ຄື້ນຟອງຄວາມຮ້ອນໃນ ປະເທດອິນເດຍໄດ້ເຮັດໃຫ້ຫລາຍກວ່າ
500 ຄົນເສຍຊີວິດໄປແລ້ວ ແລະບັນດານັກພະຍາກອນອາກາດ
ຄາດວ່າ ສະພາບອາກາດ ຮ້ອນຈັດດັ່ງກ່າວ ຍັງຈະດຳເນີນຢູ່ຕໍ່ໄປ
ອີກໃນໄລຍະສອງສາມມື້ຂ້າງໜ້ານີ້.
ການເສຍຊີວິດສ່ວນໃຫຍ່ໄດ້ເກີດຂຶ້ນຢູ່ທີ່ລັດ Andhra Pradesh
ແລະລັດ Telangana ທາງພາກໃຕ້ຂອງປະເທດ ບ່ອນທີ່ກົມອຸຕຸ
ນິຍົມ ທຳນາຍວ່າ ອຸນຫະພູມຈະຖີບຂຶ້ນສູງກາຍ 40 ອົງສາ
Celsius ຢ່າງໜ້ອຍໄປຈົນຮອດ ທ້າຍເດືອນນີ້.
ຄື້ນຟອງຂອງຄວາມຮ້ອນ ໄດ້ເຮັດໃຫ້ອຸນຫະພູມໃນແຕ່ລະວັນ ສູງເຖິງ 48 ອົງສາ celcius
ໃນຮອບອາທິດຜ່ານມາ ທີ່ເຮັດໃຫ້ມີຜູ້ເສຍຊີວິດເພີ້ມຂຶ້ນ.
ໂຮງໝໍ ກຳລັງປິ່ນປົວພວກຄົນເຈັບເປັນຈຳນວນຫລວງຫລາຍ ທີ່ໄດ້ຕາກແດດ ແລະສູນ
ເສຍນ້ຳໃນຮ່າງກາຍຫຼາຍໂພດ ຈຶ່ງເຮັດໃຫ້ບັນດາເຈົ້າໜ້າທີ່ ຮຽກຮ້ອງໃຫ້ປະຊາຊົນຢູ່ໃນ
ເຮືອນ ແລະຫລີກລ່ຽງການອອກແຮງງານໃນຕອນທີ່ມີຄວາມຮ້ອນເອົ້າທີ່ສຸດໃນແຕ່ລະມື້.