ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເຄືອຂ່າຍ ອາລກາອິດາ ແລະ ພັນທະມິດ ຍຶດເອົາ ເມືອງຍຸດທະສາດ ຂອງລັດຖະບານ ຊີເຣຍ


ພວກນັກຕໍ່ສູ້ຝ່າຍກະບົດ ກຳລັງຂີ່ລົດ ມຸ້ງໜ້າໄປຍັງເມືອງ Jisr al-Shughur ແລະເຂດອ້ອມແອ້ມ ທີ່ຢູ່ພາຍໃຕ້ການຄວບຄຸມ ຂອງຝ່າຍລັດຖະບານ ປ. Bashar al-Assad ວັນທີ 20 ເມສາ 2015.
ພວກນັກຕໍ່ສູ້ຝ່າຍກະບົດ ກຳລັງຂີ່ລົດ ມຸ້ງໜ້າໄປຍັງເມືອງ Jisr al-Shughur ແລະເຂດອ້ອມແອ້ມ ທີ່ຢູ່ພາຍໃຕ້ການຄວບຄຸມ ຂອງຝ່າຍລັດຖະບານ ປ. Bashar al-Assad ວັນທີ 20 ເມສາ 2015.

ສາຂາ​ຂອງ​ເຄືອ​ຂ່າຍ​ອາລ ກາ​ອິດາ ​ໃນ​ຊີ​ເຣຍ ​ແລະ​ພັນທະ​ມິດ​ ​
ໄດ້​ຍຶດ​ເອົາ​ເມືອງ​ສຳຄັນ​ແຫ່ງ​ສຸດ​ທ້າຍ​ທີ່​ລັດຖະບານ​ຄອບ​ຄອງ​
ໃນ​ແຂວງ Idlib ເມື່ອ​ວັນ​ເສົາ​ວານ​ນີ້ ຊຶ່ງ​ເປັນ​ການ​ເປີດທາງ​ທີ່
​ພວກ​ກະບົດອາດ​ນຳ​ໃຊ້​ໄດ້ ເພື່ອເຄື່ອນ​ເຂົ້າ​ໄປ​ສູ່ເຂດໃຈກາງ
ແຄມ​ຝັ່ງ​ທະ​ເລ ​ຂອງອຳນາດ​ປົກຄອງ ​Assad.
ອົງການ​ສິ້ງ​ຊອມ​ສິດທິມະນຸດຊີ​ເຣຍ ທີ່​ປະ​ເທດ​ອັງກິດ ກ່າວ​ວ່າ
​ແນວ​ໂຮມ al-Nusra ​ແລະ​ກຸ່ມກອງ​ພົນ​ນ້ອຍອິສລາມ ​ໄດ້​ເຂົ້າ
ຄວບຄຸມ​ ​ເມືອງ Jisr al-Shughur ໂດຍ​ເຕັມ​ແລ້ວໃນ​ວັນ​ເສົາ
​ວານ​ນີ້ ຫຼັງ​ຈາກທຳ​ການ​ສູ້​ລົບ​ກັບ​ກຳລັງ​ຝ່າຍ​ລັດຖະບານ​ຊີ​ເຣຍ
ມາ​ໄດ້ 4 ມື້.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ດັ່ງກ່າວ ກ່າວ​ວ່າ ການ​ປະ​ທະ​ກັນ​ຍັງກຳລັງດຳ​ເນີນ​ໄປ​ໃນ​ພາກ
​ຕາ​ເວັນ​ຕົກ​ຂອງ​ເມືອງ​ດັ່ງກ່າວ.

ກຸ່ມ​ນີ້​ກ່າວ​ອີກວ່າ ມີສົບ​ຂອງ​ພວກ​ນັກ​ຕໍ່ສູ້​ນິຍົມ​ຝ່າຍ​ລັດຖະບານ​ຢ່າງ​ໜ້ອຍ 60 ​ຢາຍຢູ່​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ ​ແລະວ່າຕົນ​ໄດ້​ຖ່າຍ​ພາບ​ວີ​ດີ​ໂອ ​ພວກ​ທະຫານ​ກຳລັງ​ພາກັນ
ປົບໜີ​ຈາກການ​ສູ້​ລົບ​ ​ໂດຍ​ໃຊ້​ພວກ​ພົນລະ​ເຮືອນເປັນ​ເຄື່ອງ​ກຳ​ບັງ.

ບັນດາ​ນັກວິ​ເຄາະ​ເຫດການ ກ່າວ​ວ່າ ການ​ຕົກ​ໄປ​ຂອງ​ເມືອງ Jisr al-Shughur ​ເປັນ
ການເປີດ​ທາງ​ຍຸດ​ທະ​ສາດສາຍ​ໜຶ່ງ​ ​ໃຫ້​ພວກ​ກະບົດ​ໃຊ້​ເຄື່ອນ​ໄປ​ຍັງ​ແຂວງ Latakia ທີ່
ຢູ່​ໃກ້​ຄຽງ​ ເລາະ​ແຄມ​ຝັ່ງ​ທະ​ເລ​ເມ​ດີ​ເທີ​ເຣນຽນ ຊຶ່ງ​ເປັນ​ປ້ອມ​ປາການ​ທີ່​ໃຫ້ການ​ສະໜັບ
ສະໜຸນ ​ແກ່​ປະທານາ​ທິບໍດີ Bashar al-Assad ນັ້ນ.

XS
SM
MD
LG