ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງຢູ່ຮົງກົງ ເນ້ນໜັກ ຊ່ອງຫວ່າງ ລະຫວ່າງລຸ້ນຄົນ


Generational Differences in Hong Kong’s Protests
please wait

No media source currently available

0:00 0:02:14 0:00

ເບິ່ງວີດີໂອ ພາສາອັງກິດ ຂອງ Daniel Schearfກ່ຽວກັບລາຍງານນີ້.

ການ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ ທີ່ນຳພາ​ໂດຍ​ພວກ​ນັກ​ສຶກສາ​
ຢູ່​ໃນ​ຮົງ​ກົງ ​ໄດ້​ເນ້ນ​ໃຫ້​ເຫັນ​ເຖິງ​ຊ່ອງ​ຫວ່າງ ລະຫວ່າງ​ລຸ້ນຄົນ ຄື
​ລຸ້ນພໍ່​ແມ່​ກັບ​ລຸ້ນລູກ ຢູ່​ໃນ​ດິນ​ແດນ​ແຫ່ງ​ນັ້ນ​ຂອງ​ຈີນ ​ໂດຍ​ທີ່​ພວກ
​ພໍ່​ແມ່ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ສະໜັບສະໜຸນ​ສະຖຽນ​ລະ​ພາບ
ຫລາຍ​ກ່ວາ​ປະຊາທິປະ​ໄຕ. ​ແຕ່​ວ່າ​ພວກ​ຊາວ​ໜຸ່ມ ທີ່​ນິຍົມ​ອຸດົມ​
ການ​ກັບ​ເວົ້າ​ເກ່ງ​ກ່ວາ​ນັ້ນ ກ່າວ​ວ່າ ​ໃນ​ຂະນະ​ທີ່​ພວກ​ຄົນ​ລຸ້ນ​ສູງ​
ອາຍຸ​ກ່ວາ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ສະຖານະ​ການ​ໃນ​ປັດຈຸບັນ
ພວກ​ເຂົາ​ເຈົ້າແມ່ນ​ພາກັນ​ຕໍ່ສູ້​ເພື່ອ​ອະນາຄົດ​ຂອງ​ໂຮງ​ກົງ. ​ດາຣາ
ມີ​ລາຍ​ງານ​ຂອງ​ພະ​ແນ​ກຮຽນ​ພາສາ​ອັງກິດ​ ມາສະ​ເໜີ​ທ່ານ.

ຟັງລາຍງານພາສາອັງກິດຊ້າໆ:

ນັກສຶກສາແມ່ນເປັນຜູ້ນຳພາ ການປະທ້ວງເພື່ອປະຊາທິປະໄຕ ຢູ່ໃນຮົງກົງນັ້ນ.

ການປະທ້ວງດັ່ງກ່າວໄດ້ສະແດງໃຫ້ເຫັນ ອັນທີ່ພວກສັງເກດການເອີ້ນວ່າ ຊ່ອງຫວ່າງ ລະຫວ່າງ ລຸ້ນຄົນ ກໍຄືຄວາມແຕກຕ່າງຢ່າງໃຫຍ່ຫລວງ ລະຫວ່າງພວກນັກສຶກສາປະ
ທ້ວງ ກັບພໍ່ແມ່ຂອງເຂົາເຈົ້າ. ພວກພໍ່ແມ່ຫລາຍໆຄົນ ແມ່ນຈະພາກັນສະແດງຄວາມ
ສະໜັບສະໜຸນ ສຳຫລັບ ສະຖຽນລະພາບ ຫລືວ່າ ຄວາມສະຫງົບ ຫລາຍກ່ວາປະຊາ
ທິປະໄຕ. ແຕ່ວ່າ ໃນຂະນະທີ່ພວກຄົນລຸ້ນແກ່ກ່ວາ ມີຄວາມເປັນຫ່ວງນຳສະພາບການ
ໃນປັດຈຸບັນ ພວກປະທ້ວງພາກັນກ່າວວ່າ ເຂົາເຈົ້າກຳລັງຕໍ່ສູ້ເພື່ອອະນາຄົດຂອງຮົງກົງ.

