ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​​ເດັກນ້ອຍ 12 ຄົນ ເສຍຊີວິດ ໃນອຸບປະຕິເຫດ ລົດໄຟ ຕຳລົດ​ໂຮງ​ຮຽນ ຢູ່ ອິນເດຍ (ວີດີໂອ)


India Crash SOTVO
please wait
Embed

No media source currently available

0:00 0:00:32 0:00

ມີ​ພວກ​ເດັກນ້ອຍ ຢ່າງ​ນ້ອຍ 12 ຄົນຖືກ​ສັງຫານ ​ເວລາ​ລົດ​ໂຮງ​ຮຽນ
ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຕຳ​ກັບ​ລົດ​ໄຟ ​ໃນ​ພາກ​ໃຕ້​ຂອງ​ອິນ​ເດຍ.

ຕຳຫຼວດໄດ້ກ່າວ​ວ່າ ພວກ​ເດັກນ້ອຍນັກຮຽນ​ຈຸນີ້ ​ແມ່ນ​ກຳລັງ​ເດີນ
ທາງ​ໄປ​ໂຮງຮຽນ ​ໃນ ​ຂະນະ​ທີ່​ອຸບປະຕິເຫດ​ເກີດ​ຂຶ້ນ ​ຢູ່​ທີ່ບ່ອນ
ຂ້າມ​ທາງລົດ​ໄຟ​ທີ່​ບໍ່​ມີ​ຄົນຄວບ​ຄຸມແຫ່ງນຶ່ງ​ ທີ່​ ລັດ Telangana
​ໃນ​ວັນ​ພະຫັດ​ມື້​ນີ້.

ຄົນ​ຂັບ​ລົດ​ໂຮງ​ຮຽນ​ຄັນ​ດັ່ງກ່າວ ​ກໍ​ເສ​ຍຊີວິດ​ເຊັ່ນ​ກັນ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກທີ່​ໄປ​ກັບ​ລົດ​ໂຮງ​ຮຽນ​ນັ້ນ ຖືກ​ຊ່ອຍອອກ​ມາ​ຈາກ​ລົດ​ໝົດ​ແລ້ວ.

​ອຸບປະຕິເຫດທັງຫຼາຍ​ນີ້ ​ແມ່ນ​ຖື​ວ່າ​ເປັນ​ເລື້ອງ​ປົກ​ກະຕິ​ໃນ​ຕາໜ່າງທາງລົດໄຟຂອງອິນເດຍ
​ຊຶ່ງ​ເປັນຕາໜ່າງ​ນຶ່ງ ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ໂດຍ​ທີ່​ໄດ້​ລຳລຽງ​ຜູ້​ຄົນ​ຫຼາຍ​ກວ່າ 20 ລ້ານ​ຄົນ ໃນແຕ່ລະມື້.

XS
SM
MD
LG