ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອິນໂດເນເຊຍ ປະທ້ວງ ການແຕ່ງຕັ້ງ ນາຍພົນ Budi Gunawan ເປັນຜູ້ບັນຊາການ ຕຳຫຼວດ


ຮູບຂອງອົງການຂ່າວ Antara ສະແດງໃຫ້ເຫັນວ່າ ທ່ານ Bambang Widjojanto (ກາງ) ຮອງປະທານກຳມາທິການ ຕໍ່ການຕ້ານສໍ້ລາດບັງຫຼວງ ຂອງອິນໂດເນເຊຍ ພວມຖະແຫຼງ
ຕໍ່ພວກນັກຂ່າວ ຫລັງຈາກຖືກປ່ອຍ ທີ່ກອງບັນຊາການຕຳຫຼວດ ຢູ່ນະຄອນຫຼວງຈາກາຕ້າ (24 ມັງກອນ 2014)
ຮູບຂອງອົງການຂ່າວ Antara ສະແດງໃຫ້ເຫັນວ່າ ທ່ານ Bambang Widjojanto (ກາງ) ຮອງປະທານກຳມາທິການ ຕໍ່ການຕ້ານສໍ້ລາດບັງຫຼວງ ຂອງອິນໂດເນເຊຍ ພວມຖະແຫຼງ ຕໍ່ພວກນັກຂ່າວ ຫລັງຈາກຖືກປ່ອຍ ທີ່ກອງບັນຊາການຕຳຫຼວດ ຢູ່ນະຄອນຫຼວງຈາກາຕ້າ (24 ມັງກອນ 2014)

ພວກນັກເຄື່ອນໄຫວຊາວອິນໂດເນເຊຍຫຼາຍຮ້ອຍຄົນ ຮວມທັງ
ພວກນັກຮຽນນັກສຶກສາ ພວກພໍ່ໄຮ່ຊາວນາ ແລະບັນດາສະມາ
ຊິກຂອງອົງການຈັດຕັ້ງແຮງງານຕ່າງໆ ໄດ້ພາກັນໂຮມຊຸມນຸມຢູ່ ນອກທຳນຽບປະທານາທິບໍດີທີ່ນະຄອນຫຼວງຈາກາຕ້າ ເພື່ອປະ
ທ້ວງຕໍ່ການແຕ່ງຕັ້ງ ຜູ້ທີ່ສົງໄສ ສໍ້ລາດບັງຫຼວງຄົນນຶ່ງ ໃຫ້ເປັນຜູ້
ບັນຊາການຕຳຫຼວດແຫ່ງຊາດ.

ປະທານາທິບໍດີ Joko Widodo ຊຶ່ງຮູ້ກັນ ຢ່າງກວ້າງຂວາງ ໃນ
ອີກຊື່ນຶ່ງວ່າ Jokowi ນັ້ນ ໄດ້ເອົາບາດກ້າວພິເສດກ່ຽວກັບການ
ແຕ່ງຕັ້ງຜູ້ເຂົ້າຮັບຕຳແໜ່ງສູງໆເກືອບວ່າທັງໝົດໂດຍຜ່ານການ
ກວດສອບ ຂອງຄະນະກຳມະການຕໍ່ຕ້ານການສໍ້ລາດບັງຫລວງ
ຂອງປະເທດ ຫຼື KPK ແຕ່ບຸກຄົນສຳຄັນຜູ້ນຶ່ງ ທີ່ໄດ້ຮັບການຍົກເວັ້ນ ນັ້ນກໍແມ່ນນາຍພົນ
Budi Gunawan ທີ່ໄດ້ຖືກລະບຸວ່າ ເປັນຜູ້ຕ້ອງສົງໄສ ໃນການສໍ້ລາດບັງຫຼວງ ໂດຍອົງ
ການ KPK.

ທ່ານ Andi Aulia Rahman ປະທານ ອົງການຈັດຕັ້ງ ນັກສຶກສາມະຫາວິທະຍາໄລອິນ ໂດເນເຊຍ ກ່າວວ່າ ພວກນັກສຶກສາແມ່ນຮູ້ຜິດຫວັງກ່ຽວກັບແຜນການແຕ່ງຕັ້ງນາຍພົນ
Gunawan ຂອງປະທານາທິບໍດີ.

ທ່ານເວົ້າວ່າ ທີ່ຈິງແລ້ວ ມີຮ່ອງຮອຍທີ່ເຂັ້ມແຂງ. ພວກເຮົາກຳລັງເຫັນວ່າ ທ່ານ Jokowi ໄດ້ຮັບການກົດດັນຢ່າງໜັກບໍ່ແມ່ນພຽງແຕ່ບັນດາຜູ້ນຳໃນພັກເທົ່ານັ້ນ ແຕ່ຍັງມາຈາກລະ ບົບຍຸດຕິທຳແບບມາເຟຍນຳດ້ວຍ.

ໃນວັນພຸດວານນີ້ ພວກປະທ້ວງຍັງໄດ້ກ່າວວ່າ ຕົນມີຄວາມໂກດແຄ້ນ ກ່ຽວກັບການສືບ
ສວນ ທາງອາຍາຂອງອົງການ KPK ຕໍ່ຮອງປະທານ Bambang Widjianto ທີ່ຖືກຈັບ ໃນສັບປະດາແລ້ວ ແຕ່ໄດ້ຖືກປ່ອຍຫລັງຈາກນັ້ນ.

XS
SM
MD
LG