ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຮຽນອິນເດຍ ຫຼາຍຮ້ອຍ​ຄົນ ​ເຂົ້າ​ຮ່ວມ “Yogathon” ຫຼື ມາຣາທອນໂຍຄະ


INDIA YOGATHON VO
please wait
Embed

No media source currently available

0:00 0:00:45 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ທີ່​ອິນ​ເດຍ ນັກຮຽນຫຼາຍຮ້ອຍ​ຄົນ ​ໄດ້​ເຂົ້າ​ຮ່ວມໃນອັນ​ທີ່​
ເອີ້ນ​ວ່າ “Yogathon” ຫຼື ມາຣາທອນໂຍຄະ ​ເພື່ອສ້າງ​
ຄວາມ​ຕື່ນຕົວ ​ກ່ຽວ​ກັບພາກ​ປະຕິບັດ​ດັ່ງກ່າວ ​ທີ່​ຊາວ​ອິນ​ເດຍ
ກະທຳ​ກັນ​ມາ​ແຕ່​ໂບຮານ​ນະ​ການ ຢູ່​ທີ່​ງານ​ແຫ່ງ​ໜຶ່ງ​ໃນ​ເມືອງ
Chennai ທາງ​ພາກ​ໃຕ້​ຂອງ​ອິນ​ເດຍ ​ໃນ​ວັນ​ຈັນ​ມື້​ນີ້.

ບັນດາ​ຜູ້​ຈັດ​ງານ​ດັ່ງ​ກ່າວ ​ເວົ້າວ່າ ງານ​ນີ້​ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ໂດຍ​ສະ​ເພາະ ຢູ່​ໃນ​ໂຮງຮຽນ​ ​ແລະ ວິທະຍາ​ໄ​ລຕ່າງໆ ​ເພື່ອ​ສ້າງ​ຄວາມ​ຕື່ນຕົວ ​ໃນ​ບັນດາ​ພົນລະ​ເມືອງ ​ກ່ຽວ​ກັບຜົນປະ​ໂຫຍ​ດຕ່າງໆ​ຂອງ​ໂຍຄະ.

ການ​ປະຕິບັດ ​ໂຄ​ຄະ​ມາຣາທອນ​ນີ້ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດໃສ່ລຳດັບ ຂອງ “ການ​ເຄົາ
ລົບ​ຕໍ່​ພະ​ອາທິດ ຫຼື Sun Salutation”
ຊຶ່ງ​ລວມມີ 12 ທ່າ​ຂອງ​ໂຍຄະດ້ວຍ​ກັນ ​ແລະ
ສະໜອງ​ໃຫ້​ມີ​ການ​ອອກກຳລັງ​ ດ້ານ​ຫົວ​ໃຈ​ ແລະ​ ຫຼອດ​ເລືອດ ທີ່ດີ.

ພວກ​ນັກຮຽນ​ທີ່​ເຂົ້າ​ຮ່ວມທັງຫຼາຍ ສາມາດປະຕິ​ບັດ​ໂຍຄະ​ດັ່ງກ່າວ ​ເປັນ​ທີ່​ສຳ​ເລັດ ​ໄດ້ 108 ​ເທື່ອ.

ອົງການ​ສະຫະ​ປະຊາ​ຊາດ ​ໃນ​ເດືອນ​ນີ້ ​ໄດ້​ປະກາດ​ໃຫ້ ວັນ​ທີ 21 ​ເດືອນ ມິຖຸນາ ​ ເປັນ
ວັນໂຍຄະ​ສາກົນ.

Hundreds of students took part in a "Yogathon" to create awareness about the ancient practice at an event in souther India's Chennai city on Monday.

Organizers said the event was being held across the country, especially in schools and colleges, to create awareness among the people about the benefits of yogaD

The session paid special attention to the "Sun Salutation" sequence, which comprises 12 yoga postures and provides a good cardiovascular workout.

The students managed to complete the exercise 108 times.

The United Nations this month declared June 21 the International Day of Yoga.

XS
SM
MD
LG