ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການພົບປະກັນ ລະຫວ່າງ ພວກສົ່ງເສີມ ການປະຕິຮູບ ແລະເຈົ້າໜ້າທີ່ ລັດຖະບານ ຮົງກົງ ບໍ່ຄືບໜ້າ


ພວກປະທ້ວງນິຍົມປະຊາທິປະໄຕ ເບິ່ງການເຈລະຈາກັນ ລະຫວ່າງພວກຜູ້ນຳນັກສຶກສາ ແລະເຈົ້າໜ້າທີ່ ລັດຖະບານ ໃນຈໍວີດີໂອ ທີ່ຮົງກົງ ວັນທີ 21 ຕຸລາ 2014.
ພວກປະທ້ວງນິຍົມປະຊາທິປະໄຕ ເບິ່ງການເຈລະຈາກັນ ລະຫວ່າງພວກຜູ້ນຳນັກສຶກສາ ແລະເຈົ້າໜ້າທີ່ ລັດຖະບານ ໃນຈໍວີດີໂອ ທີ່ຮົງກົງ ວັນທີ 21 ຕຸລາ 2014.

ການ​ພົບ​ປະກັນ 2 ຊົ່ວ​ໂມງ​ໃນ​ຮົງ​ກົງ​ໃນ​ວັນ​ອັງຄານ​ວານ​ນີ້ ລະ
ຫວ່າງ ພວກ​ສົ່ງ​ເສີມ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ ​ແລະ​ບັນ
ດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​ຍຸດຕິ​ລົງ​ໂດຍ​ບໍ່​ໄດ້​ຮັບ​ຄວາມ​ຄືບ
​ໜ້າ​ໃດໆ ​ພາໃຫ້​ພວກ​ນັກສຶກສາ​ປະ​ທ້ວງ ຕັ້ງ​ຄຳ​ຖາມ​ຂຶ້ນ​ມາ​
ວ່າ ພວກ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ທຳ​ການ​ໂອ້​ລົມ​ເຈລະຈາ​ກັນ​ຕໍ່​ໄປ
​ຫຼື​ບໍ?

ການ​ໂອ້​ລົມ​ສົນທະນາ​ກັນ​ທີ່​ຖ່າຍ​ທອດ​ທາງ​ໂທລະພາບ ​ໄດ້​
ເປັນ​ນະ​ໂຍບາຍ​ຂອງ​ພວກ​ທີ່​ຈັດ​ແຈງ​ການ​ປະ​ທ້ວງ ​ເພື່ອ​ໃຫ້​
ຄວາມ​ຄິດ​ຄວາມ​ເຫັນ​ວ່າ​ ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ​ຈຶ່ງ​ທຳ​ການ
​ປະ​ທ້ວງ​ມາ​ໄດ້​ດົນ​ກວ່າ 3 ສັບປະດາ​ຢູ່​ຕາມ​ຖະໜົນ​ຫົນທາງ​
ສາຍ​ຕ່າງໆໃນ​ຮົງກົງ ​ໂດຍ​ສົ່ງ​ເສີມ​ໃຫ້​ມີ​ການ​ປົກຄອງ​ຕົນ​ເອງ​ທາງ​ດ້ານ​ການ​ເມືອງ​ຫຼາຍ​ຂຶ້ນຈາກ​ປັກ​ກິ່ງ​ນັ້ນ.

Hong Kong Student Activists Trying to Keep Up With Studies
please wait

No media source currently available

0:00 0:02:22 0:00

ບັນດາ​ເຈົ້າ​ໜ້າ​ທີ່​ຮົງ​ກົງ​ຕອບ​ໂຕ້​ວ່າ ຄຳ​ຮຽກຮ້ອງ​ຂອງ​ພວກ​ນັກ​ສຶກສາ ເປັນ​ໄປ​ບໍ່​ໄດ້​ທາງ​ດ້ານ​ກົດໝາຍ.

ທ່ານ Lester Shum ຫົວໜ້າ​ສະຫະພັນ​ນັກ​ສຶກສາ​ຮົງ​ກົງໄດ້​ສະ​ແດງ ຄວາມ​ແປກໃຈ
​ອອກ​ມາ​ໃນ​ເຊົ້າ​ວັນ​ອັງຄານ​ວານ​ນີ້​ທີ່ລັດຖະບານຍັງຮຽກຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ​ຮັບ​ເອົາ​
ໂຄງ​ຮ່າງຂອງ​ປັກ​ກິ່ງສຳລັບການ​ເລືອກ​ ຕັ້ງ​ໃນ​ປີ 2017 ນັ້ນ.

ທ່ານ Lester Shum ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ສາມາດ​ເຊື່ອ​ວ່າ ລັດຖະ ບານ​ຍັງ​ຢືນ​ຢັດ​ໃຫ້​ພວກ​ເຮົາ​ຮັບ​ເອົາໂຄງ​ຮ່າງ​ນີ້​ກ່ອນ ຍັງ​ຮຽກຮ້ອງ​ໃຫ້ພວກ​ເຮົາ​ປະຕິບັດ​ຕາມ​ໂຄງລ່າງ​ການ​ເລືອກ​ຕັ້ງ ຂອງ​ຄະນະ​ກຳມະການ ຖາວອນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນັ້ນ. ລັດຖະບານ​ບໍ່​ໄດ້​ສະ​ແດງ ຄວາມ​ກ້າຫານ​ແລະ​ຄວາມ​ເອົາ​ຈິງ​ເອົາ​ຈັງ​ໃດໆ ​ເພື່ອ​ແກ້​ໄຂ​ບັນຫາ​ການ​ເມືອງ​ນີ້.”

ການ​ພົບ​ປະກັນ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ອອກອາກາດ​ສົດ​ທາງ​ໂທລະພາບ ອັນ​ເປັນຄຳ​
ຮຽກຮ້ອງ​ທີ່​ສຳຄັນ​ອັນ​ນຶ່ງ​ ຂອງ​ພວກ​ປະ​ທ້ວງ. ​ໄດ້​ມີ ການຖ່າຍທອດລາຍການນີ້ ​ຢູ່​ຕາມ
ສະຖານ​ທີ່​ການ​ປະ​ທ້ວງ​ແຫ່ງ​ຕ່າງໆ ​ໃນຮົງກົງ ຊຶ່ງເປັນເຂດ​ເຄິ່ງ​ປົກຄອງ​ຕົນ​ເອງ​ຂອງ​ຈີນ
ນັ້ນ.

hongkong22october14
please wait
Embed

No media source currently available

0:00 0:02:42 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG