ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຜນການ​ເປີດ​​ໃຊ້​ຄືນ​​ໃໝ່ ​ໂຮງ​ໄຟຟ້າ​ຖ່ານ​ຫິນ ຂອງໄທ ສ້າງຄວາມແຕກແຍກ (ວີດີໂອ ລາວ/ອັງກິດ)


In Picturesque Thailand, Coal Plant Draws Protests
please wait

No media source currently available

0:00 0:02:00 0:00

ສະຖານະ​ການ​ຂັດ​ແຍ້​ງ ລະຫວ່າງ​ຄວາມ​ຕ້ອງການ​ ດ້ານ​ພະລັງງານ ຂອງ​ໄທ.

ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ສິ່ງ​ແວດ​ລ້ອມ ຢູ່​ໃນ​ປະ​ເທດ​ໄທ
ກຳລັງ​ພາ ກັນປະ​ທ້ວງ ​ແຜນການ​ທີ່​ຈະເປີດໃຊ້​ຄືນໃໝ່ ​
ໂຮງ​ໄຟຟ້າ​ຂະໜາດ 800 Megawatt ທີ່​ແລ່ນ​ດ້ວຍ​ຖ່ານ
​ຫິນແຫ່ງ​ນຶ່ງ ຢູ່​ໃນ​ເຂດ​ແຄມ​ຝັ່ງ​ທະ​ເລ ທີ່​ພວກ​ນັກ​ທ່ອງ​ທ່ຽວ​
ທຳ​ມະ​ຊາດ ນິຍົມ​ກັນ​ໄປ​ທ່ຽວ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Steve
Sandford ມີ​ລາຍ​ງານມາ​ຈາກ ຈັງຫວັດກະ​ບີ່ ກ່ຽວ​ກັບ
ສະຖານະ​ການ​ຂັດ​ແຍ້​ງ ລະຫວ່າງ​ຄວາມ​ຕ້ອງການ​ດ້ານ​
ພະລັງງານ ​ທີ່​ທະວີ​ຫລາຍຂຶ້ນ​ນັບ​ມື້​ຂອງ​ໄທ ກັບ​ພາບ​ພົດ​
ຂອງ​ປະ​ເທດ​ໃນ​ຖານະ ​ເປັນ​ສະຫວັນ​ແຄມ​ທະ​ເລ​ ຊຶ່ງ​
ໄຊ​ຈະ​ເຣີນສຸກ ​ຈະ​ນຳ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ຢູ່​ເລາະ​ຕາມ​ຝັ່ງ​ທະ​ເລຕາ​ເວັນຕົກ​ສຽງ​ໃຕ້ ​ຂອງ​ປະ​ເທດ​ໄທ​ນັ້ນ ການ ທ່ອງທ່ຽວ​ແມ່ນ​ເປັນ
​ທຸລະ​ກິດ​ໃຫຍ່ ຊຶ່ງ​ມີ​ມູນ​ຄ່າ​ຫລາຍ​ກ່ວາ 40 ລ້ານ​ ໂດ​ລາ​ຕໍ່​ປີ.

ຈັງຫວັດ​ກະ​ບີ່ ທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລ​ແຖບນັ້ນ ​ເຖິງ​ແມ່ນ​ໄດ້​ມີ​ການ​ພັດ ທະນາຢ່າງ​ວ່ອງໄວ
​ ກໍ​ຍັງ​ໄດ້​ຮັບ​ການ​ຍອມຮັບວ່າ ​ເປັນ​ເຂດ​ທ່ອງທ່ຽວ ສີຂຽວ ​ແລະ​ເຂດ​ດິນ​ຊຸ່ມ​ຂອງຈັງຫວັດ​
ກໍ​ຖືກ​ລວມ​ເຂົ້າ​ໃນບັນຊີ​ເຂດ​ອະນຸລັກ​ຂອງ​ນາໆ​ຊາດ. ​

