ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນເດຍ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດ ຄົນໃໝ່


ທ່ານ Subrahmanyam Jaishankar ລັດຖະມົນຕີຕ່າງປະເທດຄົນໃໝ່ ຂອງອິນເດຍ
ທ່ານ Subrahmanyam Jaishankar ລັດຖະມົນຕີຕ່າງປະເທດຄົນໃໝ່ ຂອງອິນເດຍ

ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ໄລ່​ນັກ​
ການ​ທູດຂັ້ນ​ສູງ​ສຸດ​ຂອງ​ປະ​ເທດ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ແຕ່ງ​
ຕັ້ງ​ເອກ​ອັກຄະ​ລັດຖະທູດ​ອິນ​ເດຍປະຈຳ​ສະຫະລັດ​ຂຶ້ນ​ແທນ
​ທ່ານ​ນາງ ນຶ່ງ​ມື້​ຫຼັງ​ຈາກ​ການ​ຢ້ຽມຢາມ​ອິນເດຍຂອງ​ປະທານາ
ທິບໍດີບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ທີ່​ປະສົບ​ຄວາມ​ສຳ​ເລັດ.

ທ່ານ Subrahmanyam Jaishankar ຂຶ້ນ​ດຳລົງ​ຕຳ​ແໜ່​ງ
ລັດຖະມົນຕີ​ຕ່າງປະ​ເທດ​ແທນ​ໃນ​ວັນ​ພະຫັດ​ມື້​ນີ້​.

ສື່​ມວນ​ຊົນ​ອິນ​ເດຍ ​ແຈ້ງ​ໃຫ້​ຊາບ​ວ່າ ການ​ແຕ່ງ​ຕັ້ງ​ດັ່ງກ່າວ​ໄດ້
​ເປັນ​ລາງວັນ​ສຳລັບ​ທ່ານ Jaishankar ທີ່​ຫັນປ່ຽນ​ສາຍ​ພົວພັນ​ອິນ​ເດຍກັບ​ວໍ​ຊິງ​ຕັນ ຮວມ
ທັງ​ການຈັດ​ແຈງ​ການ​ຢ້ຽມຢາມ​ຂອງ​ທ່ານ​ໂມ​ດີ​ ທີ່​ນະຄອນ​ຫຼວງ​ວໍ​ຊິງ​ຕັນ ​ໃນ​ເດືອນ​ກັນຍາ
​ໃນ​ປີ​ນີ້​.

ສາຍ​ພົວພັນ​ລະຫວ່າງ​ອິນ​ເດຍແລະ​ສະຫະລັດ ​ໄດ້​ປະສົບກັບ​ອຸບ​ປະສັກ ຫຼັງ​ຈາກທ່ານ
​ນາງ Devyanai Khobragade ຮອງກົງສູນໃຫຍ່ຂອງລັດຖະບານນີວເດລີປະຈຳ
ນະຄອນນີວຢອກຖືກຈັບກຸມໃນເດືອນທັນວາ ປີ 2013 ໃນຂໍ້ຫາສໍ້ໂກງການອອກວີຊາ
ນັ້ນ. ທ່ານນາງ Khobragade ໄດ້ເດີນທາງອອກຈາກສະຫະລັດ ໃນເດືອນມັງກອນປີ
ແລ້ວນີ້ ແລະເວລານີ້ເຮັດວຽກຢູ່ໃນນະຄອນຫຼວງນີວເດລີ.

ກ່ອນໜ້ານີ້ ທ່ານ Jaishankar ເຄີຍດຳລົງຕຳແໜ່ງເອກອັກຄະລັດຖະທູດອິນເດຍປະ
ຈຳປະເທດຈີນ ແລະສິງກະໂປມາແລ້ວ.

indiapolitics29january15
please wait

No media source currently available

0:00 0:00:35 0:00

XS
SM
MD
LG