ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະບາຍດີ ປີໃໝ່ ຄ.ສ 2016 ຈາກພີ່ນ້ອງຊາວລາວ ທີ່ຢູ່ໃກ້ ແລະໄກ


ສະບາຍດີ ປີໃໝ່ ຄ.ສ 2016 ຈາກຄະນະຜູ້ຈັດທຳ ວິທະຍຸ ວີໂອເອ ພາກພາສາລາວ.
ສະບາຍດີ ປີໃໝ່ ຄ.ສ 2016 ຈາກຄະນະຜູ້ຈັດທຳ ວິທະຍຸ ວີໂອເອ ພາກພາສາລາວ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ມື້​ນີ້​ແມ່ນ​ຄໍ່າຄືນ​ກ່ອນ​ວັນ​ປີໃໝ່​ ຄ.​ສ 2016
ທີ່ກຳ​ລັງ​ເຄື່ອນ​ຍ້າຍ​ເຂົ້າ​ມາໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້.
​ເພາະ​ສະ​ນັ້ນ ລາຍ​ການ​ ຊີ​ວິດ​ຊາວ​ລາວຂອງເຮົາຈຶ່ງຈະ​ນຳ​ພາ
ທ່ານໄປຢ້ຽມ​ຢາມ​ຖາມ​ຂ່າວ ຊາວ​ລາວ​ທີ່​ ດຳ​ລົງ ​ຊີ​ວິດ​ຢູ່ຫົນ​ແຫ່ງ
ຕ່າງໆ​ ໃນໂອກາດວັນ​ປີ​ໃໝ່ນີ້ ວ່າພວກ​ທ່ານ​ເຫລົ່າ​ນັ້ນ ແຕ່ລະຄົນ
ໄດ້ຕັ້ງ​ເປົ້າ​ໝາຍ​ໄວ້ຢ່າງ​ໃດແດ່ສຳລັບປີໃໝ່ ຊຶ່ງ ກິ່ງ​ສະ​ຫວັນ ຈະ​ນໍາມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ບາຍ​ດີປີໃໝ່ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ທີ່​ທ່ານ​ໄດ້​ຟັງ​ຜ່ານ​ໄປ​ນັ້ນ​ແມ່​ນ​ ສຽງ​ໂຮ່​ຮ້ອງ​ ແລະ
ນັບ​ຖອຍຫລັງ​ຕ້ອນຮັບ​ປີ​ໃໝ່ສາກົນ ປີ 2016 ທີ່​ກຳລັງດຳ​ເນີນຢູ່ໃນແຫ່ງຕ່າງໆທົ່ວທຸກ
ມຸມ​ໂລກ​ໃນ​ຂະນະ​ນີ້.

ມື້ນີ້​ແມ່ນ​ຄ່ຳ​ຄືນສຸດ​ທ້າຍເພື່ອ​ສັ່ງ​ລາ​ປີ​ 2015 ແລະ​ຕ້ອນ​ຮັບ​ປີ​ໃໝ່ ຄ.​ສ 2016 ເພາະ​ສະ
​ນັ້ນ ລາຍ​ການ​ຊີ​ວິດ​ຊາ​ວ​ລາວ​ ຂອງ ວີ​ໂອ​ເອ ຈຶ່ງຈະ​ນຳ​ເອົາ​ຮີດ​ຄອງປະ​ເພ​ນີການ​ສະ​
ຫລອງບຸນ​ປີ​ໃໝ່​ສາ​ກົນມາ​ສະ​ເໜີ​ທ່ານ ​ທີ່ກຳລັງ​ດຳ​ເນີນກັນ​ຢູ່​ທົ່ວ​ໂລກ​. ​ອິດ​ທິ​ພົນຄວາມ
​ຍິ່ງ​ໃຫຍ່ຂອງ​ການ​ສະ​ຫລອງ​ບຸນປີໃໝ່​ສາ​ກົນ ໄດ້​ແຜ່​ຂະ​ຫຍາຍ​ອອກ​ໄປ​ທົ່ວທຸກ​ຫົນ​ແຫ່ງ
​ເພາະ​ວ່າ ປ​ະ​ຊາ​ຄົມ​ໂລກພາ​ກັນ​ໃຊ້ ປະ​ຕິ​ທິນ​ສາ​ກົນເປັນ​ພື້ນ​ຖານ ເພື່ອ​ປະ​ກອບທຸ​ລະ
​ກິດ ແລະການດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ.

