ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນໂດເນເຊຍ ຕຽມປະຫານຊີວິດ ຊາວຕ່າງປະເທດ 9 ຄົນ


ລົດຫຸ້ມເກາະຕຳຫລວດອິນໂດເນເຊຍຄັນນຶ່ງ ກຳລັງນຳພານັກໂທດ ອອສເຕຣເລຍສອງຄົນ ໄປເຖິງທ່າເຮືອ Wijaya Pura.
ລົດຫຸ້ມເກາະຕຳຫລວດອິນໂດເນເຊຍຄັນນຶ່ງ ກຳລັງນຳພານັກໂທດ ອອສເຕຣເລຍສອງຄົນ ໄປເຖິງທ່າເຮືອ Wijaya Pura.

ພວກລັກ​ລອບຄ້າ​ຢາ​ເສບ​ຕິດ ຊາວອອສ​ເຕຣເລຍສອງ​ຄົນ ​ຢູ່​
ໃນອິນ​ໂດ​ເນ​ເຊຍ ​ໄດ້​ຖືກ​ນຳ​ອອກ​ຈາກ​ຄຸກເມືອງ Bali ​ໃນ​ວັນ​
ພຸດ​ມື້​ນີ້​ໄປ​ຫາ​ເກາະ​ແຫ່ງ​ນຶ່ງ ບ່ອນ​ທີ່​ເຂົາ​ເຈົ້າ ​ຈະ​ຖືກ​ປະຫານ​ຊີ
ວິດ.

ທ້າວ Andrew Chan ອາຍຸ 31 ປີ ​ແລະ ​ທ້າວ Myuran Su-
kumaran ອາຍຸ 33 ປີ​ ທີ່​ໄດ້​ໃຊ້​ເວລາ​ ໃນໄລຍະສິບ​ປີ​ທີ່​ຜ່ານ
​ມາຢູ່​ໃນ​ຄຸກພ້ອມ​ດ້ວຍທ້າວ Reheen Agbaje Salami ຊາວ
ໄນ​ຈີ​ເຣຍອາຍຸ 45 ປີທີ່​ເກີດ​ຢູ່​ເມືອງ Cordova ປະ​ເທດສະ​ເປ​ນ
​ແລະນາງ Mary Jane FiestaVeloso ຊາວຟີລິບປິນອາຍຸ 30
ປີ. ທັງ​ສີ່​ຄົນ​ນີ້ ຈະ​ຖືກ​ສົ່ງ​ໄປ​ເກາະ Nusakambangan ບ່ອນ​ທີ່​
ຄາດ​ວ່າ ​ເຂົາ​ເຈົ້າ​ຈະຖືກ​ຍິງ​ເປົ້າ ​ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່ໜ້ານີ້.

ຊາວ​ຕ່າງປະ​ເທດ​ອຶ່ນໆອີກ​ຫ້າ​ຄົນ ຄືຊາວ​ໄນ​ຈີ​ເຣຍສອງ​ຄົນ ​ແລະ​ຜູ້​ຊາຍ​ຄົນ​ນຶ່ງ​ຈາກປະ
​ເທດ​ບຣາຊິ​ລ ​ຜູ້ນຶ່ງຈາກຝຣັ່ງ ​ແລະຜູ້ນຶ່ງຈາກ​ກາ​ນາ ຈະ​ຖືກ​ປະຫານ​ຊີ ວິດ​ເຊັ່ນ​ດຽວ​ກັນ
ຢູ່ເທິງເກາະຄຸກນອກເກາະ​ Java ຊຶ່ງເປັນເກາະໃຫຍ່ສຸດຂອງ ອິນ​ໂດ​ເນ​ເຊຍ.

ຜູ້​ຊາຍ​ແປດ​ຄົນ ​ແລະ​ຜູ້ຍິງ​ນຶ່ງ​ຄົນ ທີ່ຮ້ອງ​ວ່າ “Bali ​ທັງ​ເກົ້າ” ​ໄດ້​ຖືກ​ຈັບ​ຢູ່​ສະໜາມບິນ
ເມືອງ​ BaIi ​ໃນ​ປີ 2005​. ​ເຂົາ​ເຈົ້າ​ໄດ້​ຕັດສິນວ່າມີຄວາມຜິດໃນ​ຖານພະຍາມທີ່​ຈະ​ນຳ​ເອົາ​
ເຮ​ໂຣອິນຫລາຍ​ກວ່າ​ 8 ​ກິ​ໂລກັບ​ຄືນ​ໄປອອສ​ເຕຣ​ເລຍ.

ອອສ​ເຕຣ​ເລຍ ​ໄດ້​ປຸກລະດົມຕໍ່ຕ້ານ​ການ​ປະຫານ​ຊີວິດ ຄົນສັນຊາດ​ຂອງ​ຕົນ. ນາຍົກລັດ
ຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbott ​ໃນ​ວັນ​ພຸດ​ມື້​ນີ້ກ່າວ​ວ່າ ທ່ານ​ແມ່ນ “ຄັດຄ້ານ” ຕໍ່ການທີ່​ຈະ​ປະຫານຊີວິດ.

INDONESIA EXECUTIONS VOSOT
please wait

No media source currently available

0:00 0:01:45 0:00

XS
SM
MD
LG