ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Cruz ຈາກພັກ ຣີພັບບລີກັນ ໄດ້ຮັບໄຊຊະນະ ໃນການ ປະຊຸມຄັດເລືອກ ຂອງພັກ ໃນລັດ Iowa


In Iowa Caucuses, Republican Cruz Wins; Democrats Clinton, Sanders Tied
please wait

No media source currently available

0:00 0:03:03 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ສະມາຊິກ​ສະພາ​ສູງ Ted Cruz ແມ່ນຜູ້ຊະນະເລີດ​ໃນ​ການປະຊຸມ ຄັດເລືອກເອົາ ຕົວ​ແທນ ​ຜູ້​ເຂົ້າ​ແຂ່ງຂັນ​ເອົາຕຳແໜ່ງປະທານາທິບໍ ດີພັກ ຣີພັບບລີກັນ ໃນລັດ Iowa, ເຊິ່ງເປັນການທົດສອບຢ່າງເປັນ ທາງການ ຂອງການໂຄສະນາຫາສຽງເອົາ ຕຳແໜ່ງປະທານາທິບໍ ດີສະຫະລັດ ປີ 2016. ແຕ່ວ່າການແຂ່ງຂັນໃນພັກ ເດໂມ ແຄຣັດ ລະຫວ່າງ ທ່ານນາງ Hilary Clinton ແລະ ທ່ານ Bernie Sanders ໄດ້ ຈົບລົງດ້ວຍຜົນຄະແນນເກືອບເທົ່າກັນ, ເຊິ່ງເປັນ ການສະແດງໃຫ້ເຫັນວ່າ ຍັງຈະ ມີການແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ ຂັ້ນຕົນທີ່ຍາວນານຢູ່. ທ່ານ Cruz ແມ່ນໄດ້ມີ​ຄະ​ແນນ​ສຽງຕິດຕາມ ມາຢ່າງໃກ້ຊິດໃນການແຂ່ງຂັນ ຂອງພັກຣີພັບບລີກັນ ໂດຍມະຫາ ເສດຖີອະສັງຫາລິມະຊັບ ທ່ານ Donald Trump ແລະ ສະມາຊິກ ສະພາ ສູງ ຈາກລັດ Florida ທ່ານ Marco Rubio ທີ່ໄດ້ສະແດງໃຫ້ເຫັນ​ເຖິງຄວາມແຂງ ແກ່ນເຊິ່ງອາດຈະນຳຜົນ ປະໂຫຍດມາໃຫ້ແກ່ທ່ານ ຈົນຮອດຕອນທ້າຍຂອງ ການແຂ່ງຂັນກໍ ໄດ້. ນັກຂ່າວແຫ່ງຊາດຂອງ ວີໂອເອ Jim Malone ມີລາຍງານ ເພີ່ມເຕີມໃນການແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ຈາກ​ເມືອງ Des Moines ລັດ Iowa. ເຊິ່ງ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານ.

ທ່ານ Ted Cruz ຜູ້ລົງແຂ່ງຂັນສັງກັດພັກ ຣີພັບບລີກັນ ກ່າວວ່າ “ຂໍໃຫ້ພະເຈົ້າ ຈົ່ງຄຸ້ມຄອງ ລັດ Iowa ທີ່ຍິ່ງໃຫຍ່.”

ນັ້ນຄືຄຳເວົ້າຂອງທ່ານ Ted Cruz ສະມາຊິກສະພາສູງລັດ Texas ຊຶ່ງເປັນຜູ້ນິ ຍົມແນວທາງ ເດີມຕໍ່ຕ້ານນະຄອນຫຼວງ ວໍຊິງຕັນ, ໄດ້ປະກົດຕົວອອກມາຈາກສະໜາມແຂ່ງຂັນທີ່ໜາແໜ້ນ ຂອງພັກ ຣີພັບບລີກັນ ເພື່ອຍຶດເອົາໄຊຊະ ນະ.

ທ່ານ Ted Cruz ກ່າວວ່າ “ຄ່ຳຄືນນີ້, ແມ່ນໄຊຊະນະສຳລັບລະດັບຮາກຖານ. ຄ່ຳຄືນນີ້ ແມ່ນໄຊຊະນະຂອງພວກຈາຮີດນິຍົມທີ່ກ້າຫານໃນທົ່ວລັດ Iowa ແລະ ທົ່ວປະເທດທີ່ຍິ່ງ ໃຫຍ່ນີ້. ຄ່ຳຄືນນີ້ ລັດ Iowa ໄດ້ອອກປາກອອກສຽງ ຂອງຕົນແລ້ວ.”

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ສະມາຊິກສະພາສູງລັດ Texus ທ່ານ Ted Cruz ກ່າວຄຳເຫັນໃນລະຫວ່າງ ການຊຸມນຸມຄ່ຳຄືນການຄັດເລືອກ ຂອງພັກ, ໃນນະຄອນ Des Moines ລັດ Iowa. 1 ມັງກອນ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ສະມາຊິກສະພາສູງລັດ Texus ທ່ານ Ted Cruz ກ່າວຄຳເຫັນໃນລະຫວ່າງ ການຊຸມນຸມຄ່ຳຄືນການຄັດເລືອກ ຂອງພັກ, ໃນນະຄອນ Des Moines ລັດ Iowa. 1 ມັງກອນ 2016.