ຊາວໂລກ​ຜູ້​ເລີ້​ມສະ​ຫລອງຕ້ອນ​ຮັບ​ໃໝ່ປີ​ໃໝ່​ສາ​ກົນ ​ກ່ອນ​ທຸກໆບ່ອນແມ່ນ ຊາວເກາະ
Samoa, Christmas Island and Kiribati ​ທີ່ຕັ້ງຢູ່​ເຂດມະ​ຫາ​ສະ​ມຸດ​ປາຊິ​ຟິກ ຫລັງ
​ຈາກ​ນັ້ນ​ກໍຕິດ​ຕາມກັນ​ເປັນ​ລຳ​ດັບ ເຊັນຂົງເຂດເອ​ເຊຍຢູ​ໂຣບ ອາ​ຟ​ຣິ​ກາ ອາ​ເມ​ຣິກາໃຕ້
ແລະ ສະ​ຫະ​ລັດ ອາ​ເມ​ຣິ​ກາ.

​ປີ​ໃໝ່ ຄ.​ສ 2016 ​ປີ​ນີ້ ຕົກ​ຖືກ​ວັນ​ສຸກ​ມື້​ອຶ່ນ ​ເປັ​ນ​ວັນ​ພັກ​ປີ​ໃໝ່ ຕໍ່​ໃສ່​ກັບ​ວັນ​ເສົາ ແລະ​ອາ
​ທິດ ເພາະ​ສະ​ນັ້ນ​ ເປັນ​ໂອ​ກາດ​ອັນ​ດີ​ເລີດ ແກ່ບັນ​ດາ​ຜູູູ້​ຄົນທີ່ຈະ​ພາ​ກັນ​ສະ​ຫລອງຢ່າງ​ເຕັມ​
ທີ່. ໃນ​ຂະ​ນະນີ້​ເປັນ​ເວ​ລາ 7 ໂມງ​ປາຍ ​ຕອນ​ເຊົ້າ​ ຕາມ​ເວ​ລາ​ທ້ອງ​ຖິ່ນ​ທີ່ ນະ​ຄອນ​ຫລວງ
ວໍ​ຊິງ​ຕັນ ດີ.​ຊີ ​ແລະ​ເປັນ​ເວ​ລາ 7 ໂມງ​ປາຍ ຕອນ​ແລງ​ຢູ່​ເມືອງ​ລາວ ​ຊຶ່ງຜູ້​ຄົນກຳ​ລັງ​ເລີ້ມ
ເຕົ້າ​ໂຮມ​ກັນ​ຢູ່​ສະ​ຖານ​ທີ່ຕ່າງໆ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່​ ໃນ​ອີກບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້.
ໃນ​ຂະ​ນະ​ດຽວ​ກັນນີ້ ຢູ່ຕາມ​ຈະ​ຕຸ​ລັດ​ ສະ​ຖານ​ທີ່​ອັນ​ສຳ​ຄັນ​ຕ່າງໆທົ່ວ​ໂລກ ​ໂດຍ​ສະ​ເພາະ
​ຢ່າງ​ຍິ່ງ ​ຢູ່ພາກ​ຕາ​ເວັນ​ອອກ​ຂອງ ສະ​ຫະ​ລັດ ​ຮວມ​ທັງ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ​ ດີ.​ຊີ
ແລະ Time Square ນະຄອນນິວຢອກ ໃນ​ອີກ 16 ຊົ່ວໂມງຂ້າງໜ້ານີ້ ຈະ​ມີ​ການ​ນັບ​
ຖອຍຫລັງ ຢູ່ບ່ອນທີ່ຝູງຊົນຫລາຍແສນ ຄົນ ກຳລັງເຕົ້າໂຮມກັນຢູ່ຢ່າງໜາແໜ້ນ. ຢູ່ຕາມ
ບ້ານ​ເຮືອນ ​ຮ້ານ​ອາ​ຫານ ແລະໂຮງແຮມ ຜູ້​ຄົນກໍແມ່ນພາ​ກັນເຕັ້ນ​ລຳ ກິນ ແລະ​ດື່​ມຢ່າ​ງ
ສະໜຸກສະໜານ​ມະ​ໂຫລານ ລໍ​ຖ້າ​ໃຫ້ທ່ຽງຄືນ​ມາ​ເຖິງ ​ເພື່ອຕ້ອນ​ຮັບ​ວັນຮຸ່ງ​ເຊົ້າປີ​ໃໝ່. ພໍ
​ແຕ່​ເຂັ​ມ​ໂມງ ຍ້າຍ​ມາເຖິງ​ນຶ່ງວິ​ນາ​ທີ​ຂອງມື້​ໃໝ່ ວັນ​ທີ 1 ເດືອນ​ມັງກອນ ສຽງ ລະ​ຄັງ​ຢູ່ຕາມ
ໂບດຕ່າງໆກໍຈະ​ດັງ​ຂື້ນ ຝູງ​ຊົນ​ພາ​ກັນຮ້ອງ​ໂຮ ກອດ​ກັນ ​ຄູ່​ຜົວເມຍ ບ່າວ​ສາວກໍຈະຈູບ​ກັນ
ມີ ການຈູດ​ບັ້ງ​ໄຟ​ດອກ​ຢ່າງຝົດ​ສະ​ໜັ່ນ​ສົ່ງແສງສີໄປທົ່ວທ້ອງຟ້າແລະບໍລິເວນອ້ອມແອ້ມ.

ປີ​ໃໝ່​ຟ້າ​ໃໝ່ ເປັນວາ​ລະ​ໂອ​ກາດ​ອັນ​ດີ​ ​ແກ່ບັນ​ດາ​ຍາດ​ຕິ​ພີ່​ນ້ອງ ແລະ​ເພື່ອນ​ຝູງ ພາ​ກັນ
​ໃຫ້ພອນອັນ​ປະ​ເສີດ​ແກ່ກັນ ປະ​ລະສິ່ງ​ທີ່​ບໍ່​ເປັນ​ມົງຄຸ​ນ​ນັ້ນ​ໄວ້​ກັບ​ປີ​ເກົ່າ ແລະຕັ້ງ​ອະ​ທິ​ຖານ
​ໄວ້ຕ່າງໆ​ນາໆ​ວ່າ​ ວ່າຈະ​ເລີ້ມ​ເຮັດຫລາຍ​ສິ່ງຫລາຍ​ຢ່າງໃນ​ສິ່ງ​ທີ່​ຕົນລົ້ມ​ແຫລວນັ້ນໃຫ້ໄດ້
ເຊັ່ນ​ວ່າ ​ລົດ​ຄວາມ​ອ້ວນ ອອ​ກ​ກຳ​ລັງ​ກາຍ ແລະອຶ່ນໆ.

​ບັດ​ນີ້​ເຮົາ​ມາ​ຟັງ​ບັນ​ດາ​ພີ່​ນ້ອງເຊື້ອ​ສາຍ​ລາວ​ຈຳ​ນວ​ນໜຶ່ງ​ ທີ່ມາໃຫ້​ພອນ ແລະ ກ່າວເຖິງ
​ຕັ້ງ​ເປົ້າ​ໝາຍ​ໄວ້​ກັບ​ປີ​ໃໝ່ ຄ.​ສ 2016 ທີ່​ກຳ​ລັງ​ກ້າວ​ເຂົ້າ​ມາ​ນີ້ຢ່າງ​ໃດ:

​ບັດ​ນີ້ ເຮົາ​ຈະ​ນຳພາ​ທ່ານ ​ໄປ​ຢ້ຽມຢາມ​ຖາມ​ຂ່າວ ທ່ານພອນ​ແກ້ວ ວໍ​ລະ​ຂູ​ນ ທີ່​ນະຄອນ
ຫລວງ​ວຽງ​ຈັນ ສປປ ລາວ ວ່າ​ທ່ານ​ກຳລັງ​ຫ້າງ​ຫາຕຽມພ້ອມຢ່າງ​ໃດແດ່:

ທ່ານພອນແກ້ວ ວໍລະຂຸນ
ທ່ານພອນແກ້ວ ວໍລະຂຸນ

ນັ້ນ​ແມ່ນ​ການ​ຫ້າງ​ຫາ​ສະຫລອງ​ທີ່ ພາກ​ພື້ນ​ເອ​ເຊຍ​ອາ​ຄະ​ເນ ບັດ​ນີ້ ຂ້າພະ​ເຈົ້າ​ຈະ​ພາ​
ທ່ານ​ໄປ​ຖາມ​ຂ່າວ ທ່ານຈັນ​ສົມ ສີຣິວັນ ນັກ​ປະ​ພັນເພງ ທີ່​ມີຊື່​ສຽງຂອງປະຊາ​ຄົມ​ລາວ ປັດ​ຈຸບັນນີ້ ທ່ານ​ອາ​ພັກພາໄສ​ຢູ່​ໃນ​ລັດ Oregon ທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືອຂອງ
ສະຫະລັດ ທ່ານ ​ໄດ້​ມາ​ກ່າວ​ຕໍ່​ບັນດາ​ຍາດ​ຕິ​ພີ່ນ້ອງ​ລາວ ທີ່ຢູ່ໃກ້ ​ແລະ​ໄກ​ດັ່ງ​ນີ້ :

ທ່ານຈັນສົມ ແລະຍານາງ ພະນິດາ ແສງສິຣິວັນ
ທ່ານຈັນສົມ ແລະຍານາງ ພະນິດາ ແສງສິຣິວັນ

ຕໍ່​ມາ​ກໍ​ແມ່ນ ທ່ານທະນູ​ສັກ ທັມມະ​ຈັກ ຢູ່​ທີ່​ລັດ Massachusetts ທາງ​ພາກ​ຕາ​ເວັນ​ອອກ
ສຽງເໜືອ ຂອງ ສະຫະລັດ ທ່ານ​ໄດ້​ມາກ່່າວ​ຄຳ​ອວຍພອນ​ດັງ​ນີ້ :

ທ່ານທະນູສັກ ທັມມະຈັກ
ທ່ານທະນູສັກ ທັມມະຈັກ

ສຸດ​ທ້າ​ຍນີ້ິ ຂ້າພະ​ເຈົ້າ ຂໍ​ແນະນຳ​ໃຫ້​ທ່າ​ນຮູ້​ຈັກ​ກັບ ທ່ານ​ບຸນ​ຜົງ ພົມມະ​ວົງ ຢູ່​ທີ່​ເຂດ
ນະຄອນຫລວງ ວໍ​ລິງ​ຕັນ ດີ​.ຊີ ຊຶ່ງ​ທ່ານ​ໄດ້​ຝາກ ກາບກອນ​ມາ​ໃຫ້ ຂ້າພະ​ເຈົ້າ ອ່ານ​ໃຫ້​
ພອນ​ແດ່​ບັນດາ​ຍາດຕິ​ພີ່ນ້ອງ​ຊາວ​ລາວ ທີ່ຢູ່​ໃກ້​ແລະ​ໄກ ດັ່່ງ​ນີ້:

ທ່ານບຸນຜົງ ພົມທະວົງ
ທ່ານບຸນຜົງ ພົມທະວົງ

ອວຍພອນປີໃໝ່ 2016

ເນື່ອງໃນ ວັນແລກຕັ້ງ ຄ.ສ.ໃໝ່ວັນໄຊ

ວັນສົດໃສ ລາວັນ ເລີກງາມຍາມເຮົ້າ

ປັກສີ ຊົມແຊວຮ້ອງ ເນືອງນັນກ້ອງສະໜັ່ນ

ນາລີ ບານເບັ່ງຊ້ອນ ຫອມກຸ້ມທົ່ວນະຄອນ.