ພວກປະທ້ວງສ່ວນໃຫຍ່ ແມ່ນນັກສຶກສາທີ່ພາກັນ ຂໍ້ວາບາດ ຫ້ອງຮຽນ ໝາຍຄວາມວ່າ ບໍ່ໄປຮຽນໜັງສື. ເຂົາເຈົ້າຄັດຄ້ານຕໍ່ການຕັດສິນໃຈຂອງຈີນ ທີ່ຈະຄັດເລືອກເອົາຜູ້ທີ່ຈະ ສະມັກເຂົ້າແຂ່ງຂັນ ໃນການເລືອກຕັ້ງເອົາຄະນະນຳພາ ໂດຍກົງເທື່ອທຳອິດຂອງຮົງກົງ ຊຶ່ງກຳໜົດໃສ່ ປີ 2017.

ມີພວກທີ່ອາຍຸແກ່ກ່ວາ ຈຳນວນບໍ່ເທົ່າໃດຄົນ ເຂົ້າຮ່ວມໃນການປະທ້ວງທີ່ດຳເນີນມາໄດ້ ຫລາຍອາທິດແລ້ວ ຢູ່ໃນໃຈກາງຂອງດິນແດນແຫ່ງນັ້ນຂອງຈີນ ແຕ່ພວກຜູ້ນຳການປະ ທ້ວງແມ່ນເປັນຊາວໜຸ່ມ.

ນາງ Clara Thang ແມ່ນຜູ້ນຶ່ງໃນພວກປະທ້ວງ. ນາງເວົ້າວ່າ ພວກນັກສຶກສາບໍ່ສາມາດ ເວົ້າເລື້ອງຂະບວນການປະທ້ວງ ກັບພໍ່ແມ່ໄດ້ ເພາະວ່າພວກພໍ່ແມ່ບໍ່ສະໜັບສະໜຸນການ ເຂົ້າໄປພົວພັນ ນຳການປະທ້ວງຂອງພວກເຂົາເຈົ້າ.

ນາງ Clara Thang ເວົ້າວ່າ “ສະນັ້ນ ສິ່ງທີ່ພວກເຮົາຕ້ອງການ ກໍຄືວ່າ ພວກເຮົາ
ຕ້ອງມີ ການສື່ສານກັນ ຕ້ອງມີການໂອ້ລົມກັນລະຫວ່າງຜູ້ຄົນ ລະຫວ່າງຄວາມຄິດ
ເຫັນ ລະຫວ່າງ ຄ້າຍຫລືຝ່າຍຕ່າງໆ. ແຕ່ວ່າ ຖ້າຫາກພວກເຂົາເຈົ້າບໍ່ລົມກັນແທ້ໆ ຄືກັນກັບລັກຖະບານ ກັບພວກຜູ້ແທນນັກສຶກສານັ້ນ ຖ້າຫາກລັດຖະບານບໍ່ເຕັມ
ໃຈ ທີ່ຈະເຈລະຈາ ຄືກັນກັບທີ່ ພໍ່ຂອງຂ້ອຍບໍ່ເຕັມໃຈທີ່ຈະລົມກັບຂ້ອຍ ແລະພວກ
ເຂົາເຈົ້າມີແຕ່ພະຍາຍາມຈະກົດດັນ ໃຫ້ພວກເຮົາຮັບເອົາທຸກສິ່ງທຸກຢ່າງ ຮັບເອົາ
ຄວາມເຊື່ອຖືຂອງພວກເຂົາເຈົ້າແລ້ວ ມັນຈະມີການສື່ສານກັນຢ່າງແທ້ຈິງກັນໄດ້
ແນວໃດ? ມັນເປັນໄປບໍ່ໄດ້ແທ້ໆ.”

ມື້ນຶ່ງເມື່ອໄວໆມານີ້ ພວກນັກສຶກສາປະທ້ວງໄດ້ປະເຊີນໜ້າ ກັບແມ່ຍິງໄວກາງຄົນຜູ້ນຶ່ງ
ທີ່ໄດ້ເອົາປ້າຍປະທ້ວງຂອງພວກເຂົາເຈົ້າອອກໄປ. ແມ່ຍິງຄົນນັ້ນບໍ່ຍອມບອກຊື່ຂອງ
ນາງ ແຕ່ກໍເຕັມໃຈທີ່ຈະບອກນັກຂ່າວວີໂອເອວ່າ ເປັນຫຍັງນາງຈຶ່ງເອົາປ້າຍໜີ.

ລາວເວົ້າວ່າ “ຂ້ອຍບໍ່ມັກມັນ ເທົ່ານັ້ນແຫລະ. ບໍ່ມີປະຊາປະໄຕຢູ່ໜີ້ແລ້ວ. ພວກເຂົານັກສຶກສາ ແມ່ນເປັນນາຍ ເວລານີ້.”

