ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ຊີເລ ວ່າ ຈະກໍ່ສ້າງເມືອງ Valparaiso ຄືນ​ໃໝ່ (ວີດີໂອ/ສະໄລດ໌)


ປະທານາທິບໍດີ​ຊີເລ ​ໄດ້​ໃຫ້​ຄຳປະຕິຍານ​ວ່າ ​ຈະ​ສ້າງເມືອງ
​ທ່າ​ Valparaiso ຄືນ​ໃໝ່ ຫຼັງ​ຈາກ​ເກີດ​ໄຟປ່າທີ່​ຍັງ​ເຜົາ​ໄໝ້​
ຢູ່ ແລະ​ໄດ້​ທຳລາຍ​ບ້ານ​ເຮືອນເກືອບ 3 ພັນ​ຫຼັງ ​ແລະ​ສັງຫານ
15 ຄົນ​ນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີ​ຊີເລ ​ ທ່ານນາງ Michelle
Bachelet ​ໄດ້​ພົບ​ປະກັບ​ພວກ​ ​ທີ່​ປະສົບ​ເຄາະ​ຮ້າຍ ຈຳນວນ​ນຶ່ງ ​ທີ່​ໄດ້​ສູນ​ເສຍ​ບ້ານເຮືອນ ​
ແລະ​ໄດ້ຮັບ​ບາດ​ເຈັບ ​ໃນ​ເຫດ​ໄຟ​ໄໝ້ດັ່ງ​ກ່າວ​. ທ່ານນາງປະທານາທິບໍດີ​ ຍັງ​ໄດ້​ກ່າວ​ອີກ​
ວ່າ ​ເມືອງ​ທ່າ Valparaisoນັ້ນ ​ຄວນ​ຈະ​ສ້າງ​ຄືນ​ໃໝ່​ໃນ​ແບບ ທີ່​ຈະປ້ອງ​ກັນ​ບໍ່​ໃຫ້​ພວກ​ທີ່​
ປະສົບ​ກັບ​ໄຟ​ປ່າ​ເຫຼົ່າ​ນີ້ ກັບ​ໄປ​ປຸກ​ເຮືອນ​ຢູ່​ຕາມ​ຈ້າຍ​ພູ​ແບບ​ເກົ່າ ທີ່​ບໍ່​ສາມາດ​ປົກ​ປ້ອງ
ຈາກ​ໄພ​ທຳ​ມະ​ຊາດ​ໄວ້​ໄດ້​ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ອາດ​ຈະ​ຕ້ອງ​ໃຊ້​ເວລາອີກ 20 ມື້ ກ່ວາ​ຈະ​ມອດ​ໄຟ​ປ່າ​ນີ້​ ທີ່​ໄດ້ ເລີ່​ມຂຶ້ນ​ໃນ​ວັນ​ເສົາ​ຜ່ານມານັ້ນ ​ໄດ້​ໝົດ.

ວີດີໂອ: ປະທານາທິບໍດີ​ຊີເລ ​ ທ່ານນາງ Michelle Bachelet ​ໄປຢ້ຽມຢາມ
ພວກ​ ​ທີ່​ປະສົບ​ເຄາະ​ຮ້າຍ ໃນເຫດໄຟໄໝ້:

Chile Fire VO
please wait
Embed

No media source currently available

0:00 0:00:28 0:00

Chile's President is vowing to rebuild the port of Valparaiso after wildfires that are still burning destroyed nearly three thousand homes and killed 15 people.

On Wednesday, President Michelle Bachelet met with some of the people displaced and injured by fire. The president has said Valparaiso should be reconstructed to prevent wildfire victims from rebuilding on hills that cannot be protected from disasters.

Authorities say it could take another 20 days to put out the fire which started on Saturday.
XS
SM
MD
LG