ຂໍໃຫ້ ປີໃໝ່ນີ້ ຈົ່ງຫາຍໂສກໂລຄາ

ຈິດໃຈ ເຄີຍມົວໝອງ ໂກດເຄືອງຄາແຄ້ນ

ໃຫ້ແລ່ນໜີ ຕາມເຈົ້າ ການເວລາປີເກົ່າ

ປີໃໝ່ ມາຮອດແລ້ວ ໃຫ້ຄາຍຮ້ອນຢູ່ເຢັນ.

ຂໍໃຫ້ ຊົນໂລກກວ້າງ ປະຊາລາດທັງປວງ

ໄຮ້ໂລຄາ ໄພທຸກ ໂຊກໄຊຈເລີນກ້າວ

ສັນຕິໄຊ ຄົງໝັ້ນ ມີເສຣີທຸກຫົນແຫ່ງ

ຫາຍສົງຄາມ ເຂັ່ນຂ້າ ຊາວເຊື້ອຢູ່ກະເສີມ.

ຂໍໃຫ້ ຊຸມຊາດເຊື້ອ ທຸກເຜົ່າປະຊາກອນ

ໂຮມຮັກ ສາມັກຄີ ຊ່ວຍແບ່ງເບົາຄວາມໄຮ້

ຮ່ວມໃຈແປງ ເມືອງບ້ານ ໂລກາໃຫ້ເຮືອງຮຸ່ງ

ສີວິໄລ ເກິ່ງກໍ້າ ສະຫວັນຟ້າເບື້ອງບົນ.

ອວຍພອນ ອາຍຸ ຍືນຢູ່ໝັ້ນ ພົ້ນຜ່ານພັນວັດສາ

ວັນນະ ສີສວຍງາມ ເລີດມະນີຄູນລໍ້າ

ສຸກຂະ ກາຍໃຈພ້ອມ ພັນປີຢ່າເຂີນຂາດ

ພະລະ ແຂງເກັ່ງກ້າ ພະລັງເຂັ້ມຕຼອດການ ທ່ານເນີ!

ວິທະຍຸ ວີ​ໂອ​ເອ ພາກ​ພາສາ​ລາວ ​ໄດ້​ຮັບ​ໃຊ້​ບັນດາ​ທ່ານ​ຜູ້​ຟັງ​ມາແຕ່​ປີ 1962 ​ແລະໄດ້
ນຳ​ເອົາ​ຂ່າວ​ໂລກ ນະ​ໂຍ​ບາຍ​ລັດ​ຖະ​ບານ​ສະ​ຫະ​ລັດ ການຊ່ວຍ​ເຫລືອ ແລະ​ຮ່ວມ​ມື
ຕ່າງໆ ຈົນ​ຕົກ​ທອດ​ມາ​ເຖິງປັດ​ຈຸ​ບັນ. ຈາກ​ລະ​ບົບ​ວິ​ທະ​ຍຸ​ຄື້ນ​ສັ້ນ ມ​າ​ສູ່​ລະ​ບົບ​ອິນ​ເຕີ
​ແນັດຂອງ​ສະ​ໄໝ​ໃໝ່. ປັດຈຸບັນ​ນີ້ ວິທະຍຸ ວີ​ໂອ​ເອ ປະກອບ​ດ້ວຍ​ 43 ພາ​ສາຂອງ​ໂລກ
ທີ່ອອກ​ອາ​ກາດ​ສົດຕະ​ຫລອດ 24 ຊົ່ວ​ໂມງ 365 ມື້​ຕໍ່​ປີ ໂດຍ​ທີ່​ບໍ່​ມີ​ວັນ​ຢຸດ​ພັກເຊົາ ​ແລະ
​ຍັງ​ຈະ​ດຳເນີນ​ຢູ່​ອີກ​ຕໍ່​ໄປ. ຂອບ​ໃຈ​ທີທ່ານ​ຕິ​ດຕາມຟັງ ວີ​ໂອເອ ໂຊກດີປີໃໝ່.

XS
SM
MD
LG