ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອຸບັດເຫດ ເຮືອບິນຂົນສົ່ງ ກອງທັບ ອິນໂດເນເຊຍ ຕົກ ຍັງຜົນໃຫ້ ຫຼາຍຄົນ ເສຍຊີວິດ


Indonesia Plane Crash
please wait
Embed

No media source currently available

0:00 0:00:53 0:00

ເຈົ້າໜ້າທີ່ອິນໂດເນເຊຍ ກ່າວວ່າ ມີຢ່າງນ້ອຍ 30 ຄົນ ໄດ້ເສຍ
ຊີວິດ ເວລາເຮືອບິນຂົນສົ່ງທະຫານລຳນຶ່ງ ເກີດອຸບັດເຫດຕົກໃສ່
ຄຸ້ມທີ່ປະຊາຊົນອາໄສຢູ່ ໃນເກາະ Sumatra.

​ເຮືອບິນ​ຂົນສົ່ງ Hercules C-130 ​ໄດ້​ຕົກລົງໃສ່​ເຮືອນ​ສອງ​ຫຼັງ
​ແລະ​ໂຮງ​ແຮມ​ຫຼັງນຶ່ງ ປະມານຕອນທ່ຽງຂອງ​ອັງຄານ​ມື້ນີ້ ໃນ​ເມືອງ
Medan ຊຶ່ງ​ເປັນ​ເມືອງ​ໃຫຍ່​ອັນດັບ 3 ຂອງ​ອິນໂດ​ເນ​ເຊຍ.

ຮູບ​ພາບຕ່າງໆ ຈາກ​ສື່​ສັງຄົມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​
ເຮືອບິນທີ່​ກຳລັງ​ລຸກ​ໄໝ້​ເປັນ​ໄຟແລະ​ໄດ້​ສົ່ງ​ຄວັນ​ດຳ​ກຸ້ມຂຶ້ນສູ່​
ທ້ອງຟ້າຈາກຊາກຕຶກ​ອາຄານ​ແລະ​ບັນດາ​ລົດ​ທີ່​ຖືກ​ທຳລາຍ​ນັ້ນ.

​ໂຄສົກທະຫານ ​ໄດ້​ກ່າວ​ວ່າ ມີ​ 12 ຄົນ ໄປ​ກັບ​ເຮືອບິນຈັກອາຍພົ່ນ 4 ໝ​າກປິ່ນ ເວລາເຮືອ
ບິນ​ລຳດັ່ງກ່າວຕົກ ບໍ່​ເທົ່າ​ໃດ​ນາທີ ຫຼັງ​ຈາກ​ທີ່ໄດ້ບິນຂຶ້ນ ​ຈາກສະໜາມ​ບິນທີ່ຢູ່​ໃກ້ໆ​ນັ້ນ.

ສື່ທ້ອງ​ຖິ່ນ ​ໄດ້​ລາຍ​ງານ​ວ່າ ​ເຮືອບິນ​ລຳ​ທີ່​ກ່າວ ​ໄດ້​ຕົກລົງ​ຫຼັງ​ຈາກ​ທີ່​ໄດ້​ພະຍາຍາມ​ບິນກັບ​ຄືນ
ສູ່​ເດີນ ​ເພາະວ່າ​ມີ​ບັນຫາ​ທາງ​ເທັກ​ນິກ ທີ່​ບໍ່​ຮູ້​ສາ​ເຫດຢ່າງ​ແນ່ນອນ​ນັ້ນ.

ເຮືອບິນກອງທັບ​ອິນ​ໂດ​ເນ​ເຊຍ​ໄດ້ປະສົບອຸບັດເຫດຕົກຢ່າງ​ຮ້າຍ​ແຮງຫຼາຍ​ຄັ້ງ​ແລ້ວ ​ໃນ​ຮອບ​ສອງສາມ​ປີ​ທີ່​ຜ່ານ​ມາ​ນີ້ ຮວມທັງອຸບັດເຫດໃນເດືອນ​ມິຖຸນາ 2012 ເວລາ​ເຮືອບິນ​ອາຍ​ພົ່ນ ​ໄດ້​ຕົກ​ໃສ່ຄຸ້ມ​ບ້ານ​ເຮືອນ​ຂອງ​ປະຊາຊົນ ທີ່​ຍັງ​ຜົນ​ໃຫ້​ມີ 11 ຄົນ​ເສຍ​ຊີວິດ​ນັ້ນ.

XS
SM
MD
LG