ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​ ຮັກສາ​ຄວາມ​ປອດ​ໄພ ​ໄດ້ຮັບອະນຸຍາດ​ ໃຫ້​ປະກອບອາວຸດລຸນຫຼັງ​​ເຫດການ ​ໂຈມ​ຕີທີ່ລັດ Tennessee


ນາງ Sophia Ensley, ຊ້າຍ, ປອບ​ໃຈ ນາງ Barbie Branum ​ໃກ້​ກັບ​ທີ່​ໄວ້ອາ​ໄລຊົ່ວຄາວ ຢູ່​ທາງ​ເຂົ້າ​ຂອງ​ສູນ​ປະຕິ​ບັດ​ການ​ສະໜັບສະໜູ​ນ ​ແລະ ສູນສຳຮອງນາ​ວີກະ​ໂຍທິນ ໃນ​ເມືອງ Chattanooga ລັດ Tennessee. 18 ກໍລະ​ກົ​ດ 2015.
ນາງ Sophia Ensley, ຊ້າຍ, ປອບ​ໃຈ ນາງ Barbie Branum ​ໃກ້​ກັບ​ທີ່​ໄວ້ອາ​ໄລຊົ່ວຄາວ ຢູ່​ທາງ​ເຂົ້າ​ຂອງ​ສູນ​ປະຕິ​ບັດ​ການ​ສະໜັບສະໜູ​ນ ​ແລະ ສູນສຳຮອງນາ​ວີກະ​ໂຍທິນ ໃນ​ເມືອງ Chattanooga ລັດ Tennessee. 18 ກໍລະ​ກົ​ດ 2015.

ບັນດາ​ຜູ້​ປົກ​ຄອງ​ລັດຢ່າງ​ໜ້ອຍ 6 ລັດ​ໄດ້​ອະນຸຍາດ​ໃຫ້​ເຈົ້າ​ໜ້າ​ທີ່ ຢູ່​ສະຖານ​ຍາມ​ຊາຍ​ແດນແຫ່​ງຊາ​ດ ປະກອບອາວຸດ ຫຼັງ​ຈາກ​ການ​ໂຈມ​ຕີຮ້າຍ​ແຮງ​ເຖິງ​ຊີວິດ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ທີ່​ເມືອງ Chattanooga ລັດ ​Tennessee.

​ເຈົ້າຄອງ​ລັດ Arkansas, Florida, Indiana, Louisiana, Oklahoma ​ແລະລັດ Texas, ​ໄດ້​ອອກ​ຄຳ​ສັ່ງໃ​ນຂະ​ນະ​ທີ່ຄວາມ​ປອດ​ໄພ ທີ່​ສູນ​ເກນ​ທະຫານ​ໃໝ່ ​ກຳ​ລັງຕົກ​ຢູ່​ພາຍ​ໃຕ້​ອັນຕະລາຍ​ຫຼາຍ​ຂຶ້ນ ​ເຊິ່ງຕາມ​ມາ​ຍ້ອນ​ການ​ຍິງ​ໂຈມ​ຕີດັ່ງກ່າວ.

​ນອກ​ນັ້ນເຈົ້າ​ຄອງ​ລັດ Florida ທ່ານ Rick Scott ຍັງ​ໄດ້​ຍົກ​ຍ້າຍເຈົ້າ​ໜ້າ​ທີ່​ເກນ​ທະ​ຫານຈາກປ້ອມ​ແນວ​ໜ້າ ​ໄປ​ຍັງທີ່​ສະຖານ​ເກັບ​ອາ​ວຸດ​ອຶ່ນໆໃນ​ລັດ​ຂອງ​ທ່ານນຳ.

ຮູບພາບຂອງຜູ້ຖືກເຄາະຮ້າຍສີ່ຄົນ ຖືກຕັ້ງເພື່ອໄວ້ອາໄລຢູ່ຕໍ່ໜ້າ ຫ້ອງການສູນຮັບສະໜັກທະຫານໃໝ່ທີ່ເມືອງ Chattanooga, ລັດ Tennessee. 18 ກໍລະກົດ 2015.
ຮູບພາບຂອງຜູ້ຖືກເຄາະຮ້າຍສີ່ຄົນ ຖືກຕັ້ງເພື່ອໄວ້ອາໄລຢູ່ຕໍ່ໜ້າ ຫ້ອງການສູນຮັບສະໜັກທະຫານໃໝ່ທີ່ເມືອງ Chattanooga, ລັດ Tennessee. 18 ກໍລະກົດ 2015.

​ໃນວັນ​ສຸກ​ຜ່ານ​ມາ, ນາຍ​ພົນ Ray Odierno, ​ເສນາ​ທິການ​ກອງທັບບົກໄດ້​ກ່າວ​ວ່າ ກອງທັບ​ແມ່ນ​ກຳລັງ​ກວດ​ສອບຄືນ ​ຄວາມປອດ​ໄພ​ທີ່​ສູນ​ສະມັກ​ທະຫານ​ແຫ່ງ​ຕ່າງໆ.

​ໃນ​ວັນ​ເສົາວານ​ ນີ້, ທະຫານ​ເຮືອ​ຄົນ​ໜຶ່ງ​ທີ່​ໄດ້ຮັບ​ບາດ​ເຈັບທີ່​ສູນ​ສະໜັບສະໜູ​ນທະຫ​ານ​ໃນ​ ເມືອງ Chattanooga, ​ໄດ້​ເ​ສຍ
ຊີ​ວິດ, ​ເຊິ່ງ​ເຮັດ​ໃຫ້​ຈຳ​ນວນຜູ້​ເສຍຊີວິດ​ຈາກ​ການ​ໂຈມຕີເພີ່ມ​ຂຶ້ນ​ເປັນ 5 ຄົນ.

ຈ່າ​ຕີທະຫານ​ເຮືອ Randall Smith ອາຍຸ ​26 ປີ, ຜູ້​ຊ່ຽວຊານ​ດ້ານ​ການ​ຄຳນວນ ແຕ່​ງານ​ແລ້ວ​ ​ແລະ ມີ​ລູກສາວ​ນ້ອຍ​ 3 ຄົນ.

ທະຫານ​ເຮືອ 4 ຄົນ​ທີ່​ຖືກ​ຂ້າ​ຕາຍ​ໃນການຍິງ​ທີ່​ເມືອງ Chattanooga ​ແມ່ນ​ຜູ້​ໄດ້​ຮັບ​
ຫຼຽນ​ກາ ​ແລະ ທະຫານ​ຜ່ານ​ເສິກ​ໃນ ອີຣັກ ​ແລະ

ອັ​ຟກາ​ນິສຖານ, ຊຶ່ງກອງທັບນ​າວິ​ກະ​ໂຍທິນ​ໄດ້​ກ່າວໃນ​ວັນ​ສຸກຜ່ານ​ມາ.

ຄອບຄົວ​ຂອງ​ຜູ້ທີ່​ຖືກ​ກ່າວ​ຫາວ່າ​ແມ່ນມື​ປືນ​ ​ຄືທ້າວ Muhammad Youssef Abdulazeez ​ໄດ້​ຖະ​ແຫຼ​ງອອກ​ມາ​ໃນ​ແລງວັນ​ເສົາ​ວານ​ນີ້ ​ເພື່ອສະ​ແດ​ງຄວາມ​ເສຍ​ໃຈ​ຕໍ່​ການ​ກະທຳ​ຂອງ​ລາວ.

US Military Shooting
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG