ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຮົງກົງ ກ່າວວ່າ ມີການສະໜັບສະໜຸນ ຈາກກຳລັງຕ່າງປະເທດ ຕໍ່ການປະທ້ວງ


ບັນດາ​ຜູ້ນຳ​ນິຍົມ​ປະຊາທິປະ​ໄຕ​ຮົງ​ກົງ ​ໄດ້​ປະຕິ​ເສດ​ຢ່າງ​ແຂງ​
ແຮງຕໍ່ ​ຄຳ​ກ່າວ​ອ້າງ​ຂອງ​ຫົວໜ້າ​ບໍລິຫານ​ຮົງ​ກົງ​ ທີ່​ວ່າ ການ​ໂຮມ
​ຊຸມນຸມປະ​ທ້ວງ​ມາ​ເປັນ​ເວລາ​ຫຼາຍ​ສັບປະດາ​ຂອງ​ມວນ​ຊົນ ​ກຳ
ລັງໄດ້​ຮັບ​ການ​ສະໜັບສະໜຸນຈາກ “ພວກ​ກຳລັງ​ຕ່າງປະ​ເທດ.”

ທ່ານ Alex Chow ​ເລຂາທິການ​ໃຫຍ່​ຂອງ​ສະຫະພັນ​ນັກ​ສຶກສາ
ປະຕິ​ເສດຕໍ່​ການ​ກ່າວ​ຫາ​ຕ່າງໆ​ຂອງ​ທ່ານ Leung Chun-ying
​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ກ່າວ​ວ່າ ຫົວໜ້າ​ຂອງຮົງ​ກົງ “​ເສກ​ສັນ​ປັ້ນ​
ແຕ່​ງເລື້​ອງນີ້​ຂຶ້ນ​ມາ.”

ທ່ານ Alex Chow ​ໄດ້​ທ້າ​ທາຍ​ ທ່ານ Leung “ໃຫ້ສະ​ແດງ​ຫຼັກ​ຖານ​ອອກ​ມາ.”

​ໃນ​ລະຫວ່າງ​ການ​ໃຫ້​ສຳພາດ​ຕໍ່​ໂທລະພາບ​ ໃນ​ແລງ​ວັນ​ອາທິດ​ວານ​ນີ້ທ່ານ Leung
ກ່າວ​ວ່າ ການ​ປະ​ທ້ວງ​ມາ​ເປັນ​ເວລາ​ຫຼາຍ​ສັບປະດາ“ບໍ່ໄດ້ແມ່ນ​ການ​ເຄື່ອນໄຫວ​ຂອງ​ປະຊາຊົນ​ພາຍ​ໃນ​ຮົງ​ກົງ​ທັງ​ໝົດ.” ທ່ານ​ກ່າວ​ຫາ “ພວກ​ກຳລັງ​ຕ່າງປະ​ເທດ”​ ວ່າ
ມີ​ການພົວພັນ​ໃນ​ການ​ປະ​ທ້ວງ​ເຫຼົ່າ​ນັ້ນ. ແຕ່ທ່ານປະຕິ​ເສດ​ບໍ່​ຍອມ​ບອກ​ຊື່​ປະ​ເທດ ​ຫຼື
​ພວກ​ກຸ່ມ​ຕ່າງປະ​ເທດ ທີ່​ທ່ານ​ເຊື່ອ​ວ່າ ຢູ່​ເບື້ອງ​ຫຼັງ​ຂອງ​ການ​ປະ​ທ້ວງ​.

ຄວາມ​ເຫັນ​ຂອງ​ທ່ານ ​ແມ່ນ​ສະໜັບສະໜຸນ​ບົດ​ວິຈານ​ຂອງ​ສື່​ທາງ​ການຂອງ​ຈີນ ​ຫວ່າງ​
ໄວໆ​ມາ​ນີ້ ຊຶ່ງ​ໄດ້​ກ່າວ​ຫາ​ສະຫະລັດ ​ແລະ​ບັນດາ​ປະ​ເທດຕາ​ເວັນ​ຕົກອື່ນໆ ວ່າ​ເປັນ​ຜູ້
​ຈັດ​ແຈງ​ການ​ປະ​ທ້ວງ​ຂຶ້ນ​ມາ.

​ໃນ​ຕອນເຊົ້າ​ວັນ​ອາທິດ​ວານ​ນີ້ ຕຳຫຼວດ​ຮົງ​ກົງ​ໄດ້​ປະ​ທະ​ກັບ​ພວກ​ປະ​ທ້ວງ ​ເຮັດ​ໃຫ້​ສະຖານະ​ການ​ທີ່​ບໍ່​ໄປ​ບໍ່​ມາ​ນັ້ນ​ ຍິ່ງຊຸດ​ໂຊມ​ລົງ​ໄປ​ອີກ ​ລະຫວ່າງ​ລັດຖະບານ​ແລະ​
ຂະ​ບວນການ​ນິຍົມ​ປະຊາທິປະ​ໄຕ.

ພວກ​ຕຳຫຼວດ​ຫຼາຍ​ສິບ​ຄົນ ທີ່​ຖື​ໂລ້​ປ້ອງ​ກັນແລະ​ໃສ່​ໝວກ​ເຫຼັກ ​ໄດ້ບຸກ​ເຂົ້າ​ໄປ​ໃນ​ຝູງ​ປະຊາຊົນ ​ທີ່​ພາກັນ​ຢືນ​ຢູ່​ໃກ້​ສິ່ງ​ກີດຂວາງທີ່​ພວກ​ເຂົາ​ເຈົ້າ​ຕັ້ງ​ຂຶ້ນ ຢູ່​ໃນ​ເຂດ Mong Kok ​ເພື່ອ​ບໍ່​ໃຫ້​ຕຳຫລວດ​ເຂົ້າ​ໄປ​ຂັບ​ໄລ່ ພວ​ກ​ເຂົາ​ເຈົ້າ​ອອກ​ໄປນັ້ນ.

XS
SM
MD
LG