ສຳລັບທ່ານ Donald Trump, ເຊິ່ງເປັນຜູ້ທີ່ນຳໜ້າໃນການແຂ່ງຂັນມາເປັນເວລາຫຼາຍ ເດືອນ, ໄດ້ຈົບລົງດ້ວຍອັນດັບ 2 ໃກ້ຄຽງກັບທ່ານ Cruz ແລະ ຈະຍ້າຍ ໄປແຂ່ງຂັນໃນຄັ້ງຕໍ່ ໄປທີ່ລັດ New Hampshire ເຊິ່ງມີແນວໂນ້ມວ່າທ່ານຈະໄດ້ ຮັບໄຊຊະນະ.

ທ່ານ Donald Trump ກ່າວວ່າ “ພວກເຮົາຈະກ້າວຕໍ່ໄປເພື່ອຮັບເອົາການສະ ເໜີຊື່ຜູ້ຕາງ ໜ້າໃຫ້ພັກ ຣີພັບບລີກັນ, ພວກເຮົາຈະກ້າວຕໍ່ໄປເພື່ອເອົາຊະນະ ທ່ານນາງ Hilary ແລະ ທ່ານ Bernie ຫຼືໃຜກໍຕາມທີ່ມີຊື່ຢູ່ຫັ້ນ.”

ສະມາຊິກສະພາສູງລັດ Florida ທ່ານ Marco Rubio ໄດ້ຮັບໄຊຊະນະເປັນອັນ ດັບ 3, ເຊິ່ງ ໃກ້ຄຽງກັບທ່ານ Trump ຢ່າງໜ້າແປກໃຈ, ທ່ານໄດ້ປະກົດຕົວຂຶ້ນ ບາງທີອາດເປັນ ຕົວເກັງ ຂອງບັນດາສະຊິກພັກຣິພັບບລີກັນກໍເປັນໄດ້.

ທ່ານ Marco Rubio ກ່າວວ່າ “ທີ່ລັດ Iowaໃນຄ່ຳຄືນນີ້, ປະຊາຊົນຂອງລັດນີ້ ໄດ້ສົ່ງຂໍ້ ຄວາມທີ່ຈະແຈ້ງອອກມາ. ຫຼັງຈາກ 7 ປີຂອງການດຳລົງຕຳແໜ່ງໂດຍ ທ່ານ ບາຣັກ ໂອ ບາມາ, ພວກເຮົາຈະບໍ່ລໍຖ້າອີກຕໍ່ໄປເພື່ອນຳເອົາປະເທດຂອງ ພວກເຮົາກັບຄືນມາ.”

ຈຳນວນຜູ້ທີ່ອອກມາລົງຄະແນນສຽງແມ່ນສູງເປັນສະຖິຕິ, ເຊິ່ງເຂົ້າບັນຈຸໃນຫໍປະ ຊຸມໃນທີ່ ແຫ່ງນີ້ໃນພາກຕາເວັນຕົກຂອງນະຄອນ Des Moines, ເປັນບ່ອນທີ່ ທ່ານນາງ Sheila Waller ໃຫ້ການສະໜັບສະໜູນທ່ານ Marco Rubio.

ທ່ານນາງ Sheila Waller ກ່່າວວ່າ “ຂ້າພະເຈົ້າຄິດວ່າເພິ່ນເປັນຄົນທີ່ເວົ້າໄດ້ ດີທີ່ສຸດ, ເປັນ ຄົນທີ່ມີການສຶກສາສູງ ແລະ ມີຄວາມສະຫຼຽວສະຫຼາດ ກ່ຽວກັບ ນະໂຍບາຍການຕ່າງປະ ເທດ ແລະ ຂ້າພະເຈົ້າຄິດວ່າ ບາງທີສິ່ງນັ້ນຈະຖືກໃຈ ທຸກໆຄົນ.”

ການແຂ່ງຂັນຂອງພັກ ເດໂມແຄຣັດ ແມ່ນມີຄວາມສູສີກັນທີ່ສຸດ ໂດຍທ່ານນາງ Hilary Clinton ແລະ ທ່ານ Bernie Sanders ມີຄະແນນທີ່ແທບຈະເທົ່າກັນ. ແຕ່ວ່າທ່ານນາງ Clinton ຖືວ່າມັນເປັນໄຊຊະນະຂອງທ່ານນາງ.