ແຕ່ກໍມີຊົນຊັ້ນກຳມາຊີບອາຍຸສູງບາງຄົນ ສະໜັບສະໜຸນພວກປະທ້ວງ ແລະຄຳຮຽກຮ້ອງ ຂອງເຂົາເຈົ້າ ໃຫ້ປະຕິຮູບ ລັດຖະທຳມະນູນ ຂອງດິນແດນ. ນອກນັ້ນ ພວກເຂົາເຈົ້າຍັງ ຢາກໃຫ້ຜູ້ນຳຮົງກົງ ທີ່ໄດ້ຮັບການສະໜັບສະໜຸນຈາກຈີນນັ້ນ ລາອອກ.

ຊາຍຄົນນຶ່ງພາລູກສາວຂອງລາວ ມຮປະກອບສ່ວນໃນການປະທ້ວງ.

ລາວເວົ້າວ່າ “ມັນຄືກັນກັບເປັນການສຶກສາ ເລື້ອງໜ້າທີ່ພົນລະເມືອງຫັ້ນແຫລະ ເພື່ອໃຫ້ເຂົາເຈົ້າຮູ້ຈັກວ່າ ບາງທີໃນຢຸກຂອງຄົນລຸ້ນພວກເຮົານີ້ ເຮົາອາດບໍ່
ສາມາດຕໍ່ສູ້ເພື່ອປະຊາທິປະໄຕໄດ້ ແຕ່ວ່າພວກເຂົາເຈົ້ານັ້ນຍັງມີຄວາມຫວັງ.”

ພວກ​ອາສາ​ສະມັກ​ໄດ້ພາກັນ​ປຸກ​ຫ້ອງ​ຮຽນ​ຊົ່ວຄາວ ​ໃຫ້​ພວກ​ນັກ​ສຶກສາ​ປະ​ທ້ວງ ຊຶ່ງ​ບາງ
ຄົນ​ແມ່ນ​ໄດ້​ນອນ​ຢູ່​ໃນ​ຕູບ​ຜ້າໃບ ຢູ່​ບ່ອນ​ປະ​ທ້ວງ​ມາ​ເປັນ​ເວລາ​ຫລາຍ​ມື້​ແລ້ວ. ພວກ​ເຂົາ
ເຈົ້າ​ຈະ​ມີ​ການ​ສອບ​ເສ​ງ​ໃນ​ບໍ່​ຊ້າ​ນີ້ ​ແລະ​ບັນດາ​ພໍ່​ແມ່​ມີ​ຄວາມ​ເປັນ​ຫ່ວງ​ວ່າ ຜົນ​ການ​ສອບ
​ເສ​ງທີ່​ອອກ​ມາ​ບໍ່​ດີ​ນັ້ນ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ອະນາຄົດ​ຂອງ​ເຂົາ​ເຈົ້າ.

ພວກປະທ້ວງເວົ້າວ່າ ເສລີພາບຕ່າງໆຂອງຮົງກົງ ກຳລັງຖືກຂົ່ມຂູ່ ແລະວ່າເຂົາເຈົ້າເຕັມໃຈ
ທີ່ຈະຕໍ່ສູ້ ເພື່ອຮັກສາອິດສະລະເສລີພາບເຫລົ່ານັ້ນ ເອົາໄວ້.

ວີດີໂອ: ພວກນັກສຶກສາປະທ້ວງ ພະຍາຍາມຮຽນໜັງສື ໄປພ້ອມ:

Hong Kong Student Activists Trying to Keep Up With Studies
please wait

No media source currently available

0:00 0:02:22 0:00

____________________________________

ຄຳສັບທີ່ຄວນຮູ້ ໃນລາຍງານເລື້ອງນີ້:

generation – ລຸ້ນຄົນ ກໍຄື ລຸ້ນພໍ່ແມ່ ລຸ້ນລູກ ລຸ້ນຫລານ

stability – ສະຖຽນລະພາບ ຫລືຄວາມດຸ່ນດ່ຽງ ທຸ່ນທ່ຽງ

boycott – ການຂໍ້ວາບາດ ຫລື ບໍ່ຍອມເຂົ້າຮ່ວມ ບໍ່ຍອມເຮັດ

constitution – ລັດຖະທຳມະນູນ ກໍຄື ກົດໝາຍແລະແນວຄິດຕ່າງໆ ທີ່ປະກອບເປັນ ລະບົບການປົກຄອງຂອງປະເທດ

ລຽງລຳດັບເຫດການ ກ່ຽວກັບຮົງກົງ:

XS
SM
MD
LG