ເພື່ອສະໜອງ​ຕອບ​ຄວາ​ມຮຽກຮ້ອງຕ້ອງການ​ດ້ານ​ພະລັງງານ ​ທີ່​ເພີ້​ມ ທະວີ​ຂຶ້ນ​ນັບ​ມື້​ນັ້ນ
ທາງ​ການ​ໄທ​ມີ​ແຜນ​ຈະ​ເປີດ​ໃຊ້​ຄືນ​ໃໝ່ ​ໂຮງໄຟຟ້າ​ທ້ອງຖິ່ນ​ແຫ່ງ​ນຶ່ງ​ ທີ່ແລ່ນ​ດ້ວຍ​ຖ່ານຫີນ
ຊຶ່ງ​ຈະ​ນຳ​ເອົາ​ເຮືອ​ບັນທຸກ​ຖ່ານ​ຫີນ ​ເຂົ້າໄປ​ໃກ້​ພວກ​ສວນ​ສາທາລະນະ​ແລະ​ຊາຍ​ທະ​ເລ
ທີ່​ພວກ​ນັກ​ທ່ອງ​ທ່ຽວ​ນິຍົມ​ກັນ​ໄປ​ທ່ຽວນັ້ນ.

ຢູ່​ໃກ້ໆ​ກັບ​ໂຮງ​ໄຟຟ້າດັ່ງກ່າວ​ໃນ​ເມືອງ​ກະ​ບີ່​ນັ້ນ ຊາວ​ປະມົງ​ຄົນ​ນຶ່ງ ທ້າວ ມານິດ ບຸດ​ແຜ້ວ
ຈື່​ໄດ້ດີ ກ່ຽວ​ກັບ​ເລື້ອງ​ບັນຫາ​ດ້ານ​ສຸຂະພາບ​ຕ່າງໆ ທີ່​ເກີດ​ຂຶ້ນ​ໃນ​ຊຸມ​ປີ 1990 ຕອນ​ທີ່ໂຮງ​ໄຟຟ້າ​ແຫ່ງ​ນີ້​ ຍັງ​ເປີດໃຊ້​ການ​ຢູ່.

ທ້າວມານິດ ​ເວົ້າ​ວ່າ: “​ສະ​ໄໝກ່ອນ ​ເວລາ​ເຂົາ​ເຈົ້າ​ເຜົາ​ຖ່ານ​ນັ້ນ ຄວັນ​ທີ່​ອອກ​ມາ​
ທາງ​ທໍ່ ​ແມ່ນ​ຈະປົກ​ຄຸມ​ເຮືອນ​ຂ້ອຍ​ໝົດ. ມັນ​ກະທົບ​ຄອບຄົວ​ຂ້ອຍ 8 ​ເດືອນ​ໃນ​
ແຕ່ລະປີ​ ​ແລະ​ໃນ​ຍາມຝົນ​ນັ້ນ ພວກ​ເຮົາ​ກໍ​ໃຊ້​ນ້ຳ​ຝົນ​ບໍ່​ໄດ້ ​ເພາະວ່າ​ມັນ​ເປັນ​ຝົນ​
ນ້ຳ​ກົດ.”


ປະຊາຊົນ​ ໃນ​ເຂດ​ທ້ອງ​ຖິ່ນ​ແມ່ນ​ ຕ້ອງການ​ຢາກ​ຮູ້ຂໍ້ມູນ​ເພີ້​ມຕື່ມ​ ກ່ຽວ​ກັບ​ແຜນການ​ຈະ​ເປີດ​
ໃຊ້​ໂຮງ​ໄຟຟ້າ​ແຫ່ງ​ນີ້​ ຄືນ​ໃໝ່​ນັ້ນ ​ແລະ​ຫລາຍໆ​ຄົນ​ ກໍ​ໄດ້​ໄປ​ຮ່ວມ​ຟັງ ​ໃນ​ກອງປະຊຸມ
ຫລາຍໆ​ບັ້ນ ​ທີ່​ຈັດ​ຂຶ້ນ​ ເມື່ອ​ບໍ່ດົນ​ມາ​ນີ້ ລະຫວ່າງ​ເຈົ້າ​ໜ້າ​ທີ່ ບໍລິສັດການ​ໄຟຟ້າຝ່າຍ​ຜະລິດ​
ຂອງ​ໄທ ຫລື EGAT ກັບ​ບັນດາ​ຜູ້ນຳ​ທ້ອງ​ຖິ່ນ. ​ແຕ່​ພວກ​ທີ່​ຄັດຄ້ານກ່າວ​ວ່າ EGAT ເລົ່າ​
ເລື້ອງ​ລາວ ​ແຕ່​ຂ້າງ​ດຽວ​ເທົ່າ​ນັ້ນ. ນາງ ຊະຣິຍາ ​ແສນປອງຈາກ​ອົງການ GREENPEACE SE ASIA ກ່າວ​ດັ່ງ​ນີ້:

ນາງ ຊະຣິຍາ ເວົ້າວ່າ: “ເລື້ອງນີ້ແມ່ນ​ເປັນຂໍ້​ຫ່ວງໄຍ​ໂດຍ​ສະພາະ ຂອງ​ບັນຫາ
​ສິ່ງ​ແວດ​ລ້ອມ​ຂອງ​ຂົງ​ເຂດ ​ເພາະ​ພວກ​ເຮົາ​ຮູ້​ດີ​ວ່າ ການ​ຜະລິດ​ພະລັງງານ​ຈາກ​
ຖ່ານ​ຫີນ​ນັ້ນ ​ແມ່ນ​ສາ​ເຫດ​ສຳຄັນ​ຂອງ​ການ ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ.” ​


ໄດ້​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ​ແລ້ວ ລະຫວ່າງ​ພວກ​ທີ່​ສະໜັບ​ສະໜຸນ​ແລະ​ພວກ​ທີ່​ຄັດ​ຄ້ານ​ໂຮງງານ​ຖ່ານ​ຫີນ ຊຶ່ງ​ໄດ້​ສ້າງ​ຄວາມ​ແຕກ​ແຍກ​ຂຶ້ນ​ຢູ່​ພາຍ​ໃນ​ປະຊາ​ຄົມ.

ນິຣັນ ພິທັກ​ວັດຊະຣະ ທະນາຍຄວາມ​ຝ່າຍ​ສິດທິ​ມະນຸດ ກ່າວ​ວ່າ EGAT ຕ້ອງ​ໄດ້ຮັບ​
ຟັງ​ຄວາມ​ເຫັນ​ ຂອງ​ພວກ​ທີ່​ຄັດຄ້ານ​ຫລາຍ​ຂຶ້ນ.

ທ່ານ ນິຣັນ ​ເວົ້າ​ວ່າ: “ທັງ​ບໍລິ​ສັດຕ້ອງ​ໄດ້ ​ທຳ​ງານ​ຫລາຍ​ຂຶ້ນ​ກັບ​ປະຊາຊົນ ແລະ
ສະໜອງ​ຂໍ້​ມູນ​ໂດ​ຍ​ເຕັມ​ໃຫ້​ເຂົາ​ເຈົ້າ ​ແລະ​ຮັບ​ເອົາ​ຄຳ​ແນະນຳ​ຈາກ​ຊຸມ​ຊົນ ​
ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ມີ​ສ່ວນ​ໃນ​ການ​ດຳ​ເນີນ​ການ​ຕັດສິນ​ໃຈ.”


ຖ້າ​ຫາກ​ວ່າ ມີ​ການຕັດສິນ​ໃຈ​ເປີດ​ໃຊ້​ໂຮງ​ໄຟຟ້າ​ຖ່ານ​ຫີນ​ແຫ່ງ​ນີ້ຄືນ​ໃໝ່​ແທ້ໆ​ແລ້ວກໍ​ຄາດ​
ວ່າ ການ​ຊ່ອມ​ແປງ​ປັບປຸງ​ຈະ​ສຳ​ເລັດ​ໃນ​ປີ 2019. ​ໃນ​ລະຫວ່າງ​ນີ້ ບັນດາ​ຜູ້​ທີ່​ຄັດຄ້ານ​ກໍ​ຫວັງ​ວ່າ ຈະ​ສາມາດ​ສົ່ງ​ເສີມ​ໃຫ້​ມີ​ການ​ນຳ​ໃຊ້​ແຫ​ລ່ງພະລັງງານ​ທີ່​ເອົາ​ມາ​ໝຸນ​ໃຊ້​ຄືນ​ໃໝ່​ໄດ້​ນັ້ນ ​ເປັນວິທີ​ແກ້​ໄຂ​ຕໍ່​ບັນ​ຫາ​ຄວາມ​ຕ້ອງການ​ພະລັງງານ ທີ່​ເພີ້​ມທະວີ​ຂຶ້ນ​ນັບ​ມື້​ຂອງ​ຂົງ​ເຂດ.
XS
SM
MD
LG