ທ່ານນາງ Hilary Clinton ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ພ້ອມກັບສາມີຂອງທ່ານນາງ ທ່ານ Bill Clinton ອະດີດປະທານາທິບໍດີ ເດີນທາງ ຮອດການປະຊຸມຄັດເລືອກຂອງພັກ ທີ່ມະຫາວິທະຍາໄລ Drake ໃນນະຄອນ Des Moines ລັດ Iowa. 1 ກຸມພາ 2016.
ທ່ານນາງ Hilary Clinton ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ພ້ອມກັບສາມີຂອງທ່ານນາງ ທ່ານ Bill Clinton ອະດີດປະທານາທິບໍດີ ເດີນທາງ ຮອດການປະຊຸມຄັດເລືອກຂອງພັກ ທີ່ມະຫາວິທະຍາໄລ Drake ໃນນະຄອນ Des Moines ລັດ Iowa. 1 ກຸມພາ 2016.

ທ່ານນາງ Clinton ໄດ້ກ່າວວ່າ "ວາວ, ຄືນນີ້ຈັ່ງແມ່ນພິເສດແທ້ໆນໍ້. ຈັ່ງແມ່ນ ເປັນການແຂ່ງ ຂັນທີ່ດີຫຼາຍ. ມັນເປັນກຽດຢ່າງຍິ່ງທີ່ໄດ້ລົງແຂ່ງຂັນໃນທົ່ວລັດ Iowa ພ້ອມກັບບັນດາທ່ານ ທັງຫຼາຍ, ເພື່ອສ້າງເຫດການເພື່ອອະນາຄົດທີ່ ພວກເຮົາຕ້ອງການ ສຳລັບພັກ ເດໂມແຄຣັດ ແລະ ສຳລັບປະເທດ ສະຫະລັດ ອາເມຣິກາ.”

ນອກນັ້ນທ່ານ Sanders ກໍແມ່ນໄດ້ອ້າງເອົາໄຊຊະນະເຊັ່ນກັນ, ອ້ອມຮອບໂດຍ ບັນດາຜູ້ລົງ ຄະແນນໄວໜຸ່ມ ຜູ້ທີ່ສະໜັບສະໜູນຂໍ້ຄວາມກ່ຽວກັບ ເສດຖະກິດ ຂອງທ່ານ. ທ່ານເປັນຄົນທີ່ ກະຕືລືລົ້ນທີ່ຈະເຄື່ອນຍ້າຍໄປຕໍ່ທີ່ລັດ New Hampshire ເຊິ່ງເປັນບ່ອນທີ່ທ່ານມີຄະແນນນຳ ໜ້າທ່ານນາງ Clinton ຕັ້ງຫຼາຍ.

ທ່ານ Bernie Sanders ກ່າວວ່າ “ໃນເມື່ອວິກິດທີ່ໃຫຍ່ໂຕກຳລັງປະເຊີນໜ້າ ກັບປະເທດ ຂອງພວກເຮົາ, ມັນຢາກຊັກຊ້າໄປໂພດສຳລັບ ການແກ້ໄຂບັນຫາ ການເມືອງ ແລະ ເສດ ຖະກິດ.”

ພັກເດໂມແຄຣັດ ກໍໄດ້ມີຄົນອອກມາລົງຄະແນນຈຳນວນຫຼວງຫຼາຍເຊັ່ນກັນ. ຢູ່ທີ່ ລັດ Des Moines ນີ້, ຜູ້ສະໜັບສະໜູນທ່ານ Sanders ແລະ ທ່ານນາງ Clinton ແມ່ນມີຄວາມກະຕື ລືລົ້ນທີ່ຈະປ່ອນບັດລົງຄະແນນສຽງຂອງພວກເຂົາ ເຈົ້າ.

ນາງ Amelia Mohr, ຜູ້ສະໜັບສະໜູນທ່ານ Sanders ກ່າວວ່າ “ທ່ານແມ່ນຄົນ ທີ່ເຮັດໃຫ້ ຂະບວນການທາງດ້ານການເມືອງມີຄວາມຕື່ນເຕັ້ນ.”

ທ້າວ Randy Kane ຜູ້ສະໜັບສະໜູນທາງນາງ Clinton ກ່າວວ່າ “ຂ້າພະເຈົ້າ ຄິດວ່າ ທ່ານນາງຈະເປັນຜູ້ລົງແຂ່ງຂັນທີ່ແຂງແກ່ນທີ່ສຸດ ເພື່ອປະຕິບັດຕາມ ແນວທາງຂອງທ່ານ ໂອບາມາ ແລະ ສາມາດທີ່ຈະເຮັດວຽກເພື່ອຄວາມກ້າວ ໜ້າກັບ ລັດຖະສະພາ.”

ທ່ານ Martin O’Mally ຈາກພັກເດໂມແຄຣັດ ແລະ ທ່ານ Mike Huckabee ຈາກພັກ ຣີ ພັບບລີກັນ ໄດ້ຢຸດເຊົາການໂຄສະນາຫາສຽງຂອງພວກທ່ານ ຫຼັງຈາກ ໄດ້ຄະແນນສຽງທີ່ຕ່ຳ. ປະຈຸບັນນີ້ສຳລັບຜູ້ທີ່ຍັງເຫຼືອຢູ່ແມ່ນຈະເຄື່ອນໄປຕໍ່ທີ່ລັດ New Hampshire ສຳລັບການ ເລືອກຕັ້ງຂັ້ນປະຖົມມະເລີກນີ້.

XS
SM
MD
LG