີຂອງ​ລັດ IOWA ​ແລະ​ໄດ້​ຖືກ​ເຊີນ​ມາ ນະຄອນຫລວງ ວໍຊິງຕັນ

ເພື່ອຮັບເອົາກຽດອັນ​ນີ້. ຂ້າພະ​ເຈົ້າ​ໄດ້​ພາ​ລູກ​ ໄປ​ຢ້ຽມຢາມ ສຸສານແຫ່ງ​ຊາດ ທີ່ ເມືອງ Arlington ​ບ່ອນ​ຝັງ​ສົບອັນ​ສັກສິດຂອງ ສະຫະລັດ ທີ​ມີ​ຫົວ​ຫີນສະ​ລັກເປັນ​
ທີ່​ລະ​ລຶກ​ແກ່​ທະຫານ​ຜ່ານ​ເສິກ. ຂ້າພະ​ເຈົ້າ ​ປື້​ມປິ​ຕິ​ຍິນ​ດີ​ທີ່​ສຸດ ທີ່ໄດ້​ສະ​ແດງ​ໃຫ້ ​ລູກ​ເຕົ້າເບິ່ງ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ ພໍ່​ຂອງ​ຂ້າພະ​ເຈົ້າ ທີ່​ໄດ້​ຮ່ວມຢູ່ໃນ​ການ​
ສູ້​ລົບ
​ເພື່ອ​ເສລີພາບ ​ແລະ​ນີ້​ແມ່ນ​ການ​ບອກ​ເລົ່າຂອງ​ຂ້າພະ​ເຈົ້າ ​ເປັນ​ພາສາ​ລາວ
ແລະ​
ອັງກິດ​ແກ່ບັນດາ​ເພື່ອນ​ເຊື້ອສາຍລາ​ວ ທີ່ຢູ່​ທົ່ວ​ໂລກ ​ແລະ​ຂ້າພະ​ເຈົ້າຢາກ​ໃຫ້​

ເຂົາ​ເຈົ້າ​ ຊ່ວຍ​ເປັນ​ປາກ​ກະບອກ​ສຽງ ​ແລະ​ປະຕິ​ຮູບ ຮັກສາເສລີພາບແລະ​ເຂົ້າ​ໃຈຄວາ​ມ​ເປັນມາ ຂອງ ປະຫວັດສາດລາວ."

ທ່ານ​ສົມ​ດີ ຣາສີ ອະດີດ​ນາຍ​ທະຫານ​ ກອງທັບ​ແຫ່ງ​ພະ​ລາຊາ​ອານາຈັກ​ລາວ ຊຶ່ງ​ໄດ້
ນຳພາ​ຄອບຄົວ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ ເມືອງ Baton Rouge ລັດ Louisiana ພາກ​ໃຕ້​
ຂອງ ສະຫະລັດ ​ໃນ​ປີ 1983. ທ່ານ​ເຄີຍ​ໄດ້​ເຮັດ​ວຽກ​ເປັນ​ສະໜຽນ ຢູ່​ສານຂອງ​ເມືອງ
Bonton Rouge ​ແລະ​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ​ ​ແຕ່ວ່າ ທ່ານ​ຍັງ​ບໍ່​ລົດ​ລະ​ໃນ​
ຄວາມ​ເປັນ​ຫ່ວງ​ກ່ຽວກັບ ເພື່ອນ​ອະດີດສຳ​ມະ​ນາກ​ອນ ທ່ານ​ໄດ້​ໃຫ້​ຂໍ້ຄິ​ດ​ເຫັນ ກ່ຽວ​ກັບ​
ການ​ເຕົ້າໂຮມຄັ້ງ​ນີ້​ວ່າ:

ທ່ານສົມດີ ຣາສີ (ນຸ່ງຊຸດສາກົນນັ່ງຢູ່ກາງ)
ທ່ານສົມດີ ຣາສີ (ນຸ່ງຊຸດສາກົນນັ່ງຢູ່ກາງ)

ນັ້ນ​ແມ່ນ​ການ​ສຳ​ພາດ ທ່ານ Aiddy ພົມ​ວິ​ໄສ ​ແລະ​ທ່ານ ​ສົມ​ດີ ຣາສີ ກ່ຽວ​ກັບ​ການ​ເຕົ້າ​
ໂຮມ​ຊຸມ​ນຸມ​ ພວກ​ອະດີ​ດ​ສຳ​ມະ​ນາກ​ອນ ທີ່​ເມືອງ Rockford ລັດ Illinois ​ໃນ ​ເດືອນ​
ກໍລະກົດ​ ທີ່​ຜ່ານ​ມາ.

XS
SM
MD
LG